ຈົດເຊັນບັນຊີ 8:1-26

  • ອາໂຣນ​ໄຕ້​ໄຟ​ໃສ່​ຕະກຽງ 7 ອັນ (1-4)

  • ເຮັດ​ໃຫ້​ພວກເລວີ​ສະອາດ​ເພື່ອ​ຈະ​ເລີ່ມ​ວຽກ​ຮັບ​ໃຊ້ (5-22)

  • ອາຍຸ​ຂອງ​ພວກເລວີ​ໃນ​ວຽກ​ຮັບ​ໃຊ້ (23-26)

8  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ:  “ໃຫ້​ບອກ​ອາໂຣນ​ວ່າ ‘ເມື່ອ​ເຈົ້າ​ໄຕ້​ໄຟ​ໃສ່​ຕະກຽງ 7 ອັນ ຕ້ອງ​ໃຫ້​ແສງ​ໄຟ​ສ່ອງ​ໄປ​ບໍລິເວນ​ອ້ອມ​ໆ​ຂາ​ຕະກຽງ.’”+  ອາໂຣນ​ກໍ​ໄຕ້​ຕະກຽງ​ໃຫ້​ແສງ​ສ່ອງ​ໄປ​ບໍລິເວນ​ອ້ອມ​ໆ​ຂາ​ຕະກຽງ+​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ.  ຂາ​ຕະກຽງ​ນີ້​ເຮັດ​ຂຶ້ນ​ຕາມ​ແບບ​ໃນ​ນິມິດ+ທີ່​ພະ​ເຢໂຫວາ​ໃຫ້​ໂມເຊ​ເຫັນ. ຊ່າງ​ໄດ້​ເອົາ​ຄຳ​ມາ​ຕີ+​ເປັນ​ຂາ​ຕະກຽງ ໂດຍ​ຕີ​ໃຫ້​ເປັນ​ຂາ​ຕັ້ງ​ໄປ​ຈົນ​ຮອດ​ດອກ​ບານ.  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ:  “ໃຫ້ແຍກ​ຄົນ​ໃນ​ຕະກູນ​ເລວີຈາກ​ພວກ​ອິດສະຣາເອນ ແລະ​ເຮັດ​ໃຫ້​ເຂົາ​ເຈົ້າສະອາດ.*+  ເຈົ້າ​ຕ້ອງ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະອາດໂດຍ​ເອົາ​ນ້ຳ​ທີ່​ເຮັດ​ໃຫ້ສະອາດ​ຊິດ​ໃສ່​ເຂົາ​ເຈົ້າ ແລ້ວ​ໃຫ້​ເຂົາ​ເຈົ້າ​ແຖ​ຂົນ​ທີ່​ຢູ່​ຕາມ​ຕົນ​ໂຕ​ອອກ​ໃຫ້​ໝົດ ແລະ​ຊັກ​ເຄື່ອງນຸ່ງ​ເພື່ອ​ຈະ​ເຮັດ​ໃຫ້​ໂຕເອງ​ສະອາດ.+  ຈາກ​ນັ້ນ ໃຫ້​ເຂົາ​ເຈົ້າ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ+​ກັບ​ແປ້ງ​ລະອຽດ​ທີ່​ນວດ​ໃສ່​ນ້ຳມັນ​ມາ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ແລະ​ໃຫ້​ເຈົ້າ​ເອົາ​ງົວ​ໂຕ​ຜູ້​ອີກ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.+  ໃຫ້​ເຈົ້າ​ພາ​ພວກເລວີ​ມາ​ຢືນ​ຢູ່​ຕໍ່​ໜ້າ​ເຕັ້ນ​ສັກສິດ ແລະໃຫ້​ພວກ​ອິດສະຣາເອນ*+​ມາ​ລວມ​ໂຕກັນ​ຢູ່​ຫັ້ນ. 10  ເມື່ອ​ເຈົ້າ​ພາ​ພວກເລວີ​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ພວກ​ອິດສະຣາເອນ​ຕ້ອງ​ວາງ​ມື​ເທິງ​ຫົວຂອງ​ເຂົາ​ເຈົ້າ.+ 11  ອາໂຣນ​ຕ້ອງ​ສັ່ງ​ໃຫ້​ພວກເລວີເນີ້ງ​ໂຕ​ໄປ​ທາງ​ໜ້າ​ແລະ​ທາງ​ຫຼັງຕໍ່ໜ້າ​ພະ​ເຢໂຫວາ ເພື່ອ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ+​ຈາກ​ພວກ​ອິດສະຣາເອນ ແລະ​ພວກເລວີ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ພະ​ເຢໂຫວາ.+ 12  ຈາກ​ນັ້ນ ພວກເລວີ​ຈະ​ເອົາ​ມື​ວາງ​ເທິງ​ຫົວ​ຂອງ​ງົວ.+ ງົວ​ໂຕ​ໜຶ່ງ​ຈະ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ອີກ​ໂຕ​ໜຶ່ງ​ຈະ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ ເພື່ອ​ໄຖ່​ຄວາມ​ຜິດ+ໃຫ້​ພວກເລວີ. 13  ເຈົ້າ​ຕ້ອງ​ໃຫ້​ພວກເລວີ​ມາ​ຢືນ​ຢູ່​ຕໍ່​ໜ້າ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ແລະ​ອາໂຣນ​ຕ້ອງ​ບອກ​ພວກເລວີ​ໃຫ້​ເນີ້ງ​ໂຕ​ໄປ​ທາງ​ໜ້າ​ແລະ​ທາງ​ຫຼັງ​ເພື່ອ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ໃຫ້​ພະ​ເຢໂຫວາ. 14  ເຈົ້າ​ຕ້ອງ​ແຍກ​ຄົນ​ໃນ​ຕະກູນ​ເລວີ​ຈາກ​ພວກ​ອິດສະຣາເອນ ແລະ​ພວກເລວີ​ຈະ​ເປັນ​ຂອງ​ເຮົາ.+ 15  ພວກເລວີ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ*ຫຼັງ​ຈາກ​ທີ່​ເຈົ້າ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະອາດ ແລະ​ສັ່ງ​ໃຫ້​ເຂົາ​ເຈົ້າ​ເນີ້ງ​ໂຕ​ໄປ​ທາງ​ໜ້າ​ແລະ​ທາງ​ຫຼັງ ເພື່ອ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ. 16  ເພາະ​ເຂົາ​ເຈົ້າ​ຖືກ​ມອບ​ໃຫ້​ເຮົາເປັນ​ຄື​ກັບ​ຂອງຂວັນຈາກ​ລູກ​ຫຼານ​ຂອງ​ອິດສະຣາເອນ. ເຮົາ​ໄດ້​ເລືອກ​ເຂົາ​ເຈົ້າ​ສຳລັບ​ເຮົາ​ແທນ​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ອິດສະຣາເອນ.+ 17  ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ ແລະ​ລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ທຸກ​ໂຕ+​ຂອງ​ພວກ​ອິດສະຣາເອນ​ເປັນ​ຂອງ​ເຮົາ. ເຮົາ​ໄດ້​ແຍກ​ເຂົາ​ເຈົ້າ​ໄວ້​ຕ່າງ​ຫາກ​ໃຫ້​ເປັນ​ຂອງ​ເຮົາ​ໃນ​ມື້​ທີ່​ເຮົາ​ຂ້າ​ລູກ​ຊາຍ​ຜູ້​ທຳອິດ ແລະ​ລູກ​ສັດ​ໂຕ​ຜູ້​ໂຕ​ທຳອິດ​ທັງ​ໝົດ​ໃນ​ແຜ່ນດິນ​ເອຢິບ.+ 18  ເຮົາ​ເລືອກ​ພວກເລວີ​ສຳລັບ​ເຮົາ​ແທນ​ລູກ​ຊາຍ​ຜູ້​ທຳອິດ​ທຸກ​ຄົນ​ຂອງ​ພວກ​ອິດສະຣາເອນ. 19  ເຮົາ​ຈະ​ເອົາ​ພວກເລວີ​ຈາກ​ພວກ​ລູກ​ຫຼານ​ຂອງ​ອິດສະຣາເອນ​ໃຫ້​ເປັນ​ຄື​ກັບ​ຂອງຂວັນ​ສຳລັບ​ອາໂຣນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ຮັບ​ໃຊ້​ເພື່ອ​ພວກ​ອິດສະຣາເອນ​ຢູ່​ເຕັ້ນ​ສັກສິດ+ ແລະ​ໄຖ່​ຄວາມ​ຜິດ​ໃຫ້​ພວກ​ອິດສະຣາເອນ. ຍ້ອນ​ແນວ​ນີ້ ຕອນ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ມາ​ໃກ້​ບ່ອນ​ບໍລິສຸດ ເຂົາ​ເຈົ້າ​ຈຶ່ງ​ຈະ​ບໍ່​ຖືກ​ໄພ​ພິບັດ.”+ 20  ໂມເຊ​ກັບ​ອາໂຣນ​ແລະພວກ​ອິດສະຣາເອນ​ເຮັດທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ​ກ່ຽວ​ກັບ​ພວກເລວີ. 21  ພວກເລວີ​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ ແລະ​ໄດ້​ຊັກ​ເຄື່ອງນຸ່ງ.+ ຈາກ​ນັ້ນ ອາໂຣນ​ກໍ​ສັ່ງ​ໃຫ້​ເຂົາ​ເຈົ້າ​ເນີ້ງ​ໂຕ​ໄປ​ທາງ​ໜ້າ​ແລະ​ທາງ​ຫຼັງ​ເພື່ອ​ເປັນ​ຄື​ກັບ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ.+ ແລ້ວ​ອາໂຣນ​ກໍ​ໄຖ່​ຄວາມ​ຜິດ​ໃຫ້​ເຂົາ​ເຈົ້າ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະອາດ.+ 22  ຈາກ​ນັ້ນ ພວກເລວີ​ກໍ​ໄປ​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ເຕັ້ນ​ສັກສິດ ພາຍ​ໃຕ້​ການ​ເບິ່ງ​ແຍງ​ຂອງ​ອາໂຣນ​ກັບ​ພວກ​ລູກ​ຊາຍຂອງ​ລາວ. ໂມເຊ​ກັບ​ອາໂຣນ​ແລະ​ພວກ​ອິດສະຣາເອນ​ກໍ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ໂມເຊ​ກ່ຽວ​ກັບ​ພວກເລວີ. 23  ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 24  “ຂໍ້​ກຳນົດ​ທີ່​ໃຊ້​ກັບ​ພວກເລວີ​ຄື ຜູ້​ຊາຍ​ທີ່​ອາຍຸ 25 ປີ​ຂຶ້ນ​ໄປ​ຈະ​ໄປ​ເຮັດ​ວຽກ​ນຳ​ຄົນ​ທີ່​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ. 25  ແຕ່​ເມື່ອ​ອາຍຸ​ຮອດ 50 ປີ ລາວ​ຈະ​ກະສຽນ​ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ຮັບ​ໃຊ້​ນັ້ນ​ອີກ​ຕໍ່​ໄປ. 26  ລາວ​ສະໝັກ​ໃຈ​ໄປ​ຊ່ວຍ​ພີ່ນ້ອງ​ຂອງ​ລາວ​ທີ່​ມີ​ໜ້າ​ທີ່​ເຮັດ​ວຽກ​ຢູ່​ເຕັ້ນ​ສັກສິດ​ໄດ້ ແຕ່​ລາວ​ຈະ​ບໍ່​ມີ​ວຽກ​ທີ່​ຕ້ອງ​ຮັບຜິດຊອບ. ນີ້​ແມ່ນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ກ່ຽວ​ກັບ​ພວກເລວີ​ແລະ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ
ອາດ​ໝາຍເຖິງ​ຕົວແທນ​ຂອງ​ພວກ​ອິດສະຣາເອນ
ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.