ປັນຍາຈານ 12:1-14
12 ໃຫ້ເຈົ້າຄິດເຖິງຜູ້ສ້າງທີ່ຍິ່ງໃຫຍ່ຂອງເຈົ້າໃນຕອນທີ່ເຈົ້າຍັງໜຸ່ມຢູ່+ ກ່ອນທີ່ເວລາແຫ່ງຄວາມທຸກລຳບາກຈະມາຮອດ+ ແລະກ່ອນທີ່ເຈົ້າຈະອາຍຸຫຼາຍຂຶ້ນແລະເວົ້າວ່າ: “ຊີວິດຂ້ອຍບໍ່ມີຄວາມສຸກເລີຍ”
2 ກ່ອນທີ່ດວງຕາເວັນ ດວງເດືອນ ດວງດາວ ແລະແສງສະຫວ່າງຈະມືດໄປ+ ກ່ອນທີ່ຂີ້ເຝື້ອຈະກັບມາຫຼັງຈາກທີ່*ຝົນຕົກແຮງ
3 ຕອນນັ້ນຄົນເຝົ້າເຮືອນຈະໂຕສັ່ນ ຜູ້ຊາຍທີ່ແຂງແຮງຈະບໍ່ມີແຮງ ພວກຜູ້ຍິງຈະເຊົາບົດແປ້ງຍ້ອນເຫຼືອບໍ່ເທົ່າໃດຄົນ ພວກຜູ້ຍິງທີ່ເບິ່ງອອກໄປນອກປ່ອງຢ້ຽມຈະເຫັນຄວາມມືດ+
4 ປະຕູທີ່ເປີດອອກໄປຫົນທາງຈະຖືກປິດ ສຽງບົດແປ້ງຈະຄ່ອຍລົງ ເຈົ້າຈະຕື່ນຂຶ້ນຍ້ອນສຽງນົກຮ້ອງ ແລະພວກລູກສາວຈະຮ້ອງເພງສຽງຄ່ອຍໆ.+
5 ເຈົ້າຈະຢ້ານຄວາມສູງແລະເຈົ້າຈະກັງວົນກ່ຽວກັບອັນຕະລາຍຕາມຫົນທາງ ຕົ້ນແອວມ້ອນຈະອອກດອກ+ ຕັກກະແຕນຈະຍ່າງລາກຂາ ໝາກໄມ້ທີ່ເຮັດໃຫ້ຢາກເຂົ້າຈະແຕກ ຍ້ອນເຈົ້າກຳລັງຍ່າງເຂົ້າໄປໃນເຮືອນທີ່ຈະຢູ່ດົນນານ+ ແລະຄົນທີ່ໄວ້ທຸກຈະຍ່າງຢູ່ຕາມຫົນທາງ.+
6 ໃຫ້ເຈົ້າຄິດເຖິງເພິ່ນກ່ອນທີ່ເສັ້ນເງິນຈະຂາດ ກ່ອນທີ່ຖ້ວຍຄຳຈະມຸ່ນ ກ່ອນທີ່ໄຫຢູ່ນ້ຳພຸຈະແຕກ ແລະກ່ອນທີ່ໝາກລໍ້ຢູ່ນ້ຳສ້າງຈະເພ
7 ແລ້ວຂີ້ດິນຈະກັບໄປຢູ່ດິນຄືເກົ່າ+ ແລະພະລັງຊີວິດຈະກັບຄືນໄປຫາພະເຈົ້າທ່ຽງແທ້ຜູ້ທີ່ໃຫ້ພະລັງນັ້ນ.+
8 ຜູ້ລວບລວມປະຊາຊົນ+ເວົ້າວ່າ: “ບໍ່ມີປະໂຫຍດອີ່ຫຼີ! ທຸກສິ່ງບໍ່ມີປະໂຫຍດເລີຍ!”+
9 ຜູ້ລວບລວມປະຊາຊົນບໍ່ພຽງແຕ່ເປັນຄົນສະຫຼາດຂຶ້ນເທົ່ານັ້ນ ແຕ່ລາວຍັງໄດ້ສອນປະຊາຊົນກ່ຽວກັບສິ່ງທີ່ລາວຮູ້ຕໍ່ໆໄປ.+ ລາວຄິດແລະຄົ້ນຄວ້າຢ່າງລະອຽດເພື່ອຈະຈັດສຸພາສິດຕ່າງໆໃຫ້ເປັນໝວດໝູ່.*+
10 ຜູ້ລວບລວມປະຊາຊົນພະຍາຍາມຊອກຫາຄຳມ່ວນໆ+ແລະບັນທຶກສິ່ງທີ່ເປັນຄວາມຈິງຢ່າງຖືກຕ້ອງ.
11 ຄຳເວົ້າຂອງຄົນສະຫຼາດເປັນຄືກັບເຫຼັກກະຕັກ*+ແລະຄຳເວົ້າຂອງເຂົາເຈົ້າທີ່ຖືກລວບລວມມາເປັນຄືກັບຕະປູທີ່ຕອກໄວ້ແໜ້ນໆ. ສິ່ງທັງໝົດນີ້ໄດ້ມາຈາກຄົນລ້ຽງແກະຄົນດຽວ.
12 ລູກເອີ້ຍ ນອກຈາກສິ່ງເຫຼົ່ານີ້ກໍໃຫ້ເຈົ້າຈື່ໄວ້ເດີ້ວ່າຜູ້ຄົນຈະຂຽນປຶ້ມໃໝ່ໆອອກມາຕະຫຼອດ. ແຕ່ການອ່ານປຶ້ມເຫຼົ່ານັ້ນຫຼາຍໂພດຈະເຮັດໃຫ້ເມື່ອຍ.+
13 ຂໍ້ສະຫຼຸບຂອງເລື່ອງທັງໝົດທີ່ໄດ້ເວົ້າໄປແລ້ວກໍຄື ໃຫ້ຢ້ານຢຳພະເຈົ້າທ່ຽງແທ້+ແລະເຮັດຕາມຄຳສັ່ງຂອງເພິ່ນ+ ຍ້ອນນີ້ແມ່ນໜ້າທີ່ທັງໝົດຂອງມະນຸດ.+
14 ພະເຈົ້າທ່ຽງແທ້ຈະຕັດສິນທຸກການກະທຳ ລວມທັງທຸກສິ່ງທີ່ຖືກເຊື່ອງໄວ້ ບໍ່ວ່າຈະເປັນສິ່ງທີ່ດີຫຼືສິ່ງທີ່ບໍ່ດີ.+
ຂໍ ຄວາມ ໄຂ ເງື່ອນ
^ ຫຼືອາດແປວ່າ “ພ້ອມກັບ”
^ ຫຼື “ໃຫ້ເປັນລະບຽບ”
^ ໄມ້ທີ່ມີເຫຼັກປາຍແຫຼມໆຢູ່ສົ້ນໜຶ່ງທີ່ໃຊ້ແທງເພື່ອບັງຄັບສັດ