ປະຖົມມະການ 47:1-31

  • ຢາໂຄບ​ເຂົ້າ​ໄປ​ຫາ​ຟາໂຣ (1-12)

  • ໂຢເຊັບ​ລວບລວມ​ອາຫານ​ໄວ້​ດ້ວຍ​ວິທີ​ທີ່​ສະຫຼາດ (13-26)

  • ອິດສະຣາເອນ​ອາໄສ​ຢູ່​ໂກເຊັນ (27-31)

47  ໂຢເຊັບ​ໄປ​ຫາ​ຟາໂຣ*ແລະ​ເວົ້າ​ວ່າ:+ “ພໍ່​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຂ້ອຍ​ໄດ້​ເອົາ​ຝູງ​ສັດ​ແລະ​ຊັບ​ສົມບັດ​ທັງ​ໝົດ​ມາ​ຈາກ​ການາອານ​ແລ້ວ. ຕອນ​ນີ້​ເຂົາ​ເຈົ້າ​ຢູ່​ໂກ​ເຊັນ.”+  ລາວ​ພາ​ພວກ​ອ້າຍ 5 ຄົນ​ເຂົ້າ​ໄປ​ຫາ​ຟາໂຣ.+  ຟາໂຣ​ຖາມ​ພວກ​ອ້າຍ​ຂອງ​ໂຢເຊັບ​ວ່າ: “ພວກ​ເຈົ້າ​ເຮັດ​ວຽກ​ຫຍັງ?” ເຂົາ​ເຈົ້າ​ຕອບ​ວ່າ: “ຄົນ​ຮັບໃຊ້​ຂອງ​ທ່ານ​ເປັນ​ຄົນ​ລ້ຽງ​ແກະ​ຕັ້ງ​ແຕ່​ສະໄໝ​ປູ່​ຍ່າ​ຕາ​ນາຍ​ແລ້ວ.”+  ເຂົາ​ເຈົ້າ​ເວົ້າ​ກັບ​ຟາໂຣ​ອີ​ກວ່າ: “ພວກ​ເຮົາ​ມາ​ຢູ່​ໃນ​ແຜ່ນດິນ​ນີ້​ຄື​ຄົນ​ຕ່າງ​ຊາດ+ ຍ້ອນ​ບໍ່​ມີ​ຫຍ້າ​ໃຫ້​ຝູງ​ສັດ​ກິນ ແລະ​ຍ້ອນ​ຄວາມ​ອຶດຢາກ​ຮຸນແຮງ​ຫຼາຍ​ໃນ​ແຜ່ນດິນ​ການາອານ.+ ດັ່ງນັ້ນ ຜູ້​ຮັບໃຊ້​ຂອງ​ທ່ານ ຂໍ​ມາ​ຢູ່​ໂກ​ເຊັນແດ່​ເດີ້.”+  ຟາໂຣ​ບອກ​ໂຢເຊັບ​ວ່າ: “ຈັ່ງ​ໃດພໍ່​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ເຈົ້າ​ກໍໄດ້​ມາ​ຫາ​ເຈົ້າ​ແລ້ວ.  ເຈົ້າ​ຢາກ​ໃຫ້​ເຂົາ​ເຈົ້າ​ຢູ່​ບ່ອນ​ໃດ​ກະ​ໄດ້​ໃນ​ເອຢິບ​ຕາມ​ໃຈ​ເຈົ້າ.+ ຄັນ​ຊັ້ນ ໃຫ້​ເຂົາ​ເຈົ້າ​ຢູ່​ໂກ​ເຊັນ. ຖ້າ​ຜູ້​ໃດ​ມີ​ຄວາມ​ສາມາດ ກໍ​ແຕ່ງ​ຕັ້ງ​ເຂົາ​ເຈົ້າ​ໃຫ້​ເບິ່ງ​ແຍງ​ຝູງ​ສັດ​ຂອງ​ຂ້ອຍ​ນຳ.”  ແລ້ວ​ໂຢເຊັບ​ກໍ​ພາ​ຢາໂຄບ​ພໍ່​ຂອງ​ລາວ​ເຂົ້າ​ໄປ​ຫາ​ຟາໂຣ ແລະ​ຢາໂຄບ​ໄດ້​ອວຍ​ພອນ​ໃຫ້​ຟາໂຣ.  ຟາໂຣ​ຖາມ​ຢາໂຄບ​ວ່າ: “ເຈົ້າ​ອາຍຸ​ຈັກ​ປີ​ແລ້ວ?”  ຢາໂຄບ​ຕອບ​ຟາໂຣ​ວ່າ: “ຂ້ອຍ​ອາຍຸ 130 ປີ​ແລ້ວ. ຂ້ອຍ​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ​ຕະຫຼອດ​ຊີວິດ​ຂອງ​ຂ້ອຍ ແລະ​ມີ​ແຕ່​ຄວາມ​ຍາກ​ລຳບາກ.+ ຄັນ​ທຽບ​ແລ້ວ ອາຍຸ​ຂ້ອຍ​ກໍ​ໜ້ອຍ​ກວ່າ​ອາຍຸ​ປູ່​ຍ່າ​ຕາ​ນາຍ​ຂອງ​ຂ້ອຍ​ທີ່​ໃຊ້​ຊີວິດ​ແບບ​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ​.”+ 10  ຫຼັງ​ຈາກ​ນັ້ນ ຢາໂຄບ​ໄດ້​ອວຍ​ພອນ​ໃຫ້​ຟາໂຣ​ແລ້ວ​ກໍ​ອອກ​ໄປ. 11  ໂຢເຊັບ​ໃຫ້​ພໍ່​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ມາ​ຢູ່​ໃນ​ແຜ່ນດິນ​ເອຢິບ. ລາວ​ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ແຜ່ນດິນ​ທີ່​ດີ​ທີ່​ສຸດ​ໃນ​ຣາເມເສດ+​ຕາມ​ຄຳ​ສັ່ງ​ຂອງ​ຟາໂຣ. 12  ໂຢເຊັບ​ເປັນ​ຜູ້​ເບິ່ງ​ແຍງ​ເລື່ອງ​ອາຫານ​ໃຫ້​ພໍ່​ກັບ​ພວກ​ອ້າຍ​ນ້ອງ ລວມ​ທັງ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ພໍ່ ໂດຍ​ຈັດ​ໃຫ້​ເຂົາ​ເຈົ້າ​ມີ​ອາຫານ​ກິນ​ຕາມ​ຈຳນວນ​ຄົນ​ໃນ​ແຕ່​ລະ​ຄອບຄົວ. 13  ຍ້ອນ​ຄວາມ​ອຶດຢາກ​ຮຸນແຮງ​ຫຼາຍ ຢູ່​ທົ່ວ​ທຸກ​ດິນແດນ​ຈຶ່ງ​ບໍ່​ມີ​ອາຫານ​ເລີຍ. ຄົນ​ໃນ​ແຜ່ນດິນ​ເອຢິບ​ແລະການາອານ​ກໍ​ອຶດ​ຫິວ​ຫຼາຍ​ຍ້ອນ​ບໍ່​ມີ​ອາຫານ​ກິນ.+ 14  ໂຢເຊັບ​ໄດ້​ຂາຍ​ເຂົ້າ​ແລະລວບລວມເງິນ​ທີ່​ໄດ້​ໃນ​ແຜ່ນດິນ​ເອຢິບ​ກັບ​ການາອານ+ ແລ້ວ​ເອົາ​ໄປ​ໄວ້ໃນ​ສາງ​ມ້ຽນ​ຊັບ​ສົມບັດ​ຂອງ​ຟາໂຣ. 15  ໃນ​ທີ່​ສຸດ​ຄົນ​ໃນ​ແຜ່ນດິນ​ເອຢິບ​ແລະ​ການາອານ​ກໍ​ບໍ່​ມີ​ເງິນ​ເຫຼືອ​ເລີຍ. ຄົນ​ເອຢິບ​ທຸກ​ຄົນ​ມາ​ຫາ​ໂຢເຊັບ​ແລະ​ເວົ້າ​ວ່າ: “ຂໍ​ເຂົ້າ​ໃຫ້​ພວກ​ເຮົາ​ກິນ​ແດ່ ຄັນ​ບໍ່​ຊັ້ນ​ພວກ​ເຮົາ​ກໍ​ຊິ​ຕາຍ​ຕໍ່​ໜ້າ​ທ່ານ.” 16  ໂຢເຊັບ​ບອກ​ວ່າ: “ຖ້າ​ພວກ​ເຈົ້າ​ບໍ່​ມີ​ເງິນ​ແລ້ວ ໃຫ້ເອົາ​ຝູງ​ສັດ​ມາແລກກັບ​ອາຫານ​ກະ​ໄດ້.” 17  ເຂົາ​ເຈົ້າ​ເອົາ​ຝູງ​ສັດ​ມາ​ໃຫ້​ໂຢເຊັບ ແລະ​ໂຢເຊັບ​ກໍ​ເອົາ​ອາຫານ​ໃຫ້​ເຂົາ​ເຈົ້າແລກກັບ​ຝູງ​ມ້າ ຝູງ​ແກະ ຝູງ​ງົວ ແລະ​ຝູງ​ລາ. ໃນ​ປີ​ນັ້ນ​ໂຢເຊັບ​ກໍ​ໄດ້​ເອົາ​ອາຫານ​ແລກ​ກັບ​ຝູງ​ສັດ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ. 18  ໃນ​ປີ​ຕໍ່ມາ ເຂົາ​ເຈົ້າ​ກໍ​ມາ​ຫາ​ໂຢເຊັບ​ອີ​ກ​ແລະ​ເວົ້າ​ວ່າ: “ເວົ້າ​ແທ້​ໆ​ເດີ້ ພວກ​ເຮົາ​ເອົາ​ເງິນ​ແລະ​ຝູງ​ສັດ​ໃຫ້​ທ່ານ​ໝົດ​ແລ້ວ. ພວກ​ເຮົາ​ບໍ່​ເຫຼືອ​ຫຍັງ​ນອກ​ຈາກ​ໂຕ​ກັບ​ດິນ​ເທົ່າ​ນັ້ນ. 19  ພວກ​ເຮົາ​ບໍ່​ຢາກ​ຕາຍ​ແລະ​ປະ​ດິນ​ໄວ້​ຊື່​ໆ​ກໍ​ເລີຍ​ຢາກ​ເອົາ​ດິນ​ແລະ​ໂຕ​ເອງ​ແລກ​ກັບ​ອາຫານ. ພວກ​ເຮົາ​ຊິ​ເປັນ​ທາດ​ຂອງ​ຟາໂຣ​ແລະ​ເອົາ​ດິນ​ໃຫ້​ຟາໂຣ. ຂໍ​ແນວ​ພັນ​ປູກ​ໃຫ້​ພວກ​ເຮົາ​ແດ່ ພວກ​ເຮົາຈຶ່ງ​ຊິ​ບໍ່​ຕາຍ​ແລະ​ປະ​ດິນ​ໄວ້​ລ້າ​ໆ​.” 20  ໂຢເຊັບ​ຈຶ່ງ​ໄດ້​ຊື້​ດິນ​ທັງ​ໝົດ​ຂອງ​ພວກ​ເອຢິບ​ໃຫ້​ຟາໂຣ ເພາະ​ວ່າ​ຄົນ​ເອຢິບ​ທຸກ​ຄົນ​ໄດ້​ຂາຍ​ດິນ​ຂອງ​ໂຕ​ເອງ ຍ້ອນ​ວ່າ​ຄວາມ​ອຶດຢາກ​ຮ້າຍແຮງ​ຫຼາຍ. ດິນ​ທັງ​ໝົດ​ຈຶ່ງ​ເປັນ​ຂອງ​ຟາໂຣ. 21  ແລ້ວ​ໂຢເຊັບ​ກໍ​ບອກ​ໃຫ້​ປະຊາຊົນ​ທີ່​ຢູ່ບ້ານ​ນອກ​ຍ້າຍ​ເຂົ້າ​ມາ​ຢູ່​ໃນ​ເມືອງ.+ 22  ມີ​ແຕ່​ດິນ​ຂອງ​ພວກ​ປະໂລຫິດ​ເທົ່າ​ນັ້ນ​ທີ່​ໂຢເຊັບ​ບໍ່​ໄດ້​ຊື້+ ເພາະ​ວ່າ​ພວກ​ປະໂລຫິດ​ໄດ້​ອາຫານ​ຈາກ​ຟາໂຣ​ຢູ່​ແລ້ວ. ຍ້ອນ​ແນວ​ນີ້ ເຂົາ​ເຈົ້າ​ຈຶ່ງ​ບໍ່​ຕ້ອງ​ຂາຍ​ດິນ​ຂອງ​ໂຕ​ເອງ. 23  ໂຢເຊັບ​ເວົ້າ​ກັບ​ປະຊາຊົນ​ວ່າ: “ຂ້ອຍ​ໄດ້​ຊື້​ພວກ​ເຈົ້າ​ແລະ​ດິນ​ຂອງ​ພວກ​ເຈົ້າ​ໃຫ້​ຟາໂຣ​ແລ້ວ ໃຫ້​ພວກ​ເຈົ້າ​ເອົາ​ແນວ​ພັນ​ພວກ​ນີ້​ໄປ​ຫວ່ານ​ລົງ​ດິນ​ເດີ້. 24  ເມື່ອ​ເກັບ​ກ່ຽວ​ໄດ້​ແລ້ວ​ໃຫ້​ແບ່ງ​ເປັນ 5 ສ່ວນ. ເອົາ 1 ສ່ວນ​ໃຫ້​ຟາໂຣ+ແລະ​ອີ​ກ 4 ສ່ວນ​ທີ່​ເຫຼືອ​ເປັນ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ໄດ້​ເອົາ​ໄວ້​ເປັນ​ແນວ​ປູກ​ແລະ​ເປັນ​ອາຫານ​ສຳລັບ​ພວກ​ເຈົ້າ ຄົນ​ໃນ​ເຮືອນ ແລະ​ລູກ​ຂອງ​ພວກ​ເຈົ້າ.” 25  ເຂົາ​ເຈົ້າ​ຕອບ​ວ່າ: “ທ່ານ​ເປັນ​ຜູ້​ຊ່ວຍ​ຊີວິດ​ພວກ​ເຮົາ​ແທ້​ໆ​.+ ຖ້າ​ແມ່ນ​ທ່ານເຫັນ​ດີ ພວກ​ເຮົາ​ກໍ​ຈະ​ເປັນ​ທາດ​ຂອງ​ຟາໂຣ.”+ 26  ໂຢເຊັບ​ເລີຍ​ອອກ​ກົດໝາຍ​ທີ່​ນຳ​ໃຊ້​ມາ​ຈົນ​ຮອດທຸກ​ມື້​ນີ້ວ່າ ໃນ​ທົ່ວ​ແຜ່ນດິນ​ເອຢິບ ປະຊາຊົນ​ຕ້ອງ​ເອົາ 1 ສ່ວນ 5 ຂອງ​ຜົນ​ຜະລິດ​ໃຫ້​ກັບ​ຟາໂຣ. ມີ​ແຕ່​ດິນ​ຂອງ​ພວກ​ປະໂລຫິດ​ເທົ່າ​ນັ້ນ​ທີ່​ບໍ່​ໄດ້​ເປັນ​ຂອງ​ຟາໂຣ.+ 27  ພວກ​ອິດສະຣາເອນ​ກໍ​ຢູ່​ໂກ​ເຊັນ+​ໃນ​ແຜ່ນດິນ​ເອຢິບ​ຕໍ່​ໄປ.+ 28  ຢາໂຄບ​ຢູ່​ແຜ່ນດິນ​ເອຢິບ​ໄດ້ 17 ປີ ແລ້ວ​ກໍ​ຕາຍ​ຕອນ​ທີ່​ລາວ​ອາຍຸ​ໄດ້ 147 ປີ.+ 29  ຕອນ​ທີ່​ອິດສະຣາເອນ​ໃກ້​ຊິ​ຕາຍ+ ລາວ​ໄດ້​ເອີ້ນ​ໂຢເຊັບ​ລູກ​ຊາຍ​ຂອງ​ລາວ​ມາ​ແລະ​ເວົ້າ​ວ່າ: “ໃຫ້​ລູກ​ເອົາ​ມື​ມາ​ວາງ​ໄວ້​ກ້ອງ​ກົກ​ຂາ​ພໍ່ ແລະ​ສາບານ​ວ່າ​ລູກຊິ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ແລະ​ສັດ​ຊື່​ຕໍ່​ພໍ່. ລູກ​ບໍ່​ຕ້ອງ​ຝັງ​ພໍ່​ໄວ້​ໃນ​ເອຢິບ​ເດີ້.+ 30  ເມື່ອ​ພໍ່​ຕາຍ ລູກ​ຕ້ອງ​ເອົາ​ສົບ​ຂອງ​ພໍ່​ອອກ​ຈາກ​ເອຢິບ ແລ້ວ​ເອົາ​ໄປ​ໄວ້​ບ່ອນ​ຝັງ​ສົບ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ພໍ່.”+ ໂຢເຊັບ​ຕອບ​ວ່າ: “ໂດຍ ລູກ​ຊິ​ເຮັດ​ຕາມ​ທີ່​ພໍ່​ບອກ.” 31  ແລ້ວ​ອິດສະຣາເອນ​ກໍ​ເວົ້າ​ຕື່ມ​ວ່າ: “ໃຫ້​ລູກ​ສາບານ​ກັບ​ພໍ່​ເດີ້.” ໂຢເຊັບ​ກໍ​ສາບານ.+ ແລ້ວ​ອິດສະຣາເອນ​ກໍ​ກົ້ມ​ລົງ​ອະທິດຖານ​ຢູ່​ຫົວ​ຕຽງ.+

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ