ປັນຍາຈານ 2:1-26

  • ໂຊໂລໂມນ​ຄິດເຖິງ​ສິ່ງ​ທີ່​ລາວ​ໄດ້​ລອງ​ເຮັດ (1-11)

  • ຄຸນຄ່າ​ຂອງ​ສະຕິປັນຍາ​ມະນຸດ (12-16)

  • ການ​ເຮັດ​ວຽກ​ໜັກ​ບໍ່​ມີ​ປະໂຫຍດ (17-23)

  • ການ​ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມສຸກ​ກັບ​ການ​ເຮັດ​ວຽກ (24-26)

2  ແລ້ວ​ຂ້ອຍ​ກໍ​ຄິດ​ໃນ​ໃຈ​ວ່າ: “ຂ້ອຍ​ຈະ​ລອງ​ໃຊ້​ຊີວິດ​ໃຫ້​ມ່ວນ​ໆ​ ແລ້ວ​ເບິ່ງ​ວ່າ​ມັນ​ຈະ​ດີ​ສ່ຳ​ໃດ.” ແຕ່​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ມັນ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ.   ຂ້ອຍ​ເວົ້າ​ເຖິງ​ການ​ຫົວ​ວ່າ: “ມັນ​ເປັນ​ເລື່ອງ​ບ້າ” ແລະ​ເວົ້າ​ເຖິງ​ຄວາມ​ມ່ວນ​ຊື່ນ*​ວ່າ: “ບໍ່​ເຫັນ​ຊິ​ມີ​ປະໂຫຍດ​ຫຍັງ.”  ຂ້ອຍ​ລອງ​ກິນ​ເຫຼົ້າແວງ+​ຫຼາຍ​ໆ​ຕາມ​ໃຈ​ໂຕເອງ ແຕ່​ບໍ່​ໄດ້​ກິນ​ຫຼາຍ​ໂພດ​ຈົນ​ບໍ່​ມີ​ສະຕິ. ຂ້ອຍ​ເຖິງຂັ້ນ​ເຮັດ​ແນວ​ໂງ່​ໆ​ເພື່ອ​ຈະ​ຮູ້​ວ່າ​ອັນ​ໃດ​ແມ່ນ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ມະນຸດ​ຈະ​ເຮັດ​ໄດ້​ໃນ​ຊ່ວງ​ຊີວິດ​ສັ້ນ​ໆ​ໃຕ້​ຟ້າ​ນີ້.  ຂ້ອຍ​ເຮັດ​ວຽກ​ທີ່​ຍິ່ງໃຫຍ່​ຫຼາຍ​ຢ່າງ.+ ຂ້ອຍ​ສ້າງ​ວັງ​ໃຫ້​ໂຕເອງ​ຫຼາຍ​ຫຼັງ+​ແລະ​ເຮັດ​ສວນ​ໝາກ​ລະແຊັງ​ຫຼາຍ​ບ່ອນ.+  ຂ້ອຍ​ສ້າງ​ສວນ​ຫຼາຍ​ບ່ອນ​ໃຫ້​ໂຕເອງ​ແລະ​ປູກ​ຕົ້ນໄມ້​ກິນ​ໝາກ​ທຸກ​ຊະນິດ.  ຂ້ອຍ​ສ້າງ​ສະ​ນ້ຳ​ຫຼາຍ​ສະ​ເພື່ອ​ຫົດ​ເບ້ຍ​ໄມ້​ຕ່າງ​ໆ​ໃນ​ປ່າ​ຂອງ​ຂ້ອຍ.  ຂ້ອຍ​ມີ​ຄົນ​ຮັບ​ໃຊ້​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ+ ແລະ​ຂ້ອຍ​ກໍ​ມີ​ຄົນ​ຮັບ​ໃຊ້​ທີ່​ເກີດ​ຢູ່​ໃນ​ເຮືອນ​ຂອງ​ຂ້ອຍ. ຂ້ອຍ​ຊື້​ຝູງ​ສັດ​ບັກ​ຫຼາຍ​ໆ​ ທັງ​ຝູງ​ງົວ ຝູງ​ແກະ ແລະ​ຝູງ​ແບ້.+ ຂ້ອຍ​ມີ​ຝູງ​ສັດ​ຫຼາຍ​ກວ່າ​ຄົນ​ທີ່​ເຄີຍ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ກ່ອນ​ຂ້ອຍ.  ຂ້ອຍ​ສະສົມ​ເງິນ​ຄຳ​ສຳລັບ​ໂຕເອງ+​ເຊິ່ງ​ເປັນ​ຊັບ​ສົມບັດ*​ທີ່​ຂ້ອຍ​ໄດ້​ມາ​ຈາກ​ພວກ​ກະສັດ​ແລະ​ຈາກ​ແຂວງ​ຕ່າງ​ໆ​.+ ຂ້ອຍ​ມີ​ນັກຮ້ອງ​ຊາຍ​ຍິງ​ຫຼາຍ​ຄົນ​ແລະ​ຂ້ອຍ​ກໍ​ມີ​ສິ່ງ​ທີ່​ເຮັດ​ໃຫ້​ມະນຸດ​ມ່ວນ​ຫຼາຍ​ເຊິ່ງ​ກໍ​ຄື​ຜູ້​ຍິງ. ຂ້ອຍ​ມີ​ເມຍ*​ຫຼາຍ​ຄົນ.  ຂ້ອຍ​ຈຶ່ງ​ຍິ່ງໃຫຍ່​ກວ່າ​ທຸກ​ຄົນ​ທີ່​ເຄີຍ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ກ່ອນ​ຂ້ອຍ+ ແຕ່​ຂ້ອຍ​ກໍ​ຍັງ​ເຮັດ​ສິ່ງ​ຕ່າງ​ໆ​ຢ່າງ​ສະຫຼາດ​ສະເໝີ. 10  ຂ້ອຍ*​ຢາກ​ໄດ້​ຫຍັງ ຂ້ອຍ​ກໍ​ຫາ​ມາ.+ ຂ້ອຍ​ຢາກ​ມ່ວນ​ແນວ​ໃດ ຂ້ອຍ​ກໍ​ເຮັດ. ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ຍ້ອນ​ວຽກ​ໜັກ​ຂອງ​ຂ້ອຍ ແລະ​ນີ້​ເປັນ​ລາງວັນ*​ສຳລັບ​ວຽກ​ໜັກ​ທັງໝົດ​ຂອງ​ຂ້ອຍ.+ 11  ແຕ່​ເມື່ອ​ຂ້ອຍ​ຄິດ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ຂ້ອຍ​ເຮັດ​ແລະ​ວຽກ​ໜັກ​ທັງໝົດ​ທີ່​ຂ້ອຍ​ເຮັດ​ດ້ວຍ​ຄວາມ​ຍາກ​ລຳບາກ+ ຂ້ອຍ​ກໍ​ໄດ້​ເຫັນ​ວ່າ​ທຸກ​ສິ່ງ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.+ ບໍ່​ມີ​ຫຍັງ​ທີ່​ມີ​ຄ່າ​ແທ້​ໆ​*​ໃຕ້​ດວງ​ຕາເວັນ​ນີ້.+ 12  ແລ້ວ​ຂ້ອຍ​ຫັນ​ໄປ​ສົນໃຈ​ເລື່ອງ​ທີ່​ເຮັດ​ໃຫ້​ສະຫຼາດ​ກັບ​ເລື່ອງ​ບ້າ​ໆ​+​ແລະ​ເລື່ອງ​ໂງ່. (ຄົນ​ທີ່​ມາ​ຫຼັງ​ກະສັດ​ຈະ​ເຮັດ​ຫຍັງ​ໄດ້? ກໍ​ຄື​ຊິ​ເຮັດ​ໄດ້​ແຕ່​ສິ່ງ​ທີ່​ເຄີຍ​ເຮັດ​ໄປ​ແລ້ວ​ຫັ້ນ​ແຫຼະ.) 13  ແລ້ວ​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ເລື່ອງ​ທີ່​ເຮັດ​ໃຫ້​ສະຫຼາດ​ມີ​ປະໂຫຍດ​ຫຼາຍ​ກວ່າ​ເລື່ອງ​ບ້າ​ໆ​+ ຄື​ກັບ​ທີ່​ແສງ​ສະຫວ່າງ​ມີ​ປະໂຫຍດ​ຫຼາຍ​ກວ່າ​ຄວາມ​ມືດ. 14  ຄົນ​ສະຫຼາດ​ເບິ່ງ​ສິ່ງ​ຕ່າງ​ໆ​ໄດ້​ຢ່າງ​ຈະ​ແຈ້ງ+ ແຕ່​ຄົນ​ໂງ່​ຍ່າງ​ຢູ່​ໃນ​ຄວາມ​ມືດ.+ ແລ້ວ​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ສຸດທ້າຍ​ແລ້ວ ທຸກ​ຄົນ​ກໍ​ຕ້ອງ​ເຈິ​ຈຸດຈົບ​ແບບ​ດຽວ​ກັນ.+ 15  ຂ້ອຍ​ຄິດ​ໃນ​ໃຈ​ວ່າ: “ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ໂງ່​ກໍ​ຈະ​ເກີດ​ຂຶ້ນ​ກັບ​ຂ້ອຍ​ຄື​ກັນ.”+ ແລ້ວ​ຂ້ອຍ​ຈະ​ພະຍາຍາມ​ເປັນ​ຄົນ​ສະຫຼາດ​ຫຼາຍ​ໄປ​ເຮັດ​ຫຍັງ? ແລ້ວ​ຂ້ອຍ​ກໍ​ຄິດ​ໃນ​ໃຈ​ອີກ​ວ່າ: “ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ” 16  ເພາະ​ວ່າ​ບໍ່​ມີ​ໃຜ​ຈະ​ຈື່​ຄົນ​ສະຫຼາດ​ຫຼື​ຄົນ​ໂງ່​ໄດ້​ຕະຫຼອດ​ໄປ.+ ເມື່ອ​ເວລາ​ຜ່ານ​ໄປ​ທຸກ​ຄົນ​ກໍ​ຈະ​ຖືກ​ລືມ. ແລ້ວ​ຄົນ​ສະຫຼາດ​ຈະ​ຕາຍ​ແນວ​ໃດ? ກໍ​ຕາຍ​ຄື​ກັນ​ກັບ​ຄົນ​ໂງ່​ຫັ້ນ​ແຫຼະ.+ 17  ຂ້ອຍ​ຈຶ່ງ​ຊັງ​ຊີວິດ​ຂອງ​ໂຕເອງ+ ຍ້ອນ​ທຸກ​ສິ່ງ​ໃຕ້​ດວງ​ຕາເວັນ​ມີ​ແຕ່​ສິ່ງ​ທີ່​ເຮັດ​ໃຫ້​ທຸກໃຈ. ທຸກ​ສິ່ງ​ບໍ່​ມີ​ປະໂຫຍດ+​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.+ 18  ຂ້ອຍ​ຊັງ​ທຸກ​ສິ່ງ​ທີ່​ຂ້ອຍ​ເຮັດ​ຢ່າງ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ+ ຍ້ອນ​ຂ້ອຍ​ຕ້ອງ​ປະ​ມັນ​ໄວ້​ໃຫ້​ຄົນ​ທີ່​ມາ​ນຳ​ຫຼັງ​ຂ້ອຍ.+ 19  ແລ້ວ​ໃຜ​ຈະ​ຮູ້​ວ່າ​ລາວ​ຈະ​ເປັນ​ຄົນ​ສະຫຼາດ​ຫຼື​ຄົນ​ໂງ່?+ ທຸກ​ສິ່ງ​ທີ່​ຂ້ອຍ​ໃຊ້​ສະຕິ​ປັນຍາ​ເຮັດ​ຂຶ້ນ​ມາ​ດ້ວຍ​ຄວາມ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ​ນີ້ ລາວ​ຈະ​ເອົາ​ໄປ​ໝົດ. ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ. 20  ຂ້ອຍ​ເລີ່ມ​ຮູ້ສຶກ​ທໍ້ໃຈ​ເມື່ອ​ຄິດ​ເຖິງ​ວຽກ​ໜັກ​ທັງໝົດ​ທີ່​ຂ້ອຍ​ເຮັດ​ຢ່າງ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ. 21  ຍ້ອນ​ຄົນ​ໜຶ່ງ​ອາດຈະ​ໃຊ້​ສະຕິ​ປັນຍາ ຄວາມ​ຮູ້ ແລະ​ຄວາມ​ສາມາດ​ເພື່ອ​ເຮັດ​ວຽກ​ໜັກ ແຕ່​ສຸດທ້າຍ​ແລ້ວ ລາວ​ກໍ​ຕ້ອງ​ເອົາ​ທຸກ​ຢ່າງ*​ໄປ​ໃຫ້​ຄົນ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ເລີຍ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເຮັດ​ໃຫ້​ເສົ້າໃຈ​ຫຼາຍ​ຄື​ກັນ. 22  ຖ້າ​ຄົນ​ໜຶ່ງ​ທຸ່ມເທ​ທັງ​ກາຍ​ແລະ​ໃຈ​ເພື່ອ​ເຮັດ​ວຽກ​ໜັກ​ໃຕ້​ດວງ​ຕາເວັນ ລາວ​ຈະ​ໄດ້​ຫຍັງ​ແທ້​ໆ​?+ 23  ຕະຫຼອດ​ຊີວິດ​ຂອງ​ລາວ ວຽກ​ທີ່​ລາວ​ເຮັດ​ມີ​ແຕ່​ເຮັດ​ໃຫ້​ເຈັບ​ປວດ​ແລະ​ທຸກໃຈ.+ ແມ່ນ​ແຕ່​ຕອນ​ກາງຄືນ​ລາວ​ກໍ​ຍັງ​ອຸກໃຈ​ບໍ່​ເຊົາ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ. 24  ສຳລັບ​ມະນຸດ ບໍ່​ມີ​ຫຍັງ​ດີ​ໄປ​ກວ່າ​ການ​ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ໜັກ​ທີ່​ໂຕເອງ​ເຮັດ.+ ຂ້ອຍ​ໄດ້​ຮູ້​ວ່າ​ສິ່ງ​ເຫຼົ່າ​ນີ້​ແມ່ນ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ເອົາ​ໃຫ້​ມະນຸດ+ 25  ຍ້ອນ​ບໍ່​ມີ​ໃຜ​ແລ້ວ​ທີ່​ໄດ້​ກິນ​ໄດ້​ດື່ມ​ດີ​ກວ່າ​ຂ້ອຍ.+ 26  ພະເຈົ້າ​ທ່ຽງແທ້​ໃຫ້​ສະຕິ​ປັນຍາ ຄວາມ​ຮູ້ ແລະ​ຄວາມ​ສຸກ​ກັບ​ຄົນ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ.+ ແຕ່​ສຳລັບ​ຄົນ​ທີ່​ເຮັດ​ຜິດ ເພິ່ນ​ໃຫ້​ເຂົາ​ເຈົ້າ​ລວບລວມ​ແລະ​ສະສົມ​ສິ່ງ​ຕ່າງ​ໆ​ໄວ້​ໃຫ້​ກັບ​ຄົນ​ທີ່​ເຮັດ​ໃຫ້​ເພິ່ນ​ພໍໃຈ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.

ຂໍຄວາມໄຂເງື່ອນ

ຫຼື “ຄວາມ​ຍິນດີ”
ຫຼື “ສິ່ງ​ຂອງ​ທີ່​ພິເສດ”
ຫຼື “ຜູ້ຍິງ​ທີ່​ໜ້າສົນໃຈ”
ແປ​ຕາມ​ໂຕ​ວ່າ “ໃຈ​ຂອງ​ຂ້ອຍ”
ຫຼື “ສ່ວນ​ແບ່ງ”
ຫຼື “ມີ​ປະໂຫຍດ​ແທ້​ໆ​”
ຫຼື “ສ່ວນ​ແບ່ງ​ຂອງ​ລາວ”