ຈົດເຊັນບັນຊີ 5:1-31

  • ກັກ​ໂຕ​ຄົນ​ທີ່​ບໍ່​ສະອາດ (1-4)

  • ການ​ສະລະ​ພາບ​ແລະ​ການ​ຊົດ​ໄຊ້ (5-10)

  • ນ້ຳ​ທີ່​ໃຊ້​ທົດ​ສອບ​ຜູ້​ຍິງ​ທີ່​ຖືກ​ສົງໄສ​ວ່າ​ຫຼິ້ນ​ຊູ້ (11-31)

5  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕໍ່​ໄປ​ວ່າ:  “ໃຫ້​ສັ່ງ​ພວກ​ອິດສະຣາເອນ​ວ່າ ຕ້ອງ​ໃຫ້​ທຸກ​ຄົນ​ທີ່​ເປັນ​ພະຍາດ​ຂີ້ທູດ+ ທຸກ​ຄົນ​ທີ່​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ມີ​ນ້ຳ​ເມືອກ​ໄຫຼ​ອອກ​ມາ​ຈາກ​ອະໄວຍະວະ​ເພດ+ ແລະ​ທຸກ​ຄົນ​ທີ່​ບໍ່​ສະອາດ​ຍ້ອນ​ໄປ​ຖືກ​ຫຼື​ໄປ​ບາຍ​ສົບ​ຄົນ​ຕາຍ+ ອອກ​ໄປ​ນອກ​ຄ້າຍ​ພັກ.  ພວກ​ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ອອກ​ໄປ​ຢູ່​ນອກ​ຄ້າຍ​ພັກ ບໍ່​ວ່າ​ຈະ​ເປັນ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ກໍ​ຕາມ. ພວກ​ເຈົ້າ​ຕ້ອງ​ໃຫ້​ເຂົາ​ເຈົ້າ​ຢູ່​ນອກ​ຄ້າຍ​ພັກເພື່ອ​ບໍ່​ໃຫ້​ຄົນ​ອື່ນ​ທີ່​ຢູ່​ໃນ​ຄ້າຍ​ນັ້ນບໍ່​ສະອາດ*+ ເພາະ​ເຮົາ​ຢູ່​ຫັ້ນ.”+  ແລ້ວ​ພວກ​ອິດສະຣາເອນ​ກໍ​ໃຫ້​ຄົນ​ເຫຼົ່າ​ນັ້ນ​ອອກ​ໄປ​ຢູ່​ນອກ​ຄ້າຍ​ພັກ. ເຂົາ​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ໂມເຊ.  ພະ​ເຢໂຫວາ​ບອກ​ໂມເຊ​ຕື່ມ​ອີກ​ວ່າ:  “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ຜູ້​ຊາຍ​ຫຼື​ຜູ້​ຍິງບໍ່​ສັດຊື່​ຕໍ່ພະ​ເຢໂຫວາ​ໂດຍ​ເຮັດ​ຜິດ​ຕໍ່​ຄົນ​ອື່ນ ຜູ້​ນັ້ນ​ຕ້ອງ​ຮັບຜິດຊອບ​ຕໍ່​ສິ່ງ​ທີ່​ໂຕເອງ​ເຮັດ.+  ລາວ​ຕ້ອງ​ສາລະພາບ+ຄວາມ​ຜິດ​ທີ່​ໄດ້​ເຮັດ. ລາວ​ຕ້ອງ​ຈ່າຍ​ຄ່າ​ຊົດ​ໄຊ້​ໃນ​ລາຄາ​ເຕັມ​ໃຫ້​ຜູ້​ທີ່​ເສຍຫາຍ ແລະ​ເອົາ 1 ສ່ວນ 5 ຂອງ​ມູນຄ່າ​ສິ່ງ​ເຫຼົ່າ​ນັ້ນ+​ມາ​ຕື່ມ​ໃຫ້​ອີກ.  ແຕ່​ຖ້າຜູ້​ທີ່​ເສຍຫາຍ​ນັ້ນ​ຕາຍ ແລະ​ບໍ່​ມີ​ພີ່ນ້ອງ​ໃກ້ຊິດ​ມາ​ເອົາ​ຄ່າ​ຊົດ​ໄຊ້​ແທນ​ລາວ. ຄ່າ​ຊົດ​ໄຊ້​ນັ້ນ​ຈະ​ເປັນ​ຂອງ​ພະ​ເຢໂຫວາ​ແລະ​ປະໂລຫິດ. ນອກ​ຈາກ​ນັ້ນ ຜູ້​ທີ່​ເຮັດ​ຜິດ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ໄປ​ໃຫ້​ປະໂລຫິດ ເພື່ອ​ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ.+  ສ່ວນ​ແບ່ງ​ຈາກ​ສິ່ງ​ບໍລິສຸດ​ທັງ​ໝົດ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້+​ຈະ​ເປັນ​ຂອງ​ປະໂລຫິດ.+ 10  ປະໂລຫິດ​ຈະ​ຮັບ​ເອົາ​ສິ່ງ​ບໍລິສຸດ​ຂອງ​ແຕ່​ລະ​ຄົນ​ທີ່​ເອົາ​ມາ​ໃຫ້​ລາວ. ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເອົາ​ຫຍັງ​ມາ​ໃຫ້​ປະໂລຫິດ ສິ່ງ​ນັ້ນ​ກໍ​ຈະ​ເປັນ​ຂອງ​ປະໂລຫິດ.’” 11  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕື່ມ​ອີກ​ວ່າ: 12  “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ເມຍ​ຂອງ​ຜູ້​ໃດບໍ່​ສັດຊື່​ຕໍ່​ຜົວ 13  ແລະ​ໄດ້​ໄປ​ນອນ​ນຳ​ຜູ້​ຊາຍ​ຄົນ​ອື່ນ+ ແຕ່ຜົວ​ຂອງ​ລາວບໍ່​ຮູ້ ແລະ​ກໍ​ບໍ່​ມີ​ຜູ້​ໃດ​ຮູ້​ຄື​ກັນ. ນີ້​ໝາຍ​ຄວາມ​ວ່າ​ລາວ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ໂດຍ​ທີ່​ບໍ່​ມີ​ພະຍານ​ແລະ​ບໍ່​ມີ​ຄົນ​ຈັບ​ໄດ້. 14  ຖ້າ​ຜົວຫຶງແລະ​ສົງໄສ​ວ່າ​ເມຍ​ບໍ່​ສັດຊື່ ບໍ່ວ່າ​ເມຍ​ຈະ​ເຮັດ​ຜິດ​ແທ້​ຫຼື​ບໍ່ ຜົວ​ຕ້ອງ​ເຮັດ​ແນວ​ນີ້. 15  ຜົວ​ຕ້ອງ​ພາ​ເມຍ​ໄປ​ຫາ​ປະໂລຫິດ ແລະ​ຕ້ອງ​ເອົາ​ແປ້ງ​ເຂົ້າ​ບາເລ 1 ສ່ວນ 10 ເອຟາ*​ໄປ​ນຳ ເພື່ອ​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ. ຫ້າມ​ລາວ​ເທ​ນ້ຳມັນ​ຫຼື​ເອົາ​ເຄື່ອງຫອມ​ໃສ່​ແປ້ງ​ນັ້ນ ເພາະ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່​ລາວ​ເອົາ​ມາ​ໃຫ້ຍ້ອນ​ລາວ​ຫຶງ​ເມຍ. ເຄື່ອງ​ບູຊາ​ນີ້​ຈະຊ່ວຍ​ໃຫ້​ຮູ້​ວ່າຜູ້​ເປັນ​ເມຍເຮັດ​ຜິດ​ແທ້​ຫຼື​ບໍ່. 16  ປະໂລຫິດ​ຈະ​ພາ​ຜູ້​ຍິງ​ຄົນ​ນັ້ນ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ.+ 17  ປະໂລຫິດ​ຈະ​ເອົາ​ນ້ຳ​ສະອາດ​ໃສ່​ໃນ​ໝໍ້​ດິນ ແລ້ວ​ລາວ​ກໍ​ຈະ​ເອົາຂີ້​ດິນ​ຢູ່​ພື້ນ​ຂອງ​ເຕັ້ນສັກສິດ​ມາ​ໃສ່​ໃນ​ນ້ຳ​ນັ້ນ. 18  ປະໂລຫິດ​ຈະ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ແລະ​ລາວ​ຈະ​ແກ້​ຜົມ​ທີ່ມ້ວນຢູ່​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ອອກ. ລາວ​ຈະ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ຖື​ເຄື່ອງ​ບູຊາ​ທີ່​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ຜິດ​ແທ້​ຫຼື​ບໍ່ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່ຜົວເອົາ​ມາ​ຍ້ອນຫຶງເມຍ+ ສ່ວນ​ປະໂລຫິດ​ກໍ​ຈະ​ຖື​ນ້ຳ​ຂົມ​ທີ່​ຈະ​ເຮັດ​ໃຫ້​ຖືກ​ສາບ​ແຊ່ງ.+ 19  ແລ້ວ​ປະໂລຫິດ​ຈະ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ສາບານ​ໂດຍ​ບອກ​ລາວ​ວ່າ: “ຖ້າ​ເຈົ້າ​ບໍ່​ໄດ້​ນອກ​ໃຈ​ຜົວ+ໂດຍ​ນອນ​ນຳ​ຜູ້​ຊາຍ​ຄົນ​ອື່ນ ແລະ​ຖ້າ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ເຈົ້າ​ກໍ​ຈະ​ບໍ່​ຖືກ​ສາບ​ແຊ່ງ​ຍ້ອນ​ນ້ຳ​ຂົມ​ນີ້. 20  ແຕ່​ຖ້າ​ເຈົ້າ​ນອກ​ໃຈ​ຜົວ​ໂດຍນອນ​ນຳ​ຜູ້​ຊາຍ​ຄົນ​ອື່ນ+ ແລະ​ຖ້າ​ເຈົ້າເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ເຈົ້າ​ກໍ​ຈະ​ຖືກ​ສາບ​ແຊ່ງ.” 21  ປະໂລຫິດ​ຕ້ອງໃຫ້​ຜູ້​ຍິງ​ຄົນ​ນັ້ນ​ສາບານ​ວ່າ ລາວ​ຈະ​ຍອມ​ຖືກ​ສາບ​ແຊ່ງ​ຖ້າ​ລາວ​ເຮັດ​ຜິດ​ແທ້​ໆ​. ປະໂລຫິດ​ຈະ​ບອກ​ລາວ​ວ່າ: “ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ເລື່ອງ​ຂອງ​ເຈົ້າ​ເປັນ​ບົດຮຽນ​ຂອງການ​ສາບານ​ແລະ​ການ​ສາບ​ແຊ່ງສຳລັບ​ປະຊາຊົນ. ພະ​ເຢໂຫວາ​ຈະບໍ່​ຍອມ​ໃຫ້​ເຈົ້າ​ມີ​ລູກ*ແລະ​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ໃຄ່. 22  ເມື່ອກິນນ້ຳ​ທີ່​ເຮັດ​ໃຫ້​ຖືກ​ສາບ​ແຊ່ງ​ແລ້ວ ນ້ຳ​ນີ້​ຈະ​ລົງ​ໄປ​ໃນ​ລຳ​ໄສ້​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ໃຄ່​ແລະ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ບໍ່​ໄດ້.” ແລ້ວ​ຜູ້​ຍິງ​ຄົນ​ນັ້ນ​ຕ້ອງ​ເວົ້າ​ວ່າ: “ອາແມນ! ອາແມນ!”* 23  ປະໂລຫິດ​ຈະ​ຂຽນ​ຄຳ​ສາບ​ແຊ່ງ​ໃສ່​ໃນ​ປຶ້ມ ແລ້ວ​ເອົາ​ນ້ຳ​ຂົມ​ມາ​ລ້າງ​ໂຕ​ໜັງສື​ອອກ. 24  ປະໂລຫິດ​ຈະ​ໃຫ້​ຜູ້​ຍິງກິນ​ນ້ຳ​ຂົມ​ນັ້ນ. ເມື່ອກິນ​ເຂົ້າ​ໄປ​ແລ້ວນ້ຳ​ນັ້ນ​ຈະເຮັດ​ໃຫ້​ລາວ​ເຈັບ​ທ້ອງ. 25  ຈາກ​ນັ້ນ ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+​ທີ່​ຜູ້​ຍິງ​ຄົນ​ນັ້ນ​ຖື​ຢູ່​ຊູ​ໄປ​ຊູມາ​ຕໍ່​ໜ້າ​ພະ​ເຢໂຫວາ ແລ້ວ​ເອົາ​ໄປ​ວາງ​ໄວ້​ຢູ່​ແທ່ນ​ບູຊາ. 26  ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທີ່​ເປັນ​ເຄື່ອງ​ບູຊາ​ເພື່ອ​ລະນຶກ​ເຖິງ*ມາ 1 ກຳ​ມື ແລ້ວ​ເອົາ​ໄປ​ເຜົາ​ເທິງ​ແທ່ນ​ບູຊາ+ ແລະ​ເອົານ້ຳ​ຂົມ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ກິນ. 27  ເມື່ອ​ກິນ​ນ້ຳ​ແລ້ວ ຖ້າ​ລາວ​ໄດ້​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ແລະ​ບໍ່​ສັດຊື່​ຕໍ່​ຜົວ​ແທ້​ໆ​ ນ້ຳ​ທີ່​ກິນ​ລົງ​ໄປ​ຈະ​ເຮັດ​ໃຫ້​ລາວ​ເຈັບ​ທ້ອງ. ທ້ອງ​ຂອງ​ລາວ​ຈະ​ໃຄ່​ແລະ​ລາວ​ຈະ​ມີ​ລູກ​ບໍ່​ໄດ້. ແລ້ວ​ເລື່ອງ​ຂອງ​ລາວ​ກໍ​ຈະ​ເປັນ​ບົດຮຽນ​ຂອງ​ການ​ສາບ​ແຊ່ງ​ສຳລັບ​ປະຊາຊົນ. 28  ແຕ່​ຖ້າ​ລາວ​ບໍ່​ໄດ້​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ລາວ​ຈະ​ບໍ່​ຖືກ​ລົງໂທດ. ລາວຈະ​ຖື​ພາ​ແລະ​ມີ​ລູກ​ໄດ້​ຕາມ​ປົກກະຕິ. 29  ນີ້​ແມ່ນ​ກົດ​ໝາຍ​ທີ່​ໃຊ້​ໃນ​ກໍລະນີ​ທີ່​ຜົວ​ຫຶງ​ເມຍ+ ເມື່ອ​ເມຍ​ຂອງ​ຜູ້​ໃດ​ຜູ້​ໜຶ່ງ​ບໍ່​ສັດຊື່​ແລະ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ 30  ຫຼື​ໃນ​ກໍລະນີ​ທີ່​ຜົວຫຶງແລະ​ສົງໄສ​ວ່າ​ເມຍ​ບໍ່​ສັດຊື່. ຜົວຕ້ອງ​ພາ​ເມຍ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ. ປະໂລຫິດ​ຈະ​ຕ້ອງ​ເຮັດ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ຕາມ​ກົດ​ໝາຍ​ທັງ​ໝົດ​ນີ້. 31  ຜົວ​ຈະ​ບໍ່​ມີ​ຄວາມ​ຜິດ​ຫຍັງ ແຕ່​ຖ້າເມຍ​ເຮັດ​ຜິດ​ແທ້​ໆ​ ເມຍ​ກໍ​ຕ້ອງ​ຖືກ​ລົງໂທດ.’”

ຂໍຄວາມໄຂເງື່ອນ

ຫຼື “ຕິດ​ເຊື້ອ”
2,2 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ກົກ​ຂາ​ເຈົ້າ​ລີບ”
ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ ຂໍ​ໃຫ້​ເປັນ​ແນວ​ນັ້ນ”
ຫຼື “ເປັນ​ສ່ວນ​ທີ່​ເຮັດ​ໃຫ້​ຈື່​ເຄື່ອງ​ບູຊາ​ນັ້ນ”