ປະຖົມມະການ 48:1-22
48 ຕໍ່ມາ ມີຄົນມາບອກໂຢເຊັບວ່າພໍ່ຂອງເຈົ້າບໍ່ມີເຫື່ອບໍ່ມີແຮງແລ້ວ ໂຢເຊັບເລີຍພາມານາເຊກັບເອຟຣາຢິມລູກຊາຍ 2 ຄົນຂອງລາວໄປຫາພໍ່.+
2 ເມື່ອຢາໂຄບຮູ້ວ່າໂຢເຊັບກຳລັງມາຫາ ລາວກໍພະຍາຍາມລຸກຂຶ້ນນັ່ງໃຫ້ໄດ້.
3 ຢາໂຄບເວົ້າກັບໂຢເຊັບວ່າ:
“ພະເຈົ້າຜູ້ມີລິດເດດສູງສຸດມາຫາພໍ່ຢູ່ເມືອງລູເຊໃນແຜ່ນດິນການາອານແລະອວຍພອນໃຫ້ພໍ່.+
4 ເພິ່ນເວົ້າກັບພໍ່ວ່າ ‘ເຮົາຈະໃຫ້ເຈົ້າມີລູກມີຫຼານຫຼາຍໆ ເຮົາຈະໃຫ້ເຈົ້າເປັນພໍ່ຂອງຄົນຫຼາຍຊາດ+ ແລະເຮົາຈະເອົາແຜ່ນດິນນີ້ໃຫ້ເປັນຂອງລູກຫຼານຂອງເຈົ້າຕະຫຼອດໄປ.’+
5 ເອຟຣາຢິມກັບມານາເຊ ລູກຊາຍ 2 ຄົນຂອງລູກທີ່ເກີດຢູ່ເອຢິບກ່ອນທີ່ພໍ່ຈະມາເອຢິບນີ້+ ພໍ່ຊິໃຫ້ເຂົາເຈົ້າເປັນລູກຂອງພໍ່ຄືກັບຣູເບັນແລະຊີເມໂອນ.+
6 ຖ້າລູກໄດ້ລູກອີກເຂົາເຈົ້າຈຶ່ງຊິແມ່ນລູກຂອງລູກ. ເຂົາເຈົ້າຈະສືບທອດຕະກູນໂດຍໃຊ້ຊື່ຂອງພວກອ້າຍທັງສອງ ແລະຈະຮັບມໍລະດົກຂອງພວກອ້າຍທັງສອງຄົນນີ້.+
7 ຕອນທີ່ພໍ່ອອກມາຈາກປາດັນ ຣາເຄນແມ່ຂອງລູກກໍຕາຍ+ຢູ່ໃນແຜ່ນດິນການາອານ. ຕອນນັ້ນ ພວກເຮົາຍັງຢູ່ໄກຈາກເອຟະຣາດຢູ່ ພໍ່ກໍເລີຍຝັງສົບຂອງແມ່ຢູ່ລະຫວ່າງທາງໄປເອຟະຣາດ.+ ຕອນນີ້ເມືອງນັ້ນຊື່ວ່າເບັດເລເຮັມ.”+
8 ເມື່ອອິດສະຣາເອນເຫັນລູກຊາຍຂອງໂຢເຊັບ ລາວກໍຖາມວ່າ: “ສອງຄົນນີ້ແມ່ນໃຜ?”
9 ໂຢເຊັບຕອບພໍ່ວ່າ: “ເຂົາເຈົ້າເປັນລູກຊາຍຂອງລູກທີ່ພະເຈົ້າໃຫ້ລູກຕອນຢູ່ນີ້.”+ ແລ້ວອິດສະຣາເອນກໍເວົ້າວ່າ: “ພາເຂົາເຈົ້າຫຍັບເຂົ້າມາໃກ້ໆພໍ່ແດ່ ພໍ່ຊິອວຍພອນໃຫ້.”+
10 ຕອນນັ້ນ ອິດສະຣາເອນເຖົ້າຫຼາຍແລ້ວແລະຕາກໍບໍ່ເຫັນຮຸ່ງ. ໂຢເຊັບເລີຍພາພວກລູກຊາຍຫຍັບເຂົ້າໄປໃກ້ພໍ່. ອິດສະຣາເອນກໍຈູບແລະກອດເຂົາເຈົ້າ.
11 ລາວເວົ້າກັບໂຢເຊັບວ່າ: “ພໍ່ບໍ່ຄິດເລີຍວ່າຊິໄດ້ເຫັນໜ້າລູກອີກ+ ແຕ່ພະເຈົ້າກໍໃຫ້ພໍ່ໄດ້ເຫັນໜ້າຫຼານນຳ.”
12 ໂຢເຊັບໃຫ້ລູກຊາຍອອກຈາກພໍ່* ແລ້ວລາວກໍໝູບໜ້າລົງພື້ນເພື່ອສະແດງຄວາມນັບຖື.
13 ໂຢເຊັບຈູງລູກຊາຍ 2 ຄົນເຂົ້າໄປຫາອິດສະຣາເອນອີກ. ຢູ່ເບື້ອງຂວາຂອງໂຢເຊັບແມ່ນເອຟຣາຢິມ+ ຢູ່ເບື້ອງຊ້າຍແມ່ນມານາເຊ+ ເພື່ອຈະໃຫ້ມານາເຊຢູ່ເບື້ອງຂວາຂອງອິດສະຣາເອນແລະໃຫ້ເອຟຣາຢິມຢູ່ເບື້ອງຊ້າຍ.
14 ແຕ່ອິດສະຣາເອນພັດຍັງເອົາມືຂວາໄປວາງເທິງຫົວຂອງເອຟຣາຢິມຜູ້ທີ່ເປັນນ້ອງ ແລະເອົາມືຊ້າຍວາງເທິງຫົວຂອງມານາເຊ. ອິດສະຣາເອນຕັ້ງໃຈເຮັດແບບນັ້ນ ທັງໆທີ່ຮູ້ວ່າມານາເຊເປັນລູກກົກ.+
15 ແລ້ວລາວກໍອວຍພອນໃຫ້ໂຢເຊັບວ່າ:+
“ພະເຈົ້າທ່ຽງແທ້ເຊິ່ງເປັນພະເຈົ້າທີ່ອັບຣາຮາມແລະອີຊາກປູ່ຍ່າຕານາຍຂອງພໍ່ໄດ້ຮັບໃຊ້+ພະເຈົ້າທ່ຽງແທ້ທີ່ເບິ່ງແຍງພໍ່ຕະຫຼອດຊີວິດຈົນຮອດທຸກມື້ນີ້+
16 ພະເຈົ້າທີ່ສົ່ງທູດສະຫວັນມາຊ່ວຍພໍ່ໃຫ້ພົ້ນຈາກຄວາມທຸກທັງໝົດ+ ຂໍໃຫ້ເພິ່ນອວຍພອນເດັກນ້ອຍທັງສອງຄົນນີ້.+
ໃຫ້ຄົນອື່ນຮູ້ວ່າເຂົາເຈົ້າເປັນລູກຂອງພໍ່ແລະເປັນລູກຫຼານຂອງອັບຣາຮາມແລະອີຊາກ.ໃຫ້ເຂົາເຈົ້າມີລູກມີຫຼານຫຼາຍໆໃນໂລກ.”+
17 ເມື່ອໂຢເຊັບເຫັນວ່າພໍ່ເອົາມືຂວາວາງເທິງຫົວຂອງເອຟຣາຢິມ ລາວກໍບໍ່ພໍໃຈ. ລາວເລີຍເອົາມືຂວາຂອງພໍ່ອອກຈາກຫົວຂອງເອຟຣາຢິມແລະໄປວາງເທິງຫົວຂອງມານາເຊ.
18 ໂຢເຊັບບອກພໍ່ວ່າ: “ຜິດຄົນເດີ້ພໍ່. ຜູ້ນີ້ພີ້ແມ່ນລູກກົກ.+ ພໍ່ວາງມືຂວາເທິງຫົວຂອງລາວເລີຍ.”
19 ແຕ່ພໍ່ຂອງລາວພັດບໍ່ຍອມແລະເວົ້າວ່າ: “ລູກເອີ້ຍ ພໍ່ຮູ້ຢູ່ວ່າໃຜເປັນອ້າຍໃຜເປັນນ້ອງ. ຜູ້ທີ່ເປັນອ້າຍຈະເປັນຊາດໜຶ່ງແລະສຳຄັນຄືກັນ ແຕ່ວ່າຜູ້ທີ່ເປັນນ້ອງຈະເປັນໃຫຍ່ກວ່າອ້າຍ+ ແລະລູກຫຼານຂອງນ້ອງຈະລວມກັນເປັນຫຼາຍຊົນຊາດ.”+
20 ໃນມື້ນັ້ນ ອິດສະຣາເອນຍັງອວຍພອນໃຫ້ເຂົາເຈົ້າອີກ+ວ່າ:
“ເມື່ອຄົນອິດສະຣາເອນຈະອວຍພອນກັນ ຂໍໃຫ້ເຂົາເຈົ້າເວົ້າວ່າ‘ຂໍໃຫ້ພະເຈົ້າເຮັດໃຫ້ເຈົ້າເປັນຄືກັບເອຟຣາຢິມແລະມານາເຊ.’”
ດັ່ງນັ້ນ ອິດສະຣາເອນຈຶ່ງໃຫ້ເອຟຣາຢິມສຳຄັນກວ່າມານາເຊຕອນທີ່ອວຍພອນເຂົາເຈົ້າ.
21 ອິດສະຣາເອນເວົ້າກັບໂຢເຊັບວ່າ: “ພໍ່ກຳລັງຊິຕາຍແລ້ວ+ ແຕ່ພະເຈົ້າຈະຢູ່ກັບລູກຕໍ່ໆໄປ ແລະຈະພາລູກກັບຄືນໄປແຜ່ນດິນຂອງປູ່ຍ່າຕານາຍຂອງລູກ.+
22 ພໍ່ຊິເອົາແຜ່ນດິນໃຫ້ລູກຕື່ມອີກເຊິ່ງເປັນແຜ່ນດິນທີ່ພໍ່ຕີໄດ້ຈາກພວກອາໂມດ້ວຍດາບແລະດ້ວຍທະນູ ເພື່ອລູກຈະໄດ້ຫຼາຍກວ່າພວກອ້າຍຂອງລູກ.”
ຂໍ ຄວາມ ໄຂ ເງື່ອນ
^ ແປຕາມໂຕວ່າ “ຈາກຂ້າງເຂົ່າຂອງພໍ່”