ຈົດໝາຍເຖິງຕີໂຕ 2:1-15

  • ຄຳສອນ​ທີ່​ເປັນ​ປະໂຫຍດ​ຕໍ່​ຄົນ​ທີ່​ຍັງ​ໜຸ່ມ​ແລະ​ຄົນ​ສູງ​ອາຍຸ (1-15)

    • ໃຫ້​ປະຕິເສດ​ການ​ເຮັດ​ຊົ່ວ (12)

    • ໃຫ້​ກະຕືລືລົ້ນ​ໃນ​ການ​ເຮັດ​ວຽກ​ທີ່​ດີ (14)

2  ສ່ວນ​ເຈົ້າ ຂໍ​ໃຫ້​ເວົ້າ​ສິ່ງ​ທີ່​ສອດຄ່ອງ​ກັບ​ຄຳສອນ​ທີ່​ເປັນ​ປະໂຫຍດ​ຕໍ່​ໆ​ໄປ.+  ສອນ​ຜູ້​ຊາຍ​ສູງ​ອາຍຸ​ໃຫ້​ຄວບຄຸມ​ໂຕເອງ​ໄດ້​ໃນ​ທຸກ​ດ້ານ ເຮັດ​ໂຕ​ໃຫ້​ເປັນ​ຕາ​ໜ້າ​ນັບຖື ມີ​ເຫດຜົນ ໝັ້ນຄົງ​ໃນ​ຄວາມ​ເຊື່ອ ສະແດງ​ຄວາມ​ຮັກ ແລະ​ມີ​ຄວາມ​ອົດທົນ.  ສອນ​ຜູ້​ຍິງ​ສູງ​ອາຍຸ​ໃຫ້​ປະພຶດ​ໂຕ​ແບບ​ຄົນ​ທີ່​ນັບຖື​ພະເຈົ້າ ບໍ່​ໃສ່​ຮ້າຍ​ຄົນ​ອື່ນ ບໍ່​ຕິດ​ເຫຼົ້າ ແລະ​ສອນ​ສິ່ງ​ທີ່​ດີ.  ລາວ​ຈະ​ໄດ້​ແນະນຳ*​ຜູ້​ຍິງ​ທີ່​ຍັງ​ໜຸ່ມໃຫ້​ຮັກ​ລູກ​ຮັກ​ຜົວ  ເປັນ​ຄົນ​ມີ​ເຫດຜົນ ເປັນ​ຄົນ​ບໍລິສຸດ ຮູ້​ຈັກ​ເຮັດ​ວຽກ​ເຮືອນ* ເປັນ​ຄົນ​ດີ ແລະ​ເຊື່ອຟັງ​ຜົວ+ ເພື່ອ​ຈະ​ບໍ່​ມີ​ຜູ້​ໃດ​ເວົ້າ​ໝິ່ນ​ປະໝາດ​ຄຳສອນ​ຂອງ​ພະເຈົ້າ​ໄດ້.  ໃຫ້​ເຈົ້າ​ແນະນຳ​ພວກ​ຜູ້​ຊາຍ​ທີ່​ຍັງ​ໜຸ່ມ​ຕໍ່​ໆ​ໄປ​ໃຫ້​ເປັນ​ຄົນ​ມີ​ເຫດຜົນ.+  ເຈົ້າ​ເອງ​ຕ້ອງ​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ທຸກ​ດ້ານ ສອນ​ສິ່ງ​ທີ່​ບໍລິສຸດ*​ດ້ວຍ​ຄວາມ​ຈິງຈັງ​ແລະ​ຮອບຄອບ+  ໃຫ້​ໃຊ້​ຄຳເວົ້າ​ທີ່​ດີ​ງາມ*​ເຊິ່ງ​ບໍ່​ມີ​ຜູ້​ໃດ​ຕຳໜິ​ໄດ້+ ເພື່ອ​ຄົນ​ທີ່​ມັກ​ຕໍ່ຕ້ານ​ຈະ​ອາຍ​ຍ້ອນ​ບໍ່​ມີ​ເລື່ອງ​ຈະ​ເວົ້າ​ໃຫ້​ພວກ​ເຮົາ.+  ສອນ​ທາດ​ໃຫ້​ເຊື່ອຟັງ​ນາຍ​ໃນ​ທຸກ​ດ້ານ+ ພະຍາຍາມ​ເຮັດ​ໃຫ້​ນາຍ​ພໍໃຈ ບໍ່ຖຽງ 10  ບໍ່​ລັກ​ຫຍັງ​ຂອງ​ນາຍ+ ແຕ່​ສະແດງ​ໃຫ້​ເຫັນ​ວ່າ​ເປັນ​ຄົນ​ໄວ້ໃຈ​ໄດ້​ແທ້​ໆ​ ເພື່ອ​ເຮັດ​ໃຫ້​ຄຳ​ສອນ​ຂອງ​ພະເຈົ້າ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ​ໃນ​ທຸກ​ດ້ານ.+ 11  ພະເຈົ້າ​ສະແດງ​ໃຫ້​ເຫັນ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ເພິ່ນ​ທີ່​ຊ່ວຍ​ຄົນ​ທຸກ​ປະເພດ​ໃຫ້​ລອດ.+ 12  ຄວາມ​ກະລຸນາ​ນັ້ນ​ສອນ​ພວກ​ເຮົາ​ໃຫ້​ປະຕິເສດ​ການ​ເຮັດ​ຊົ່ວ​ແລະ​ຄວາມ​ຕ້ອງ​ການ​ແບບ​ໂລກ+ ແລະ​ສອນ​ພວກ​ເຮົາ​ໃຫ້​ໃຊ້​ຊີວິດໃນ​ຍຸກ*​ນີ້​ຢ່າງ​ມີ​ເຫດຜົນ ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ຢ້ານຢຳ​ພະເຈົ້າ.+ 13  ພວກ​ເຮົາ​ຄວນ​ເຮັດ​ແບບ​ນັ້ນ​ໃນ​ຕອນ​ທີ່​ລໍ​ຖ້າ​ໃຫ້​ຄວາມ​ຫວັງ​ທີ່​ວິເສດ​ຂອງ​ພວກ​ເຮົາ​ເປັນ​ຈິງ+ ແລະ​ລໍ​ຖ້າ​ໃຫ້​ພະເຈົ້າ​ຜູ້​ຍິ່ງໃຫຍ່​ແລະ​ພະ​ເຢຊູ​ຄລິດ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ພວກ​ເຮົາ​ມາ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ເພິ່ນ​ມີ​ລິດເດດ​ຫຼາຍ​ສ່ຳ​ໃດ. 14  ພະຄລິດ​ຍອມ​ສະລະ​ຊີວິດ​ເພື່ອ​ພວກ​ເຮົາ+ ເພື່ອ​ຊ່ວຍ​ພວກ​ເຮົາ+​ໃຫ້​ເຊົາ​ເຮັດ​ຊົ່ວ​ທຸກ​ແບບ ແລະ​ເຮັດ​ໃຫ້​ພວກ​ເຮົາ​ສະອາດ​ເພື່ອ​ຈະ​ເປັນ​ຄົນ​ກຸ່ມ​ພິເສດ​ຂອງ​ເພິ່ນ ແລະ​ເປັນ​ຄົນ​ກະຕືລືລົ້ນໃນ​ການ​ເຮັດ​ວຽກ​ທີ່​ດີ.+ 15  ໃຫ້​ເຈົ້າ​ສອນ​ສິ່ງ​ເຫຼົ່າ​ນີ້​ຕໍ່​ໆ​ໄປ ລວມ​ທັງ​ໃຫ້​ຄຳ​ແນະນຳ*​ແລະ​ຕັກ​ເຕືອນ​ດ້ວຍ​ອຳນາດ​ທີ່​ເຈົ້າ​ມີ​ຢູ່.+ ຢ່າ​ໃຫ້​ຜູ້​ໃດ​ດູຖູກ​ເຈົ້າ​ໄດ້.

ຂໍຄວາມໄຂເງື່ອນ

ຫຼື “ຝຶກ​ສອນ”
ຫຼື “ຮູ້​ຈັກ​ເບິ່ງແຍງ​ເຮືອນ”
ຫຼື​ອາດ​ແປ​ວ່າ “ສອນ​ຢ່າງ​ບໍລິສຸດ​ໃຈ”
ຫຼື “ທີ່​ເປັນ​ປະໂຫຍດ”
ຫຼື “ໃຫ້​ກຳລັງ​ໃຈ”