ນາຮູມ 1:1-15

  • ພະ​ເຢໂຫວາ​ຈະ​ແກ້ແຄ້ນ​ສັດຕູ​ຂອງ​ເພິ່ນ (1-7)

    • ພະເຈົ້າ​ຕ້ອງການ​ໃຫ້​ນະມັດສະການ​ເພິ່ນ​ພຽງ​ຜູ້​ດຽວ (2)

    • ພະ​ເຢໂຫວາ​ເບິ່ງແຍງ​ຄົນ​ທີ່​ມາ​ເພິ່ງ​ເພິ່ນ (7)

  • ເມືອງ​ນີເນເວ​ຈະ​ຕ້ອງ​ຖືກ​ທຳລາຍ (8-14)

    • ຄວາມ​ຍາກ​ລຳບາກ​ຈະ​ບໍ່​ເກີດ​ຂຶ້ນ​ອີກ​ເປັນ​ເທື່ອ​ທີ 2 (9)

  • ປະກາດ​ຂ່າວ​ດີ​ໃຫ້​ຄົນ​ຢູ່​ຢູດາ (15)

1  ຕໍ່ໄປ​ນີ້​ແມ່ນ​ຄຳ​ຕັດສິນ​ຕໍ່​ເມືອງ​ນີເນເວ.+ ນີ້​ແມ່ນ​ປຶ້ມ​ທີ່​ນາຮູມ*​ຄົນ​ເອນ​ໂກດ​ໄດ້​ຂຽນ​ສິ່ງ​ທີ່​ລາວ​ເຫັນ​ຜ່ານ​ທາງ​ນິມິດ.   ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຕ້ອງ​ການ​ໃຫ້​ນະມັດສະການ​ເພິ່ນ​ພຽງ​ຜູ້​ດຽວ.+ພະ​ເຢໂຫວາ​ຈະ​ລົງໂທດ​ສັດຕູ​ຂອງ​ເພິ່ນ. ເພິ່ນ​ບໍ່​ລືມ​ສິ່ງ​ຊົ່ວ​ໆ​ທີ່​ເຂົາເຈົ້າ​ເຮັດ​ແລະ​ຈະ​ເທ​ຄວາມ​ໃຈຮ້າຍ​ໃສ່​ເຂົາເຈົ້າ.ພະ​ເຢໂຫວາ​ຈະ​ແກ້ແຄ້ນ​ສັດຕູ​ຂອງ​ເພິ່ນ.+   ພະ​ເຢໂຫວາ​ມີ​ລິດເດດ​ຫຼາຍ+​ແລະ​ບໍ່​ໃຈຮ້າຍ​ງ່າຍ​ໆ​.+ແຕ່​ພະ​ເຢໂຫວາ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້​ທີ່​ເຮັດ​ຜິດ​ບໍ່​ຖືກ​ລົງໂທດ.+ ຕອນ​ທີ່​ເພິ່ນ​ຍ່າງ ທາງ​ຂອງ​ເພິ່ນ​ກໍ​ມີ​ລົມ​ແລະ​ມີ​ພາຍຸ​ພັດ​ແຮງແລະ​ຂີ້ເຝື້ອ​ກໍ​ເປັນ​ຄື​ກັບ​ຂີ້ຝຸ່ນ​ຢູ່​ຕີນ​ຂອງ​ເພິ່ນ.+   ເພິ່ນ​ຫ້າມ​ທະເລ+​ແລະ​ເຮັດ​ໃຫ້​ມັນ​ແຫ້ງ.ເພິ່ນ​ເຮັດ​ໃຫ້​ແມ່​ນ້ຳ​ຕ່າງ​ໆ​ບົກ​ແຫ້ງ​ໄປ.+ ບາຊານ​ກັບ​ກາເມນ​ກໍ​ແຫ້ງ​ແລ້ງ.+ດອກ​ໄມ້​ຢູ່​ເລບານອນ​ກໍ​ຫ່ຽວ​ແຫ້ງ​ຕາຍ.   ຍ້ອນ​ເພິ່ນ ພູ​ຕ່າງ​ໆ​ຈຶ່ງ​ສັ່ນ​ສະເທືອນແລະ​ເນີນ​ພູ​ຕ່າງ​ໆ​ກໍ​ເຈື່ອນ​ລົງ.+ ຍ້ອນ​ຢູ່​ຕໍ່​ໜ້າ​ເພິ່ນ ໂລກ​ຈຶ່ງ​ສັ່ນ​ສະເທືອນແລະ​ແຜ່ນດິນ​ກັບ​ທຸກ​ສິ່ງ​ທີ່​ຢູ່​ໃນ​ໂລກ​ກໍ​ສັ່ນ​ສະເທືອນ​ຄື​ກັນ.+   ໃຜ​ຈະ​ຢືນ​ຢູ່​ຕໍ່​ໜ້າ​ເພິ່ນ​ໄດ້​ເມື່ອ​ເພິ່ນ​ໃຈຮ້າຍ?+ ໃຜ​ຈະ​ທົນ​ໄດ້​ເມື່ອ​ເພິ່ນ​ໃຈຮ້າຍ​ແຮງ?+ ຄວາມ​ໃຈຮ້າຍ​ຂອງ​ເພິ່ນ​ຈະ​ເຜົາ​ໄໝ້​ຄື​ກັບ​ໄຟແລະ​ກ້ອນ​ຫີນ​ຕ່າງ​ໆ​ຈະ​ແຕກ​ເປັນ​ປ່ຽງ​ໆ​ຍ້ອນ​ເພິ່ນ.   ພະ​ເຢໂຫວາ​ດີ​ອີ່ຫຼີ.+ ເພິ່ນ​ເປັນ​ບ່ອນ​ລີ້ໄພ​ໃນ​ຍາມ​ທີ່​ຍາກ​ລຳບາກ.+ ເພິ່ນ​ເບິ່ງແຍງ*​ຄົນ​ທີ່​ມາ​ເພິ່ງ​ເພິ່ນ.+   ເພິ່ນ​ຈະ​ທຳລາຍ​ເມືອງ​ນີ້*​ຈົນ​ໝົດ​ດ້ວຍ​ນ້ຳຖ້ວມ.ແລະ​ໃຫ້​ຄວາມ​ມືດ​ໄລ່​ຕິດ​ຕາມ​ສັດຕູ​ຂອງ​ເພິ່ນ.   ເຈົ້າ​ຈະ​ຄິດ​ແຜນການ​ແບບ​ໃດ​ມາ​ສູ້​ກັບ​ພະ​ເຢໂຫວາ? ຈັ່ງ​ໃດ​ເພິ່ນ​ກໍ​ຈະ​ທຳລາຍ​ເຈົ້າ​ຈົນ​ບໍ່​ເຫຼືອ. ຄວາມ​ຍາກ​ລຳບາກ​ຈະ​ບໍ່​ເກີດ​ຂຶ້ນ​ອີກ​ເປັນ​ເທື່ອ​ທີ​ສອງ.+ 10  ເຖິງ​ວ່າ​ຄົນ​ໃນ​ເມືອງ​ນີເນເວ​ຈະ​ເປັນ​ຄື​ກັບ​ຮົ້ວ​ໜາມແລະ​ພວກ​ເຂົາ​ຈະ​ເມົາ​ອຳນາດ​ຂອງ​ໂຕເອງ​ຄື​ກັບ​ເມົາ​ເບຍ*ແຕ່​ພວກ​ເຂົາ​ຈະ​ຖືກ​ຈູດ​ຖິ້ມ​ຄື​ກັບ​ຕໍ​ເຟືອງ. 11  ຈະ​ມີ​ຄົນ​ໜຶ່ງ​ຈາກ​ເຈົ້າ*​ວາງ​ແຜນ​ຊົ່ວ​ຕໍ່ຕ້ານ​ພະ​ເຢໂຫວາແລະ​ຈະ​ໃຫ້​ຄຳ​ແນະນຳ​ທີ່​ໃຊ້​ບໍ່​ໄດ້. 12  ພະ​ເຢໂຫວາ​ເວົ້າ​ແນວ​ນີ້: “ເຖິງ​ວ່າ​ພວກ​ເຂົາ​ຈະ​ມີ​ກຳລັງ​ແລະ​ມີ​ຄົນ​ຫຼາຍແຕ່​ພວກ​ເຂົາ​ຈະ​ຖືກ​ຕັດ​ຖິ້ມ​ແລະ​ຖືກ​ທຳລາຍ.* ເຮົາ​ເຄີຍ​ລົງໂທດ​ຢູດາ ແຕ່​ເຮົາ​ຈະ​ບໍ່​ລົງໂທດ​ຢູດາ​ອີກ 13  ແລະ​ຕອນນີ້​ເຮົາ​ຈະ​ຫັກ​ແອກ​ຂອງ​ສັດຕູ*​ອອກ​ຈາກ​ເຈົ້າ+ແລະ​ເຮົາ​ຈະ​ດຶງໂສ້​ທີ່​ມັດເຈົ້າ​ຢູ່​ໃຫ້​ຂາດ​ເປັນ​ສອງ​ເສັ້ນ. 14  ເຮົາ​ເຢໂຫວາ​ສັ່ງ​ໄວ້​ກ່ຽວກັບ​ເຈົ້າ*​ວ່າ‘ເຈົ້າ​ຈະ​ບໍ່ມີ​ລູກ​ຫຼານໄວ້​ສືບ​ຊື່​ເຈົ້າ​ອີກ​ຕໍ່ໄປ. ເຮົາ​ຈະ​ກຳຈັດ​ຮູບ​ປັ້ນ​ກັບ​ຮູບ​ຫຼໍ່​ທີ່​ຢູ່​ໃນ​ວິຫານ​ພະເຈົ້າ​ຂອງ​ເຈົ້າ​ຖິ້ມ. ເຮົາ​ຈະ​ເຮັດ​ຂຸມ​ຝັງ​ສົບ​ເຈົ້າ​ຍ້ອນ​ເຈົ້າ​ເປັນ​ຕາ​ຂີ້ດຽດ.’ 15  ເບິ່ງ​ຕີນ​ຂອງ​ຜູ້​ທີ່​ຍ່າງ​ຂ້າມ​ພູ​ຫຼາຍ​ໜ່ວຍ​ມາ​ເພື່ອ​ປະກາດ​ຂ່າວ​ດີ​ແມ້!ລາວ​ປະກາດ​ເລື່ອງ​ຄວາມ​ສະຫງົບສຸກ.+ ຢູດາ​ເອີ້ຍ ໃຫ້​ເຈົ້າ​ສະຫຼອງ​ເທດສະການ​ຕ່າງ​ໆ​+​ແລະ​ເຮັດ​ຕາມ​ທີ່​ເຈົ້າ​ສັນຍາ​ໄວ້.ຄົນ​ຊົ່ວ​ຈະ​ບໍ່​ມາ​ໂຈມຕີ​ເຈົ້າ​ອີກ. ເຂົາເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ.”

ຂໍຄວາມໄຂເງື່ອນ

ແປ​ວ່າ “ຜູ້​ປອບ​ໂຍນ”
ແປ​ຕາມ​ໂຕ​ວ່າ “ຮູ້​ຈັກ”
ໝາຍເຖິງ​ນີເນເວ
ຫຼື “ເບຍ​ເຂົ້າ​ວີດ”
ໝາຍເຖິງ​ນີເນເວ
ຫຼື​ອາດ​ແປ​ວ່າ “ແລະ​ເຮົາ​ຈະ​ບຸກ​ເຂົ້າ​ໄປ​ທຳລາຍ”
ຫຼື “ຂອງ​ລາວ”
ໝາຍເຖິງ​ອັດຊີເຣຍ