ນາງ​ຣຸດ 3:1-18

  • ນາໂອມີ​ແນະນຳ​ຣຸດ (1-4)

  • ຣຸດ​ກັບ​ໂບອາດ​ຢູ່​ລານ​ຟາດ​ເຂົ້າ (5-15)

  • ຣຸດ​ກັບ​ມາ​ຫາ​ນາໂອມີ (16-18)

3  ນາໂອມີ​ບອກ​ຣຸດ​ວ່າ: “ລູກ​ເອີ້ຍ ແມ່​ຢາກ​ໃຫ້​ລູກ​ມີຄອບມີຄົວ+ເພື່ອ​ລູກ​ຈະ​ມີ​ຊີວິດ​ທີ່​ໝັ້ນຄົງ​ແລະ​ມີ​ຄວາມສຸກ.  ໂບອາດ​ເປັນ​ພີ່ນ້ອງ​ຂອງ​ເຮົາ+ ແລະ​ລາວ​ກໍ​ເປັນ​ຜູ້​ທີ່​ອະນຸຍາດ​ໃຫ້​ລູກ​ໄປ​ເກັບ​ເຂົ້າ​ນຳ​ພວກ​ຜູ້ຍິງ​ທີ່​ເຮັດ​ວຽກ​ໃຫ້​ລາວ. ແລງ​ນີ້​ລາວ​ຈະ​ໄປ​ຝັດເຂົ້າ​ຢູ່​ລານຟາດເຂົ້າ.  ໃຫ້​ລູກ​ໄປ​ອາບນ້ຳ​ແລະ​ເອົາ​ນ້ຳມັນຫອມ​ທາ​ໂຕ ແລ້ວ​ນຸ່ງເຄື່ອງ​ງາມ​ໆ​ແລະ​ໄປ​ລານຟາດເຂົ້າ. ແຕ່​ລູກ​ຢ່າ​ໃຫ້​ລາວ​ເຫັນ​ເດີ້ ຈົນກວ່າ​ລາວ​ຈະ​ກິນ​ແລະ​ດື່ມ​ແລ້ວ.  ເມື່ອ​ລາວ​ໄປ​ນອນ ໃຫ້​ເບິ່ງ​ວ່າ​ລາວ​ໄປ​ນອນ​ຢູ່​ໃສ. ໃຫ້​ລູກ​ໄປ​ເປີດ​ຜ້າ​ປົກຕີນ​ລາວ​ແລະ​ນອນ​ຢູ່​ຫັ້ນ. ແລ້ວ​ລາວ​ຈະ​ບອກ​ລູກ​ວ່າ​ຄວນ​ເຮັດ​ແນວໃດ.”  ຣຸດ​ຈຶ່ງ​ຕອບ​ວ່າ: “ລູກ​ຈະ​ເຮັດ​ຕາມ​ທີ່​ແມ່​ບອກ​ທຸກຢ່າງ.”  ແລ້ວ​ຣຸດ​ກໍ​ໄປ​ລານຟາດເຂົ້າ ແລະ​ເຮັດ​ທຸກຢ່າງ​ຕາມ​ທີ່​ແມ່ຍ່າ​ບອກ.  ເມື່ອ​ໂບອາດ​ກິນ​ແລະ​ດື່ມ​ຢ່າງມີ​ຄວາມສຸກ​ແລ້ວ ລາວ​ກໍ​ໄປ​ນອນ​ຢູ່​ທາງຂ້າງ​ກອງເຂົ້າ​ທີ່​ຟາດ​ແລ້ວ. ຈາກນັ້ນ ຣຸດ​ກໍ​ຈອບ​ເຂົ້າ​ມາ ແລະ​ເປີດ​ຜ້າ​ປົກຕີນ​ຂອງ​ໂບອາດ ແລ້ວ​ນອນ​ຢູ່​ຫັ້ນ.  ໃນ​ຕອນ​ເດິກ​ໆ​ ເມື່ອ​ໂບອາດ​ຮູ້ເມື່ອ​ແລະ​ພິກໂຕ ລາວ​ກໍ​ເຫັນ​ຜູ້ຍິງ​ຄົນ​ໜຶ່ງ​ນອນ​ຢູ່ໃກ້​ໆ​ຕີນ​ຂອງ​ລາວ.  ໂບອາດ​ຈຶ່ງ​ຖາມ​ວ່າ: “ເຈົ້າ​ແມ່ນ​ໃຜ?” ຣຸດ​ຕອບ​ວ່າ: “ຂ້ອຍ​ແມ່ນ​ຣຸດ ຄົນຮັບໃຊ້​ຂອງ​ທ່ານ. ຂໍ​ຊ່ວຍ​ຂ້ອຍ​ແດ່* ເພາະ​ທ່ານ​ເປັນ​ຜູ້​ທີ່​ມີ​ສິດ​ໄຖ່​ຂ້ອຍ​ໄດ້.”+ 10  ໂບອາດ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ເຈົ້າ​ເດີ້ລູກ. ຄວາມຮັກທີ່ໝັ້ນຄົງ​ທີ່​ເຈົ້າ​ສະແດງ​ໃນ​ເທື່ອ​ນີ້ ເຮັດ​ໃຫ້​ເຫັນ​ແຈ້ງ​ຫຼາຍ​ກວ່າ​ທຸກ​ໆ​ເທື່ອ​ທີ່​ຜ່ານມາ+ ເພາະ​ເຈົ້າ​ບໍ່​ໄດ້​ໄປ​ຊອກ​ຫາ​ຜູ້ບ່າວ​ທີ່​ຮັ່ງ​ຫຼື​ທຸກຍາກ. 11  ລູກ​ເອີ້ຍ ບໍ່​ຕ້ອງ​ຢ້ານ​ເດີ້. ຂ້ອຍ​ຈະ​ເຮັດ​ທຸກຢ່າງ​ຕາມ​ທີ່​ເຈົ້າ​ຂໍ+ ເພາະ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ຮູ້​ວ່າ​ເຈົ້າ​ເປັນ​ຜູ້ຍິງ​ທີ່​ດີ​ຫຼາຍ. 12  ແມ່ນ​ຢູ່​ວ່າ​ຂ້ອຍ​ມີ​ສິດ​ໄຖ່​ເຈົ້າ+ ແຕ່​ຍັງ​ມີ​ອີກ​ຜູ້​ໜຶ່ງ​ທີ່​ມີ​ສິດ​ໄຖ່​ເຈົ້າ​ໄດ້​ກ່ອນ​ຂ້ອຍ ເພາະ​ລາວ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ​ຫຼາຍ​ກວ່າ​ຂ້ອຍ.+ 13  ຄືນ​ນີ້​ໃຫ້​ເຈົ້າ​ນອນ​ຢູ່​ນີ້ ແລະ​ຖ້າ​ເບິ່ງ​ວ່າ​ມື້ອື່ນ​ເຊົ້າ​ລາວ​ຈະ​ໄຖ່​ເຈົ້າ​ຫຼື​ບໍ່. ຖ້າ​ລາວ​ຈະ​ໄຖ່​ເຈົ້າ​ກໍ​ໃຫ້​ລາວ​ໄຖ່+ ແຕ່​ຖ້າ​ລາວ​ບໍ່​ຢາກ​ໄຖ່ ຂ້ອຍ​ຈະ​ເປັນ​ຄົນ​ໄຖ່​ເຈົ້າ​ເອງ ຂ້ອຍ​ຂໍ​ສາບານ​ຕໍ່ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່. ໃຫ້​ເຈົ້າ​ນອນ​ຢູ່​ນີ້​ຈົນຮອດ​ມື້ອື່ນ​ເຊົ້າ.” 14  ດັ່ງນັ້ນ ຣຸດ​ຈຶ່ງ​ນອນ​ຢູ່​ໃກ້​ໆ​ຕີນ​ຂອງ​ໂບອາດ​ຈົນຮອດ​ຕອນເຊົ້າ ແລ້ວ​ລາວ​ກໍ​ລຸກ​ອອກ​ໄປ​ແຕ່​ເຊົ້າຕອນ​ທີ່​ຍັງ​ມືດ​ຢູ່ເພື່ອ​ບໍ່​ໃຫ້​ຄົນ​ເຫັນ. ໂບອາດ​ເວົ້າ​ວ່າ: “ຢ່າ​ໃຫ້​ໃຜ​ຮູ້​ວ່າ​ມີ​ຜູ້ຍິງ​ມາ​ລານຟາດເຂົ້າ.” 15  ໂບອາດ​ຍັງ​ເວົ້າ​ອີກ​ວ່າ: “ພື​ຜ້າຕຸ້ມ​ຂອງ​ເຈົ້າ​ອອກ.” ຣຸດ​ກໍ​ພື​ຜ້າຕຸ້ມ​ອອກ ແລ້ວໂບອາດ​ກໍ​ເອົາ​ເຂົ້າບາເລ 6 ຊີ*​ຖອກໃສ່​ຜ້າຕຸ້ມ​ນັ້ນແລະ​ໃຫ້​ຣຸດ​ແບກ​ເມືອ. ຈາກນັ້ນ ໂບອາດ​ກໍ​ກັບ​ເຂົ້າ​ໄປ​ໃນ​ເມືອງ. 16  ເມື່ອ​ຣຸດ​ກັບ​ມາ​ຫາ​ແມ່ຍ່າ ແມ່ຍ່າ​ກໍ​ຖາມ​ວ່າ: “ເປັນຈັ່ງໃດ​ລູກ?” ລາວ​ກໍ​ເລົ່າ​ໃຫ້​ແມ່ຍ່າ​ຟັງ​ທຸກຢ່າງ​ວ່າ​ໂບອາດ​ໄດ້​ເຮັດ​ຫຍັງ​ເພື່ອ​ລາວ​ແດ່. 17  ຣຸດ​ຍັງ​ບອກ​ອີກ​ວ່າ: “ລາວ​ເອົາ​ເຂົ້າບາເລ 6 ຊີ*​ນີ້​ໃຫ້​ລູກ​ແລະ​ບອກ​ລູກ​ວ່າ ‘ຢ່າ​ກັບ​ເມືອ​ຫາ​ແມ່ຍ່າ​ເຈົ້າ​ລ້າ​ໆ​ ເອົາ​ເຂົ້າ​ນີ້​ໄປ​ນຳ.’” 18  ນາໂອມີ​ຈຶ່ງ​ບອກ​ຣຸດ​ວ່າ: “ລູກ​ເອີ້ຍ ນັ່ງ​ຖ້າ​ຢູ່​ນີ້​ກ່ອນຈົນກວ່າ​ຈະ​ຮູ້​ວ່າ​ເລື່ອງ​ມັນ​ຈະ​ເປັນ​ແນວໃດ. ລາວ​ຈະ​ບໍ່​ຢູ່​ຊື່​ໆ​ຈົນກວ່າ​ຈະ​ຈັດການ​ເລື່ອງ​ຕ່າງ​ໆ​ໃຫ້​ຮຽບຮ້ອຍ​ພາຍ​ໃນ​ມື້ນີ້.”

ຂໍຄວາມໄຂເງື່ອນ

ຫຼື “ຂໍ​ພື​ເສື້ອ​ຂອງ​ທ່ານ​ອອກ​ເພື່ອ​ປົກ​ຄົນ​ຮັບໃຊ້​ຂອງ​ທ່ານ.” ການ​ເຮັດ​ແບບ​ນີ້​ໝາຍເຖິງ​ການ​ຂໍ​ໃຫ້​ພີ່ນ້ອງ​ປົກປ້ອງ.
44 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
44 ລິດ