ພວກ​ຜູ້ຕັດສິນ 1:1-36

  • ຕະກູນ​ຢູດາ​ແລະ​ຕະກູນ​ຊີເມໂອນ​ໄດ້​ໄຊ​ຊະນະ (1-​20)

  • ພວກ​ເຢບຸດ​ຍັງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ (21)

  • ລູກ​ຫຼານ​ຂອງ​ໂຢເຊັບ​ຍຶດ​ເມືອງ​ເບເທນ​ໄດ້ (22-​26)

  • ພວກ​ການາອານ​ບໍ່​ໄດ້​ຖືກ​ຂັບ​ໄລ່​ອອກ​ໄປ​ຈົນ​ໝົດ (27-​36)

1  ຫຼັງ​ຈາກ​ທີ່​ໂຢຊວຍ​ຕາຍ​ແລ້ວ+ ພວກ​ອິດສະຣາເອນ​ຖາມ​ພະ​ເຢໂຫວາ​ວ່າ:+ “ໃນ​ພວກ​ເຮົາ​ນີ້ ແມ່ນ​ໃຜ​ທີ່​ຄວນ​ຈະ​ຂຶ້ນ​ໄປ​ຕໍ່ສູ້​ກັບ​ພວກ​ການາອານ​ກ່ອນ?”  ພະ​ເຢໂຫວາ​ຕອບ​ວ່າ: “ໃຫ້​ຕະກູນ​ຢູດາ​ຂຶ້ນ​ໄປ​ກ່ອນ+ ແລ້ວ​ເຮົາ​ຈະ​ເອົາ​ດິນ​ໃຫ້​ເຂົາ​ເຈົ້າ.”  ຕະກູນ​ຢູດາ​ຈຶ່ງ​ໄປ​ເວົ້າ​ກັບ​ຕະກູນ​ຊີເມໂອນ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ວ່າ: “ຂໍ​ມາ​ຊ່ວຍ​ພວກ​ເຮົາ​ຕໍ່ສູ້​ກັບ​ພວກ​ການາອານ​ໃນ​ເຂດ​ທີ່​ເປັນ​ດິນ​ມູນ​ຂອງ​ພວກ​ເຮົາ*ແດ່.+ ບາດ​ຮອດ​ທີ​ພວກ​ເຈົ້າ ພວກ​ເຮົາ​ກະ​ຊິ​ຊ່ວຍ​ຕໍ່ສູ້​ກັບ​ສັດຕູ​ໃນ​ເຂດ​ຂອງ​ພວກ​ເຈົ້າ.” ແລ້ວ​ຕະກູນ​ຊີເມໂອນ​ກໍ​ໄປ​ນຳ​ເຂົາ​ເຈົ້າ.  ຈາກ​ນັ້ນ ຕະກູນ​ຢູດາ​ໄດ້​ຂຶ້ນ​ໄປ ແລະ​ພະ​ເຢໂຫວາ​ກໍ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະ​ພວກ​ການາອານ​ກັບ​ພວກ​ເປຣິຊີ.+ ເຂົາ​ເຈົ້າ​ຂ້າ​ສັດຕູ​ຕາຍ 10.000 ຄົນ​ຢູ່​ເມືອງ​ເບເຊັກ.  ເຂົາ​ເຈົ້າໄດ້​ເຈິ​ອາໂດນີເບເຊັກ​ຢູ່​ຫັ້ນ​ແລະ​ໄດ້​ຕໍ່ສູ້​ກັບ​ລາວ. ເຂົາ​ເຈົ້າ​ໄດ້​ຊະນະ​ພວກ​ການາອານ+ກັບ​ພວກ​ເປຣິຊີ.+  ຕອນ​ທີ່​ອາໂດນີເບເຊັກ​ໜີ​ໄປ ເຂົາ​ເຈົ້າ​ຈັບ​ລາວ​ໄດ້ ແລະ​ຕັດ​ໂປ້​ມື​ໂປ້​ຕີນ​ຂອງ​ລາວ​ທັງ​ສອງ​ເບື້ອງ.  ອາໂດນີເບເຊັກ​ເລີຍ​ເວົ້າ​ວ່າ: “ຂ້ອຍ​ເອງກໍ​ເຄີຍ​ຕັດ​ໂປ້​ມື​ກັບ​ໂປ້​ຕີນ​ຂອງ​ກະສັດ 70 ອົງ​ມາ​ແລ້ວ ແລະ​ໃຫ້​ພວກ​ເຂົາ​ກິນ​ເສດ​ອາຫານ​ຢູ່​ກ້ອງ​ໂຕະ​ຂອງ​ຂ້ອຍ. ຕອນ​ນີ້ ພະເຈົ້າ​ເຮັດ​ກັບ​ຂ້ອຍ​ຄື​ກັບ​ທີ່​ຂ້ອຍ​ໄດ້​ເຮັດ​ກັບ​ພວກ​ເຂົາ.” ແລ້ວ​ເຂົາ​ເຈົ້າ​ໄດ້​ເອົາ​ອາໂດນີເບເຊັກ​ໄປ​ເມືອງ​ເຢຣູຊາເລັມ+ ແລະ​ລາວ​ກໍ​ຕາຍ​ຢູ່​ຫັ້ນ.  ພວກ​ລູກ​ຫຼານ​ຂອງ​ຢູດາ​ໄດ້​ໄປ​ໂຈມຕີ​ເມືອງ​ເຢຣູຊາເລັມ+ແລະ​ຍຶດ​ເມືອງ​ນັ້ນ​ໄດ້. ເຂົາ​ເຈົ້າ​ຂ້າ​ຄົນ​ໃນ​ເມືອງ​ແລະ​ເຜົາ​ເມືອງ​ນັ້ນ.  ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ໄປ​ຕໍ່ສູ້​ກັບ​ພວກ​ການາອານ​ຢູ່​ເຂດ​ພູ ເຂດ​ເນເກັບ ແລະ​ເຂດ​ເຊເຟລາ.+ 10  ແລ້ວ​ເຂົາ​ເຈົ້າ​ກໍ​ໄປ​ຕໍ່ສູ້​ກັບ​ພວກ​ການາອານ​ທີ່​ຢູ່​ເມືອງ​ເຮັບໂຣນ. (ແຕ່​ກີ້​ເມືອງ​ເຮັບໂຣນ​ມີ​ຊື່​ວ່າ​ກີຣິອາດອາຣະບາ.) ເຂົາ​ເຈົ້າ​ໄດ້​ຂ້າ​ເຊຊາຍ ອາຮີມານ ແລະຕານມາຍ.*+ 11  ຕໍ່ມາ ເຂົາ​ເຈົ້າ​ກໍ​ໄປ​ຕໍ່ສູ້​ກັບ​ຄົນ​ໃນ​ເມືອງ​ເດບີ.+ (ແຕ່​ກີ້​ເມືອງ​ເດບີ​ມີ​ຊື່​ວ່າ​ກີຣິອາດເສເຟ.)+ 12  ແລ້ວ​ກາເລັບ​+ກໍ​ເວົ້າ​ວ່າ: “ຜູ້​ໃດ​ທີ່​ຍຶດ​ເມືອງ​ກີຣິອາດເສເຟ​ໄດ້ ຂ້ອຍ​ຊິ​ຍົກ​ອັກສາ​ລູກສາວ​ຂອງ​ຂ້ອຍ​ໃຫ້​ຜູ້​ນັ້ນ.”+ 13  ແລ້ວ​ໂອດນີເອນ​+ລູກ​ຊາຍ​ຂອງ​ເກນັດ+ທີ່​ເປັນ​ນ້ອງຊາຍ​ຂອງ​ກາເລັບ​ກໍ​ຍຶດ​ເມືອງ​ນັ້ນ​ໄດ້. ກາເລັບ​ຈຶ່ງ​ຍົກ​ອັກສາ​ລູກສາວ​ຂອງ​ໂຕເອງ​ໃຫ້​ເປັນ​ເມຍ​ຂອງ​ໂອດນີເອນ. 14  ຕອນ​ທີ່​ອັກສາ​ຊິ​ເມືອ​ເຮືອນ​ນຳ​ຜົວ ລາວ​ພະຍາຍາມ​ໃຫ້​ຜົວ​ຂໍ​ດິນ​ກັບ​ພໍ່​ຂອງ​ລາວ ລາວ​ຈຶ່ງ​ລົງ​ຈາກ​ຫຼັງ​ລາ​ໄປ​ຫາ​ພໍ່​ເອງ.* ກາເລັບ​ຖາມ​ລາວ​ວ່າ: “ລູກ​ຢາກ​ໄດ້​ຫຍັງ?” 15  ລາວ​ຕອບ​ພໍ່​ວ່າ: “ຂໍ​ພໍ່​ອວຍພອນ​ແລະ​ເອົາ​ຂອງຂວັນ​ໃຫ້​ລູກ​ແດ່. ດິນ​ທີ່​ພໍ່​ຍົກ​ໃຫ້​ລູກ​ຢູ່​ທາງ​ທິດໃຕ້​ຫັ້ນ​ມັນ​ແຫ້ງ​ແລ້ງ ຂໍ​ພໍ່​ຍົກ​ກຸນໂລມາອິມ*ໃຫ້​ລູກ​ນຳ.” ກາເລັບ​ຈຶ່ງ​ຍົກ​ກຸນໂລ​ເທິງ​ກັບ​ກຸນໂລ​ລຸ່ມ​ໃຫ້​ລາວ. 16  ລູກ​ຫຼານ​ຂອງ​ພໍ່​ເຖົ້າ​ຂອງ​ໂມເຊ+ທີ່​ເປັນ​ຄົນ​ເກນີ​+ໄດ້​ອອກ​ຈາກ​ເມືອງ​ແຫ່ງ​ຕົ້ນປາມ​+ພ້ອມ​ກັບ​ຄົນ​ໃນ​ຕະກູນ​ຢູດາ. ເຂົາ​ເຈົ້າ​ເດີນ​ທາງ​ໄປ​ບ່ອນ​ກັນດານ​ຢູດາ​ທີ່​ຢູ່​ທາງ​ທິດໃຕ້*ຂອງ​ເມືອງ​ອາຣັດ+ແລະ​ອາໄສ​ຢູ່​ຫັ້ນ.+ 17  ແຕ່​ຕະກູນ​ຢູດາ​ກັບ​ຕະກູນ​ຊີເມໂອນ​ທີ່​ເປັນ​ພີ່​ນ້ອງ​ກັນ​ກໍ​ໄດ້​ໄປ​ຕໍ່ສູ້​ກັບ​ພວກ​ການາອານ​ທີ່​ຢູ່​ເມືອງ​ເຊ​ຟັດ ແລະ​ທຳລາຍ​ເມືອງ​ນັ້ນ​ຈົນ​ເຫຼືອ​ແຕ່​ຊາກ​ຫັກ​ພັງ+ ແລ້ວ​ເຂົາ​ເຈົ້າ​ຕັ້ງ​ຊື່​ໃຫ້​ເມືອງ​ນັ້ນ​ວ່າ​ໂຮມາ.*+ 18  ຫຼັງ​ຈາກ​ນັ້ນ ຕະກູນ​ຢູດາ​ກໍ​ໄປ​ຍຶດ​ເອົາ​ເມືອງ​ຄາຊາ+ ເມືອງ​ອາຊະກາໂລນ+ ແລະ​ເມືອງ​ເອັກໂຣນ+ ລວມ​ທັງ​ເຂດ​ຂອງ​ເມືອງ​ເຫຼົ່າ​ນັ້ນ. 19  ພະ​ເຢໂຫວາ​ຢູ່​ນຳ​ຕະກູນ​ຢູດາ. ເຂົາ​ເຈົ້າ​ຍຶດ​ເຂດ​ພູ​ໄດ້ ແຕ່​ເຂົາ​ເຈົ້າ​ໄລ່​ຄົນ​ທີ່​ຢູ່​ທົ່ງພຽງ​ອອກ​ໄປ​ບໍ່​ໄດ້ ເພາະ​ພວກ​ນັ້ນ​ມີ​ລົດ​ຮົບ​ທີ່​ມີ​ມີດ​ເຫຼັກ​ຍາວ​ຕິດ​ຢູ່​ກົງ​ລໍ້.+ 20  ຕະກູນ​ຢູດາ​ເອົາ​ເມືອງ​ເຮັບໂຣນ​ໃຫ້​ກາເລັບ​ຕາມ​ທີ່​ໂມເຊ​ສັນຍາ​ໄວ້.+ ກາເລັບ​ໄດ້​ຂັບ​ໄລ່ລູກ​ຫຼານ 3 ຄົນ​ຂອງ​ອານາກອອກ​ໄປ​ຈາກ​ເມືອງ​ນັ້ນ.+ 21  ແຕ່​ຕະກູນ​ເບັນຢາມິນ​ບໍ່​ໄດ້​ຂັບ​ໄລ່​ພວກ​ເຢບຸດ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໄປ. ພວກ​ເຢບຸດ​ຈຶ່ງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ກັບ​ຄົນ​ໃນ​ຕະກູນ​ເບັນຢາມິນ​ຈົນ​ຮອດ​ທຸກ​ມື້​ນີ້.+ 22  ຕອນ​ນັ້ນ ລູກ​ຫຼານ​ຂອງ​ໂຢເຊັບ​+ໄດ້​ຂຶ້ນ​ໄປ​ຕໍ່ສູ້​ເມືອງ​ເບເທນ ແລະ​ພະ​ເຢໂຫວາ​ກໍ​ຢູ່​ນຳ​ເຂົາ​ເຈົ້າ.+ 23  ລູກ​ຫຼານ​ຂອງ​ໂຢເຊັບໄດ້​ໄປ​ສອດແນມ​ເມືອງ​ເບເທນ. (ແຕ່​ກີ້ເມືອງ​ນີ້​ມີ​ຊື່​ວ່າ​ລູເຊ.)+ 24  ພວກ​ທີ່​ໄປ​ສອດແນມ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ອອກ​ມາ​ຈາກ​ເມືອງ. ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ຜູ້​ຊາຍ​ຄົນ​ນັ້ນ​ວ່າ: “ຖ້າ​ເຈົ້າ​ບອກ​ວິທີ​ເຂົ້າ​ເມືອງ​ນີ້​ໃຫ້​ພວກ​ເຮົາ ພວກ​ເຮົາ​ຊິ​ບໍ່​ຂ້າເຈົ້າ.”* 25  ຜູ້​ຊາຍ​ຄົນ​ນັ້ນ​ກໍ​ເລີຍ​ບອກ​ວິທີ​ເຂົ້າ​ເມືອງ​ໃຫ້​ພວກ​ຄົນ​ສອດແນມ​ຮູ້. ເຂົາ​ເຈົ້າ​ເອົາ​ດາບ​ຂ້າ​ຄົນ​ຢູ່​ໃນ​ເມືອງ​ນັ້ນ ແຕ່​ປ່ອຍ​ຜູ້​ຊາຍ​ຄົນ​ນັ້ນ​ກັບ​ຄອບຄົວ​ຂອງ​ລາວ​ໄປ.+ 26  ຜູ້​ຊາຍ​ຄົນ​ນັ້ນ​ກໍ​ເລີຍ​ໄປ​ຢູ່​ແຜ່ນດິນ​ຂອງ​ພວກ​ເຮດ ໄປ​ສ້າງ​ເມືອງ​ໜຶ່ງ​ຢູ່​ຫັ້ນ​ແລະ​ຕັ້ງ​ຊື່​ເມືອງ​ວ່າ​ລູເຊ. ເມືອງ​ນັ້ນ​ຖືກ​ເອີ້ນ​ແນວ​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້. 27  ຕະກູນ​ມານາເຊ​ບໍ່​ໄດ້​ຍຶດ​ເອົາ​ເມືອງ​ເບັດເຊອານ ເມືອງ​ຕາອານັກ+ ເມືອງ​ໂດເຣ ເມືອງ​ອິບເລອາມ ເມືອງ​ເມກິດໂດ ແລະ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ.+ ພວກ​ການາອານ​ຈຶ່ງ​ຍັງ​ອາໄສ​ໃນ​ແຜ່ນດິນ​ນັ້ນ​ຕໍ່​ໄປ. 28  ເມື່ອ​ພວກ​ອິດສະຣາເອນ​ມີ​ຄົນ​ຫຼາຍ​ແລະ​ມີ​ກຳລັງ​ຫຼາຍ​ຂຶ້ນ ເຂົາ​ເຈົ້າ​ບໍ່​ໄດ້​ຂັບ​ໄລ່​ພວກ​ການາອານ​ອອກ​ໄປ​ຈົນ​ໝົດ+ ແຕ່​ພັດ​ໃຊ້​ພວກ​ເຂົາ​ໃຫ້​ເຮັດ​ວຽກ​ໜັກ​ຄື​ກັບ​ທາດ.+ 29  ຕະກູນ​ເອຟຣາຢິມ​ບໍ່​ໄດ້​ຂັບ​ໄລ່​ພວກ​ການາອານ​ທີ່​ຢູ່​ເມືອງ​ເກເຊ​ອອກ​ໄປ. ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ໃນ​ເມືອງ​ເກເຊ​ຕໍ່​ໄປ.+ 30  ຕະກູນ​ເຊບູລູນ​ບໍ່​ໄດ້​ຂັບ​ໄລ່​ຄົນ​ທີ່​ຢູ່​ໃນ​ເມືອງ​ກີດໂຣນ​ແລະ​ເມືອງ​ນາຮາໂລນ+ອອກ​ໄປ. ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ນຳ​ເຂົາ​ເຈົ້າ​ຕໍ່​ໄປ ແລະ​ຖືກ​ໃຊ້​ໃຫ້ເຮັດ​ວຽກ​ໜັກຄື​ກັບ​ທາດ.+ 31  ຕະກູນ​ອາເຊ​ບໍ່​ໄດ້​ຂັບ​ໄລ່​ຄົນ​ທີ່​ຢູ່​ໃນ​ເມືອງ​ອັກໂກ ເມືອງ​ຊີໂດນ+ ເມືອງ​ອາຮະລາບ ເມືອງ​ອັກຊິບ+ ເມືອງ​ເຮັນບາ ເມືອງ​ອາຟິກ+ ແລະ​ເມືອງ​ເຣໂຮບ+ອອກ​ໄປ. 32  ຄົນ​ໃນ​ຕະກູນ​ອາເຊ​ຈຶ່ງ​ຍັງ​ຢູ່​ກັບ​ພວກ​ການາອານ​ໃນ​ແຜ່ນດິນ​ນັ້ນ​ຕໍ່​ໄປ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ຂັບ​ໄລ່​ພວກ​ການາອານ​ອອກ​ໄປ. 33  ຕະກູນ​ນັບທາລີ​ບໍ່​ໄດ້​ຂັບ​ໄລ່​ຄົນ​ໃນ​ເມືອງ​ເບັດເຊເມັດ​ແລະ​ເມືອງ​ເບັດອານາດ+ອອກ​ໄປ. ຄົນ​ໃນ​ຕະກູນ​ນັບທາລີ​ຈຶ່ງ​ຍັງ​ຢູ່​ກັບ​ພວກ​ການາອານ​ໃນ​ແຜ່ນດິນ​ນັ້ນ​ຕໍ່​ໄປ.+ ຄົນ​ໃນ​ເມືອງ​ເບັດເຊເມັດ​ແລະ​ເມືອງ​ເບັດອານາດ​ຖືກ​ຕະກູນ​ນັບທາລີ​ໃຊ້​ໃຫ້​ເຮັດ​ວຽກ​ໜັກ​ຄື​ກັບ​ທາດ. 34  ພວກ​ອາໂມ​ບໍ່​ຍອມ​ໃຫ້​ຄົນ​ໃນ​ຕະກູນ​ດານ​ລົງ​ມາ​ຢູ່​ທົ່ງພຽງ ເຂົາ​ເຈົ້າ​ຈຶ່ງ​ຕ້ອງ​ຢູ່​ໃນ​ເຂດ​ພູ​ຕໍ່​ໄປ.+ 35  ສ່ວນ​ພວກ​ອາໂມ​ກໍ​ຍັງ​ຢູ່​ພູ​ເຮເລດ ຢູ່​ໃນ​ເມືອງ​ອາຢາໂລນ+ ແລະ​ເມືອງ​ຊາອານບີມ​+ຕໍ່​ໄປ. ແຕ່​ເມື່ອ​ລູກ​ຫຼານ​ຂອງ​ໂຢເຊັບ​ມີ​ຄົນ​ຫຼາຍ​ແລະ​ມີ​ກຳລັງ​ຫຼາຍ​ຂຶ້ນ ເຂົາ​ເຈົ້າ​ກໍ​ໃຊ້​ພວກ​ອາໂມ​ໃຫ້​ເຮັດ​ວຽກ​ໜັກ​ຄື​ກັບ​ທາດ. 36  ເຂດ​ແດນ​ຂອງ​ພວກ​ອາໂມ​ເລີ່ມ​ຈາກ​ບ່ອນ​ທີ່​ຈະຂຶ້ນ​ໄປ​ອັກຣັບບີມ+ ແລະ​ຈາກ​ເສລາ​ໄປ​ຈົນຮອດ​ເຂດ​ພູ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຕອນ​ຂອງ​ຂ້ອຍ”
“ເຊຊາຍ ອາຮີມານ ແລະ​ຕານມາຍ” ອາດ​ໝາຍເຖິງ​ລູກ​ຫຼານ​ຂອງ​ເຂົາເຈົ້າ
ຫຼື​ອາດ​ແປ​ວ່າ “ຕົບ​ມື​ເອີ້ນ​ຕອນ​ຢູ່​ຫຼັງ​ລາ”
ແປ​ວ່າ “ອ່າງ​ນ້ຳ”
ຫຼື “ເນເກັບ”
ແປ​ວ່າ “ສິ່ງ​ທີ່​ຕ້ອງ​ທຳລາຍ​ບໍ່​ໃຫ້​ເຫຼືອ”
ແປ​ຕາມ​ໂຕ​ວ່າ “ພວກເຮົາ​ຊິ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຈົ້າ”