ຈົດເຊັນບັນຊີ 7:1-89

  • ເຄື່ອງ​ບູຊາ​ໃນ​ມື້​ທີ່​ອຸທິດ​ເຕັ້ນ​ສັກສິດ (1-89)

7  ໃນ​ມື້​ທີ່​ໂມເຊ​ຕັ້ງ​ເຕັ້ນ​ສັກສິດ+​ແລ້ວ​ໆ​ ລາວ​ໄດ້​ເອົາ​ນ້ຳມັນຊິດ​ໃສ່​ເຕັ້ນ​ນັ້ນ+​ແລະ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບພະເຈົ້າ. ລາວ​ເຮັດ​ແນວ​ນີ້​ກັບ​ເຄື່ອງ​ຕົກ​ແຕ່ງ ແທ່ນ​ບູຊາ​ແລະ​ເຄື່ອງໃຊ້​ທຸກ​ຢ່າງ​ສຳລັບ​ເຕັ້ນ​ນັ້ນ.+ ຫຼັງ​ຈາກ​ໂມເຊ​ຊິດ​ນ້ຳມັນ​ໃສ່​ສິ່ງ​ເຫຼົ່ານີ້ ແລະ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ​ແລ້ວ+  ພວກ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ+​ເຊິ່ງ​ເປັນ​ຫົວ​ໜ້າ​ຕະກູນ​ທີ່​ຖືກ​ເລືອກ​ຕາມ​ຈຸ້ມເຈື້ອ​ຂອງ​ເຂົາ​ເຈົ້າກໍ​ເອົາ​ເຄື່ອງ​ບູຊາ​ມາໃຫ້. ຄົນ​ເຫຼົ່ານີ້​ແມ່ນ​ຫົວ​ໜ້າ​ຕະກູນ​ຕ່າງ​ໆ​ທີ່​ເບິ່ງ​ແຍງ​ການ​ຈົດ​ທະບຽນ​ຂອງ​ຄົນ​ທີ່​ມາ​ລົງ​ທະບຽນ.  ເຂົາ​ເຈົ້າ​ເອົາ​ກວຽນ​ທີ່​ມີ​ຫຼັງ​ຄາ 6 ຄັນ ແລະ​ເອົາ​ງົວ 12 ໂຕ​ມາ​ໃຫ້​ພະ​ເຢໂຫວາ. ຫົວ​ໜ້າ 2 ຄົນ​ຕໍ່​ກວຽນ​ຄັນ​ໜຶ່ງ ແລະ​ຫົວ​ໜ້າ 1 ຄົນ​ຕໍ່​ງົວ​ໂຕ​ໜຶ່ງ. ເຂົາ​ເຈົ້າ​ເອົາ​ທັງ​ໝົດ​ນີ້​ມາ​ຕໍ່​ໜ້າ​ເຕັ້ນ​ສັກສິດ.  ພະ​ເຢໂຫວາ​ບອກ​ໂມເຊ​ວ່າ:  “ໃຫ້​ເອົາ​ງົວ​ກັບ​ກວຽນ​ນຳ​ເຂົາ​ເຈົ້າ​ເພື່ອ​ຊິ​ເອົາ​ໄປ​ໃຊ້​ໃນ​ວຽກ​ສຳລັບ​ເຕັ້ນ​ສັກສິດ.* ເຈົ້າ​ຕ້ອງ​ເອົາ​ສິ່ງ​ເຫຼົ່ານີ້​ໃຫ້​ພວກເລວີ. ໃຫ້​ເຂົາ​ເຈົ້າ​ເອົາ​ໄປ​ໃຊ້​ຕາມ​ຄວາມ​ຈຳເປັນ​ຂອງ​ແຕ່​ລະ​ຄົນ.”  ໂມເຊ​ກໍ​ຮັບ​ເອົາ​ກວຽນ​ກັບ​ງົວ ແລະ​ເອົາ​ໃຫ້​ພວກ​ເລວີ.  ລາວ​ໄດ້​ເອົາ​ກວຽນ 2 ຄັນ​ກັບ​ງົວ 4 ໂຕ​ໃຫ້​ພວກ​ລູກ​ຫຼານ​ເກໂຊນ​ຕາມ​ຄວາມ​ຈຳເປັນ​ທີ່​ຕ້ອງ​ໃຊ້​ໃນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.+  ລາວ​ເອົາ​ກວຽນ 4 ຄັນ​ກັບ​ງົວ 8 ໂຕ​ໃຫ້​ພວກ​ລູກ​ຫຼານ​ເມຣາຣີ​ຕາມ​ຄວາມ​ຈຳເປັນ​ທີ່​ຕ້ອງ​ໃຊ້​ໃນ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ. ລາວ​ເຮັດ​ແນວ​ນີ້​ຕາມ​ຄຳ​ສັ່ງ​ຂອງ​ອີທາມາ​ລູກ​ຊາຍ​ຂອງ​ປະໂລຫິດ​ອາໂຣນ.+  ແຕ່​ໂມເຊ​ບໍ່​ໄດ້​ເອົາ​ກວຽນ​ກັບ​ງົວ​ໃຫ້​ພວກ​ລູກ​ຫຼານ​ໂກຮາດ​ເລີຍ ເພາະ​ວຽກ​ຂອງ​ເຂົາ​ເຈົ້າ​ກ່ຽວຂ້ອງ​ກັບ​ບ່ອນ​ບໍລິສຸດ+ ແລະ​ເຂົາ​ເຈົ້າ​ຈະ​ຂົນ​ເຄື່ອງ​ບໍລິສຸດ​ໂດຍ​ຫາມ​ໃສ່​ບ່າ​ເອົາ.+ 10  ພວກ​ຫົວ​ໜ້າ​ເອົາ​ເຄື່ອງ​ບູຊາ​ອື່ນ​ໆ​ມາ​ໃຫ້​ຕື່ມ​ອີກ​ຕອນ​ທີ່​ອຸທິດ​ແທ່ນ​ບູຊາ+ ໃນ​ມື້​ທີ່​ແຍກ​ແທ່ນ​ນັ້ນ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ. ເມື່ອ​ພວກ​ຫົວ​ໜ້າ​ເອົາ​ເຄື່ອງ​ບູຊາ​ມາ​ຢູ່​ຕໍ່​ໜ້າ​ແທ່ນ 11  ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ໃນ​ແຕ່​ລະ​ມື້​ຕ້ອງ​ມີ​ຫົວ​ໜ້າ​ຄົນ​ໜຶ່ງ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ສຳລັບ​ການ​ອຸທິດ​ແທ່ນ​ບູຊາ. ເຂົາ​ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້​ຕິດ​ຕໍ່​ກັນ 12 ມື້.” 12  ໃນ​ມື້​ທຳອິດ ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ນາໂຊນ+​ລູກ​ຊາຍ​ຂອງ​ອຳມີນາດາບ​ຈາກ​ຕະກູນ​ຢູດາ. 13  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ*+ ໃນ​ຈານ​ກັບ​ຖ້ວຍມີແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 14  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 15  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 16  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 17  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ນາໂຊນ​ລູກ​ຊາຍ​ຂອງ​ອຳມີນາດາບ.+ 18  ໃນ​ມື້​ທີ 2 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເນທາເນນ+ລູກ​ຊາຍ​ຂອງ​ຊຸ​ອາ​ຈາກ​ຕະກູນ​ອິດຊາຄາ. 19  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 20  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 21  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 22  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 23  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເນທາເນນ​ລູກ​ຊາຍ​ຂອງ​ຊຸ​ອາ. 24  ໃນ​ມື້​ທີ 3 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເອລີອາບ+ລູກ​ຊາຍ​ຂອງ​ເຮໂລນ​ຈາກ​ຕະກູນ​ເຊບູລູນ. 25  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 26  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 27  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 28  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 29  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເອລີອາບ+ລູກ​ຊາຍ​ຂອງ​ເຮໂລນ. 30  ໃນ​ມື້​ທີ 4 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເອລີ​ຊູ+ລູກ​ຊາຍ​ຂອງ​ເຊເດອູ​ຈາກ​ຕະກູນ​ຣູເບັນ. 31  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 32  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 33  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 34  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 35  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເອລີ​ຊູ+ລູກ​ຊາຍ​ຂອງ​ເຊເດອູ. 36  ໃນ​ມື້​ທີ 5 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເຊລູມີເອນ+ລູກ​ຊາຍ​ຂອງ​ຊູຣີຊັດດາຍ​ຈາກ​ຕະກູນ​ຊີເມໂອນ. 37  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 38  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 39  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 40  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 41  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເຊລູມີເອນ+ລູກ​ຊາຍ​ຂອງ​ຊູຣີຊັດດາຍ. 42  ໃນ​ມື້​ທີ 6 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເອລີຢາສັບ+​ລູກ​ຊາຍ​ຂອງ​ດູເອນ​ຈາກ​ຕະກູນ​ຄາດ. 43  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 44  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 45  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 46  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 47  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເອລີຢາສັບ+​ລູກ​ຊາຍ​ຂອງ​ດູເອນ. 48  ໃນ​ມື້​ທີ 7 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ເອລີຊາມາ+​ລູກ​ຊາຍ​ຂອງ​ອຳມີຮຸດ​ຈາກ​ຕະກູນ​ເອຟຣາຢິມ. 49  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 50  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 51  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 52  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 53  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ເອລີຊາມາ+​ລູກ​ຊາຍ​ຂອງ​ອຳມີຮຸດ. 54  ໃນ​ມື້​ທີ 8 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ຄາມາລີ​ເອັນ+​ລູກ​ຊາຍ​ຂອງ​ເປດາຊູ​ຈາກ​ຕະກູນ​ມານາເຊ. 55  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 56  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*​ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 57  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 58  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 59  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ຄາມາລີ​ເອັນ+​ລູກ​ຊາຍ​ຂອງ​ເປດາຊູ. 60  ໃນ​ມື້​ທີ 9 ຫົວ​ໜ້າ+ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ອາບີດານ+ລູກ​ຊາຍ​ຂອງ​ກິເດໂອນີ​ຈາກ​ຕະກູນ​ເບັນຢາມິນ. 61  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 62  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 63  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 64  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 65  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ອາບີດານ+​ລູກ​ຊາຍ​ຂອງ​ກິເດໂອນີ. 66  ໃນ​ມື້​ທີ 10 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ອາຮີເອເຊ+​ລູກ​ຊາຍ​ຂອງ​ອຳມີຊັດດາຍ​ຈາກ​ຕະກູນ​ດານ. 67  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 68  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 69  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 70  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 71  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ອາຮີເອເຊ+ລູກ​ຊາຍ​ຂອງ​ອຳມີຊັດດາຍ. 72  ໃນ​ມື້​ທີ 11 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ​ຈາກ​ຕະກູນ​ອາເຊ. 73  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 74  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 75  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 76  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 77  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້ 5 ໂຕ ແບ້​ໂຕ​ຜູ້ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ປາກີເອນ+ລູກ​ຊາຍ​ຂອງ​ອົກຣັນ. 78  ໃນ​ມື້​ທີ 12 ຫົວ​ໜ້າ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ແມ່ນ​ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ​ຈາກ​ຕະກູນ​ນັບທາລີ. 79  ເຄື່ອງ​ບູຊາ​ຂອງ​ລາວ​ມີ​ຄື: ຈານ​ເງິນ 1 ໃບ ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ 1 ໃບ ໜັກ 70 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ+ ໃນ​ຈານ​ກັບ​ຖ້ວຍ​ມີ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ໃສ່​ຢູ່​ເຕັມ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ 80  ຈອກ​ຄຳ 1 ໜ່ວຍ ໜັກ 10 ເຊເກນ*ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ 81  ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ໂຕ​ຜູ້​ໂຕ​ໜຶ່ງ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ+ 82  ແບ້​ໂຕ​ໜຶ່ງ ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+ 83  ແລະ​ສຳລັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມີ​ຄື: ງົວ 2 ໂຕ ແກະ​ໂຕ​ຜູ້​ 5 ໂຕ ແບ້​ໂຕ​ຜູ້​ 5 ໂຕ ແລະ​ແກະ​ນ້ອຍ​ອາຍຸ 1 ປີ 5 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ຂອງ​ອາຮີລາ+​ລູກ​ຊາຍ​ຂອງ​ເອນັນ. 84  ໃນ​ມື້​ທີ່​ອຸທິດ​ແທ່ນ​ບູຊາ+​ແລະ​ແຍກ​ແທ່ນ​ນັ້ນ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ ພວກ​ຫົວ​ໜ້າ​ຂອງ​ຄົນ​ອິດສະຣາເອນ​ໄດ້​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ນີ້​ມາ​ໃຫ້​ຄື: ຈານ​ເງິນ 12 ໃບ ຖ້ວຍ​ເງິນ 12 ໃບ ແລະ​ຈອກ​ຄຳ 12 ໜ່ວຍ.+ 85  ຈານ​ເງິນ​ແຕ່​ລະ​ໃບ​ໜັກ 130 ເຊເກນ* ແລະ​ຖ້ວຍ​ເງິນ​ແຕ່​ລະ​ໃບ​ໜັກ 70 ເຊເກນ.* ຈານ​ກັບ​ຖ້ວຍ​ທັງ​ໝົດ​ລວມ​ກັນ​ເປັນ​ເງິນ​ໜັກ 2.400 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ.+ 86  ຈອກ​ຄຳ 12 ໜ່ວຍ​ທີ່​ໃສ່​ເຄື່ອງຫອມ​ຈົນ​ເຕັມ ແຕ່​ລະ​ໜ່ວຍ​ໜັກ 10 ເຊເກນ.* ຈອກ​ທັງ​ໝົດ​ລວມ​ກັນ​ເປັນ​ຄຳ​ໜັກ 120 ເຊເກນ* ຕາມ​ມາດຕະຖານ​ຂອງ​ເຊເກນ​ທີ່​ໃຊ້​ໃນ​ບ່ອນ​ບໍລິສຸດ. 87  ສັດ​ທັງ​ໝົດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ​ມີ​ຄື: ງົວ​ໂຕ​ຜູ້​ 12 ໂຕ ແກະ​ໂຕ​ຜູ້​ 12 ໂຕ ແກະ​ນ້ອຍ​ໂຕ​ຜູ້​ອາຍຸ​ບໍ່​ກາຍ 1 ປີ 12 ໂຕ ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ແບ້ 12 ໂຕ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. 88  ສັດ​ທັງ​ໝົດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ມີ​ຄື: ງົວ​ໂຕ​ຜູ້​ 24 ໂຕ ແກະ​ໂຕ​ຜູ້​ 60 ໂຕ ແບ້​ໂຕ​ຜູ້​ 60 ໂຕ ແລະ​ແກະ​ນ້ອຍ​ໂຕ​ຜູ້​ອາຍຸ 1 ປີ 60 ໂຕ. ທັງ​ໝົດ​ນີ້​ແມ່ນ​ເຄື່ອງ​ບູຊາ​ສຳລັບ​ການ​ອຸທິດ​ແທ່ນ​ບູຊາ+ຫຼັງ​ຈາກ​ແທ່ນ​ນັ້ນ​ຖືກ​ແຍກ​ໄວ້​ຕ່າງ​ຫາກ​ສຳລັບ​ພະເຈົ້າ.+ 89  ທຸກ​ໆ​ເທື່ອ​ທີ່​ໂມເຊ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ​ເພື່ອ​ເວົ້າ​ກັບ​ພະເຈົ້າ+ ລາວ​ຈະ​ໄດ້​ຍິນ​ສຽງ​ຂອງ​ເພິ່ນ​ຈາກ​ເທິງ​ຝາ+ຫີບ​ສັນຍາ​ລະຫວ່າງ​ເຄຣູບ 2 ອົງ.+ ພະເຈົ້າ​ຈະ​ເວົ້າ​ກັບ​ລາວ​ຈາກ​ບ່ອນ​ນັ້ນ.

ຂໍຄວາມໄຂເງື່ອນ

ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
1,5 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
798 ກຣາມ
ຫຼື “ຕາມ​ເຊເກນ​ບໍລິສຸດ”
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
114 ກຣາມ
1,5 ກິໂລ​ກຣາມ
798 ກຣາມ
27,3 ກິໂລ​ກຣາມ
114 ກຣາມ
1,4 ກິໂລ​ກຣາມ