ປະຖົມມະການ 37:1-36

  • ຄວາມ​ຝັນ​ຂອງ​ໂຢເຊັບ (1-11)

  • ໂຢເຊັບ​ກັບ​ພວກ​ອ້າຍ​ທີ່​ອິດສາ​ລາວ (12-24)

  • ໂຢເຊັບ​ຖືກ​ຂາຍ​ໄປ​ເປັນ​ທາດ (25-36)

37  ຢາໂຄບ​ຢູ່​ໃນ​ແຜ່ນດິນ​ການາອານ​ບ່ອນ​ທີ່​ພໍ່​ຂອງ​ລາວ​ເຄີຍ​ຢູ່​ຄື​ຄົນ​ຕ່າງ​ຊາດ.+  ນີ້​ແມ່ນ​ປະຫວັດ​ຂອງ​ຢາໂຄບ. ຕອນ​ທີ່​ໂຢເຊັບ+ອາຍຸ 17 ປີ ລາວ​ອອກ​ໄປ​ລ້ຽງ​ແກະ+​ກັບ​ພວກ​ອ້າຍ​ທີ່​ເປັນ​ລູກ​ຂອງ​ບິນຮາ+ ແລະ​ເປັນ​ລູກ​ຂອງ​ຊີລະປາ.+ ສອງ​ຄົນ​ນີ້​ກໍ​ເປັນ​ເມຍ​ພໍ່​ຂອງ​ໂຢເຊັບ​ຄື​ກັນ. ແລ້ວ​ໂຢເຊັບ​ກໍ​ມາ​ບອກ​ພໍ່​ເລື່ອງ​ທີ່​ອ້າຍ​ເຮັດ​ແນວ​ບໍ່​ດີ.  ອິດສະຣາເອນ​ຮັກ​ໂຢເຊັບ​ຫຼາຍ​ກວ່າ​ລູກ​ຊາຍ​ຄົນ​ອື່ນ​ໆ​+ ຍ້ອນ​ລາວ​ໄດ້​ລູກ​ຊາຍ​ຄົນ​ນີ້​ຕອນ​ທີ່​ລາວ​ເຖົ້າ​ແລ້ວ ແລະ​ລາວ​ໄດ້​ເຮັດ​ເສື້ອ​ຄຸມ​ທີ່​ງາມ​ເປັນ​ພິເສດ​ໃຫ້​ໂຢເຊັບ.  ພວກ​ອ້າຍ​ເຫັນ​ວ່າ​ພໍ່​ຮັກ​ໂຢເຊັບ​ຫຼາຍ​ກວ່າ​ລູກ​ທຸກ​ຄົນ ເຂົາ​ເຈົ້າ​ກໍ​ເລີຍ​ພາ​ກັນ​ຊັງ​ໂຢເຊັບ​ແລະ​ບໍ່​ເວົ້າ​ດີ​ໆ​ນຳ​ລາວ.  ຕໍ່ມາໂຢເຊັບ​ກໍ​ຝັນ ແລ້ວ​ລາວ​ໄດ້​ເລົ່າ​ຄວາມ​ຝັນ​ໃຫ້​ພວກ​ອ້າຍ​ຟັງ+ ແລະ​ພວກ​ອ້າຍ​ແຮ່ງ​ຊັງ​ລາວ​ຕື່ມ​ອີ​ກ.  ໂຢເຊັບ​ບອກ​ວ່າ: “ນ້ອງ​ຢາກ​ເລົ່າ​ຄວາມ​ຝັນ​ໃຫ້​ພວກ​ອ້າຍ​ຟັງ.  ນ້ອງ​ຝັນ​ວ່າ ຕອນ​ທີ່​ພວກ​ເຮົາ​ມັດ​ເຂົ້າ​ຢູ່​ທົ່ງ​ນາ ຟ່ອນ​ເຂົ້າ​ຂອງ​ນ້ອງ​ກໍ​ຕັ້ງ​ຂຶ້ນ ແລ້ວ​ຟ່ອນ​ເຂົ້າ​ຂອງ​ພວກ​ອ້າຍ​ກໍ​ມາ​ລ້ອມ​ຟ່ອນ​ເຂົ້າ​ຂອງ​ນ້ອງ​ແລະ​ກົ້ມ​ລົງ​ໃຫ້​ຟ່ອນ​ເຂົ້າ​ຂອງ​ນ້ອງ.”+  ພວກ​ອ້າຍ​ເລີຍ​ເວົ້າ​ກັບ​ໂຢເຊັບ​ວ່າ: “ເຈົ້າ​ໝາຍ​ຄວາມ​ວ່າເຈົ້າ​ຊິ​ເປັນ​ກະສັດ​ປົກຄອງ​ພວກ​ເຮົາ​ຊັ້ນ​ເບາະ?”+ ຄວາມ​ຝັນ​ນີ້​ແລະ​ສິ່ງ​ທີ່​ໂຢເຊັບ​ເວົ້າ​ເຮັດ​ໃຫ້​ພວກ​ອ້າຍ​ແຮ່ງ​ຊັງ​ລາວ​ຕື່ມ​ອີ​ກ.  ຈາກ​ນັ້ນ ໂຢເຊັບ​ກໍ​ຝັນ​ອີ​ກ​ເທື່ອ​ໜຶ່ງ ແລ້ວ​ເລົ່າ​ໃຫ້​ພວກ​ອ້າຍ​ຟັງ. ລາວ​ບອກ​ວ່າ: “ນ້ອງ​ຝັນ​ອີ​ກ​ແລ້ວ. ເທື່ອ​ນີ້​ນ້ອງ​ເຫັນ​ຕາເວັນ ເດືອນ ແລະ​ດາວ 11 ໜ່ວຍ​ກົ້ມ​ລົງ​ໃຫ້​ນ້ອງ.”+ 10  ລາວ​ໄປ​ເລົ່າ​ໃຫ້​ພໍ່​ກັບ​ພວກ​ອ້າຍ​ຟັງ ແລ້ວ​ພໍ່​ກໍ​ຮ້າຍ​ລາວ​ວ່າ: “ຄວາມ​ຝັນ​ຂອງ​ລູກມັນ​ໝາຍ​ຄວາມ​ວ່າແນວ​ໃດ? ລູກ​ໝາຍ​ຄວາມ​ວ່າ​ພໍ່​ກັບ​ແມ່ ແລະ​ພວກ​ອ້າຍ​ຂອງ​ລູກ​ຈະ​ມາ​ກົ້ມ​ລົງສະແດງ​ຄວາມ​ນັບຖື​ລູກຊັ້ນເບາະ?” 11  ພວກ​ອ້າຍ​ແຮ່ງອິດສາໂຢເຊັບ​ຫຼາຍ​ກວ່າ​ເກົ່າ+ ແຕ່​ພໍ່​ຂອງ​ລາວ​ຈື່​ເລື່ອງ​ນີ້​ໄວ້. 12  ມີ​ມື້​ໜຶ່ງ​ພວກ​ອ້າຍ​ໄປ​ລ້ຽງ​ຝູງ​ສັດ​ຂອງ​ພໍ່​ຢູ່​ໃກ້​ເມືອງ​ເຊເຄັມ.+ 13  ແລ້ວ​ອິດສະຣາເອນ​ກໍ​ເວົ້າ​ກັບ​ໂຢເຊັບ​ວ່າ: “ພວກ​ອ້າຍ​ໄປ​ລ້ຽງ​ຝູງ​ສັດ​ຢູ່​ໃກ້​ເມືອງ​ເຊເຄັມ​ແມ່ນ​ບໍ? ໃຫ້​ລູກ​ໄປ​ເບິ່ງ​ເຂົາ​ເຈົ້າເດີ້.” ໂຢເຊັບ​ຕອບ​ວ່າ: “ໂດຍ ພໍ່.” 14  ອິດສະຣາເອນ​ບອກ​ໂຢເຊັບ​ວ່າ: “ໃຫ້​ໄປ​ເບິ່ງ​ດຸວ່າ​ພວກ​ອ້າຍ​ສະບາຍ​ດີ​ບໍ ຝູງ​ສັດ​ເປັນ​ແນວ​ໃດ ແລ້ວ​ກັບ​ມາ​ບອກ​ພໍ່​ເດີ້.” ໂຢເຊັບ​ຈຶ່ງ​ເລີ່ມ​ເດີນ​ທາງ​ຈາກ​ຮ່ອມ​ພູ​ເຮັບໂຣນ+ໄປ​ທາງ​ເມືອງ​ເຊເຄັມ. 15  ຕອນ​ທີ່​ໂຢເຊັບ​ຍ່າງ​ຢູ່​ທົ່ງ​ຫຍ້າ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຖາມ​ລາວ​ວ່າ: “ເຈົ້າ​ກຳລັງ​ຊອກ​ຫາ​ຫຍັງ?” 16  ລາວ​ຕອບ​ວ່າ: “ຂ້ອຍ​ກຳລັງ​ຊອກ​ຫາ​ພວກ​ອ້າຍ. ເຂົາ​ເຈົ້າ​ຄື​ຊິ​ລ້ຽງ​ຝູງ​ສັດ​ຢູ່​ແຖວ​ນີ້​ແຫຼະ. ເຈົ້າ​ເຫັນ​ເຂົາ​ເຈົ້າ​ບໍ?” 17  ຜູ້​ຊາຍ​ຄົນ​ນັ້ນ​ຕອບ​ວ່າ: “ເຂົາ​ເຈົ້າ​ບໍ່​ຢູ່​ນີ້​ແລ້ວ ຂ້ອຍ​ໄດ້​ຍິນ​ເຂົາ​ເຈົ້າ​ລົມ​ກັນ​ວ່າ​ຊິ​ໄປ​ໂດທານ.” ແລ້ວ​ໂຢເຊັບ​ກໍ​ເດີນ​ທາງ​ຕໍ່ ແລ້ວ​ໄປເຫັນພວກ​ອ້າຍ​ຢູ່​ໂດທານ. 18  ພວກ​ອ້າຍ​ແນມ​ເຫັນ​ໂຢເຊັບ​ຕັ້ງ​ແຕ່​ໄກ ແລະ​ກ່ອນ​ທີ່​ໂຢເຊັບ​ຈະ​ມາ​ຮອດ ເຂົາ​ເຈົ້າ​ກໍ​ວາງ​ແຜນ​ຂ້າ​ລາວ. 19  ເຂົາ​ເຈົ້າລົມກັນ​ວ່າ: “ເບິ່ງ​ແມ້! ນັກ​ຝັນ​ໃຫຍ່​ມັນ​ມາ​ແລ້ວ.+ 20  ໄປ໋ ໃຫ້​ພວກ​ເຮົາ​ຂ້າ​ມັນ​ແລ້ວ​ເອົາ​ໄປ​ຖິ້ມ​ລົງຂຸມ​ເລິກ ແລະ​ບອກ​ຄົນ​ອື່ນ​ວ່າ​ມັນ​ຖືກ​ສັດ​ປ່າ​ກິນ. ລອງ​ເບິ່ງ​ດຸ​ວ່າ​ຝັນ​ຂອງ​ມັນ​ຊິ​ເປັນ​ຈິງ​ບໍ່?” 21  ເມື່ອ​ຣູເບັນ+​ໄດ້​ຍິນ​ແນວ​ນັ້ນ ລາວ​ກໍ​ຢາກ​ຊ່ວຍ​ໂຢເຊັບ. ລາວ​ກໍ​ເລີຍ​ບອກ​ຄົນ​ອື່ນ​ວ່າ: “ເອີ້​ ບໍ່​ຕ້ອງ​ຂ້າ​ມັນ​ດອກ.”+ 22  ຣູເບັນ​ເວົ້າ​ຕື່ມ​ອີ​ກວ່າ: “ມີ​ແຕ່​ໂຍນ​ມັນ​ລົງ​ຂຸມ​ນີ້​ລະ​ກະ​ແລ້ວ. ບໍ່​ຕ້ອງ​ຕີ​ບໍ່​ຕ້ອງ​ຂ້າ​ມັນ​ດອກ.”+ ລາວ​ເວົ້າ​ແນວ​ນີ້​ກໍ​ເພື່ອ​ຈະ​ຊອກ​ວິທີ​ຊ່ວຍ​ໂຢເຊັບ​ໃຫ້​ກັບ​ຄືນ​ໄປ​ຫາ​ພໍ່. 23  ເມື່ອ​ໂຢເຊັບ​ມາ​ຮອດ ພວກ​ອ້າຍ​ພາ​ກັນ​ແກ້​ເສື້ອ​ຄຸມ​ໂຕ​ງາມ​ພິເສດ​ທີ່​ລາວ​ນຸ່ງ​ອອກ.+ 24  ແລ້ວ​ເຂົາ​ເຈົ້າ​ກໍ​ຈັບ​ລາວ​ໂຍນ​ລົງ​ຂຸມ​ເລິກ. ຂຸມ​ນັ້ນບໍ່​ມີ​ນ້ຳ. 25  ຕອນ​ພວກ​ອ້າຍ​ກຳລັງ​ກິນ​ເຂົ້າ​ຢູ່​ນັ້ນ ເຂົາ​ເຈົ້າ​ກໍ​ຫຼຽວ​ເຫັນ​ຂະບວນ​ຂອງ​ພວກ​ອິດຊະມາເອນ+ທີ່​ກຳລັງ​ມາ​ແຕ່​ກິລຽດ. ເຂົາ​ເຈົ້າ​ໃຊ້​ອູດ​ຂົນ​ຢາງ​ຂອງ​ຕົ້ນ​ຢາງ​ ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ​ ແລະ​ເປືອກ​ໄມ້​ທີ່​ມີ​ຢາງ.+ ເຂົາ​ເຈົ້າ​ກຳລັງ​ໄປ​ເອຢິບ. 26  ຢູດາ​ເວົ້າ​ກັບ​ພວກ​ອ້າຍ​ນ້ອງ​ວ່າ: “ຄັນ​ພວກ​ເຮົາ​ຂ້າ​ນ້ອງ​ແລະ​ຍັງ​ຕ້ອງ​ປົກ​ປິດ​ອີ​ກ ມັນ​ກໍ​ບໍ່​ມີ​ປະໂຫຍດ​ຫຍັງ.+ 27  ຂາຍ​ມັນ+​ໃຫ້​ພວກ​ອິດຊະມາເອນ​ເລີຍ. ພວກ​ເຮົາ​ບໍ່​ຕ້ອງ​ທຳ​ຮ້າຍ​ມັນ​ເອງ​ດອກ ຍ້ອນ​ມັນ​ກໍ​ເປັນ​ນ້ອງ​ຂອງ​ພວກ​ເຮົາ​ຄື​ກັນ.” ພວກ​ອ້າຍ​ນ້ອງ​ກໍ​ເຫັນ​ດີ​ນຳ. 28  ເມື່ອ​ພວກພໍ່​ຄ້າອິດຊະມາເອນ*+ຜ່ານ​ມາ ພວກ​ອ້າຍ​ກໍ​ດຶງ​ໂຢເຊັບ​ຂຶ້ນ​ມາ​ຈາກ​ຂຸມ​ເລິກ ແລ້ວ​ຂາຍ​ໃຫ້​ພວກ​ພໍ່​ຄ້າ​ເປັນ​ເງິນ​ໜັກ 20 ເຊເກນ*+ ແລ້ວ​ພໍ່​ຄ້າ​ພວກ​ນັ້ນ​ກໍ​ເອົາ​ລາວ​ໄປ​ເອຢິບ. 29  ເມື່ອ​ຣູເບັນ​ກັບ​ມາ ລາວ​ກໍ​ບໍ່​ເຫັນ​ໂຢເຊັບ​ຢູ່​ຂຸມ​ເລິກ​ແລ້ວ. ລາວ​ເສຍໃຈ​ຫຼາຍ​ແລະຈີກ​ເສື້ອ​ໂຕ​ເອງ. 30  ຣູເບັນ​ກັບ​ໄປ​ຫາ​ພວກ​ນ້ອງ​ແລະ​ຮ້ອງ​ຂຶ້ນ​ວ່າ: “ນ້ອງ​ພວກ​ເຮົາ​ບໍ່​ຢູ່​ຫັ້ນ​ແລ້ວ ຂ້ອຍ​ຊິ​ເຮັດ​ແນວ​ໃດ​ບາດ​ນີ້?” 31  ເຂົາ​ເຈົ້າ​ຂ້າ​ແບ້​ຜູ້​ໂຕ​ໜຶ່ງ​ແລ້ວ​ເອົາ​ເສື້ອ​ຂອງ​ໂຢເຊັບ​ຈຸ່ມ​ລົງ​ໃສ່​ເລືອດ. 32  ແລ້ວ​ເຂົາ​ເຈົ້າ​ກໍ​ເອົາ​ເສື້ອ​ງາມ​ພິເສດ​ໂຕ​ນັ້ນ​ໄປ​ໃຫ້​ພໍ່​ເບິ່ງ​ແລະ​ເວົ້າ​ວ່າ: “ພໍ່ ພວກ​ເຮົາ​ເຫັນ​ເສື້ອ​ໂຕ​ນີ້. ພໍ່​ເບິ່ງ​ດຸ​ວ່າ​ມັນ​ເປັນ​ຂອງ​ລູກ​ຊາຍ​ພໍ່​ບໍ?”+ 33  ພໍ່​ເບິ່ງ​ແລ້ວ​ກໍ​ຮ້ອງ​ຂຶ້ນ​ວ່າ: “ແມ່ນ​ແລ້ວ ມັນ​ແມ່ນ​ເສື້ອ​ຂອງ​ລູກ​ຊາຍ​ຂ້ອຍ! ລູກ​ຂ້ອຍ​ຖືກ​ສັດ​ປ່າ​ກິນ​ແລ້ວ! ມັນ​ຄື​ຊິ​ຈີກ​ໂຢເຊັບ​ເປັນ​ຕ່ອນ​ໆ​ແລ້ວ!” 34  ຢາໂຄບ​ກໍ​ຈີກ​ເສື້ອ​ແລ້ວ​ນຸ່ງຜ້າ​ເນື້ອ​ຫຍາບແລະ​ຮ້ອງໄຫ້*ຢູ່​ຫຼາຍ​ມື້​ຍ້ອນ​ລູກ​ຕາຍ. 35  ພວກ​ລູກ​ທຸກ​ຄົນ​ທັງ​ຊາຍ​ແລະ​ຍິງ​ກໍ​ພາ​ກັນ​ມາ​ໃຫ້​ກຳລັງ​ໃຈ​ພໍ່ ແຕ່​ລາວ​ກໍ​ບໍ່​ຍອມ​ຟັງ. ລາວ​ມີ​ແຕ່​ຈົ່ມ​ວ່າ: “ພໍ່​ຈະ​ຮ້ອງໄຫ້​ໄປຈົນ​ຮອດ​ມື້​ຕາຍ!”*+ ແລ້ວ​ຢາໂຄບ​ກໍ​ຮ້ອງໄຫ້​ບໍ່​ຢຸດ​ບໍ່​ເຊົາ​ຈັກ​ເທື່ອ. 36  ພວກ​ອິດຊະມາເອນ​ໄດ້​ຂາຍ​ໂຢເຊັບ​ໃຫ້​ໂປຕີຟາ​ຄົນ​ເອຢິບ. ໂປຕີຟາເປັນ​ຂ້າລາຊະການ​ຂອງ​ຟາໂຣ*+ແລະ​ເປັນ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ.+

ຂໍຄວາມໄຂເງື່ອນ

ຫຼື “ພວກ​ພໍ່​ຄ້າ​ມີດີອານ”
228 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ໄວ້​ທຸກ”
ຫຼື “ຈົນ​ຮອດ​ມື້​ທີ່​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ.” ເບິ່ງ​ຄຳ​ວ່າ “ບ່ອນ​ຝັງ​ສົບ” ໃນ​ສ່ວນ​ອະທິບາຍ​ຄຳສັບ.
ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ