ດານີເອນ 10:1-21

  • ຜູ້​ສົ່ງ​ຂ່າວ​ຈາກ​ພະເຈົ້າ​ມາ​ຫາ​ດານີເອນ (1-21)

    • ມີຄາເອນ​ຊ່ວຍ​ທູດສະຫວັນ (13)

10  ໃນ​ປີ​ທີ 3 ທີ່​ໄຊຣັດ+​ເປັນ​ກະສັດ​ປົກຄອງ​ເປີເຊຍ ດານີເອນ​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເບນເຕຊັດຊາເຣ​ໄດ້​ຮັບ​ຂ່າວ​ສານ​ເລື່ອງ​ໜຶ່ງ​ຈາກ​ພະເຈົ້າ.+ ເລື່ອງ​ນີ້​ກ່ຽວ​ກັບ​ການ​ຕໍ່ສູ້​ທີ່​ຮຸນແຮງ​ເຊິ່ງ​ຈະ​ເກີດຂຶ້ນ​ແທ້. ດານີເອນ​ເຂົ້າໃຈ​ເລື່ອງ​ທີ່​ລາວ​ໄດ້​ເຫັນ​ຍ້ອນ​ມີການ​ອະທິບາຍໃຫ້​ລາວ.  ໃນ​ໄລຍະ​ນັ້ນ ຂ້ອຍ​ດານີເອນ​ທຸກໃຈ​ຫຼາຍ+​ເປັນ​ເວລາ 3 ອາທິດ.  ຂ້ອຍ​ບໍ່​ກິນ​ອາຫານ​ດີ​ໆ​ ບໍ່​ກິນ​ຊີ້ນ ບໍ່​ກິນ​ເຫຼົ້າແວງ ແລະ​ບໍ່​ເອົາ​ນ້ຳມັນ​ທາ​ໂຕ​ເປັນ​ເວລາ 3 ອາທິດ.  ໃນ​ວັນ​ທີ 24 ຂອງ​ເດືອນ​ທີ 1 ຕອນ​ທີ່​ຂ້ອຍ​ຢູ່​ແຄມ​ແມ່ນ້ຳ​ໃຫຍ່​ເຊິ່ງ​ແມ່ນ​ແມ່ນ້ຳ​ຕິກຣິດ.*+  ຂ້ອຍ​ເຫັນ​ຜູ້​ໜຶ່ງ​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ+ ແລະ​ສາຍ​ຄາດແອວ​ຂອງ​ລາວ​ເປັນ​ຄຳ​ຈາກ​ອຸຟາດ.  ຕົນ​ໂຕ​ຂອງ​ລາວ​ມີ​ແສງ​ອອກ​ມາ​ຄື​ກັບ​ແກ້ວ​ຄຣິດໂຊໄລທ໌+ ໜ້າ​ຂອງ​ລາວ​ເຫຼື້ອມ​ຄື​ກັບ​ຟ້າແມບ ຕາ​ຂອງ​ລາວ​ເປັນ​ຄື​ກັບ​ແປວໄຟ ແລະ​ແຂນ​ຂາ​ຂອງ​ລາວ​ເຫຼື້ອມ​ຄື​ກັບ​ທອງແດງ​ທີ່​ຂັດ​ແລ້ວ.+ ເມື່ອ​ລາວ​ເວົ້າ​ສຽງ​ຂອງ​ລາວ​ເປັນ​ຄື​ກັບ​ສຽງ​ຂອງ​ຫຼາຍ​ໆ​ຄົນ​ທີ່​ເວົ້າ​ນຳ​ກັນ.  ຂ້ອຍ​ດານີເອນ​ເຫັນ​ນິມິດ​ນີ້ ແຕ່​ຄົນ​ທີ່​ຢູ່​ນຳ​ຂ້ອຍ​ພັດ​ບໍ່​ເຫັນ.+ ແຕ່​ເຂົາເຈົ້າ​ຮູ້ສຶກ​ຢ້ານ​ຫຼາຍ​ຈຶ່ງ​ແລ່ນ​ໄປ​ລີ້.  ຈາກນັ້ນ ຂ້ອຍ​ຖືກ​ປະ​ໃຫ້​ຢູ່​ຄົນ​ດຽວ. ຕອນ​ທີ່​ເຫັນ​ນິມິດ​ທີ່​ຍິ່ງໃຫຍ່​ນີ້ ຂ້ອຍ​ກໍ​ໝົດ​ເຫື່ອ​ໝົດ​ແຮງ​ແລະ​ໜ້າຈືດ.+  ແລ້ວ​ຜູ້​ນັ້ນ​ກໍ​ເລີ່ມ​ເວົ້າ​ກັບ​ຂ້ອຍ ແຕ່​ຕອນ​ທີ່​ກຳລັງ​ຟັງ​ລາວ​ເວົ້າ ຂ້ອຍ​ກໍ​ລົ້ມລົງ​ແລ້ວ​ຫຼັບ​ໄປ​ທັງ​ໆ​ທີ່​ໝູບ​ໜ້າ​ຢູ່​ພື້ນ.+ 10  ແຕ່​ລາວ​ເອົາ​ມື​ມາ​ຈັບ​ຂ້ອຍ+​ແລະ​ປຸກ​ຂ້ອຍ​ໃຫ້​ຕື່ນ. ລາວ​ຊ່ວຍ​ໂຈມ​ຂ້ອຍ​ໃຫ້​ເອົາ​ຫົວເຂົ່າ​ກັບ​ມື​ຄ້ຳ​ພື້ນ​ໄວ້. 11  ລາວ​ເວົ້າ​ກັບ​ຂ້ອຍ​ວ່າ: “ດານີເອນ​ເອີ້ຍ ເຈົ້າ​ເປັນ​ຄົນ​ທີ່​ມີຄ່າ​ຫຼາຍ*​ສຳລັບ​ພະເຈົ້າ+ ໃຫ້​ເຈົ້າ​ຕັ້ງໃຈ​ຟັງ​ເລື່ອງ​ທີ່​ຂ້ອຍ​ກຳລັງ​ຈະ​ເວົ້າ. ຕອນນີ້ ໃຫ້​ເຈົ້າ​ລຸກ​ຂຶ້ນ. ພະເຈົ້າ​ໄດ້​ສົ່ງ​ຂ້ອຍ​ໃຫ້​ມາ​ຫາ​ເຈົ້າ.” ເມື່ອ​ລາວ​ເວົ້າ​ແບບ​ນີ້ ຂ້ອຍ​ກໍ​ຢືນ​ຂຶ້ນ​ແລະ​ໂຕສັ່ນ. 12  ລາວ​ບອກ​ຂ້ອຍ​ວ່າ: “ດານີເອນ​ເອີ້ຍ ບໍ່​ຕ້ອງ​ຢ້ານ.+ ພະເຈົ້າ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ​ຕັ້ງແຕ່​ມື້​ທຳອິດ​ທີ່​ເຈົ້າ​ຖ່ອມ​ໂຕ​ອະທິດຖານ​ເພື່ອ​ຈະ​ເຂົ້າໃຈ​ຄວາມໝາຍ​ຂອງ​ເລື່ອງ​ທັງໝົດ​ນີ້. ຍ້ອນ​ແນວ​ນີ້ ພະເຈົ້າ​ຈຶ່ງ​ສົ່ງ​ຂ້ອຍ​ມາ​ຫາ​ເຈົ້າ.+ 13  ແຕ່​ຫົວໜ້າ+​ຂອງ​ອານາຈັກ​ເປີເຊຍ​ມາ​ຢືນ​ຂວາງ​ທາງ​ຂ້ອຍ​ໄວ້ 21 ມື້ ແລ້ວ​ມີກາເອນ*+​ທີ່​ເປັນ​ຫົວໜ້າ​ຂອງ​ພວກ​ເຈົ້ານາຍ​ໄດ້​ມາ​ຊ່ວຍ​ຂ້ອຍ. ຕອນນັ້ນ ຂ້ອຍ​ຢູ່​ຫັ້ນ​ກັບ​ພວກ​ກະສັດ​ຂອງ​ເປີເຊຍ. 14  ຂ້ອຍ​ມາ​ກໍ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ​ໃນ​ສະໄໝ​ສຸດທ້າຍ.+ ນິມິດ​ນີ້​ຍັງ​ອີກ​ດົນ​ຈຶ່ງ​ຈະ​ເກີດຂຶ້ນ.+ 15  ຫຼັງຈາກ​ໄດ້​ຟັງ​ສິ່ງ​ທີ່​ລາວ​ເວົ້າ ຂ້ອຍ​ກໍ​ກົ້ມໜ້າ​ລົງ​ພື້ນ​ແລະ​ເວົ້າ​ຫຍັງ​ບໍ່​ອອກ. 16  ຈາກນັ້ນ​ກໍ​ມີ​ຜູ້​ໜຶ່ງ​ທີ່​ຄື​ກັບ​ຄົນ​ຫຍັບ​ເຂົ້າ​ມາ​ໃກ້​ຂ້ອຍ​ແລະ​ບາຍ​ສົບ​ຂ້ອຍ+ ຂ້ອຍ​ຈຶ່ງ​ເວົ້າ​ໄດ້. ຂ້ອຍ​ເວົ້າ​ກັບ​ຜູ້​ທີ່​ຢືນ​ຢູ່​ຕໍ່​ໜ້າ​ຂ້ອຍ​ວ່າ: “ທ່ານ​ເອີ້ຍ ນິມິດ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ຢ້ານ​ຫຼາຍ​ຈົນ​ໝົດ​ເຫື່ອ​ໝົດ​ແຮງ.+ 17  ຂ້ອຍ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ທ່ານ​ເວົ້າ​ກັບ​ທ່ານ​ບໍ່​ໄດ້+ ຍ້ອນ​ວ່າ​ຕອນນີ້​ຂ້ອຍ​ໝົດ​ແຮງ​ແລ້ວ ແມ່ນ​ແຕ່​ຊິ​ຫາຍ​ໃຈ​ກໍ​ຍັງ​ບໍ່​ມີ​ແຮງ.”+ 18  ແລ້ວ​ຜູ້​ທີ່​ຄື​ກັບ​ຄົນ​ໄດ້​ບາຍ​ຂ້ອຍ​ອີກ​ເທື່ອ​ໜຶ່ງ ແລະ​ຂ້ອຍ​ກໍ​ມີ​ແຮງ​ຂຶ້ນ.+ 19  ລາວ​ເວົ້າ​ກັບ​ຂ້ອຍ​ວ່າ: “ບໍ່​ຕ້ອງ​ຢ້ານ+ ເຈົ້າ​ເປັນ​ຄົນ​ທີ່​ມີຄ່າ​ຫຼາຍ​ສຳລັບ​ພະເຈົ້າ.+ ບໍ່​ຕ້ອງ​ອຸກໃຈ+ ໃຫ້​ເຈົ້າ​ເຂັ້ມແຂງ​ແລະ​ກ້າຫານ.” ເມື່ອ​ລາວ​ເວົ້າ​ກັບ​ຂ້ອຍ ຂ້ອຍ​ກໍ​ມີ​ແຮງ​ແລະ​ເວົ້າ​ວ່າ: “ທ່ານ​ເອີ້ຍ ເວົ້າ​ໂລດ ເພາະ​ທ່ານ​ເຮັດ​ໃຫ້​ຂ້ອຍ​ມີ​ແຮງ​ແລ້ວ.” 20  ລາວ​ເວົ້າ​ວ່າ: “ຕອນນີ້ ຂ້ອຍ​ຈະ​ກັບ​ໄປ​ຕໍ່ສູ້​ກັບ​ເຈົ້ານາຍ​ຂອງ​ເປີເຊຍ.+ ເມື່ອ​ຂ້ອຍ​ກັບ​ໄປ ເຈົ້ານາຍ​ຂອງ​ກຣີກ​ກໍ​ຈະ​ມາ​ຕໍ່ສູ້​ກັບ​ຂ້ອຍ​ຄື​ກັນ. ແຕ່​ເຈົ້າ​ຮູ້​ບໍ່​ວ່າ​ເປັນຫຍັງ​ຂ້ອຍ​ມາ​ຫາ​ເຈົ້າ? 21  ຂ້ອຍ​ມາ​ກໍ​ເພື່ອ​ບອກ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ທີ່​ເປັນ​ຄວາມຈິງ. ບໍ່​ມີ​ໃຜ​ຊ່ວຍ​ຂ້ອຍ​ໄດ້​ໃນ​ເລື່ອງ​ຕ່າງ​ໆ​ ນອກ​ຈາກ​ມີກາເອນ+​ທີ່​ເປັນ​ເຈົ້ານາຍ​ຂອງ​ເຈົ້າ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຮິດເດເຄນ”
ຫຼື “ເປັນ​ຕາ​ນັບຖື​ຫຼາຍ”
ແປ​ວ່າ “ໃຜ​ຈະ​ຄື​ກັບ​ພະເຈົ້າ?”