ປັນຍາຈານ 5:1-20
5 ໃຫ້ລະວັງການກະທຳຂອງເຈົ້າຕອນທີ່ເຈົ້າໄປວິຫານຂອງພະເຈົ້າທ່ຽງແທ້.+ ມັນດີກວ່າທີ່ເຈົ້າຈະເຂົ້າໄປໃກ້ແລະຟັງ+ ແທນທີ່ຈະເອົາເຄື່ອງບູຊາໄປໃຫ້ແບບບໍ່ຈິງໃຈຄືກັບທີ່ຄົນໂງ່ເຮັດ.+ ຄົນໂງ່ບໍ່ຮູ້ວ່າສິ່ງທີ່ໂຕເອງກຳລັງເຮັດຢູ່ນັ້ນບໍ່ດີ.
2 ຢ່າປາກໄວຫຼາຍແລະຢ່າເວົ້າແບບບໍ່ຄິດຕໍ່ໜ້າພະເຈົ້າທ່ຽງແທ້+ ຍ້ອນພະເຈົ້າທ່ຽງແທ້ຢູ່ເທິງສະຫວັນ ແຕ່ເຈົ້າຢູ່ເທິງໂລກ. ເຈົ້າຈຶ່ງຄວນລະວັງຄຳເວົ້າຂອງເຈົ້າ.+
3 ການຄິດຫຼາຍໂພດ*+ເຮັດໃຫ້ເອົາໄປຝັນແລະການເວົ້າຫຼາຍໂພດກໍເຮັດໃຫ້ເວົ້າແນວໂງ່ໆອອກມາ.+
4 ຖ້າເຈົ້າສັນຍາຫຍັງກັບພະເຈົ້າກໍໃຫ້ເຈົ້າຟ້າວເຮັດຕາມ+ ຍ້ອນເພິ່ນ*ບໍ່ພໍໃຈຄົນໂງ່ທີ່ບໍ່ເຮັດຕາມສັນຍາ.+ ເຈົ້າສັນຍາຫຍັງໄວ້ກໍໃຫ້ເຮັດຕາມນັ້ນ.+
5 ຖ້າເຈົ້າບໍ່ສັນຍາຫຍັງເລີຍກໍດີກວ່າສັນຍາໄວ້ແລ້ວບໍ່ເຮັດຕາມ.+
6 ຢ່າຍອມໃຫ້ປາກຂອງເຈົ້າເຮັດໃຫ້ເຈົ້າເຮັດຜິດ+ແລະຢ່າເວົ້າຕໍ່ໜ້າທູດສະຫວັນ*ວ່າເຈົ້າເວົ້າຜິດ.+ ເປັນຫຍັງເຈົ້າຈະເຮັດໃຫ້ພະເຈົ້າທ່ຽງແທ້ໃຈຮ້າຍຍ້ອນສິ່ງທີ່ເຈົ້າເວົ້າ? ຖ້າເຈົ້າເຮັດແນວນີ້ ເພິ່ນຈະທຳລາຍສິ່ງທີ່ເຈົ້າເຮັດ.+
7 ຄືກັບທີ່ການຄິດຫຼາຍໂພດເຮັດໃຫ້ຄົນເອົາໄປຝັນ+ ການເວົ້າຫຼາຍໂພດກໍບໍ່ມີປະໂຫຍດ. ໃຫ້ຢ້ານຢຳພະເຈົ້າທ່ຽງແທ້.+
8 ຖ້າເຈົ້າເຫັນຄົນທີ່ມີອຳນາດກົດຂີ່ຄົນທຸກ ເຮັດສິ່ງທີ່ບໍ່ຍຸຕິທຳ ຫຼືເຮັດສິ່ງທີ່ບໍ່ຖືກຕ້ອງໃນແຜ່ນດິນຂອງເຈົ້າກໍບໍ່ຕ້ອງແປກໃຈ.+ ຄົນທີ່ມີຕຳແໜ່ງສູງຄົນນັ້ນມີຄົນທີ່ມີຕຳແໜ່ງສູງກວ່າລາວເບິ່ງລາວຢູ່ແລະກໍຍັງມີຄົນທີ່ມີຕຳແໜ່ງສູງກວ່າອີກເບິ່ງເຂົາເຈົ້າຢູ່ຄືກັນ.
9 ນອກຈາກນັ້ນ ເຂົາເຈົ້າກໍປັນຜົນກຳໄລທີ່ໄດ້ຈາກແຜ່ນດິນນຳກັນ. ແມ່ນແຕ່ອາຫານຂອງກະສັດກໍໄດ້ມາຈາກຜົນລະປູກຂອງແຜ່ນດິນ.+
10 ຄົນທີ່ຮັກເງິນໄດ້ເງິນຫຼາຍສ່ຳໃດກໍບໍ່ຮູ້ຈັກພໍ ແລະຄົນທີ່ຮັກຊັບສົມບັດມີລາຍໄດ້ຫຼາຍສ່ຳໃດກໍບໍ່ຮູ້ຈັກພໍຄືກັນ.+ ສິ່ງນີ້ກໍບໍ່ມີປະໂຫຍດ.+
11 ເມື່ອຄົນໜຶ່ງມີຊັບສົມບັດຫຼາຍຂຶ້ນ ຄົນທີ່ໃຊ້ຊັບສົມບັດຂອງລາວກໍຫຼາຍຂຶ້ນຄືກັນ.+ ເຈົ້າຂອງຊັບສົມບັດເຫຼົ່ານັ້ນໄດ້ປະໂຫຍດຫຍັງ ນອກຈາກໄດ້ແຕ່ເບິ່ງຊື່ໆ?+
12 ຄົນທີ່ເປັນຄົນຮັບໃຊ້ບໍ່ວ່າຈະໄດ້ກິນຫຼາຍຫຼືໜ້ອຍ ລາວກໍນອນຫຼັບແຈບ ແຕ່ຊັບສົມບັດຫຼາຍໆຂອງຄົນລວຍພັດເຮັດໃຫ້ຄົນລວຍນອນບໍ່ຫຼັບ.
13 ຂ້ອຍໄດ້ເຫັນສິ່ງທີ່ໜ້າເສົ້າຢ່າງໜຶ່ງໃຕ້ດວງຕາເວັນຄື ຄົນທີ່ສະສົມຊັບສົມບັດໄວ້ຫຼາຍກໍເຮັດໃຫ້ໂຕເອງຕົກຢູ່ໃນອັນຕະລາຍ.
14 ລາວສູນເສຍຊັບສົມບັດທັງໝົດຂອງລາວຍ້ອນທຸລະກິດໄປບໍ່ລອດ ແລະເມື່ອລາວມີລູກ ລາວກໍບໍ່ເຫຼືອຫຍັງໄວ້ເປັນມໍລະດົກໃຫ້ລູກຂອງລາວເລີຍ.+
15 ຄົນເຮົາເກີດອອກມາຈາກທ້ອງແມ່ໂຕເປົ່າ ແລະເມື່ອລາວຕາຍ ລາວກໍຈະໄປໂຕເປົ່າຄືກັນ.+ ເຖິງວ່າລາວຈະເຮັດວຽກໜັກຫຼາຍສ່ຳໃດ ລາວກໍເອົາຫຍັງໄປບໍ່ໄດ້.+
16 ອີກສິ່ງໜຶ່ງທີ່ໜ້າເສົ້າຫຼາຍ*ກໍຄື ລາວມາແບບໃດ ລາວກໍຈະໄປແບບນັ້ນ ແລະທີ່ລາວເຮັດວຽກໜັກຄືກັບແລ່ນໄລ່ຕາມລົມ ລາວກໍບໍ່ໄດ້ປະໂຫຍດຫຍັງ.+
17 ນອກຈາກນັ້ນ ຊີວິດຂອງລາວກໍບໍ່ມີຄວາມສຸກ* ມີແຕ່ຄວາມເຄັ່ງຕຶງ ຄວາມເຈັບປ່ວຍ ແລະຄວາມໃຈຮ້າຍ.+
18 ສິ່ງໜຶ່ງທີ່ຂ້ອຍເຫັນວ່າດີແລະເໝາະສົມກໍຄື ໃນຊ່ວງຊີວິດສັ້ນໆທີ່ພະເຈົ້າທ່ຽງແທ້ໃຫ້ກັບມະນຸດນັ້ນ ມະນຸດຄວນຈະໄດ້ກິນແລະດື່ມ ແລະມີຄວາມສຸກກັບວຽກໜັກທຸກຢ່າງ+ທີ່ລາວເຮັດຢ່າງຍາກລຳບາກໃຕ້ດວງຕາເວັນ ຍ້ອນນີ້ແມ່ນລາງວັນ*ຂອງລາວ.+
19 ນອກຈາກນັ້ນ ເມື່ອພະເຈົ້າທ່ຽງແທ້ໄດ້ເອົາຄວາມລ່ຳລວຍ ຊັບສົມບັດ+ ແລະຄວາມສາມາດທີ່ຈະມີຄວາມສຸກກັບສິ່ງເຫຼົ່ານັ້ນໃຫ້ກັບມະນຸດ ລາວກໍຄວນຮັບເອົາລາງວັນຂອງລາວແລະມີຄວາມສຸກກັບວຽກໜັກ. ນີ້ແມ່ນຂອງຂວັນຈາກພະເຈົ້າ.+
20 ແລ້ວຊີວິດຂອງລາວກໍຈະຜ່ານໄປໂດຍທີ່ລາວເກືອບຈະບໍ່ໄດ້ຄິດເຖິງມັນເລີຍ ຍ້ອນພະເຈົ້າທ່ຽງແທ້ໃຫ້ລາວຫຍຸ້ງຢູ່ກັບສິ່ງທີ່ເຮັດໃຫ້ລາວມີຄວາມສຸກ.+
ຂໍ ຄວາມ ໄຂ ເງື່ອນ
^ ຫຼື “ການເປັນຫ່ວງຫຼາຍໂພດ”
^ ອາດໝາຍເຖິງທັງພະເຈົ້າແລະມະນຸດ
^ ຫຼື “ຜູ້ສົ່ງຂ່າວ”
^ ຫຼື “ເປັນຄວາມຈິບຫາຍ”
^ ແປຕາມໂຕວ່າ “ທຸກໆມື້ລາວກິນເຂົ້າຢູ່ໃນຄວາມມືດ”
^ ຫຼື “ສ່ວນແບ່ງ”