ນາຮູມ 2:1-13

  • ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ (1-13)

    • “ປະຕູ​ຂອງ​ແມ່​ນ້ຳ​ແຕ່​ລະ​ບ່ອນ​ຈະ​ຖືກ​ເປີດ​ໄວ້” (6)

2  ຜູ້​ໜຶ່ງ​ທີ່​ຈະ​ເຮັດ​ໃຫ້​ເຈົ້າ*​ແຕກຊະໄປ​ຈະ​ມາ​ຕໍ່ສູ້​ເຈົ້າ.+ ໃຫ້​ເຝົ້າ​ປ້ອມ​ດີ​ໆ​. ໃຫ້​ເຝົ້າ​ເບິ່ງ​ຫົນ​ທາງ​ໄວ້​ເດີ້. ກຽມ​ໂຕ​ໃຫ້​ພ້ອມ*​ແລະ​ກຽມ​ເຫື່ອ​ກຽມ​ແຮງ​ຂອງ​ເຈົ້າ​ໄວ້​ໂລດ.   ພະ​ເຢໂຫວາ​ຈະ​ກູ້​ສັກສີ​ຂອງ​ຢາໂຄບແລະ​ກູ້​ສັກສີ​ຂອງ​ອິດສະຣາເອນ​ຄືນເພາະ​ພວກ​ສັດຕູ​ໄດ້​ທຳລາຍ​ເຂົາເຈົ້າ*+ແລະ​ພວກ​ນັ້ນ​ໄດ້​ຕັດ​ກິ່ງ​ຕັດ​ງ່າ​ຂອງ​ເຂົາເຈົ້າ.   ໂລ້​ສັດຕູ​ຂອງ​ນີເນເວ​ເປັນ​ສີ​ແດງ.ຊຸດ​ຮົບ​ຂອງ​ທະຫານ​ພວກ​ນັ້ນ​ເປັນ​ສີ​ແດງ​ສົດ ແລະ​ເຫຼັກ​ຢູ່​ລົດ​ຮົບ​ຂອງ​ພວກ​ເຂົາ​ກໍ​ເຫຼື້ອມ​ຄື​ກັບ​ໄຟໃນ​ມື້​ທີ່​ພວກ​ເຂົາ​ກຽມ​ອອກ​ໄປ​ສູ້ຮົບແລະ​ພວກ​ເຂົາ​ໄດ້​ພາກັນ​ຍົກ​ຫອກ*​ຂຶ້ນ​ເພື່ອ​ຂູ່​ສັດຕູ.   ລົດ​ຮົບ​ຂອງ​ພວກ​ເຂົາ​ທີ່​ແລ່ນ​ຢູ່​ເທິງ​ຫົນ​ທາງ​ບໍ່​ມີ​ໃຜ​ຂວາງ​ໄດ້. ພວກ​ມັນ​ແລ່ນ​ເຂົ້າ​ໄປ​ໃນ​ເດີ່ນ​ຂອງ​ເມືອງ​ຫຼາຍ​ໆ​ບ່ອນ. ພວກ​ມັນ​ສ່ອງ​ແສງ​ຄື​ກັບ​ກະບອງ​ໄຟ​ແລະ​ເຫຼື້ອມ​ຄື​ກັບ​ແສງ​ຟ້າ​ແມບ.   ກະສັດ*​ຈະ​ເອີ້ນ​ພວກ​ທະຫານ​ທີ່​ເກັ່ງ​ໆ​ມາ. ພວກ​ເຂົາ​ຈະ​ລົ້ມ​ຕອນ​ທີ່​ກຳລັງ​ແລ່ນ​ໄປ. ພວກ​ເຂົາ​ຈະ​ຟ້າວ​ແລ່ນ​ໄປ​ທີ່​ກຳແພງ​ເມືອງແລະ​ເຮັດ​ແນວ​ກີດ​ຂວາງ​ພວກ​ສັດຕູ​ໄວ້.   ປະຕູ​ຂອງ​ແມ່​ນ້ຳ​ແຕ່​ລະ​ບ່ອນ​ຈະ​ຖືກ​ເປີດ​ໄວ້ແລະ​ວັງ​ຂອງ​ກະສັດ​ຈະ​ມຸ່ນ​ອັບ​ຍັບ.   ຈະ​ມີການ​ປະກາດ​ວ່າ​ຄົນ​ໃນ​ເມືອງ​ນັ້ນ​ຈະ​ຖືກ​ປະຈານ​ແລະ​ຖືກ​ພາ​ໂຕ​ໄປ.ພວກ​ທາດ​ຍິງ​ຂອງ​ເຂົາເຈົ້າ​ຈະ​ຮ້ອງໄຫ້​ເສຍໃຈ.ເຂົາເຈົ້າ​ຕີ​ເອິກ*​ຂອງ​ໂຕເອງ​ແລະ​ສຽງ​ຮ້ອງ​ໄຫ້​ຂອງ​ເຂົາເຈົ້າ​ເປັນ​ຄື​ກັບ​ສຽງ​ຂອງ​ນົກ​ເຂົາ.   ຕັ້ງແຕ່​ໃດ​ໆ​ມາ ນີເນເວ+​ເປັນ​ຄື​ກັບ​ສະ​ນ້ຳແຕ່​ຕອນນີ້​ຄົນ​ໃນ​ເມືອງ​ພັດ​ໜີ​ໝົດ. ມີ​ບາງຄົນ​ຮ້ອງ​ວ່າ: “ຢ່າ​ໄປ ຢ່າ​ໜີ​ໄປ​ເລີຍ!” ແຕ່​ກໍ​ບໍ່​ມີ​ຜູ້​ໃດ​ຫຼຽວ​ຄືນ​ມາ.+   ປຸ້ນ​ເອົາ​ເງິນ​ເອົາ​ຄຳ​ໂລດ! ຊັບ​ສົມບັດ​ກໍ​ມີ​ບັກ​ຫຼາຍ​ໆ​. ໃນ​ເມືອງ​ນັ້ນ​ມີ​ແຕ່​ສິ່ງ​ທີ່​ມີຄ່າ. 10  ເມືອງ​ນັ້ນ​ຈະ​ຮ້າງ ບໍ່​ມີ​ຄົນ​ຢູ່ ແລະ​ມຸ່ນ​ອັບ​ຍັບ.+ ຄົນ​ໃນ​ເມືອງ​ຈະ​ຢ້ານ​ຈົນ​ຫົວ​ຫົດ ຂາ​ສັ່ນ ແລະບໍ່​ມີ​ແຮງ.ເຂົາເຈົ້າ​ຈະ​ຢ້ານ​ຈົນ​ໜ້າ​ຈືດ. 11  ເກີດ​ຫຍັງ​ຂຶ້ນ​ກັບ​ເມືອງ​ທີ່​ເປັນ​ຄື​ກັບ​ຖ້ຳ​ສິງ+ ເຊິ່ງ​ເປັນ​ບ່ອນ​ທີ່​ໂຕ​ສິງ​ກິນ​ເຫຍື່ອແລະ​ເປັນ​ບ່ອນ​ທີ່​ໂຕ​ສິງ​ພາ​ລູກ​ມັນ​ຍ່າງໂດຍ​ບໍ່​ມີ​ໃຜ​ເຮັດ​ໃຫ້​ພວກ​ມັນ​ຢ້ານ. 12  ໂຕ​ສິງ​ຈີກ​ເຫຍື່ອ​ໃຫ້​ລູກ​ມັນ​ກິນ​ຈົນ​ອີ່ມ.ມັນ​ກັດ​ຄໍ​ເຫຍື່ອ​ເອົາ​ມາ​ໃຫ້​ພວກ​ໂຕ​ແມ່. ມັນ​ຫາ​ເຫຍື່ອ​ມາ​ໄວ້​ຈົນ​ເຕັມ​ຖ້ຳແລະ​ຖ້ຳ​ຂອງ​ມັນ​ມີ​ແຕ່​ຊາກ​ສັດ. 13  ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ປະກາດ​ວ່າ: “ເຮົາ​ຈະ​ຕໍ່ສູ້​ເຈົ້າ.+ເຮົາ​ຈະ​ຈູດ​ລົດ​ຮົບ​ຂອງ​ເຈົ້າ.+ເຮົາ​ຈະ​ເອົາ​ດາບ​ຂ້າ​ໂຕ​ສິງ​ຂອງ​ເຈົ້າ. ເຈົ້າ​ຈະ​ບໍ່​ໄດ້​ປຸ້ນ​ເອົາ​ຫຍັງ​ອີກ​ໃນ​ໂລກ​ນີ້ແລະ​ຈະ​ບໍ່​ມີ​ຜູ້​ໃດ​ໄດ້​ຍິນ​ສຽງ​ຜູ້​ສົ່ງ​ຂ່າວ​ຂອງ​ເຈົ້າ​ອີກ​ຕໍ່ໄປ.”+

ຂໍຄວາມໄຂເງື່ອນ

ໝາຍເຖິງ​ນີເນເວ
ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ສະໂພກ​ແຂງແຮງ”
ໝາຍເຖິງ​ອິດສະຣາເອນ
ຫຼື “ຫອກ​ທີ່​ມີ​ດ້າມ​ເປັນ​ໄມ້​ຈູນິເປີ້”
ອາດ​ໝາຍເຖິງ​ກະສັດ​ອັດຊີເຣຍ
ແປ​ຕາມ​ໂຕ​ວ່າ “ຫົວໃຈ”