ຈົດເຊັນບັນຊີ 34:1-29

  • ເຂດ​ແດນ​ໃນ​ແຜ່ນດິນ​ການາອານ (1-15)

  • ພວກ​ຜູ້​ຊາຍ​ທີ່​ໄດ້​ຮັບ​ໜ້າ​ທີ່​ແບ່ງ​ດິນ​ມູນ (16-29)

34  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ:  “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ+ ດິນ​ມູນ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຈະ​ມີ​ເຂດ​ແດນ​ແນວ​ນີ້.+  ເຂດ​ແດນ​ທາງ​ທິດໃຕ້​ຈະ​ຢູ່​ລະຫວ່າງ​ບ່ອນ​ກັນ​ດານ​ຊິນ​ກັບ​ແຜ່ນດິນ​ເອໂດມ. ເຂດ​ແດນ​ນັ້ນ​ຈະ​ເລີ່ມ​ຈາກ​ທະເລ​ເກືອ.*+  ມັນ​ຈະ​ໄປ​ທາງ​ທິດໃຕ້​ຂອງເສັ້ນ​ທາງ​ຂຶ້ນ​ພູ​ທີ່​ຊື່ອັກຣັບບີມ+ ຜ່ານ​ຊິນ​ໄປ​ຈົນ​ຮອດ​ທາງ​ໃຕ້​ຂອງ​ກາເດັດ​ບາເນອາ.+ ຈາກ​ນັ້ນ​ຈະ​ໄປ​ທາງ​ຮາຊາອັດດາ+ຈົນ​ຮອດ​ອາຊະໂມນ.  ຈາກ​ອາຊະໂມນ​ເຂດ​ແດນ​ນັ້ນ​ຈະ​ໄປຮ່ອມພູ*ຂອງ​ເອຢິບ ແລ້ວ​ໄປ​ສຸດ​ຢູ່​ທະເລ.*+  ເຂດ​ແດນ​ທາງ​ທິດ​ຕາເວັນ​ຕົກ+​ຂອງ​ດິນ​ມູນ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຈະ​ເລາະ​ລຽບ​ໄປ​ຕາມ​ແຄມ​ທະເລ​ໃຫຍ່.*  ເຂດ​ແດນ​ທາງ​ທິດ​ເໜືອ​ຈະ​ເລີ່ມຈາກ​ທະເລ​ໃຫຍ່​ໄປຈົນ​ຮອດ​ພູ​ໂຮເຣ.*  ຈາກ​ພູ​ໂຮເຣ​ເຂດ​ແດນ​ຈະ​ໄປ​ທາງ​ຮາມັດ+ແລະ​ຈະ​ໄປ​ຮອດ​ເຊ​ດາດ.+  ຈາກ​ນັ້ນ ມັນ​ຈະ​ໄປ​ທາງ​ຊິໂຟຣນ​ ແລະ​ໄປ​ສຸດ​ຢູ່​ຮາຊາ​ເອນັນ.+ ນີ້​ແມ່ນ​ເຂດ​ແດນ​ທາງ​ທິດ​ເໜືອ​ຂອງ​ດິນ​ມູນ​ທີ່​ພວກ​ເຈົ້າ​ຈະ​ໄດ້. 10  ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ​ເລີ່ມ​ຈາກ​ຮາຊາ​ເອນັນ​ໄປ​ຈົນ​ຮອດ​ເຊ​ຟາມ. 11  ຈາກ​ເຊຟາມ​ໄປ​ຈົນ​ຮອດ​ຣິບລາ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ອາອິນ ແລະ​ລົງ​ໄປ​ຈົນ​ຮອດ​ເນີນ​ພູ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ທະເລ​ກິນເນເຣດ*+ 12  ແລ້ວ​ເລາະ​ລຽບ​ໄປ​ຕາມ​ແມ່​ນ້ຳ​ຈໍແດນ ແລະ​ໄປ​ສຸດ​ຢູ່​ທະເລ​ເກືອ.+ ດິນ​ມູນ​ທີ່​ພວກ​ເຈົ້າ​ຈະ​ໄດ້+​ຈະ​ມີ​ເຂດ​ແດນ​ຕາມ​ທີ່​ໄດ້​ເວົ້າ​ມາ​ນີ້.’” 13  ໂມເຊ​ບອກ​ພວກ​ອິດສະຣາເອນ​ວ່າ: “ນີ້​ແມ່ນ​ດິນ​ມູນ​ທີ່ 9 ຕະກູນ​ເຄິ່ງ*ຈະ​ໄດ້ ເຊິ່ງ​ຕ້ອງແບ່ງ​ກັນ​ເອງ​ໂດຍ​ການ​ຈົກ​ສະຫຼາກ+​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ 14  ຍ້ອນ​ວ່າ​ຕະກູນ​ຣູເບັນ ຕະກູນ​ຄາດ ແລະເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊໄດ້​ດິນ​ມູນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລ້ວ.+ 15  ສອງ​ຕະກູນ​ເຄິ່ງ​ນີ້​ໄດ້​ດິນ​ມູນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ+​ຂອງ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ​ແລ້ວ.” 16  ພະ​ເຢໂຫວາ​ບອກ​ໂມເຊ​ອີກ​ວ່າ: 17  “ໃຫ້​ປະໂລຫິດ​ເອເລອາຊາ+ກັບ​ໂຢຊວຍ+​ລູກ​ຊາຍ​ຂອງ​ນູນ​ມາ​ແບ່ງ​ດິນ​ໃຫ້​ພວກ​ເຈົ້າ 18  ແລະ​ໃຫ້​ເອົາ​ຫົວ​ໜ້າ​ຄົນ​ໜຶ່ງ​ຈາກ​ແຕ່​ລະ​ຕະກູນ​ມາ​ຊ່ວຍ​ເຂົາ​ເຈົ້າ​ແບ່ງ​ດິນ​ມູນ.+ 19  ພວກ​ຫົວ​ໜ້າທີ່​ຈະ​ມາ​ຊ່ວຍ​ມີ​ຊື່​ດັ່ງ​ຕໍ່​ໄປ​ນີ້: ກາເລັບ+​ລູກ​ຊາຍ​ຂອງ​ເຢຟຸນເນ​ຈາກ​ຕະກູນ​ຢູດາ+ 20  ເຊມູເອນ​ລູກ​ຊາຍ​ຂອງ​ອຳມີຮຸດ​ຈາກ​ຕະກູນ​ຊີເມໂອນ+ 21  ເອລີດາດ​ລູກ​ຊາຍ​ຂອງ​ກິຊະໂລນ​ຈາກ​ຕະກູນ​ເບັນຢາມິນ+ 22  ບຸກກີ​ລູກ​ຊາຍ​ຂອງ​ໂຢກລີ​ຈາກ​ຕະກູນ​ດານ+ 23  ຮານນີເອນ​ລູກ​ຊາຍ​ຂອງ​ເອໂຟດ​ຈາກ​ຕະກູນ​ມານາເຊ+ ເຊິ່ງ​ເປັນ​ຕະກູນ​ທີ່​ມາ​ຈາກ​ລູກ​ຊາຍ​ຂອງ​ໂຢເຊັບ+ 24  ເກມູເອນ​ລູກ​ຊາຍ​ຂອງ​ຊິບຕານ​ຈາກ​ຕະກູນ​ເອຟຣາຢິມ+ ເຊິ່ງ​ເປັນ​ຕະກູນ​ທີ່​ມາ​ຈາກ​ລູກ​ຊາຍອີກ​ຄົນ​ໜຶ່ງ​ຂອງ​ໂຢເຊັບ 25  ເອລີຊາຟັນ​ລູກ​ຊາຍ​ຂອງ​ປາ​ນັກ​ຈາກ​ຕະກູນ​ເຊບູລູນ+ 26  ປັນ​ຕີ​ເອນ​ລູກ​ຊາຍ​ຂອງ​ອັດ​ຊານ​ຈາກ​ຕະກູນ​ອິດຊາຄາ+ 27  ອາຮີຮູດ​ລູກ​ຊາຍ​ຂອງ​ເຊໂລມີ​ຈາກ​ຕະກູນ​ອາເຊ+ 28  ແລະ​ປາ​ດາ​ເອນ​ລູກ​ຊາຍ​ຂອງ​ອຳມີຮຸດ​ຈາກ​ຕະກູນ​ນັບທາລີ.”+ 29  ພະ​ເຢໂຫວາ​ໄດ້​ສັ່ງ​ຄົນ​ເຫຼົ່ານີ້​ໃຫ້​ເປັນ​ຜູ້​ແບ່ງ​ດິນ​ມູນ​ໃນ​ແຜ່ນດິນ​ການາອານ+​ໃຫ້​ພວກ​ອິດສະຣາເອນ.

ຂໍຄວາມໄຂເງື່ອນ

ໝາຍເຖິງ​ທະເລ​ຕາຍ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ທະເລ​ໃຫຍ່ ຫຼື​ທະເລ​ເມດີແຕຣາເນ
ແມ່ນ​ທະເລ​ເມດີແຕຣາເນ
ບໍ່​ຮູ້​ທີ່​ຕັ້ງ​ແນ່ນອນ ອາດ​ເປັນ​ຈອມພູ​ທີ່​ສູງ​ໆ​ຈອມພູ​ໜຶ່ງ​ຂອງ​ເຂດ​ພູ​ເລບານອນ
ໝາຍເຖິງ​ທະເລ​ສາບ​ກິນເນເຣດ ຫຼື​ທະເລ​ຄາລີເລ
ໝາຍເຖິງ​ອີກ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ