ຈົດເຊັນບັນຊີ 36:1-13

  • ກົດ​ໝາຍ​ກ່ຽວ​ກັບ​ການ​ແຕ່ງດອງ​ຂອງ​ຜູ້​ຍິງ​ທີ່​ໄດ້​ດິນ​ມູນ (1-13)

36  ຫົວ​ໜ້າຄອບຄົວ​ທີ່​ເປັນ​ລູກ​ຫຼານ​ຂອງ​ກິລຽດທີ່​ເປັນ​ລູກ​ຊາຍ​ຂອງ​ມາກີ+ ເປັນ​ຫຼານ​ຂອງ​ມານາເຊ ແລະ​ເປັນ​ເຫຼນ​ຂອງ​ໂຢເຊັບ​ໄດ້​ມາ​ຫາ​ໂມເຊ​ກັບ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ.  ເຂົາ​ເຈົ້າ​ເວົ້າ​ວ່າ: “ພະ​ເຢໂຫວາ​ໄດ້​ສັ່ງ​ທ່ານ​ໃຫ້​ແບ່ງ​ດິນ​ມູນ​ໃຫ້​ພວກ​ອິດສະຣາເອນ​ໂດຍ​ການ​ຈົກ​ສະຫຼາກ+ ແລະ​ພະ​ເຢໂຫວາ​ຍັງ​ໄດ້​ສັ່ງ​ໃຫ້​ເອົາ​ດິນ​ມູນ​ຂອງ​ເຊໂລເຟຂາດ​ໃຫ້​ພວກ​ລູກສາວ​ຂອງ​ລາວ.+  ແຕ່​ຖ້າ​ພວກ​ລູກສາວ​ຂອງ​ລາວ​ໄປ​ແຕ່ງດອງ​ກັບ​ຄົນ​ໃນ​ຕະກູນ​ອື່ນ​ຂອງ​ອິດສະຣາເອນ ດິນ​ມູນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ກໍ​ຈະ​ກາຍ​ເປັນ​ຂອງ​ຄົນ​ທີ່​ເຂົາ​ເຈົ້າ​ແຕ່ງດອງ​ນຳ. ດິນ​ມູນ​ຂອງ​ຕະກູນ​ພວກ​ເຮົາ​ກໍ​ຈະ​ກາຍ​ເປັນ​ຂອງ​ຕະກູນ​ອື່ນ  ແລ້ວ​ເມື່ອ​ຮອດປີ​ແຫ່ງ​ອິດ​ສະຫຼະ*+ຂອງ​ພວກ​ອິດສະຣາເອນ ດິນ​ມູນ​ຂອງ​ພວກ​ລູກສາວ​ເຊໂລເຟຂາດ​ກໍ​ຈະ​ຕົກ​ເປັນ​ດິນ​ມູນ​ຂອງ​ຕະກູນ​ອື່ນ​ຕະຫຼອດໄປ​ໄດ໋.”  ໂມເຊ​ກໍ​ເລີຍ​ອະທິບາຍ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ​ຟັງ. ລາວ​ບອກ​ວ່າ: “ພວກລູກ​ຫຼານ​ຂອງ​ໂຢເຊັບເວົ້າ​ຖືກ​ແລ້ວ.  ພະ​ເຢໂຫວາ​ສັ່ງ​ກ່ຽວ​ກັບ​ເລື່ອງ​ຂອງ​ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ແນວ​ນີ້ ‘ເຂົາ​ເຈົ້າ​ຈະ​ແຕ່ງດອງ​ກັບ​ຜູ້​ໃດ​ກໍ​ໄດ້ ແຕ່​ຕ້ອງ​ເປັນ​ຄົນ​ໃນ​ຕະກູນ​ດຽວ​ກັນ​ກັບ​ພໍ່​ຂອງ​ໂຕເອງ.  ຢ່າ​ໃຫ້​ດິນ​ມູນ​ຂອງ​ຕະກູນ​ໜຶ່ງ​ກາຍ​ໄປ​ເປັນ​ຂອງ​ອີກ​ຕະກູນ​ໜຶ່ງ. ແຕ່​ລະ​ຕະກູນ​ຕ້ອງ​ຮັກສາ​ດິນ​ມູນ​ຂອງ​ປູ່ຍ່າຕານາຍ​ຂອງ​ໂຕເອງ​ໄວ້.  ຖ້າ​ລູກສາວ​ຄົນ​ໃດ​ໄດ້​ຮັບ​ດິນ​ມູນ ລາວ​ຈະ​ຕ້ອງ​ແຕ່ງດອງ​ກັບ​ຄົນ​ໃນ​ຕະກູນ​ຂອງ​ພໍ່​ລາວ+ ເພື່ອ​ຄົນ​ອິດສະຣາເອນ​ທຸກ​ຄົນ​ຈະ​ຮັກສາ​ດິນ​ມູນ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ໂຕເອງ​ໄວ້​ໄດ້.  ຢ່າ​ໃຫ້​ດິນ​ມູນ​ຂອງ​ຕະກູນ​ໜຶ່ງ​ກາຍ​ໄປ​ເປັນ​ຂອງ​ອີກ​ຕະກູນ​ໜຶ່ງ. ຄົນ​ອິດສະຣາເອນ​ແຕ່​ລະ​ຕະກູນ​ຕ້ອງ​ຮັກສາ​ດິນ​ມູນ​ຂອງ​ໂຕເອງ​ໄວ້.’” 10  ພວກ​ລູກສາວ​ຂອງ​ເຊໂລເຟຂາດ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.+ 11  ມາລາ ຕີຣະຊາ ໂຮກລາ ມີລະກາ ແລະ​ໂນອາ​ທີ່​ເປັນ​ລູກສາວ​ຂອງ​ເຊໂລເຟຂາດ+​ໄດ້​ແຕ່ງດອງ​ກັບ​ພວກລູກ​ຊາຍ​ຂອງ​ພີ່ນ້ອງ​ທາງ​ພໍ່ຂອງ​ເຂົາ​ເຈົ້າ. 12  ເຂົາ​ເຈົ້າ​ໄດ້​ແຕ່ງດອງ​ກັບ​ຄົນ​ໃນ​ຕະກູນ​ມານາເຊ​ເຊິ່ງ​ເປັນ​ຕະກູນ​ທີ່​ມາ​ຈາກ​ລູກ​ຊາຍ​ຂອງ​ໂຢເຊັບ ເພື່ອ​ດິນ​ມູນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ຈະ​ຍັງ​ຢູ່​ກັບ​ຄົນ​ໃນ​ຕະກູນ​ຂອງ​ພໍ່​ເຂົາ​ເຈົ້າ. 13  ນີ້​ແມ່ນ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ທີ່​ພະ​ເຢໂຫວາ​ໃຫ້​ພວກ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ບ່ອນ​ກັນ​ດານ​ໂມອາບ ບ່ອນ​ທີ່​ຢູ່​ແຄມ​ແມ່​ນ້ຳ​ຈໍແດນ​ຄົນ​ລະ​ຟາກ​ກັບ​ເມືອງ​ເຢຣິໂກ.+

ຂໍຄວາມໄຂເງື່ອນ

ຫຼື “ປີ​ຈູບີລີ”