ປັນຍາຈານ 8:1-17

  • ການ​ປົກຄອງ​ຂອງ​ມະນຸດ​ທີ່​ບໍ່​ສົມບູນແບບ (1-17)

    • ໃຫ້​ເຊື່ອຟັງ​ຄຳສັ່ງ​ຂອງ​ກະສັດ (2-4)

    • ການ​ປົກຄອງ​ຂອງ​ມະນຸດ​ເຮັດ​ໃຫ້​ທຸກ​ລຳບາກ (9)

    • ເມື່ອ​ບໍ່​ມີ​ການ​ລົງໂທດ​ໄວໆ (11)

    • ການ​ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມສຸກ (15)

8  ໃຜ​ຈະ​ທຽບ​ກັບ​ຄົນ​ສະຫຼາດ​ໄດ້? ໃຜ​ຮູ້​ວິທີ​ແກ້​ບັນຫາ?* ຖ້າ​ຄົນ​ໜຶ່ງ​ເປັນ​ຄົນ​ສະຫຼາດ ໜ້າ​ຕາ​ຂອງ​ລາວ​ກໍ​ຈະ​ສົດ​ໃສ​ແລະ​ບໍ່​ເຄັ່ງ​ຕຶງ​ອີກ​ຕໍ່​ໄປ.  ໃຫ້​ເຊື່ອຟັງ​ຄຳ​ສັ່ງ​ຂອງ​ກະສັດ+ ຍ້ອນ​ເຈົ້າ​ໄດ້​ສາບານ​ກັບ​ພະເຈົ້າ​ໄວ້​ແລ້ວ.+  ຢ່າ​ຟ້າວ​ອອກ​ໄປ​ຈາກ​ຕໍ່​ໜ້າ​ກະສັດ.+ ຢ່າ​ເຮັດ​ສິ່ງ​ຊົ່ວ+ ຍ້ອນ​ກະສັດ​ຈະ​ເຮັດ​ຫຍັງ​ກໍ​ໄດ້​ຕາມ​ທີ່​ລາວ​ຢາກ​ເຮັດ  ແລະ​ຍ້ອນ​ກະສັດ​ເວົ້າ​ແນວ​ໃດ ທຸກ​ຄົນ​ກໍ​ຕ້ອງ​ເຮັດ​ຕາມ​ນັ້ນ.+ ໃຜ​ຈະ​ເວົ້າ​ໃຫ້​ກະສັດ​ໄດ້​ວ່າ: “ທ່ານ​ຄື​ເຮັດ​ຈັ່ງ​ຊີ້?”  ຄົນ​ທີ່​ເຮັດ​ຕາມ​ຄຳ​ສັ່ງ​ຈະ​ບໍ່​ເຈິ​ອັນຕະລາຍ+​ແລະ​ຫົວໃຈ​ຂອງ​ຄົນ​ສະຫຼາດ​ຈະ​ຮູ້​ວ່າ​ຄວນ​ຈະ​ລົງມື​ເຮັດ​ເວລາ​ໃດ​ແລະ​ແນວ​ໃດ.+  ມີ​ເວລາ​ແລະ​ວິທີ​ທີ່​ເໝາະ​ສົມ​ທີ່​ຈະ​ຈັດການ​ກັບ​ເລື່ອງ​ຕ່າງ​ໆ​+ ຍ້ອນ​ບັນຫາ​ຂອງ​ມະນຸດ​ມີ​ຫຼາຍ​ແທ້​ໆ​.  ບໍ່​ມີ​ໃຜ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ອະນາຄົດ ຈຶ່ງ​ບໍ່​ມີ​ໃຜ​ຮູ້​ວ່າ​ມັນ​ຈະ​ເກີດ​ຂຶ້ນ​ແນວ​ໃດ.  ຄື​ກັບ​ທີ່​ມະນຸດ​ບໍ່​ມີ​ອຳນາດ​ຄວບຄຸມ​ລົມ*​ແລະ​ມັດ​ລົມ​ໄວ້​ບໍ່​ໄດ້ ກໍ​ບໍ່​ມີ​ໃຜ​ຄວບຄຸມ​ວັນ​ຕາຍ​ໄດ້.+ ຄື​ກັບ​ທີ່​ບໍ່​ມີ​ທະຫານ​ຄົນ​ໃດ​ຖືກ​ປ່ອຍ​ໃຫ້​ໄປ​ຈາກ​ກອງທັບ​ຕອນ​ທີ່​ກຳລັງ​ມີ​ສົງຄາມ ຄວາມ​ຊົ່ວ​ກໍ​ຈະ​ບໍ່​ປ່ອຍ​ໃຫ້​ຄົນ​ຊົ່ວ​ລອດ​ຈາກ​ຄວາມ​ຊົ່ວ​ໄດ້.*  ຂ້ອຍ​ໄດ້​ເຫັນ​ສິ່ງ​ທັງໝົດ​ນີ້​ແລະ​ຂ້ອຍ​ໄດ້​ຄິດ​ຄັກ​ໆ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ເຮັດ​ຢູ່​ໃຕ້​ດວງ​ຕາເວັນ. ໃນ​ຊ່ວງ​ເວລາ​ນັ້ນ ມະນຸດ​ປົກຄອງ​ມະນຸດ​ແລະ​ຄົນ​ທີ່​ຢູ່​ໃຕ້​ການ​ປົກຄອງ​ກໍ​ຕ້ອງ​ທົນ​ທຸກ​ລຳບາກ.*+ 10  ຂ້ອຍ​ໄດ້​ເຫັນ​ຄົນ​ຊົ່ວ​ຖືກ​ຝັງ. ເຂົາ​ເຈົ້າ​ເປັນ​ຄົນ​ທີ່​ເຂົ້າ​ອອກ​ບ່ອນ​ບໍລິສຸດ* ແຕ່​ບໍ່​ດົນ​ຄົນ​ໃນ​ເມືອງ​ທີ່​ເຄີຍ​ເຫັນ​ເຂົາ​ເຈົ້າ​ເຮັດ​ຊົ່ວ​ກໍ​ລືມ​ເຂົາ​ເຈົ້າ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ. 11  ຍ້ອນ​ຄົນ​ຊົ່ວ​ບໍ່​ໄດ້​ຖືກ​ລົງໂທດ​ໄວ​ໆ​+ ເຂົາ​ເຈົ້າ​ຈຶ່ງ​ແຮ່ງ​ຕັ້ງໃຈ​ເຮັດ​ຊົ່ວ.+ 12  ເຖິງ​ວ່າ​ຄົນ​ຊົ່ວ​ຈະ​ເຮັດ​ຜິດ​ຮ້ອຍ​ເທື່ອ​ແລະ​ມີ​ອາຍຸ​ຍືນ ແຕ່​ຂ້ອຍ​ກໍ​ຮູ້​ວ່າ​ໃນ​ທີ່​ສຸດ​ແລ້ວ ຄົນ​ທີ່​ຢ້ານຢຳ​ພະເຈົ້າ​ທ່ຽງແທ້​ຈະ​ໄດ້​ຮັບ​ສິ່ງ​ທີ່​ດີ​ຍ້ອນ​ເຂົາ​ເຈົ້າ​ຢ້ານຢຳ​ເພິ່ນ.+ 13  ແຕ່​ຄົນ​ຊົ່ວ​ຈະ​ບໍ່​ໄດ້​ຮັບ​ສິ່ງ​ທີ່​ດີ+​ແລະ​ຊີວິດ​ຂອງ​ເຂົາ​ເຈົ້າ​ທີ່​ເປັນ​ຄື​ກັບ​ເງົາ​ກໍ​ຈະ​ບໍ່​ຍືນ​ຍາວ+ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ຢ້ານຢຳ​ເພິ່ນ. 14  ບາງ​ຢ່າງ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ນີ້​ເປັນ​ສິ່ງ​ທີ່​ບໍ່​ມີ​ປະໂຫຍດ*​ເຊັ່ນ: ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ບາງ​ຄົນ​ຖືກ​ເຮັດ​ຄື​ກັບ​ວ່າ​ລາວ​ເປັນ​ຄົນ​ຊົ່ວ+ ແລະ​ຄົນ​ທີ່​ເຮັດ​ຊົ່ວ​ບາງ​ຄົນ​ພັດ​ຖືກ​ເຮັດ​ຄື​ກັບ​ວ່າ​ລາວ​ເປັນ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ.+ ຂ້ອຍ​ຄິດ​ວ່າ​ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ຄື​ກັນ. 15  ຂ້ອຍ​ຈຶ່ງ​ແນະນຳ​ຄົນ​ອື່ນ​ໃຫ້​ໃຊ້​ຊີວິດ​ຢ່າງ​ມີ​ຄວາມ​ສຸກ+ ຍ້ອນ​ສຳລັບ​ມະນຸດ​ແລ້ວ ໃຕ້​ດວງ​ຕາເວັນ​ນີ້​ບໍ່​ມີ​ຫຍັງ​ດີ​ກວ່າ​ການ​ໄດ້​ກິນ ໄດ້​ດື່ມ ແລະ​ມີ​ຄວາມ​ສຸກ. ລາວ​ຄວນ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ຕ້ອງ​ເຮັດ​ວຽກ​ໜັກ​ໃນ​ຊ່ວງ​ຊີວິດ+​ທີ່​ພະເຈົ້າ​ທ່ຽງແທ້​ເອົາ​ໃຫ້​ລາວ​ໃຕ້​ດວງ​ຕາເວັນ​ນີ້. 16  ຂ້ອຍ​ຕັ້ງໃຈ​ເພື່ອ​ຈະ​ໄດ້​ສະຕິ​ປັນຍາ​ແລະ​ເພື່ອ​ຈະ​ສັງເກດ​ເບິ່ງ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ໂລກ​ນີ້+​ຈົນ​ເຖິງຂັ້ນ​ວ່າ​ບໍ່​ຫຼັບ​ບໍ່​ນອນ​ທັງ​ເວັນ​ທັງ​ຄືນ.* 17  ແລ້ວ​ຂ້ອຍ​ກໍ​ຄິດ​ກ່ຽວ​ກັບ​ທຸກ​ສິ່ງ​ທີ່​ພະເຈົ້າ​ທ່ຽງແທ້​ເຮັດ ແລະ​ຂ້ອຍ​ກໍ​ໄດ້​ຮູ້​ວ່າ​ມະນຸດ​ບໍ່​ສາມາດ​ເຂົ້າ​ໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ໃຕ້​ດວງ​ຕາເວັນ.+ ບໍ່​ວ່າ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ກໍ​ບໍ່​ເຂົ້າ​ໃຈ. ເຖິງ​ວ່າ​ບາງ​ຄົນ​ຈະ​ອ້າງ​ວ່າ​ໂຕເອງ​ສະຫຼາດ​ພໍ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເຂົ້າ​ໃຈ​ແທ້​ໆ​.+

ຂໍຄວາມໄຂເງື່ອນ

ຫຼື “ໃຜ​ຮູ້​ຄວາມໝາຍ​ຂອງ​ເລື່ອງ​ຕ່າງ​ໆ​?”
ຫຼື “ລົມ​ຫາຍໃຈ”
ຫຼື​ອາດ​ແປ​ວ່າ “ຄວາມ​ຊົ່ວ​ຊ່ວຍ​ຄົນ​ຊົ່ວ​ໃຫ້​ລອດ​ບໍ່​ໄດ້”
ຫຼື “ໄດ້​ຮັບ​ບາດເຈັບ; ໄດ້​ຮັບ​ຄວາມ​ເສຍຫາຍ”
ອາດ​ໝາຍເຖິງ​ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ໃນ​ເມືອງ​ນັ້ນ
ຫຼື “ສິ່ງ​ທີ່​ເຮັດ​ໃຫ້​ເຄັ່ງ​ຕຶງ”
ຫຼື​ອາດ​ແປ​ວ່າ “ຜູ້ຄົນ​ບໍ່​ຫຼັບ​ບໍ່​ນອນ​ທັງ​ເວັນ​ທັງ​ຄືນ”