ປະຖົມມະການ 44:1-34
44 ຕໍ່ມາ ໂຢເຊັບບອກຄົນທີ່ເບິ່ງແຍງເຮືອນຂອງລາວວ່າ: “ເອົາອາຫານໃສ່ໃນເປົາຂອງທຸກຄົນໃຫ້ເຕັມໆ ແລະເອົາເງິນໃສ່ແຕ່ລະເປົາໄປນຳ.+
2 ແຕ່ໃນເປົາຂອງຜູ້ຫຼ້າ ໃຫ້ເອົາຈອກເງິນຂອງຂ້ອຍໃສ່ນຳ.” ແລ້ວຜູ້ເບິ່ງແຍງເຮືອນກໍເຮັດຕາມທີ່ໂຢເຊັບສັ່ງ.
3 ເມື່ອຮອດຕອນເຊົ້າ ເຂົາເຈົ້າໄດ້ອອກເດີນທາງໄປພ້ອມກັບລາຂອງເຂົາເຈົ້າ.
4 ເມື່ອເຂົາເຈົ້າອອກໄປໄດ້ບໍ່ໄກ ໂຢເຊັບເວົ້າກັບຜູ້ເບິ່ງແຍງເຮືອນຂອງລາວວ່າ: “ນຳຫຼັງພວກນັ້ນໄປ. ໄປໃຫ້ທັນແລະເວົ້ານຳເຂົາເຈົ້າວ່າ ‘ເປັນຫຍັງພວກເຈົ້າຄືເຮັດຊົ່ວຕອບແທນຄວາມດີຂອງນາຍຂ້ອຍ?
5 ເປັນຫຍັງພວກເຈົ້າລັກເອົາຈອກທີ່ນາຍຂອງຂ້ອຍເອົາໄວ້ໃສ່ເຄື່ອງດື່ມແລະໃຊ້ທຳນາຍອະນາຄົດໄປ? ພວກເຈົ້າຄືຊົ່ວແທ້.’”
6 ແລ້ວຄົນເບິ່ງແຍງເຮືອນກໍນຳເຂົາເຈົ້າທັນແລະເວົ້າກັບເຂົາເຈົ້າຕາມທີ່ໂຢເຊັບບອກ.
7 ເຂົາເຈົ້າຕອບວ່າ: “ເປັນຫຍັງນາຍທ່ານຄືເວົ້າຈັ່ງຊີ້? ຜູ້ຮັບໃຊ້ຂອງທ່ານບໍ່ກ້າເຮັດແນວນັ້ນດອກ.
8 ຂະໜາດວ່າເງິນທີ່ພວກເຮົາເຫັນຢູ່ໃນເປົາ ພວກເຮົາກໍຍັງເດີນທາງມາແຕ່ການາອານເພື່ອເອົາມາສົ່ງຄືນ.+ ພວກເຮົາຊິໄປກ້າລັກເອົາເງິນເອົາຄຳໃນເຮືອນຂອງນາຍທ່ານໄດ້ຈັ່ງໃດ?
9 ຖ້າເຫັນຈອກຢູ່ໃນເປົາຂອງຜູ້ໃດ ກໍໃຫ້ຂ້າຜູ້ນັ້ນໂລດ ສ່ວນຄົນອື່ນໆກໍໃຫ້ເປັນທາດຂອງນາຍທ່ານ.”
10 ຄົນເບິ່ງແຍງເຮືອນຂອງໂຢເຊັບຈຶ່ງເວົ້າວ່າ: “ເອົາຈັ່ງຊີ້ສະ. ຖ້າຂ້ອຍເຫັນຈອກນັ້ນຢູ່ນຳຜູ້ໃດ ກໍໃຫ້ຜູ້ນັ້ນເປັນທາດຂອງຂ້ອຍ ສ່ວນຄົນອື່ນໆຈະບໍ່ມີຄວາມຜິດ.”
11 ເຂົາເຈົ້າແຕ່ລະຄົນກໍຟ້າວເອົາເປົາຂອງໂຕເອງລົງຈາກຫຼັງລາແລະເປີດໄວ້.
12 ຄົນເບິ່ງແຍງເຮືອນຂອງໂຢເຊັບກໍຄົ້ນຢ່າງລະອຽດ ເລີ່ມຈາກເປົາຂອງອ້າຍກົກໄປຈົນຮອດເປົາຂອງນ້ອງຫຼ້າ. ໃນທີ່ສຸດ ກໍເຫັນຈອກຢູ່ໃນເປົາຂອງເບັນຢາມິນ.+
13 ເຂົາເຈົ້າພາກັນຈີກເສື້ອດ້ວຍຄວາມເສຍໃຈ ແລ້ວເອົາເປົາຂຶ້ນເທິງຫຼັງລາແລະກັບຄືນໄປໃນເມືອງ.
14 ເມື່ອຢູດາ+ແລະພວກອ້າຍນ້ອງໄປຮອດເຮືອນຂອງໂຢເຊັບ ລາວກໍຍັງຢູ່ຫັ້ນ. ເຂົາເຈົ້າກໍໝູບລົງພື້ນຕໍ່ໜ້າລາວ.+
15 ໂຢເຊັບເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງພວກເຈົ້າເຮັດຊົ່ວໃສ່ຂ້ອຍ? ພວກເຈົ້າບໍ່ຮູ້ບໍວ່າຂ້ອຍເບິ່ງອະນາຄົດໄດ້?”+
16 ຢູດາຕອບວ່າ: “ນາຍເອີ້ຍ ພວກເຮົາບໍ່ຮູ້ຊິເວົ້າກັບທ່ານຈັ່ງໃດ. ພວກເຮົາບໍ່ມີຂໍ້ແກ້ໂຕແລ້ວ. ພວກເຮົາບໍ່ມີຫຍັງຈະຢືນຢັນໄດ້ວ່າພວກເຮົາບໍ່ໄດ້ລັກ. ພະເຈົ້າອົງທ່ຽງແທ້ລົງໂທດທາດຂອງທ່ານແລ້ວ.+ ພວກເຮົາທັງໝົດເປັນທາດຂອງນາຍທ່ານແລ້ວ ລວມທັງຄົນທີ່ມີຈອກນັ້ນໃນເປົາ!”
17 ໂຢເຊັບຕອບວ່າ: “ຂ້ອຍບໍ່ເຮັດແບບນັ້ນດອກ! ຂ້ອຍຊິເອົາແຕ່ຜູ້ທີ່ມີຈອກນັ້ນໄວ້ເປັນທາດຂອງຂ້ອຍ+ ສ່ວນຄົນອື່ນໆກໍມີອິດສະຫຼະທີ່ຈະກັບເມືອຫາພໍ່ໄດ້.”
18 ຢູດາຫຍັບເຂົ້າໄປໃກ້ໂຢເຊັບແລະເວົ້າວ່າ: “ນາຍເອີ້ຍ ຂໍໃຫ້ທາດຂອງທ່ານໄດ້ເວົ້າກ່ອນ. ຢ່າຟ້າວໃຈຮ້າຍໃຫ້ທາດຂອງທ່ານເລີຍ ທ່ານກໍເປັນຄືກັບຟາໂຣ*ຄົນໜຶ່ງ.+
19 ນາຍເຄີຍຖາມທາດຂອງທ່ານວ່າ ‘ພໍ່ຂອງພວກເຈົ້າຍັງມີຊີວິດຢູ່ບໍ? ພວກເຈົ້າຍັງມີນ້ອງຊາຍອີກບໍ?’
20 ພວກເຮົາຕອບນາຍວ່າ ‘ພໍ່ຂອງພວກເຮົາຍັງມີຊີວິດຢູ່ແຕ່ມີອາຍຸຫຼາຍແລ້ວ ແລະເພິ່ນກໍໄດ້ລູກຫຼ້າຕອນທີ່ເຖົ້າແລ້ວ.+ ແຕ່ອ້າຍຂອງນ້ອງຫຼ້າທີ່ເກີດຈາກແມ່ດຽວກັນ+ຕາຍແລ້ວ+ ພໍ່ກໍເລີຍຮັກລູກຫຼ້າຄົນນີ້ຫຼາຍ.’
21 ຫຼັງຈາກນັ້ນທ່ານກໍບອກວ່າ ‘ພານ້ອງຫຼ້າມາໃຫ້ເບິ່ງແດ່.’+
22 ແຕ່ພວກເຮົາບອກທ່ານວ່າ ‘ນ້ອງຫຼ້າປະພໍ່ບໍ່ໄດ້ດອກ. ຄັນນ້ອງຫຼ້າໄປຈາກພໍ່ ພໍ່ຊິຕາຍແນ່ນອນ.’+
23 ແລ້ວທ່ານກໍບອກທາດຂອງທ່ານວ່າ ‘ຖ້າບໍ່ພານ້ອງຫຼ້າມານຳ ກໍຢ່າຊູ່ມານີ້ອີກ.’+
24 ເມື່ອພວກເຮົາກັບໄປຫາພໍ່ ພວກເຮົາກໍເລົ່າໃຫ້ພໍ່ຟັງວ່າທ່ານບອກຫຍັງແດ່.
25 ຕໍ່ມາ ພໍ່ບອກວ່າ ‘ກັບໄປຊື້ອາຫານໃຫ້ທຸກຄົນອີກແດ່.’+
26 ແຕ່ພວກເຮົາບອກພໍ່ວ່າ ‘ພວກເຮົາກັບໄປຫັ້ນອີກບໍ່ໄດ້ດອກ ຖ້ານ້ອງຫຼ້າບໍ່ໄປນຳພວກເຮົາ. ຍ້ອນຜູ້ຊາຍຄົນນັ້ນບອກວ່າ ຄັນບໍ່ພານ້ອງຫຼ້າມານຳ ກໍບໍ່ຕ້ອງມາໃຫ້ລາວເຫັນໜ້າອີກ.’+
27 ພໍ່ກໍເລີຍເວົ້າກັບພວກເຮົາວ່າ ‘ພວກເຈົ້າກໍຮູ້ວ່າເມຍຂອງພໍ່ເກີດລູກຊາຍໃຫ້ພໍ່ 2 ຄົນ.+
28 ແຕ່ຄົນໜຶ່ງຈາກພໍ່ໄປແລ້ວ ລາວຄືຊິຖືກສັດຈີກເປັນຕ່ອນໆ+ ແລະພໍ່ກໍບໍ່ໄດ້ເຫັນໜ້າລາວຈົນຮອດຕອນນີ້.
29 ຖ້າພວກລູກພາຜູ້ນີ້ໄປຈາກພໍ່ອີກ ແລະມີຫຍັງເກີດຂຶ້ນກັບລາວເຮັດໃຫ້ລາວຕາຍ ພວກລູກກໍຊິເຮັດໃຫ້ຜູ້ເຖົ້າຫົວຫງອກຄືພໍ່ລົງໄປບ່ອນຝັງສົບ*+ດ້ວຍຄວາມໂສກເສົ້າ.’+
30 ພໍ່ຮັກນ້ອງຫຼ້າເທົ່າກັບຊີວິດຂອງເພິ່ນ. ຖ້າຂ້ອຍບໍ່ໄດ້ພານ້ອງຫຼ້າກັບໄປຫາພໍ່
31 ພໍ່ຊິຕາຍແທ້ໆ ເພາະບໍ່ເຫັນໜ້າລາວ. ຂ້ອຍກໍຈະເປັນຄົນເຮັດໃຫ້ພໍ່ທີ່ຫົວຫງອກລົງໄປບ່ອນຝັງສົບ*ດ້ວຍຄວາມໂສກເສົ້າ.
32 ຂ້ອຍເປັນຄົນຮັບຮອງກັບພໍ່ເອງວ່າ ‘ຊິບໍ່ໃຫ້ມີຫຍັງເກີດຂຶ້ນກັບນ້ອງຫຼ້າ. ຖ້າຂ້ອຍບໍ່ໄດ້ພານ້ອງກັບເມືອ ຂ້ອຍກໍຈະເຮັດຜິດຕໍ່ພໍ່ໄປຕະຫຼອດຊີວິດ.’+
33 ຄັນຊັ້ນ ຂ້ອຍຂໍເປັນທາດຂອງທ່ານແທນນ້ອງຫຼ້າເອງ ແລະຂໍໃຫ້ລາວກັບເມືອພ້ອມກັບພວກອ້າຍ.
34 ຂ້ອຍບໍ່ກ້າກັບເມືອໃຫ້ພໍ່ເຫັນໜ້າດອກ ຖ້າບໍ່ມີນ້ອງຫຼ້າເມືອນຳ. ຂ້ອຍທົນບໍ່ໄດ້ດອກທີ່ຕ້ອງເຫັນພໍ່ໂສກເສົ້າ.”
ຂໍ ຄວາມ ໄຂ ເງື່ອນ
^ ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
^ ເບິ່ງສ່ວນອະທິບາຍຄຳສັບ
^ ເບິ່ງສ່ວນອະທິບາຍຄຳສັບ