ດານີເອນ 1:1-21

  • ກອງທັບ​ບາບີໂລນ​ມາ​ລ້ອມ​ເມືອງ​ເຢຣູຊາເລັມ (1, 2)

  • ການ​ຝຶກ​ອົບຮົມ​ພິເສດ​ສຳລັບ​ຊະເລີຍ​ໜຸ່ມ​ທີ່​ເປັນ​ເຊື້ອສາຍ​ຂອງ​ກະສັດ (3-5)

  • ຄົນ​ເຮັບເຣີ 4 ຄົນ​ຖືກ​ທົດສອບ​ຄວາມ​ສັດຊື່ (6-21)

1  ໃນ​ປີ​ທີ 3 ທີ່​ເຢໂຮຢາກີມ+​ເປັນ​ກະສັດ​ປົກຄອງ​ຢູດາ ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ມາ​ລ້ອມ​ເມືອງ​ເຢຣູຊາເລັມ.+  ພະ​ເຢໂຫວາ​ໄດ້​ໃຫ້​ເນບູກາດເນັດຊາ​ຕໍ່ສູ້​ຊະນະ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ.+ ເນບູກາດເນັດຊາ​ໄດ້​ເອົາ​ເຄື່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ໄປ​ບາບີໂລນ*+ ແລະ​ເອົາ​ໄປ​ໄວ້​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະເຈົ້າ​ຂອງ​ລາວ.+  ກະສັດ​ໄດ້​ສັ່ງ​ອັດຊະເປນັດ​ທີ່​ເປັນ​ຫົວໜ້າ​ພວກ​ຂ້າລາຊະການ​ໃຫ້​ພາ​ຄົນ​ອິດສະຣາເອນ​ຈຳນວນ​ໜຶ່ງ​ມາຫາ​ລາວ ໂດຍ​ສະເພາະ​ແມ່ນ​ລູກ​ຫຼານ​ຂອງ​ກະສັດ​ແລະ​ລູກ​ຫຼານ​ຂອງ​ພວກ​ເຈົ້ານາຍ.+  ເຂົາເຈົ້າ​ຕ້ອງ​ເປັນ​ຄົນໜຸ່ມ​ທີ່​ມີ​ຮູບຮ່າງ​ໜ້າຕາ​ດີ ບໍ່​ມີ​ບ່ອນ​ຕິ ສະຫຼາດ ມີ​ຄວາມຮູ້​ຄວາມ​ເຂົ້າໃຈ+ ແລະ​ເຮັດ​ວຽກ​ຮັບໃຊ້​ໃນ​ວັງ​ຂອງ​ກະສັດ​ໄດ້. ອັດຊະເປນັດ​ຕ້ອງ​ສອນ​ພາສາ​ແລະ​ວິຊາ​ຕ່າງ​ໆ​ຂອງ​ພວກ​ການເດອາ​ໃຫ້​ເຂົາເຈົ້າ.  ກະສັດ​ຍັງ​ໄດ້​ສັ່ງ​ໃຫ້​ເອົາ​ອາຫານ​ແລະ​ເຫຼົ້າແວງ​ແບບ​ດຽວ​ກັບ​ທີ່​ລາວ​ກິນ*​ໃຫ້​ຄົນ​ໜຸ່ມ​ເຫຼົ່ານີ້​ກິນ​ທຸກ​ໆ​ມື້. ເຂົາເຈົ້າ​ຕ້ອງ​ໄດ້​ຮັບ​ການ​ຝຶກ*​ເປັນ​ເວລາ 3 ປີ. ຫຼັງ​ຈາກຄົບ 3 ປີ​ແລ້ວ ເຂົາເຈົ້າ​ຕ້ອງ​ເຂົ້າໄປ​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ​ກະສັດ.  ຄົນໜຸ່ມ​ເຫຼົ່ານີ້​ບາງຄົນ​ມາ​ຈາກ​ຕະກູນ​ຢູດາ. ເຂົາເຈົ້າ​ຊື່​ດານີເອນ*+ ຮານານີຢາ* ມີຊາເອນ* ແລະ​ອາຊາຣີຢາ.*+  ແຕ່​ຫົວໜ້າ​ພວກ​ຂ້າລາຊະການ​ໄດ້​ຕັ້ງ​ຊື່​ໃໝ່*​ໃຫ້​ເຂົາເຈົ້າ. ລາວ​ປ່ຽນ​ຊື່​ດານີເອນ​ເປັນ​ເບນເຕຊັດຊາເຣ+ ຮານານີຢາ​ເປັນ​ຊາດຣາກ ມີຊາເອນ​ເປັນ​ເມຊາກ ແລະ​ອາຊາຣີຢາ​ເປັນ​ອາເບດເນໂກ.+  ແຕ່​ດານີເອນ​ຕັ້ງໃຈ​ວ່າ​ຈະ​ບໍ່​ກິນ​ອາຫານ​ແລະ​ເຫຼົ້າແວງ​ຂອງ​ກະສັດ ເພາະ​ສິ່ງ​ເຫຼົ່າ​ນີ້​ຖື​ວ່າ​ບໍ່​ສະອາດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ. ລາວ​ຈຶ່ງ​ຂໍ​ກັບ​ຫົວໜ້າ​ພວກ​ຂ້າລາຊະການ​ວ່າ​ຈະ​ບໍ່​ກິນ​ຫຼື​ດື່ມ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ຈະ​ບໍ່​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ.  ພະເຈົ້າ​ທ່ຽງແທ້​ໄດ້​ເຮັດ​ໃຫ້​ຫົວໜ້າ​ພວກ​ຂ້າລາຊະການ​ອີ່ຕົນ​ແລະ​ພໍໃຈ​ດານີເອນ.+ 10  ແຕ່​ຫົວໜ້າ​ພວກ​ຂ້າລາຊະການ​ເວົ້າ​ວ່າ: “ຂ້ອຍ​ຢ້ານ​ກະສັດ​ຈະ​ໃຈຮ້າຍ ຖ້າ​ພວກເຈົ້າບໍ່​ກິນ​ບໍ່​ດື່ມຕາມ​ທີ່​ລາວ​ສັ່ງ. ຖ້າ​ກະສັດ​ເຫັນ​ພວກ​ເຈົ້າ​ຈ່ອຍ​ກວ່າ​ຄົນອື່ນ​ເດ້​ຈະ​ເຮັດ​ແນວ​ໃດ? ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ຜິດ​ໄດ໋.” 11  ດານີເອນ​ຈຶ່ງ​ເວົ້າ​ກັບ​ຜູ້​ທີ່​ຫົວໜ້າ​ພວກ​ຂ້າລາຊະການ​ໄດ້​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ດານີເອນ ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ​ວ່າ: 12  “ຂໍ​ໃຫ້​ເອົາ​ແຕ່​ຜັກ*​ກັບ​ນ້ຳ​ມາ​ໃຫ້​ພວກ​ເຮົາ​ກິນ​ຈັກ 10 ມື້​ລອງ​ເບິ່ງ​ໄດ້​ບໍ? 13  ຫຼັງ​ຈາກ​ນັ້ນ ໃຫ້​ສົມທຽບ​ພວກ​ເຮົາ​ກັບ​ຊາຍໜຸ່ມ​ຄົນ​ອື່ນ​ໆ​ທີ່​ກິນ​ອາຫານ​ຂອງ​ກະສັດ. ເມື່ອ​ເຫັນ​ແລ້ວ ທ່ານ​ຈຶ່ງ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ພວກ​ເຮົາ​ຕໍ່.” 14  ຜູ້​ເບິ່ງແຍງ​ຍອມ​ໃຫ້​ເຂົາເຈົ້າ​ເຮັດ​ຕາມ​ທີ່​ຂໍ​ເປັນ​ເວລາ 10 ມື້. 15  ເມື່ອ​ຮອດ 10 ມື້​ແລ້ວ ລາວ​ກໍ​ເຫັນ​ວ່າ​ເຂົາເຈົ້າ​ມີ​ໜ້າຕາ​ສົດຊື່ນ​ແລະ​ແຂງແຮງ​ກວ່າ​ຊາຍ​ໜຸ່ມ​ທຸກ​ຄົນ​ທີ່​ກິນ​ອາຫານ​ຂອງ​ກະສັດ. 16  ຜູ້​ເບິ່ງແຍງ​ຈຶ່ງ​ເອົາ​ຜັກ​ມາ​ໃຫ້​ເຂົາເຈົ້າ​ກິນ​ຕໍ່​ໄປ ແລະ​ບໍ່​ໄດ້​ເອົາ​ອາຫານ​ກັບ​ເຫຼົ້າແວງ​ຂອງ​ກະສັດ​ມາ​ໃຫ້​ກິນ. 17  ພະເຈົ້າ​ທ່ຽງແທ້​ໄດ້​ໃຫ້ 4 ຄົນ​ນີ້​ມີ​ສະຕິປັນຍາ​ແລະ​ມີ​ຄວາມຮູ້​ກັບ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ທຸກ​ຫົວ. ພະເຈົ້າ​ຍັງ​ໃຫ້​ດານີເອນ​ເຂົ້າໃຈ​ນິມິດ​ແລະ​ຄວາມ​ຝັນ​ທຸກຢ່າງ.+ 18  ເມື່ອ​ຮອດ​ເວລາ​ທີ່​ກະສັດ​ເນບູກາດເນັດຊາ​ກຳນົດ​ໄວ້ ຫົວໜ້າ​ພວກ​ຂ້າລາຊະການ​ໄດ້​ພາ​ຊາຍໜຸ່ມ​ເຫຼົ່າ​ນັ້ນ​ເຂົ້າໄປ​ຫາ​ກະສັດ.+ 19  ຕອນ​ທີ່​ກະສັດ​ເວົ້າ​ນຳ​ເຂົາເຈົ້າ ລາວ​ກໍ​ເຫັນ​ວ່າ​ດານີເອນ ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ​ເກັ່ງ​ກວ່າ​ທຸກ​ຄົນ.+ ຕັ້ງ​ແຕ່​ມື້​ນັ້ນ 4 ຄົນ​ນີ້​ຈຶ່ງ​ເລີ່ມ​ຕົ້ນ​ຮັບໃຊ້​ກະສັດ. 20  ທຸກ​ເທື່ອ​ທີ່​ກະສັດ​ຖາມ​ເລື່ອງ​ໃດ​ກໍ​ຕາມ​ທີ່​ຕ້ອງ​ໃຊ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ ລາວ​ກໍ​ເຫັນ​ວ່າ 4 ຄົນ​ນີ້​ເກັ່ງ​ກວ່າ​ພວກ​ໝໍ​ຄາຖາ​ອາຄົມ​ແລະ​ພວກ​ໝໍ​ມໍ+ 10 ເທົ່າ​ໃນ​ທົ່ວ​ເຂດ​ທີ່​ລາວ​ປົກຄອງ. 21  ດານີເອນ​ຢູ່​ຫັ້ນ​ຈົນ​ຮອດ​ປີ​ທຳອິດ*​ທີ່​ກະສັດ​ໄຊຣັດ​ປົກຄອງ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຊິນາ”
ແປ​ຕາມ​ໂຕ​ວ່າ “ອາຫານ​ດີ​ໆ​ແບບ​ດຽວ​ກັບ​ທີ່​ກະສັດ​ກິນ”
ຫຼື​ອາດ​ແປ​ວ່າ “ລ້ຽງ​ດູ”
ແປ​ວ່າ “ພະ​ເຢໂຫວາ​ພໍໃຈ”
ແປ​ວ່າ “ພະ​ເຢໂຫວາ​ຊ່ວຍ”
ອາດ​ແປ​ວ່າ “ໃຜ​ຈະ​ເປັນ​ຄື​ກັບ​ພະເຈົ້າ?”
ແປ​ວ່າ “ພະເຈົ້າ​ເປັນ​ຜູ້​ຕັດສິນ​ຂອງ​ຂ້ອຍ”
ໝາຍເຖິງ​ຊື່​ໃນ​ພາສາ​ຂອງ​ຄົນ​ບາບີໂລນ
ໃນ​ພາສາ​ເຮັບເຣີ​ອາດ​ໝາຍເຖິງ​ອາຫານ​ເຈ
ອາດ​ໝາຍເຖິງ​ປີ​ທຳອິດ​ທີ່​ໄຊຣັດ​ເປັນ​ຜູ້​ປົກຄອງ​ບາບີໂລນ