ນາຮູມ 3:1-19

  • “ຄວາມ​ຈິບຫາຍ​ຈະ​ເກີດ​ຂຶ້ນ​ກັບ​ເມືອງ​ທີ່​ມີ​ແຕ່​ຜູ້​ຂ້າ​ຄົນ” (1-19)

    • ເຫດຜົນ​ທີ່​ເມືອງ​ນີເນເວ​ຖືກ​ຕັດສິນ (1-7)

    • ເມືອງ​ນີເນເວ​ຈະ​ຕ້ອງ​ຖືກ​ທຳລາຍ​ຄື​ກັບ​ເມືອງ​ໂນອາມອນ (8-12)

    • ເມືອງ​ນີເນເວ​ຈະ​ຖືກ​ທຳລາຍ​ແນ່ນອນ (13-19)

3  ຄວາມ​ຈິບຫາຍ​ຈະ​ເກີດ​ຂຶ້ນ​ກັບ​ເມືອງ​ທີ່​ມີ​ແຕ່​ຜູ້​ຂ້າ​ຄົນ.* ເມືອງ​ນີ້​ເຕັມ​ແຕ່​ການ​ລໍ້​ລວງ​ແລະ​ການ​ປຸ້ນ​ຈີ້. ເມືອງ​ນີ້​ມັກ​ປຸ້ນ​ຕະຫຼອດ.   ມີ​ແຕ່​ສຽງ​ຟາດແສ້ ແລະ​ສຽງ​ກົງ​ລົດສຽງ​ມ້າ​ແລ່ນ ແລະ​ສຽງ​ລົດ​ຮົບ​ທີ່​ແລ່ນບັກ​ດັງ​ໆ​.   ມີ​ທະຫານ​ມ້າ ມີ​ດາບ​ແລະ​ຫອກ​ທີ່​ເຫຼື້ອມ​ມາບ​ໆ​.ມີ​ຄົນ​ຖືກ​ຂ້າ​ບັກ​ຫຼາຍ​ໆ​ ແລະ​ມີ​ຊາກສົບ​ກອງ​ບັກໃຫຍ່​ໆ​.ມີ​ຄົນ​ຕາຍ​ຫຼາຍ​ຈົນ​ນັບ​ບໍ່​ຫຼ້ອນ. ໄປ​ທາງ​ໃດ​ກໍ​ມີ​ແຕ່​ຊາກ​ສົບ.   ເມືອງ​ນີ້​ເປັນ​ຄື​ກັບ​ແມ່ຈ້າງ​ທີ່​ນອນ​ນຳ​ຜູ້​ຊາຍ​ໄປ​ເລື້ອຍ​ໆ​ເປັນ​ຄື​ກັບ​ຜູ້ຍິງ​ທີ່​ມັກ​ຍົ້ວຍວນ ຫວ່ານ​ສະເໜ່ ແລະ​ມັກຫຼິ້ນ​ຜີມັກ​ໃຊ້​ກັບດັກ​ຈັບ​ເອົາ​ຊາດ​ຕ່າງ​ໆ​ໂດຍ​ວິທີ​ຂອງ​ແມ່ຈ້າງ ແລະ​ມັກ​ຈັບ​ຄົນອື່ນ​ໂດຍ​ໃຊ້​ຄາຖາອາຄົມ​ຫຼາຍ​ຢ່າງ.   ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ປະກາດ​ວ່າ: “ເຮົາ​ຈະ​ຕໍ່ສູ້​ເຈົ້າ.*+ເຮົາ​ຈະ​ເປີດ​ກະ​ໂປ່ງ​ຂອງ​ເຈົ້າ​ປົກ​ໜ້າ​ເຈົ້າ.ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ເຫັນ​ເຈົ້າປະ​ເປືອຍແລະ​ຈະ​ເຮັດ​ໃຫ້​ປະເທດ​ຕ່າງ​ໆ​ເຫັນ​ຄວາມ​ອັບ​ອາຍ​ຂອງ​ເຈົ້າ.   ເຮົາ​ຈະ​ສາດ​ແນວ​ເປື້ອນ​ໆ​ໃສ່​ເຈົ້າແລະ​ເຮັດ​ໃຫ້​ຄົນອື່ນ​ຂີ້ດຽດ​ເຈົ້າ.ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເສຍ​ກຽດ.+   ທຸກ​ຄົນ​ທີ່​ເຫັນ​ເຈົ້າ​ຈະ​ໜີ​ຈາກ​ເຈົ້າ+​ແລະ​ເວົ້າ​ວ່າ‘ເມືອງ​ນີເນເວ​ຖືກ​ທຳລາຍ​ແລ້ວ ຜູ້​ໃດ​ຈະ​ອີ່ຕົນ​ເມືອງ​ນີ້?’ ເຮົາ​ຈະ​ຫາ​ຜູ້​ປອບ​ໃຈ​ໃຫ້​ເຈົ້າ​ໄດ້​ຈາກ​ໃສ?   ເມືອງ​ໂນອາ​ມອນ*​ຕັ້ງ​ຢູ່​ແຄມ​ຄອງ​ຕ່າງ​ໆ​ຂອງ​ແມ່​ນ້ຳ​ນິນ.+ ເຈົ້າ​ດີ​ກວ່າ​ເມືອງ​ນັ້ນ​ບໍ?+ ເມືອງ​ນັ້ນ​ມີ​ນ້ຳ​ອ້ອມ​ຮອບ.ເມືອງ​ນັ້ນ​ຮັ່ງ​ຫຼາຍ​ຍ້ອນ​ທະເລ ແລະ​ທະເລ​ກໍ​ຍັງ​ເປັນ​ຄື​ກັບກຳແພງ​ທີ່​ປົກປ້ອງ​ເມືອງ.   ເອທິໂອເປຍ​ກັບ​ເອຢິບ​ເປັນ​ແຫຼ່ງ​ກຳລັງ​ຂອງ​ເມືອງ​ນັ້ນ. ພຸດ+​ກັບ​ລີເບຍ​ກໍ​ເປັນ​ຜູ້​ຊ່ວຍ​ຂອງ​ເມືອງ​ນັ້ນ​ຄື​ກັນ.+ 10  ຄົນ​ໃນ​ເມືອງ​ນັ້ນ​ຖືກ​ກວາດ​ໄປ​ຢູ່​ຕ່າງ​ປະເທດແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ ພວກ​ເດັກນ້ອຍ​ໃນ​ເມືອງ​ນັ້ນ​ຖືກ​ຂ້າ​ຢ່າງ​ໂຫດຫ້ຽມ​ຢູ່​ທຸກ​ຈອກ​ທຸກ​ແຈ. ເຂົາເຈົ້າ​ຈົກ​ສະຫຼາກ​ເອົາ​ພວກ​ຜູ້​ນຳ​ຂອງ​ເມືອງ​ນັ້ນ.ພວກ​ຜູ້​ມີ​ຕຳແໜ່ງ​ທຸກ​ຄົນ​ກໍ​ຖືກ​ລ່າມ​ໂສ້​ໄວ້. 11  ນີເນເວ​ຈະ​ເປັນ​ຄື​ກັບ​ຄົນ​ເມົາ.+ເຈົ້າ​ຈະ​ໜີ​ໄປ​ລີ້. ເຈົ້າ​ຈະ​ຫາ​ບ່ອນ​ຫຼົບ​ໄພ​ເພື່ອ​ໃຫ້​ລອດ​ຈາກ​ສັດຕູ. 12  ປ້ອມ​ທັງໝົດ​ຂອງ​ເຈົ້າ​ເປັນ​ຄື​ກັບ​ຕົ້ນ​ໝາກເດື່ອ​ທີ່​ມີ​ໝາກ​ສຸກ​ຊຸດ​ທຳອິດຖ້າ​ຖືກ​ສັ່ນ ໜ່ວຍ​ຂອງ​ມັນ​ກໍ​ຈະ​ຫຼົ່ນ​ໃສ່​ປາກ​ຂອງ​ຄົນ​ທີ່​ຫິວ. 13  ທະຫານ​ຂອງ​ເຈົ້າ​ເປັນ​ຄື​ກັບ​ຜູ້ຍິງ. ປະຕູ​ເມືອງ​ໃນ​ແຜ່ນດິນ​ຂອງ​ເຈົ້າ​ຈະ​ຖືກ​ເປີດ​ກວ້າງ​ໆ​ລໍ​ຖ້າ​ພວກ​ສັດຕູ. ໄຟ​ຈະ​ໄໝ້​ກອນ​ປະຕູ​ເມືອງ​ຂອງ​ເຈົ້າ. 14  ໃຫ້​ກຽມ​ນ້ຳ​ໄວ້​ໃຊ້​ຕອນ​ທີ່​ເຈົ້າຖືກ​ລ້ອມ.+ ໃຫ້​ເສີມ​ປ້ອມ​ຂອງ​ເຈົ້າ​ໃຫ້​ແຂງແຮງ​ໄວ້​ໂລດ! ໃຫ້​ລົງ​ໄປ​ຢຽບ​ຂີ້​ຕົມ​ເພື່ອ​ເຮັດ​ດິນ​ດາກແລະ​ໃຫ້​ກຽມ​ແບບ​ໄວ້​ເພື່ອ​ເຮັດ​ດິນ​ຈີ່. 15  ແຕ່​ຈັ່ງ​ໃດ​ໄຟ​ກໍ​ຈະ​ມາ​ເຜົາ​ເຈົ້າ ແລະ​ເຈົ້າ​ກໍ​ຈະ​ຕ້ອງ​ຕາຍ​ດ້ວຍ​ດາບ.+ ມັນ​ຈະ​ທຳລາຍ​ເຈົ້າ​ຄື​ກັບ​ຕັກກະແຕນ​ທຳລາຍ​ຜົນລະປູກ.+ ໃຫ້​ເຈົ້າ​ອອກ​ແມ່​ແພ່​ລູກ​ຫຼາຍ​ໆ​ສ່ຳ​ກັບ​ຕັກກະແຕນ​ໂລດ! ໃຫ້​ເຈົ້າ​ກຽມ​ຄົນ​ໄວ້​ຫຼາຍ​ໆ​ສ່ຳ​ຝູງ​ຕັກກະແຕນ! 16  ພວກ​ພໍ່​ຄ້າ​ໃນ​ເມືອງ​ນີເນເວ​ມີ​ຫຼາຍ​ກວ່າ​ດາວ​ໃນ​ທ້ອງຟ້າ. ຕັກກະແຕນ​ຈະ​ລອກ​ຄາບ​ແລະ​ບິນ​ໜີ. 17  ພວກ​ທະຫານ​ຍາມ​ຂອງ​ເຈົ້າ​ເປັນ​ຄື​ກັບ​ຕັກກະແຕນແລະ​ພວກ​ຫົວໜ້າ​ທະຫານ​ຂອງ​ເຈົ້າ​ເປັນ​ຄື​ກັບ​ຝູງ​ຕັກກະແຕນ. ພວກ​ມັນ​ລີ້​ຢູ່​ຕາມ​ຫຼືບ​ຫີນ​ໃນ​ມື້​ທີ່​ໜາວ​ໆ​ແຕ່​ເມື່ອ​ແດດ​ອອກ ພວກ​ມັນ​ກໍ​ບິນ​ໄປແລະ​ບໍ່​ມີ​ຜູ້​ໃດ​ຮູ້​ວ່າ​ພວກ​ມັນ​ໄປ​ໃສ. 18  ກະສັດ​ອັດຊີເຣຍ​ເອີ້ຍ ຄົນ​ລ້ຽງ​ແກະ​ຂອງ​ເຈົ້າ​ກໍ​ມີ​ແຕ່​ເຫງົາ​ນອນ.ພວກເຈົ້າ​ເມືອງ​ຂອງ​ເຈົ້າ​ກໍ​ຢູ່​ແຕ່​ເຮືອນ. ປະຊາຊົນ​ຂອງ​ເຈົ້າ​ກໍ​ແຕກຊະ​ໄປ​ຕາມ​ພູ​ຕ່າງ​ໆ​ແລະ​ບໍ່​ມີ​ຜູ້​ໃດ​ລວບລວມ​ເຂົາເຈົ້າ​ມາ​ໄດ້.+ 19  ບໍ່​ມີ​ໃຜ​ຊ່ວຍ​ເຈົ້າ​ຈາກ​ຄວາມ​ຈິບຫາຍ​ນີ້​ໄດ້. ບາດ​ແຜ​ຂອງ​ເຈົ້າ​ກໍ​ປິ່ນປົວ​ບໍ່​ໄດ້. ຄົນ​ທີ່​ໄດ້​ຍິນ​ເລື່ອງ​ຂອງ​ເຈົ້າ​ຈະ​ຕົບ​ມື​ດີໃຈ+ຍ້ອນ​ທຸກ​ຄົນ​ເຄີຍ​ທົນ​ທຸກ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ມີ​ແຕ່​ເລືອດ”
ໝາຍເຖິງ​ນີເນເວ
ໝາຍເຖິງ​ເມືອງ​ທີບ