ປັນຍາຈານ 3:1-22

  • ມີ​ເວລາ​ກຳນົດ​ໄວ້​ສຳລັບ​ທຸກ​ສິ່ງ (1-8)

  • ຊີວິດ​ທີ່​ມີ​ຄວາມສຸກ​ເປັນ​ຂອງຂວັນ​ຈາກ​ພະເຈົ້າ (9-15)

    • ມະນຸດ​ຢາກ​ມີ​ຊີວິດ​ຢູ່​ຕະຫຼອດໄປ (11)

  • ພະເຈົ້າ​ຕັດສິນ​ທຸກຄົນ​ຢ່າງ​ຍຸຕິທຳ (16, 17)

  • ຄົນ​ແລະ​ສັດ​ກໍ​ຕາຍ​ຄື​ກັນ (18-22)

    • ທັງສອງ​ຈະ​ຕ້ອງ​ກັບ​ໄປ​ເປັນ​ຂີ້ດິນ (20)

3  ມີ​ເວລາ​ກຳນົດ​ໄວ້​ສຳລັບ​ທຸກ​ສິ່ງ.ມີ​ເວລາ​ສຳລັບ​ທຸກ​ຢ່າງ​ທີ່​ຢູ່​ໃຕ້​ຟ້າ​ເຊິ່ງ​ກໍ​ຄື:   ເວລາ​ເກີດ​ແລະ​ເວລາ​ຕາຍເວລາ​ປູກ​ແລະ​ເວລາ​ຫຼົກ​ສິ່ງ​ທີ່​ປູກ​ໄວ້   ເວລາ​ຂ້າ​ແລະ​ເວລາ​ປິ່ນປົວເວລາ​ມ້າງ​ແລະ​ເວລາ​ສ້າງ   ເວລາ​ຮ້ອງໄຫ້​ແລະ​ເວລາ​ຫົວເວລາ​ໄວ້ທຸກ​ແລະ​ເວລາ​ເຕັ້ນ​ລຳ*   ເວລາ​ໂຍນ​ກ້ອນ​ຫີນ​ຖິ້ມ​ແລະ​ເວລາ​ລວບລວມ​ກ້ອນ​ຫີນ​ມາ​ໄວ້​ນຳ​ກັນເວລາ​ກອດ​ແລະ​ເວລາ​ບໍ່​ກອດ   ເວລາ​ຊອກ​ຫາ​ແລະ​ເວລາ​ທີ່​ຕ້ອງ​ຍອມຮັບ​ວ່າ​ເສຍ​ໄປ​ແລ້ວເວລາ​ເກັບ​ມ້ຽນ​ແລະ​ເວລາ​ໂຍນ​ຖິ້ມ   ເວລາ​ຈີກ​ໃຫ້​ຂາດ+​ແລະ​ເວລາ​ຫຍິບ​ໃຫ້​ຕິດ​ກັນເວລາ​ມິດ​ງຽບ+​ແລະ​ເວລາ​ເວົ້າ+   ເວລາ​ຮັກ​ແລະ​ເວລາ​ຊັງ+ເວລາ​ສຳລັບ​ສົງຄາມ​ແລະ​ເວລາ​ສຳລັບ​ຄວາມ​ສະຫງົບສຸກ.  ຄົນ​ທີ່​ເຮັດ​ວຽກ​ໄດ້​ຫຍັງ​ຈາກ​ຄວາມ​ພະຍາຍາມ​ທັງໝົດ​ຂອງ​ລາວ?+ 10  ຂ້ອຍ​ໄດ້​ເຫັນ​ວຽກ​ທີ່​ພະເຈົ້າ​ເອົາ​ໃຫ້​ມະນຸດ​ເຮັດ. 11  ເພິ່ນ​ເຮັດ​ໃຫ້​ທຸກ​ສິ່ງ​ສວຍ​ງາມ*​ຕາມ​ເວລາ​ຂອງ​ມັນ.+ ເພິ່ນ​ຍັງ​ໄດ້​ສ້າງ​ມະນຸດ​ໃຫ້​ຢາກ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ* ແຕ່​ມະນຸດ​ຈະ​ບໍ່​ມີ​ທາງ​ເຂົ້າ​ໃຈ​ວ່າ​ພະເຈົ້າ​ທ່ຽງແທ້​ເຮັດ​ຫຍັງ​ແດ່​ຕັ້ງແຕ່​ຕົ້ນ​ຈົນ​ຈົບ. 12  ຂ້ອຍ​ໄດ້​ຂໍ້​ສະຫຼຸບ​ວ່າ​ສຳລັບ​ມະນຸດ​ແລ້ວ ບໍ່​ມີ​ຫຍັງ​ດີ​ກວ່າ​ການ​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ​ແລະ​ໄດ້​ເຮັດ​ສິ່ງ​ທີ່​ດີ.+ 13  ນອກ​ຈາກ​ນັ້ນ ທຸກ​ຄົນ​ຄວນ​ໄດ້​ກິນ​ໄດ້​ດື່ມ​ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ໜັກ​ທັງໝົດ​ຂອງ​ໂຕເອງ. ນີ້​ແມ່ນ​ຂອງຂວັນ​ຈາກ​ພະເຈົ້າ.+ 14  ຂ້ອຍ​ໄດ້​ຮູ້​ວ່າ​ທຸກ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ສ້າງ​ຈະ​ໝັ້ນຄົງ​ຢູ່​ຕະຫຼອດ​ໄປ ບໍ່​ຕ້ອງ​ເພີ່ມ​ຫຼື​ຫຼຸດ​ຫຍັງ. ພະເຈົ້າ​ທ່ຽງແທ້​ສ້າງ​ສິ່ງ​ຕ່າງ​ໆ​ໃຫ້​ເປັນ​ແນວ​ນີ້​ເພື່ອ​ມະນຸດ​ຈະ​ໄດ້​ນັບຖື*​ເພິ່ນ.+ 15  ສິ່ງ​ທີ່​ເກີດ​ຂຶ້ນ​ເຄີຍ​ເກີດ​ຂຶ້ນ​ມາ​ແລ້ວ​ແລະ​ສິ່ງ​ທີ່​ຈະ​ມາ​ກໍ​ເຄີຍ​ມີ​ຢູ່​ແລ້ວ+ ແຕ່​ພະເຈົ້າ​ທ່ຽງແທ້​ເປັນ​ຜູ້​ທີ່​ຊອກ​ຫາ​ສິ່ງ​ທີ່​ມະນຸດ​ແລ່ນ​ໄລ່​ນຳ*​ມາ​ໃຫ້​ເຂົາ​ເຈົ້າ. 16  ຢູ່​ໃຕ້​ດວງ​ຕາເວັນ​ນີ້ ຂ້ອຍ​ຍັງ​ໄດ້​ເຫັນ​ອີກ​ວ່າ​ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸຕິທຳ​ແລະ​ຄວາມ​ຖືກຕ້ອງ​ພັດ​ມີ​ຄວາມ​ຊົ່ວ.+ 17  ຂ້ອຍ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ: “ພະເຈົ້າ​ທ່ຽງແທ້​ຈະ​ຕັດສິນ​ທັງ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຄົນ​ຊົ່ວ+ ຍ້ອນ​ເພິ່ນ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ຕາມ​ເວລາ​ທີ່​ເພິ່ນ​ເຫັນ​ວ່າ​ເໝາະ​ສົມ.” 18  ຂ້ອຍ​ຍັງ​ຄິດ​ໃນ​ໃຈ​ກ່ຽວ​ກັບ​ມະນຸດ​ອີກ​ວ່າ: “ພະເຈົ້າ​ທ່ຽງແທ້​ຈະ​ທົດສອບ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ກໍ​ບໍ່​ຕ່າງ​ຫຍັງ​ຈາກ​ສັດ” 19  ຍ້ອນ​ມີ​ຈຸດຈົບ​ແຕ່​ແບບ​ດຽວ​ສຳລັບ​ມະນຸດ​ແລະ​ສັດ. ທັງ​ສອງ​ມີ​ຈຸດຈົບ​ຄື​ກັນ.+ ສັດ​ຕາຍ​ໄດ້ ມະນຸດ​ກໍ​ຕາຍ​ໄດ້ ທັງ​ສອງ​ມີ​ລົມ​ຫາຍໃຈ*​ຄື​ກັນ.+ ມະນຸດ​ຈຶ່ງ​ບໍ່​ໄດ້​ດີ​ໄປ​ກວ່າ​ສັດ ຍ້ອນ​ທຸກ​ຢ່າງ​ບໍ່​ມີ​ປະໂຫຍດ. 20  ທັງ​ຄົນ​ແລະ​ສັດ​ຈະ​ໄປ​ບ່ອນ​ດຽວ​ກັນ.+ ທັງ​ສອງ​ມາ​ຈາກ​ຂີ້​ດິນ+​ແລະ​ກໍ​ຈະ​ຕ້ອງ​ກັບ​ໄປ​ເປັນ​ຂີ້​ດິນ.+ 21  ບໍ່​ມີ​ໃຜ​ຮູ້​ແທ້​ໆ​ວ່າ​ພະລັງ​ຊີວິດ​ທີ່​ພະເຈົ້າ​ໃຫ້​ກັບ​ມະນຸດ​ຂຶ້ນ​ໄປ​ທາງ​ເທິງ​ຫຼື​ບໍ່ ແລະ​ພະລັງ​ຊີວິດ​ທີ່​ພະເຈົ້າ​ໃຫ້​ກັບ​ສັດ​ລົງ​ໄປ​ທາງ​ລຸ່ມ​ຫຼື​ບໍ່.+ 22  ຂ້ອຍ​ໄດ້​ຮູ້​ອີກ​ວ່າ​ສຳລັບ​ມະນຸດ​ແລ້ວ ບໍ່​ມີ​ຫຍັງ​ດີ​ກວ່າ​ການ​ມີ​ຄວາມ​ສຸກ​ກັບ​ການ​ເຮັດ​ວຽກ+ ຍ້ອນ​ນີ້​ແມ່ນ​ລາງວັນ*​ຂອງ​ເຂົາ​ເຈົ້າ. ເມື່ອ​ມະນຸດ​ຕາຍ​ໄປ ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້​ໄດ້​ວ່າ​ມີ​ຫຍັງ​ກຳລັງ​ເກີດ​ຂຶ້ນ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ໂດດ”
ຫຼື “ເປັນ​ລະບຽບ; ເໝາະສົມ”
ແປ​ຕາມ​ໂຕ​ວ່າ “ເພິ່ນ​ເອົາ​ເວລາ​ທີ່​ບໍ່​ສິ້ນ​ສຸດ​ໃສ່​ໄວ້​ໃນ​ຫົວໃຈ​ມະນຸດ”
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”
ຫຼື​ອາດ​ແປ​ວ່າ “ສິ່ງ​ທີ່​ຜ່ານ​ໄປ​ແລ້ວ”
ຫຼື “ພະລັງ​ຊີວິດ”
ຫຼື “ສ່ວນ​ແບ່ງ”