ດານີເອນ 11:1-45

  • ກະສັດ​ຂອງ​ເປີເຊຍ​ແລະ​ກຣີກ (1-4)

  • ກະສັດ​ທິດໃຕ້​ກັບ​ກະສັດ​ທິດເໜືອ (5-45)

    • ຄົນ​ເກັບ​ພາສີ​ຈະ​ມາ (20)

    • ຜູ້ນຳ​ຕາມ​ຄຳ​ສັນຍາ​ຈະ​ຖືກ​ຂ້າ (22)

    • ພະເຈົ້າ​ຂອງ​ປ້ອມ​ຕ່າງ​ໆ​ຈະ​ຖືກ​ຍົກຍ້ອງ (38)

    • ກະສັດ​ທິດໃຕ້​ກັບ​ກະສັດ​ທິດເໜືອ​ຈະ​ຕໍ່ສູ້​ກັນ (40)

    • ຂ່າວ​ຈາກ​ທິດ​ຕາເວັນ​ອອກ​ແລະ​ທິດ​ເໜືອ​ທີ່​ເຮັດ​ໃຫ້​ວຸ່ນວາຍ​ໃຈ (44)

11  “ໃນ​ປີ​ທຳອິດ​ທີ່​ດາຣິອຸດ+​ຄົນ​ເມເດຍ​ປົກຄອງ ຂ້ອຍ​ໄດ້​ມາ​ຊ່ວຍ​ແລະ​ເສີມ​ກຳລັງ​ມີກາເອນ.*  ສິ່ງ​ທີ່​ຂ້ອຍ​ຈະ​ບອກ​ເຈົ້າ​ຕອນນີ້​ຈະ​ເກີດຂຶ້ນ​ແທ້. ຈະ​ມີ​ກະສັດ​ອີກ 3 ອົງ​ຂຶ້ນ​ມາ​ປົກຄອງ​ເປີເຊຍ ແລະ​ກະສັດ​ອົງ​ທີ 4 ຈະ​ລວຍ​ກວ່າ​ກະສັດ​ທຸກ​ອົງ. ເມື່ອ​ລາວ​ເຂັ້ມແຂງ​ຂຶ້ນ​ຍ້ອນ​ຄວາມ​ລວຍ​ຂອງ​ລາວ ລາວ​ຈະ​ລວບລວມ​ກອງ​ທະຫານ​ທັງໝົດ​ໄປ​ຕໍ່ສູ້​ກັບ​ອານາຈັກ​ກຣີກ.+  ແລ້ວ​ຈະ​ມີ​ກະສັດ​ອົງ​ໜຶ່ງ​ຂຶ້ນ​ມາ​ປົກຄອງ. ລາວ​ຈະ​ປົກຄອງ​ດ້ວຍ​ອຳນາດ​ທີ່​ຍິ່ງໃຫຍ່.*+ ລາວ​ຢາກ​ເຮັດ​ຫຍັງ ລາວ​ກໍ​ຈະ​ເຮັດ​ຕາມໃຈ​ໂຕເອງ​ໂລດ.  ແຕ່​ເມື່ອ​ມີ​ອຳນາດ​ຫຼາຍ​ແລ້ວ ອານາຈັກ​ຂອງ​ລາວ​ຈະ​ຖືກ​ແບ່ງ​ເປັນ 4 ສ່ວນ​ໄປ​ຕາມ 4 ທິດ+ ແຕ່​ຈະ​ບໍ່​ໄດ້​ແບ່ງ​ໃຫ້​ລູກ​ຫຼານ​ຂອງ​ລາວ. ອານາຈັກ​ຂອງ​ລາວ​ຈະ​ສິ້ນສຸດ​ລົງ ແລະ​ມັນ​ຈະ​ຕົກ​ເປັນ​ຂອງ​ຄົນອື່ນ.  ແລ້ວ​ຫົວໜ້າ​ກອງທັບ​ຜູ້​ໜຶ່ງຂອງ​ລາວ​ຈະ​ກາຍ​ເປັນ​ກະສັດ​ທິດ​ໃຕ້. ກະສັດ​ຜູ້​ນີ້​ຈະ​ເຂັ້ມແຂງ​ຂຶ້ນ​ເລື້ອຍ​ໆ​ ແຕ່​ຈະ​ມີ​ຜູ້​ໜຶ່ງ*​ມາ​ຕໍ່ສູ້​ກັບ​ລາວ. ຜູ້​ນັ້ນ​ຈະ​ປົກຄອງ​ດ້ວຍ​ອຳນາດ​ທີ່​ຍິ່ງໃຫຍ່​ກວ່າ​ລາວ.  ຫຼາຍ​ປີ​ຕໍ່ມາ ເຂົາເຈົ້າ​ຈະ​ເປັນ​ພັນທະມິດ​ກັນ ແລະ​ລູກສາວ​ຂອງ​ກະສັດ​ທິດ​ໃຕ້​ຈະ​ໄປ​ຫາ​ກະສັດ​ທິດ​ເໜືອ​ເພື່ອ​ເຮັດ​ຂໍ້​ຕົກລົງ​ກັນ. ແຕ່​ລູກ​ສາວ​ຂອງ​ກະສັດ​ທິດ​ໃຕ້​ຈະ​ສູນເສຍ​ອຳນາດ ແລະ​ກະສັດ​ເອງ​ກໍ​ຈະ​ສູນເສຍ​ອຳນາດ​ຄື​ກັນ. ຜູ້​ທີ່​ເປັນ​ລູກ​ສາວ ລວມ​ທັງ​ຜູ້​ທີ່​ພາ​ລາວ​ມາ ພໍ່​ຂອງ​ລາວ ແລະ​ຜູ້​ທີ່​ເຮັດ​ໃຫ້​ລາວ​ເຂັ້ມແຂງ​ໃນ​ໄລຍະ​ນັ້ນ​ຈະ​ຖືກ​ມອບ​ໂຕ​ໃຫ້​ອີກ​ຝ່າຍ​ໜຶ່ງ.  ແລ້ວ​ຜູ້​ໜຶ່ງ​ໃນ​ຄອບຄົວ​ຂອງ​ລູກ​ສາວ​ຈະ​ຂຶ້ນ​ມາ​ແທນ​ຕຳແໜ່ງ​ລາວ.* ຜູ້​ນີ້​ຈະ​ມາ​ຕໍ່ສູ້​ກັບ​ກອງທັບ​ແລະ​ໂຈມຕີ​ເມືອງ​ທີ່​ເຂັ້ມແຂງ​ຂອງ​ກະສັດ​ທິດ​ເໜືອ ແລະ​ລາວ​ຈະ​ຊະນະ.  ລາວ​ຈະ​ເອົາ​ຮູບພະ ຮູບ​ບູຊາ ເຄື່ອງ​ຂອງ​ທີ່​ມີຄ່າ​ທີ່​ເຮັດ​ຈາກ​ເງິນ​ຈາກ​ຄຳ ແລະ​ພວກ​ຊະເລີຍ​ກັບ​ໄປ​ເອຢິບ​ນຳ. ລາວ​ຈະ​ບໍ່​ຫຍຸ້ງກ່ຽວ​ກັບ​ກະສັດ​ທິດ​ເໜືອ​ເປັນ​ເວລາ​ຫຼາຍ​ປີ.  ຕໍ່ມາ ກະສັດ​ທິດ​ເໜືອ​ຈະ​ມາ​ໂຈມຕີ​ອານາຈັກ​ຂອງ​ກະສັດ​ທິດ​ໃຕ້ ແຕ່​ລາວ​ຈະ​ຕ້ອງ​ກັບ​ໄປ​ແຜ່ນດິນ​ຂອງ​ໂຕ​ເອງ. 10  ສ່ວນ​ພວກ​ລູກ​ຊາຍ​ຂອງ​ລາວ*​ຈະ​ກຽມ​ເຮັດ​ສົງຄາມ​ແລະ​ລວບລວມ​ກອງທັບ​ໃຫຍ່. ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ລາວ*​ຈະ​ມາ​ກວາດລ້າງ​ແຜ່ນດິນ​ຄື​ກັບ​ນ້ຳ​ມາ​ຖ້ວມ. ແລ້ວ​ລາວ​ຈະ​ກັບ​ໄປ​ແລະ​ຈະ​ເຮັດ​ສົງຄາມ​ໄປ​ຕະຫຼອດ​ເສັ້ນທາງ​ຈົນ​ຮອດ​ປ້ອມ​ຂອງ​ລາວ. 11  ກະສັດ​ທິດ​ໃຕ້​ຈະ​ຄຽດແຄ້ນ​ແລະ​ອອກ​ໄປ​ຕໍ່ສູ້​ກັບ​ກະສັດ​ທິດ​ເໜືອ. ລາວ*​ຈະ​ລວບລວມ​ທະຫານ​ຈຳນວນ​ຫຼາຍ ແຕ່​ພວກ​ທະຫານ​ເຫຼົ່າ​ນັ້ນ​ຈະ​ຕົກ​ເປັນ​ຂອງ​ກະສັດ​ອີກ​ຝ່າຍ​ໜຶ່ງ.* 12  ກະສັດ​ອົງ​ນີ້​ຈະ​ຈັບ​ພວກ​ທະຫານ​ໄປ. ລາວ​ຈະ​ຍິ່ງ​ຈອງຫອງ ແລະ​ເຮັດ​ໃຫ້​ຫຼາຍ​ສິບ​ພັນ​ຄົນ​ຕ້ອງ​ຕາຍ. ລາວ​ຈະ​ມີ​ອຳນາດ​ຫຼາຍ ແຕ່​ຈະບໍ່​ຮູ້​ຈັກ​ໃຊ້​ອຳນາດ​ນັ້ນ. 13  ແລ້ວ​ກະສັດ​ທິດ​ເໜືອ​ຈະ​ກັບ​ໄປ​ແລະ​ລວບລວມ​ທະຫານ​ຫຼາຍ​ກວ່າ​ເທື່ອ​ທຳອິດ. ເມື່ອ​ຫຼາຍ​ປີ​ຜ່ານ​ໄປ ລາວ​ຈະ​ມາ​ພ້ອມ​ກັບ​ກອງທັບ​ໃຫຍ່​ທີ່​ມີ​ອາຫານ​ແລະ​ອາວຸດ​ຄົບ​ຊຸດ. 14  ໃນ​ໄລຍະ​ນັ້ນ​ຈະ​ມີ​ຫຼາຍ​ຄົນ​ຕໍ່ສູ້​ກັບ​ກະສັດ​ທິດ​ໃຕ້. ພວກ​ຫົວ​ຮຸນແຮງ*​ທີ່​ເປັນ​ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ​ຈະ​ພະຍາ​ຍາມ​ເຮັດ​ໃຫ້​ຄຳ​ພະຍາກອນ​ຕ່າງ​ໆ​ຂອງ​ເຂົາເຈົ້າ​ເກີດຂຶ້ນ​ແທ້ ແຕ່​ເຂົາເຈົ້າ​ຈະ​ເຮັດ​ບໍ່​ສຳເລັດ.* 15  ຕໍ່ມາ ກະສັດ​ທິດ​ເໜືອ​ຈະ​ມາ​ໂຈມຕີ​ແລະ​ເຮັດ​ໂນນ​ຈຸ​ກຳແພງ​ເພື່ອ​ຍຶດ​ເອົາ​ເມືອງ​ທີ່​ມີ​ກຳແພງ​ອ້ອມ ແຕ່​ກອງທັບ​ກັບ​ພວກ​ທະຫານ​ທີ່​ເກັ່ງ​ໆ​ຂອງ​ກະສັດ​ທິດ​ໃຕ້​ຈະ​ສູ້​ບໍ່​ໄຫວ. ເຂົາເຈົ້າ​ບໍ່​ມີ​ກຳລັງ​ເຂັ້ມແຂງ​ພໍ​ທີ່​ຈະ​ຕ້ານ​ທານ​ໄດ້. 16  ຜູ້​ທີ່​ມາ*​ຕໍ່ສູ້​ກັບ​ກະສັດ​ທິດ​ໃຕ້​ຈະ​ເຮັດ​ຕາມໃຈ​ໂຕເອງ ແລະ​ບໍ່​ມີ​ໃຜ​ຈະ​ສູ້​ລາວ​ໄດ້. ລາວ​ຈະ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ສວຍ​ງາມ+​ແລະ​ຈະ​ມີ​ອຳນາດ​ໃນ​ການ​ທຳລາຍ. 17  ລາວ​ຈະ​ມຸ່ງໜ້າ​ມາ​ພ້ອມ​ກັບ​ກອງທັບ​ໃຫຍ່​ທັງ​ໝົດ​ຂອງ​ອານາຈັກ​ຂອງ​ລາວ ແຕ່​ລາວ​ຈະ​ເຮັດ​ຂໍ້​ຕົກລົງ​ກັບ​ກະສັດ​ອົງ​ນັ້ນ ແລະ​ລາວ​ຈະ​ເຮັດ​ຕາມ​ແຜນການ​ຂອງ​ລາວ. ລາວ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ທຳ​ຮ້າຍ​ລູກ​ສາວ​ຂອງ​ກະສັດ​ອົງ​ນັ້ນ ແຕ່​ຜູ້​ເປັນ​ລູກສາວ​ຈະ​ບໍ່​ຍອມ​ແລະ​ບໍ່​ເຂົ້າ​ຂ້າງ​ລາວ. 18  ລາວ​ຈະ​ປ່ຽນ​ທິດທາງ​ມຸ່ງໜ້າ​ໄປ​ແຖວ​ແຄມ​ຝັ່ງ​ທະເລ ແລ້ວ​ຈະ​ມີ​ຫົວໜ້າ​ກອງທັບ​ຜູ້​ໜຶ່ງ​ມາ​ຈັດການ​ກັບ​ນິດໄສ​ທີ່​ຍິ່ງ​ຈອງຫອງ​ຂອງ​ລາວ ເພື່ອ​ບໍ່​ໃຫ້​ລາວ​ດູຖູກ​ຄົນ​ອື່ນ​ອີກ​ຕໍ່ໄປ. ຫົວໜ້າ​ກອງທັບ​ຜູ້​ນີ້​ຈະ​ເຮັດ​ໃຫ້​ລາວ​ຖືກ​ດູຖູກ​ແທນ. 19  ຫຼັງ​ຈາກນັ້ນ ລາວ​ຈະ​ກັບ​ໄປ​ເມືອງ​ທີ່​ເຂັ້ມແຂງ​ໃນ​ແຜ່ນດິນ​ຂອງ​ໂຕ​ເອງ. ລາວ​ຈະ​ລົ້ມລົງ​ແລະ​ຈະ​ບໍ່​ມີ​ໃຜ​ເຫັນ​ລາວ​ອີກ​ເລີຍ. 20  ແລ້ວ​ຈະ​ມີ​ຜູ້​ໜຶ່ງ​ຂຶ້ນ​ມາ​ແທນ​ຕຳແໜ່ງ​ລາວ. ຜູ້​ນັ້ນ​ຈະ​ສົ່ງ​ຄົນ​ເກັບ​ພາສີ*​ໄປ​ທົ່ວ​ອານາຈັກ​ທີ່​ງົດງາມ ແຕ່​ບໍ່​ດົນ​ຫຼັງ​ຈາກນັ້ນ ລາວ*​ຈະ​ຕາຍ ແຕ່​ບໍ່​ໄດ້​ຕາຍ​ຍ້ອນ​ຖືກ​ຂ້າ​ຫຼື​ຕາຍ​ໃນ​ສົງຄາມ. 21  ຫຼັງ​ຈາກນັ້ນ​ຈະ​ມີ​ຜູ້​ໜຶ່ງ​ຂຶ້ນ​ມາ​ແທນ​ຕຳແໜ່ງ​ຂອງ​ລາວ ແຕ່​ຄົນ​ຈະ​ດູຖູກ​ຜູ້​ນີ້. ເຂົາເຈົ້າ​ຈະ​ບໍ່​ໃຫ້​ກຽດ​ລາວ​ໃນ​ຖານະ​ເປັນ​ກະສັດ. ລາວ​ຈະ​ມາ​ໃນ​ໄລຍະ​ທີ່​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ປອດໄພ* ແລະ​ລາວ​ຈະ​ໃຊ້​ເລ່ລ່ຽມ​ເພື່ອ​ຍຶດ​ເອົາ​ອານາຈັກ. 22  ລາວ​ຈະ​ປາບ​ກອງທັບ​ທີ່​ມາ​ຄື​ກັບ​ນ້ຳຖ້ວມ​ແລະ​ກອງທັບ​ເຫຼົ່າ​ນັ້ນ​ຈະ​ຖືກ​ທຳລາຍ ແລ້ວ​ຜູ້​ນຳ+​ຕາມ​ສັນຍາ​ກໍ​ຈະ​ຖືກ​ຂ້າ.+ 23  ຍ້ອນ​ຫຼາຍ​ຄົນ​ຈະ​ເຂົ້າ​ມາ​ເປັນ​ພັນທະມິດ​ກັບ​ລາວ ລາວ​ຈຶ່ງ​ໃຊ້​ເລ່ລ່ຽມ​ຫຼອກລວງ ແລະ​ຂຶ້ນ​ມາ​ມີ​ອຳນາດ​ໂດຍ​ການ​ຊ່ວຍ​ເຫຼືອ​ຈາກ​ຄົນ​ກຸ່ມ​ນ້ອຍ​ໆ​ກຸ່ມ​ໜຶ່ງ.* 24  ໃນ​ໄລຍະ​ທີ່​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ປອດໄພ ລາວ​ຈະ​ເຂົ້າ​ໄປ​ໃນ​ເຂດ​ທີ່​ອຸດົມ​ສົມບູນ​ທີ່ສຸດ​ຂອງ​ແຜ່ນດິນ​ທີ່​ລາວ​ປົກຄອງ ແລະ​ເຮັດ​ສິ່ງ​ທີ່​ປູ່ຍ່າ​ຕານາຍ​ຂອງ​ລາວ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ. ລາວ​ເອົາ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ໄດ້​ປັນ​ໃຫ້​ທຸກ​ຄົນ. ລາວ​ຈະ​ວາງແຜນ​ໂຈມຕີ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ ແຕ່​ຈະ​ເຮັດ​ໄດ້​ໃນ​ໄລຍະ​ສັ້ນ​ໆ​ເທົ່າ​ນັ້ນ. 25  ຈາກນັ້ນ ລາວ​ຈະ​ລວບລວມ​ກຳລັງ​ກັບ​ຄວາມ​ກ້າ​ແລະ​ກອງທັບ​ໃຫຍ່​ເພື່ອ​ໄປ​ຕໍ່ສູ້​ກັບ​ກະສັດ​ທິດ​ໃຕ້. ສ່ວນ​ກະສັດ​ທິດ​ໃຕ້​ກໍ​ກຽມ​ກອງທັບ​ທີ່​ໃຫຍ່​ໆ​ແລະ​ເຂັ້ມແຂງ​ຫຼາຍ​ເພື່ອ​ເຮັດ​ສົງຄາມ​ກັບ​ລາວ. ລາວ*​ຈະ​ຢູ່​ໄດ້​ບໍ່​ດົນ ຍ້ອນ​ຈະ​ມີ​ຫຼາຍ​ຄົນ​ວາງແຜນ​ຂ້າ​ລາວ. 26  ພວກ​ທີ່​ກິນ​ອາຫານ​ແຊບ​ໆ​ໂຕະ​ດຽວ​ກັນ​ກັບ​ລາວ​ຈະ​ຂ້າ​ລາວ. ກອງທັບ​ຂອງ​ລາວ​ຈະ​ຖືກ​ກວາດລ້າງ ແລະ​ຫຼາຍ​ຄົນ​ຈະ​ຖືກ​ຂ້າ. 27  ກະສັດ 2 ອົງ​ນີ້​ຈະ​ນັ່ງ​ລົມ​ກັນ​ຢູ່​ໂຕະ ແຕ່​ເຂົາເຈົ້າ​ຈະ​ມີ​ຈຸດປະສົງ​ທີ່​ບໍ່​ດີ. ເຂົາເຈົ້າ​ຈະ​ເວົ້າ​ຕົວະ​ກັນ ແຕ່​ແຜນການ​ຂອງ​ເຂົາເຈົ້າ​ຈະ​ບໍ່​ສຳເລັດ ຍ້ອນ​ຍັງ​ບໍ່​ຮອດ​ເວລາ​ກຳນົດ​ຂອງ​ຈຸດຈົບ​ເທື່ອ.*+ 28  ແລ້ວ​ກະສັດ​ທິດ​ເໜືອ​ຈະ​ກັບ​ໄປ​ແຜ່ນດິນ​ຂອງ​ລາວ​ພ້ອມ​ກັບ​ເຄື່ອງ​ຂອງ​ບັກຫຼາຍ​ໆ​ ແລະ​ລາວ​ຄິດ​ທີ່​ຈະ​ຕໍ່ຕ້ານ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ປະຊາຊົນ​ຂອງ​ເພິ່ນ. ລາວ​ຈະ​ເຮັດ​ຕາມ​ທີ່​ຕັ້ງໃຈ​ໄວ້ ແລ້ວ​ກໍ​ກັບ​ໄປ​ແຜ່ນດິນ​ຂອງ​ໂຕ​ເອງ. 29  ເມື່ອ​ຮອດ​ເວລາ​ກຳນົດ ລາວ​ຈະ​ກັບ​ມາ​ຕໍ່ສູ້​ກັບ​ກະສັດ​ທິດ​ໃຕ້. ແຕ່​ເທື່ອ​ນີ້​ຈະ​ຕ່າງ​ຈາກ​ເທື່ອ​ກ່ອນ 30  ຍ້ອນ​ເຮືອ​ຈາກ​ກິດຕີມ+​ຈະ​ມາ​ຕໍ່ສູ້​ກັບ​ລາວ ແລະ​ລາວ​ຈະ​ຕ້ອງ​ຍອມແພ້. ລາວ​ຈະ​ກັບ​ໄປ​ແລະ​ລະບາຍ​ຄວາມ​ໃຈຮ້າຍ​ໃສ່​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ປະຊາຊົນ​ຂອງ​ເພິ່ນ.+ ລາວ​ຈະ​ປ່ຽນ​ໄປ​ສົນໃຈ​ພວກ​ທີ່​ປະຖິ້ມ​ສັນຍາ​ນັ້ນ. 31  ກອງທັບ​ຂອງ​ລາວ​ຈະ​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ເຊິ່ງ​ເປັນ​ບ່ອນ​ທີ່​ປອດໄພ​ຄື​ກັບ​ເມືອງທີ່​ມີ​ກຳແພງ​ອ້ອມນັ້ນ​ບໍ່​ສະອາດ.+ ເຂົາເຈົ້າ​ຈະ​ເຮັດ​ໃຫ້​ການ​ເຜົາ​ເຄື່ອງ​ບູຊາ​ໃນ​ແຕ່​ລະ​ມື້ຢຸດ​ລົງ.+ ແລ້ວ​ເຂົາເຈົ້າ​ຈະ​ເອົາ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ຮ້າງ​ເປົ່າ​ມາ​ຕັ້ງ​ໄວ້.+ 32  ກະສັດ​ທິດ​ເໜືອ​ຈະ​ໃຊ້​ຄຳເວົ້າ​ຫຼອກລວງ​ເພື່ອ​ພາ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ສັນຍາ​ຂອງ​ພະເຈົ້າ​ໄປ​ຜິດ​ທາງ ແລະ​ເຮັດ​ໃຫ້​ເຂົາເຈົ້າ​ກະບົດ​ຕໍ່​ພະເຈົ້າ. ແຕ່​ຄົນ​ທີ່​ຮູ້ຈັກ​ພະເຈົ້າ​ຈະ​ເຂັ້ມແຂງ​ແລະ​ບໍ່​ຍອມແພ້. 33  ສ່ວນ​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ດີ+​ຈະ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ມີ​ຄວາມ​ເຂົ້າໃຈ​ຄື​ກັນ. ເຂົາເຈົ້າ​ຈະ​ລົ້ມລົງ​ໄລຍະ​ໜຶ່ງ​ຍ້ອນ​ດາບ ຍ້ອນ​ແປວໄຟ ຍ້ອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ຍ້ອນ​ຖືກ​ປຸ້ນ. 34  ແຕ່​ເມື່ອ​ລົ້ມລົງ ເຂົາເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ໜ້ອຍ​ໜຶ່ງ ແລະ​ຫຼາຍ​ຄົນ​ຈະ​ສະໜັບ​ສະໜູນ​ເຂົາເຈົ້າ​ດ້ວຍ​ຄຳເວົ້າ​ທີ່​ບໍ່​ຈິງ​ໃຈ. 35  ບາງຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ດີ​ຈະ​ລົ້ມລົງ ແລະ​ຍ້ອນ​ແນວ​ນັ້ນ ຜູ້​ຄົນ​ຈະ​ຖືກ​ເຮັດ​ໃຫ້​ບໍລິສຸດ​ແລະ​ສະອາດ+​ຈົນ​ຮອດ​ເວລາ​ທີ່​ກຳນົດ​ໄວ້. ແຕ່​ເວລາ​ນັ້ນ​ຍັງ​ບໍ່​ທັນ​ມາ​ຮອດ​ເທື່ອ. 36  ກະສັດ​ທິດ​ເໜືອ​ຈະ​ເຮັດ​ຕາມໃຈ​ໂຕ​ເອງ. ລາວ​ຈະ​ຕັ້ງ​ໂຕ​ເປັນ​ໃຫຍ່​ແລະ​ຍົກ​ໂຕ​ໃຫ້​ສູງ​ກວ່າ​ພະເຈົ້າ​ທຸກ​ອົງ. ລາວ​ຈະ​ດູຖູກ​ພະເຈົ້າ​ອົງ​ສູງ​ສຸດ*+​ໃນ​ແບບ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ຕົກໃຈ. ລາວ​ຈະ​ເຮັດ​ສຳເລັດ​ຈົນ​ຮອດ​ມື້​ທີ່​ພະເຈົ້າ​ຈະ​ລົງໂທດ​ລາວ ຍ້ອນ​ພະເຈົ້າ​ຕັ້ງໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ແບບ​ນັ້ນ. 37  ລາວ​ຈະ​ບໍ່​ນັບ​ຖື​ພະເຈົ້າ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ລາວ ບໍ່​ສົນໃຈ​ຄວາມ​ຕ້ອງການ​ຂອງ​ພວກ​ຜູ້​ຍິງ ແລະ​ບໍ່​ສົນໃຈ​ພະເຈົ້າ​ອົງ​ອື່ນ​ໆ​ ແຕ່​ລາວ​ຈະ​ຍົກ​ໂຕເອງ​ໃຫ້​ສູງ​ກວ່າ​ທຸກ​ຄົນ. 38  ລາວ​ຈະ​ຍົກຍ້ອງ​ພະເຈົ້າ​ຂອງ​ປ້ອມ​ຕ່າງ​ໆ​ແທນ ເຊິ່ງ​ເປັນ​ພະເຈົ້າ​ທີ່​ປູ່ຍ່າຕານາຍ​ຂອງ​ລາວ​ບໍ່​ຮູ້ຈັກ. ລາວ​ຈະ​ເອົາ​ເງິນ ຄຳ ເພັດນິນຈິນດາ ແລະ​ສິ່ງ​ຕ່າງ​ໆ​ທີ່​ມີຄ່າ​ໃຫ້​ພະເຈົ້າ​ອົງ​ນັ້ນ. 39  ລາວ​ຈະ​ໂຈມຕີ​ປ້ອມ​ທີ່​ແຂງແຮງ​ທີ່ສຸດ​ໄດ້​ສຳເລັດ​ຍ້ອນ​ພະເຈົ້າ​ອົງ​ໃໝ່​ນັ້ນ​ຊ່ວຍ​ລາວ. ລາວ​ຈະ​ຍົກຍ້ອງ​ຄົນ​ທີ່​ໃຫ້​ກຽດ​ລາວ ແລະ​ລາວ​ຈະ​ໃຫ້​ເຂົາເຈົ້າ​ປົກຄອງ​ຄົນ​ຈຳນວນ​ຫຼາຍ. ລາວ​ຈະ​ແບ່ງ​ດິນ​ຂາຍ​ໃຫ້​ຄົນອື່ນ. 40  ໃນ​ສະໄໝ​ສຸດທ້າຍ​ກະສັດ​ທິດ​ໃຕ້​ກັບ​ກະສັດ​ທິດ​ເໜືອ​ຈະ​ຕໍ່ສູ້​ກັນ. ກະສັດ​ທິດ​ເໜືອ​ຈະ​ລວບລວມ​ລົດຮົບ ທະຫານ​ມ້າ ແລະ​ເຮືອ​ຫຼາຍ​ລຳ​ເພື່ອ​ໂຈມຕີ​ກະສັດ​ທິດ​ໃຕ້. ລາວ​ຈະ​ເຂົ້າ​ໄປ​ດິນແດນ​ຕ່າງ​ໆ​ແລະ​ກວາດລ້າງ​ຄື​ກັບ ທີ່​ນ້ຳ​ມາ​ຖ້ວມ. 41  ລາວ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ສວຍ​ງາມ+ ແລະ​ລາວ​ຈະ​ເອົາ​ຊະນະ​ຫຼາຍ​ດິນແດນ. ແຕ່​ເອໂດມ ໂມອາບ ແລະ​ພວກ​ຄົນ​ສຳຄັນ​ຂອງ​ຄົນ​ອຳໂມນ​ຈະ​ໜີ​ລອດ​ຈາກ​ລາວ​ໄດ້. 42  ລາວ​ຈະ​ໃຊ້​ອຳນາດ​ຂອງ​ລາວ​ຕໍ່​ໆ​ໄປ​ເພື່ອ​ໂຈມຕີ​ດິນແດນ​ຕ່າງ​ໆ​ ແມ່ນ​ແຕ່​ເອຢິບ​ກໍ​ຈະ​ບໍ່​ລອດ. 43  ລາວ​ຈະ​ຄອບຄອງ​ເງິນ ຄຳ ແລະ​ທຸກ​ສິ່ງ​ທີ່​ມີຄ່າ​ເຊິ່ງ​ເປັນ​ຊັບສົມບັດ​ຂອງ​ເອຢິບ​ທີ່​ຖືກ​ເຊື່ອງ​ໄວ້. ຄົນ​ລີເບຍ​ກັບ​ຄົນ​ເອທິໂອເປຍ​ຈະ​ເຮັດ​ຕາມ​ທີ່​ລາວ​ສັ່ງ.* 44  ແຕ່​ຈະ​ມີ​ຂ່າວ​ມາ​ຈາກ​ທິດ​ຕາເວັນ​ອອກ​ແລະ​ທິດ​ເໜືອ​ທີ່​ເຮັດ​ໃຫ້​ລາວ​ວຸ່ນວາຍ​ໃຈ. ແລ້ວ​ລາວ​ຈະ​ອອກ​ໄປ​ດ້ວຍ​ຄວາມ​ໃຈຮ້າຍ​ຫຼາຍ​ເພື່ອ​ຂ້າ​ແລະ​ທຳລາຍ​ຫຼາຍ​ຄົນ. 45  ລາວ​ຈະ​ຕັ້ງ​ເຕັ້ນ​ຂອງ​ກະສັດ​ຢູ່​ລະຫວ່າງ​ທະເລ​ໃຫຍ່​ກັບ​ພູ​ບໍລິສຸດ​ໃນ​ແຜ່ນດິນ​ທີ່​ສວຍ​ງາມ.+ ແຕ່​ໃນທີ່ສຸດ ລາວ​ກໍ​ຈະ​ຖືກ​ທຳລາຍ ແລະ​ຈະ​ບໍ່​ມີ​ໃຜ​ຊ່ວຍ​ລາວ​ໄດ້.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ລາວ”
ຫຼື “ລາວ​ຈະ​ປົກຄອງ​ອານາຈັກ​ທີ່​ກວ້າງ​ໃຫຍ່”
ໝາຍເຖິງ​ກະສັດ​ທິດ​ເໜືອ
ໝາຍເຖິງ​ກະສັດ​ທິດ​ໃຕ້
ໝາຍເຖິງ​ກະສັດ​ທິດ​ໃຕ້
ແປ​ຕາມ​ໂຕ​ວ່າ “ລາວ”
ໝາຍເຖິງ​ກະສັດ​ທິດ​ເໜືອ
ໝາຍເຖິງ​ກະສັດ​ທິດ​ໃຕ້
ຫຼື “ພວກ​ລູກ​ຊາຍ​ຂອງ​ໂຈນ”
ແປ​ຕາມ​ໂຕ​ວ່າ “ສະດຸດ”
ໝາຍເຖິງ​ກະສັດ​ທິດ​ເໜືອ
ຫຼື “ຫົວໜ້າ​ຄົນ​ງານ”
ໝາຍເຖິງ​ກະສັດ​ທິດ​ເໜືອ
ຫຼື​ອາດ​ແປ​ວ່າ “ບໍ່​ໄດ້​ເຕືອນ​ກ່ອນ”
ແປ​ຕາມ​ໂຕ​ວ່າ “ຊາດ​ນ້ອຍ​ໆ​ຊາດ​ໜຶ່ງ”
ອາດ​ໝາຍເຖິງ​ກະສັດ​ທິດ​ເໜືອ
ຫຼື “ຍ້ອນ​ຈຸດຈົບ​ຈະ​ມາ​ພາຍ​ຫຼັງ​ຕາມ​ເວລາ​ທີ່​ກຳນົດ​ໄວ້.” ແປ​ຕາມ​ໂຕ​ວ່າ “ຍ້ອນ​ຈຸດຈົບ​ຍັງ​ບໍ່​ມາ​ຮອດ​ຕາມ​ທີ່​ກຳນົດ​ໄວ້.”
ແປ​ຕາມ​ໂຕ​ວ່າ “ພະເຈົ້າ​ຂອງ​ພະເຈົ້າ​ທັງໝົດ”
ຫຼື “ຈະ​ຕິດຕາມ​ລາວ”