ຈົດເຊັນບັນຊີ 4:1-49

  • ວຽກ​ຮັບ​ໃຊ້​ຂອງ​ລູກ​ຫຼານ​ໂກຮາດ (1-20)

  • ວຽກ​ຮັບ​ໃຊ້​ຂອງ​ລູກ​ຫຼານ​ເກໂຊນ (21-28)

  • ວຽກ​ຮັບ​ໃຊ້​ຂອງ​ລູກ​ຫຼານ​ເມຣາຣີ (29-33)

  • ສະຫຼຸບ​ກ່ຽວ​ກັບ​ຄົນ​ທີ່​ມາ​ລົງ​ທະບຽນ (34-49)

4  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ວ່າ:  “ໃຫ້​ນັບ​ຈຳນວນ​ລູກ​ຫຼານ​ຂອງ​ໂກຮາດ+​ຈາກ​ຕະກູນ​ເລວີ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ.  ໃຫ້​ນັບ​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ+​ຫາ 50 ປີ+ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.*+  ວຽກ​ຮັບ​ໃຊ້​ຂອງ​ລູກ​ຫຼານ​ໂກຮາດ​ຢູ່​ເຕັ້ນ​ສັກສິດ+​ເຊິ່ງ​ເປັນ​ວຽກ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​ ມີ​ດັ່ງ​ຕໍ່​ໄປ​ນີ້:  ຕອນ​ທີ່​ຈະຍ້າຍ​ຄ້າຍ​ພັກແລະ​ອອກ​ເດີນ​ທາງ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຈະ​ເຂົ້າ​ມາ​ໃນ​ເຕັ້ນ​ແລະ​ປົດ​ຜ້າກັ້ງ+​ລົງ​ມາ​ປົກ​ຫີບ​ສັນຍາ+​ໄວ້.  ຈາກ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ເອົາຜ້າ​ທີ່​ເຮັດ​ຈາກໜັງ​ແມວ​ນ້ຳ​ມາ​ປົກ​ທັບ ແລ້ວ​ເອົາ​ຜ້າ​ສີ​ຟ້າ​ມາ​ປົກ​ທັບ​ອີກ​ແລະ​ເອົາ​ໄມ້​ຫາມ+ມາ​ສອດ​ໃສ່​ບ້ວງ​ໄວ້​ຄື​ເກົ່າ.  ເຂົາ​ເຈົ້າ​ຕ້ອງ​ເອົາເຂົ້າຈີ່​ທີ່​ຕັ້ງ​ໄວ້*+ອອກ​ກ່ອນ ແລ້ວເອົາ​ຜ້າ​ສີ​ຟ້າ​ມາ​ປົກ​ໂຕະ ແລະ​ເອົາ​ເຂົ້າຈີ່​ນັ້ນ+​ມາ​ວາງ​ໄວ້​ຄື​ເກົ່າ. ຈາກ​ນັ້ນ ເຂົາ​ເຈົ້າ​ຕ້ອງ​ເອົາ​ຈານ ຈອກ ຖ້ວຍ​ແລະ​ໂຖ​ທີ່​ໃຊ້​ໃສ່​ເຄື່ອງ​ບູຊາ​ດື່ມ+​ມາ​ວາງ​ໄວ້​ເທິງ​ໂຕະ.  ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ສີ​ແດງ​ສົດ​ມາ​ປົກ​ເຄື່ອງ​ເຫຼົ່າ​ນັ້ນ ແລ້ວ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ​ມາ​ປົກ​ທັບ​ແລະ​ເອົາ​ໄມ້​ຫາມ+​ສອດ​ໃສ່​ບ້ວງ​ໄວ້​ຄື​ເກົ່າ.  ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ສີ​ຟ້າ​ມາ​ປົກ​ຂາ​ຕະກຽງ+ພ້ອມ​ກັບ​ຕະກຽງ+ ແນວໜີບ​ໄສ້​ຕະກຽງ ແນວ​ໃສ່​ຂີ້​ໄສ້​ຕະກຽງ+ ແລະແນວ​ໃສ່​ນ້ຳມັນສຳລັບ​ຕະກຽງ. 10  ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ​ມາ​ຫໍ່​ຂາ​ຕະກຽງ ແລະ​ເຄື່ອງໃຊ້​ທັງ​ໝົດ​ທີ່​ກ່ຽວ​ກັບ​ຕະກຽງ ແລ້ວ​ກຽມ​ໄວ້​ເພື່ອ​ຈະ​ຫາມ​ໄປ. 11  ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ສີ​ຟ້າ​ມາ​ປົກ​ແທ່ນ​ບູຊາ+​ທີ່​ເຮັດ​ດ້ວຍ​ຄຳ ແລ້ວ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ​ມາ​ປົກ​ທັບ​ອີກ ແລະ​ເອົາ​ໄມ້​ຫາມ+ມາ​ສອດ​ໃສ່​ບ້ວງ​ໄວ້​ຄື​ເກົ່າ. 12  ເຂົາ​ເຈົ້າ​ຕ້ອງ​ເອົາ​ເຄື່ອງໃຊ້​ທຸກ​ຢ່າງ+ສຳລັບ​ວຽກ​ຮັບ​ໃຊ້​ໃນ​ບ່ອນ​ບໍລິສຸດໃສ່ໃນ​ຜ້າ​ສີ​ຟ້າ ແລ້ວ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳມາ​ຫໍ່ແລະ​ກຽມ​ໄວ້​ເພື່ອ​ຈະ​ຫາມ​ໄປ. 13  ເຂົາ​ເຈົ້າ​ຕ້ອງ​ເອົາ​ຂີ້ເທົ່າ​ອອກ​ຈາກ​ແທ່ນ​ບູຊາ+ ແລະເອົາ​ຜ້າ​ທີ່​ເຮັດ​ຈາກ​ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ​ມາ​ປົກ​ແທ່ນ​ນັ້ນ. 14  ເຂົາ​ເຈົ້າ​ຕ້ອງ​ເອົາ​ເຄື່ອງໃຊ້​ທຸກ​ຢ່າງ​ສຳລັບ​ແທ່ນ​ບູຊາ​ນັ້ນ+​ມາ​ວາງ​ໄວ້​ເທິງ​ແທ່ນຄື: ຖາດ​ສຳລັບ​ໃສ່​ຖ່ານ​ທີ່​ຮ້ອນ​ໆ​ ສ້ອມ​ໃຫຍ່​ທີ່​ມີ​ສາມ​ງ່າມ ຊວ້ານ ແລະ​ຖ້ວຍ ແລ້ວ​ເຂົາ​ເຈົ້າ​ຕ້ອງ​ເອົາ​ຜ້າ​ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ​ມາ​ປົກ​ແທ່ນ​ນັ້ນ ແລະ​ເອົາ​ໄມ້​ຫາມ+​ມາສອດ​ໃສ່ບ້ວງ​ໄວ້​ຄື​ເກົ່າ. 15  ກ່ອນ​ທີ່ຈະ​ຍ້າຍ​ຄ້າຍ​ພັກ​ແລະ​ອອກ​ເດີນ​ທາງ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕ້ອງ​ປົກ​ຫຼື​ຫໍ່​ສິ່ງ​ຂອງ​ຕ່າງ​ໆ​ຂອງ​ບ່ອນ​ບໍລິສຸດ+ ແລະ​ອຸປະກອນ​ທຸກ​ຢ່າງ​ສຳລັບ​ບ່ອນ​ບໍລິສຸດ​ໃຫ້​ຮຽບຮ້ອຍ. ຈາກ​ນັ້ນ ລູກ​ຫຼານ​ຂອງ​ໂກຮາດ​ກໍ​ຈະ​ມາ​ຫາມ​ໄປ.+ ແຕ່​ຫ້າມ​ເຂົາ​ເຈົ້າ​ໄປ​ຖືກ​ຫຼື​ໄປ​ບາຍ​ສິ່ງ​ຂອງ​ຕ່າງ​ໆ​ຂອງ​ບ່ອນ​ບໍລິສຸດ​ເພື່ອ​ເຂົາ​ເຈົ້າ​ຈະບໍ່​ຕາຍ.+ ນີ້​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ລູກ​ຫຼານ​ໂກຮາດ​ທີ່​ກ່ຽວ​ກັບ​ເຕັ້ນ​ສັກສິດ. 16  ເອເລອາຊາ+​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ​ຈະ​ເປັນ​ຄົນ​ເບິ່ງ​ແຍງ​ເລື່ອງ​ນ້ຳມັນ​ສຳລັບ​ຕະກຽງ+ ເຄື່ອງຫອມ+ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ສຳລັບ​ທຸກ​ໆ​ມື້ ແລະ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ.+ ລາວ​ຕ້ອງ​ເບິ່ງ​ແຍງ​ເຕັ້ນ​ສັກສິດ​ແລະ​ສິ່ງ​ຂອງ​ທີ່​ຢູ່​ໃນ​ເຕັ້ນ​ນັ້ນ ລວມ​ທັງ​ບ່ອນ​ບໍລິສຸດ​ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ສຳລັບ​ບ່ອນ​ບໍລິສຸດ.” 17  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ແລະ​ອາໂຣນ​ອີກ​ວ່າ: 18  “ໃຫ້​ເບິ່ງ​ແຍງ​ລູກ​ຫຼານ​ໂກຮາດ+ຈາກ​ຕະກູນ​ເລວີ​ໃຫ້​ດີ​ໆ​. ຢ່າ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ຖືກ​ທຳລາຍ. 19  ໃຫ້​ເບິ່ງ​ແຍງ​ດີ​ໆ​ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ຕາຍ​ຕອນ​ທີ່​ເຂົາ​ເຈົ້າ​ເຂົ້າ​ມາ​ໃກ້​ສິ່ງ​ບໍລິສຸດ​ແທ້​ໆ​.+ ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ​ຕ້ອງ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ​ນຳ​ເຂົາ​ເຈົ້າ ແລະ​ມອບ​ວຽກໃຫ້​ເຂົາ​ເຈົ້າວ່າ​ຜູ້​ໃດ​ຕ້ອງ​ຫາມ​ຫຍັງ​ໄປ. 20  ເມື່ອ​ລູກ​ຫຼານ​ຂອງ​ໂກຮາດ​ເຂົ້າ​ໄປ​ໃນ​ເຕັ້ນ ຢ່າ​ໃຫ້​ເຂົາ​ເຈົ້າແນມເບິ່ງ​ສິ່ງ​ທີ່​ບໍລິສຸດ ແມ່ນ​ແຕ່​ບຶດ​ດຽວ​ກໍ​ບໍ່​ໄດ້ ຄັນ​ບໍ່​ຊັ້ນ​ເຂົາ​ເຈົ້າ​ຈະ​ຕ້ອງ​ຕາຍ.”+ 21  ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ບອກ​ໂມເຊ​ວ່າ: 22  “ໃຫ້​ນັບ​ຈຳນວນ​ລູກ​ຫຼານ​ຂອງ​ເກໂຊນ+​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ. 23  ເຈົ້າ​ຕ້ອງ​ຈົດ​ທະບຽນ​ຊື່​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 24  ຕໍ່​ໄປ​ນີ້​ແມ່ນ​ວຽກ​ມອບໝາຍ​ທີ່​ລູກ​ຫຼານ​ຂອງ​ເກໂຊນ​ຕ້ອງ​ເບິ່ງ​ແຍງ​ແລະ​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ຕ້ອງ​ຂົນ​ໄປ.+ 25  ເຂົາ​ເຈົ້າ​ຕ້ອງ​ຂົນ​ຜ້າ​ເຕັ້ນ​ສັກສິດ+ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ໃນ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ນອກ ຜ້າ​ປົກ​ເຕັ້ນ​ຜືນ​ທີ່​ຢູ່​ທາງ​ນອກ​ສຸດ+ທີ່​ເຮັດ​ຈາກ​ໜັງ​ແມວ​ນ້ຳ ຜ້າກັ້ງ​ສຳລັບ​ທາງເຂົ້າ​ເຕັ້ນ+ 26  ຜ້າ​ກັ້ນ​ເດີ່ນ+ ຜ້າກັ້ງ​ສຳລັບ​ທາງເຂົ້າ​ເດີ່ນ+​ຂອງ​ເຕັ້ນ​ສັກສິດ​ທີ່​ມີ​ແທ່ນ​ບູຊາ ເຊືອກ​ສຳລັບ​ຄຶງ​ເສົາ ແລະ​ອຸປະກອນ​ກັບ​ເຄື່ອງ​ມື​ທັງ​ໝົດ​ທີ່​ໃຊ້​ສຳລັບ​ວຽກ​ນີ້. ນີ້​ແມ່ນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ. 27  ພວກ​ລູກ​ຫຼານ​ຂອງ​ເກໂຊນ+​ຕ້ອງ​ເຮັດ​ວຽກ​ທັງ​ໝົດ​ນີ້​ຕາມ​ຄຳ​ສັ່ງ​ຂອງ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ຮັບຜິດຊອບ​ຂົນ​ເຄື່ອງ​ເຫຼົ່ານີ້. 28  ນີ້​ແມ່ນ​ວຽກ​ກ່ຽວ​ກັບ​ເຕັ້ນ​ສັກສິດ+​ທີ່​ພວກ​ລູກ​ຫຼານ​ຂອງ​ເກໂຊນ​ຕ້ອງ​ຮັບຜິດຊອບ ແລະ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ອີທາມາ+ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ. 29  ສຳລັບ​ພວກ​ລູກ​ຫຼານ​ຂອງ​ເມຣາຣີ+ ເຈົ້າ​ຕ້ອງ​ຈົດ​ທະບຽນ​ຊື່​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 30  ເຈົ້າ​ຕ້ອງ​ຈົດ​ທະບຽນ​ຊື່​ທຸກ​ຄົນ​ທີ່​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 31  ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ເຕັ້ນ​ສັກສິດ​ທີ່​ເຂົາ​ເຈົ້າ​ຕ້ອງ​ຮັບຜິດຊອບ​ຂົນ​ໄປ+​ຄື: ໂຄງ​ຝາ+​ຂອງ​ເຕັ້ນ​ສັກສິດ ໄມ້​ຮາວ+ ເສົາ+ກັບ​ຖານ​ຮອງ​ຕີນ​ເສົາ+ 32  ເສົາ+​ຂອງ​ຜ້າ​ກັ້ນ​ເດີ່ນ​ກັບ​ຖານ​ຮອງ​ຕີນ​ເສົາ+ ຫຼິ້ມ*​ທີ່​ໃຊ້​ຍຶດ​ເຕັ້ນ+ ເຊືອກ​ສຳລັບ​ຄຶງ​ເສົາ ອຸປະກອນ​ແລະ​ເຄື່ອງ​ມື​ທັງ​ໝົດ​ທີ່​ໃຊ້​ໃນ​ວຽກ​ນັ້ນ. ເຈົ້າ​ຕ້ອງ​ມອບ​ວຽກ​ໃຫ້​ແຕ່​ລະ​ຄົນ​ວ່າ​ຜູ້​ໃດ​ຕ້ອງ​ຫາມ​ຫຍັງ​ໄປ. 33  ນີ້​ແມ່ນ​ວຽກ​ກ່ຽວ​ກັບ​ເຕັ້ນ​ສັກສິດ​ທີ່​ພວກ​ລູກ​ຫຼານ​ເມຣາຣີ+​ຕ້ອງ​ເຮັດ ແລະ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ອີທາມາ​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ.”+ 34  ຈາກ​ນັ້ນ ໂມເຊ​ກັບ​ອາໂຣນ​ແລະ​ພວກ​ຫົວ​ໜ້າ+ອິດສະຣາເອນ​ກໍ​ໄດ້​ຈົດ​ທະບຽນ​ຊື່​ພວກ​ລູກ​ຫຼານ​ໂກຮາດ+ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 35  ຄົນ​ທີ່​ມາ​ລົງ​ທະບຽນ​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ ຈາກ​ຄົນ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.+ 36  ຄົນ​ທີ່​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ມີ​ຈຳນວນ​ທັງ​ໝົດ 2.750 ຄົນ.+ 37  ນີ້​ແມ່ນ​ຈຳນວນ​ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ລູກ​ຫຼານ​ຂອງ​ໂກຮາດ​ທີ່​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ. ໂມເຊ​ກັບ​ອາໂຣນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ.+ 38  ລູກ​ຫຼານ​ຂອງ​ເກໂຊນ+​ກໍ​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 39  ຄົນ​ທີ່​ມາ​ລົງ​ທະບຽນ​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ ຈາກ​ຄົນ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 40  ຄົນ​ທີ່​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ​ມີ​ຈຳນວນ​ທັງ​ໝົດ 2.630 ຄົນ.+ 41  ນີ້​ແມ່ນ​ຈຳນວນ​ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ລູກ​ຫຼານ​ຂອງ​ເກໂຊນ​ທີ່​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ. ໂມເຊ​ກັບ​ອາໂຣນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ.+ 42  ລູກ​ຫຼານ​ຂອງ​ເມຣາຣີ​ກໍ​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 43  ຄົນ​ທີ່​ມາ​ລົງ​ທະບຽນ​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ ຈາກ​ຄົນ​ທີ່​ຖືກ​ມອບໝາຍ​ໃຫ້​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ.+ 44  ຄົນ​ທີ່​ມາ​ລົງ​ທະບຽນ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ​ມີ​ຈຳນວນ​ທັງ​ໝົດ 3.200 ຄົນ.+ 45  ນີ້​ແມ່ນ​ຈຳນວນ​ຄົນ​ທີ່​ມາ​ລົງ​ທະບຽນ​ຈາກ​ລູກ​ຫຼານ​ເມຣາຣີ. ໂມເຊ​ກັບ​ອາໂຣນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ເຂົາ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ. 46  ໂມເຊ​ກັບ​ອາໂຣນ​ແລະ​ພວກ​ຫົວ​ໜ້າ​ອິດສະຣາເອນ​ໄດ້​ຈົດ​ທະບຽນ​ຊື່​ຂອງ​ພວກເລວີ​ທັງ​ໝົດ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ ແລະ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າ. 47  ເຂົາ​ເຈົ້າ​ມີ​ອາຍຸ​ຕັ້ງ​ແຕ່ 30 ປີ​ຫາ 50 ປີ. ເຂົາ​ເຈົ້າ​ມີ​ໜ້າ​ທີ່​ຮັບ​ໃຊ້​ແລະ​ຂົນ​ເຄື່ອງ​ຂອງ​ສຳລັບ​ເຕັ້ນ​ສັກສິດ.+ 48  ຄົນ​ທີ່​ມາ​ລົງ​ທະບຽນ​ທັງ​ໝົດ​ມີ​ຈຳນວນ 8.580 ຄົນ.+ 49  ເຂົາ​ເຈົ້າ​ມາ​ລົງ​ທະບຽນ​ຕາມ​ໜ້າ​ທີ່​ຮັບຜິດຊອບ​ແລະ​ຕາມ​ສິ່ງ​ຂອງ​ທີ່​ເຂົາ​ເຈົ້າ​ຕ້ອງ​ຂົນໄປ ຄື​ກັບ​ທີ່​ພະ​ເຢໂຫວາ​ສັ່ງ​ຜ່ານ​ທາງ​ໂມເຊ. ເຂົາ​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.

ຂໍຄວາມໄຂເງື່ອນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ