ພວກ​ຜູ້ຕັດສິນ 10:1-18

  • ຜູ້ຕັດສິນ​ໂຕ​ລາ​ແລະ​ຜູ້ຕັດສິນ​ຢາອີ (1-​5)

  • ພວກ​ອິດສະຣາເອນ​ກະບົດ​ແລະ​ກັບ​ໃຈ (6-​16)

  • ພວກ​ອຳໂມນ​ກໍ່​ກວນ​ພວກ​ອິດສະຣາເອນ (17, 18)

10  ຫຼັງ​ຈາກ​ອາບີເມເລັກ​ຕາຍ ພະເຈົ້າ​ກໍ​ເລືອກ​ໂຕລາ​ລູກ​ຊາຍ​ຂອງ​ປູອາ​ຫຼານ​ຂອງ​ໂດໂດ​ຈາກ​ຕະກູນ​ອິດຊາຄາ​ໃຫ້​ມາ​ຊ່ວຍ​ພວກ​ອິດສະຣາເອນ.+ ລາວ​ອາໄສ​ຢູ່​ເມືອງ​ຊາມີ​ເຊິ່ງ​ຢູ່​ໃນ​ເຂດ​ພູ​ຂອງ​ເອຟຣາຢິມ.  ລາວ​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ 23 ປີ ແລ້ວ​ລາວ​ກໍ​ຕາຍ​ແລະ​ຖືກ​ຝັງ​ໄວ້​ຢູ່​ເມືອງ​ຊາມີ.  ຫຼັງ​ຈາກ​ຜູ້ຕັດສິນ​ໂຕລາ​ຕາຍ ພະເຈົ້າ​ກໍ​ເລືອກ​ຢາອີ​ຄົນ​ກິລຽດ​ໃຫ້​ເປັນ​ຜູ້​ຕັດສິນ​ຂອງ​ພວກ​ອິດສະຣາເອນ. ລາວ​ເຮັດ​ໜ້າ​ທີ່​ນີ້ 22 ປີ.  ຢາອີ​ມີ​ລູກ​ຊາຍ 30 ຄົນ ເຊິ່ງ​ຂີ່​ລາ 30 ໂຕ. ພວກ​ລູກ​ຊາຍ​ຂອງ​ລາວ​ມີ​ເມືອງ 30 ເມືອງ​ເຊິ່ງ​ຖືກ​ເອີ້ນ​ວ່າ​ຮາໂວດຢາອີ​+ຈົນ​ຮອດ​ທຸກ​ມື້​ນີ້. ເມືອງ​ເຫຼົ່ານີ້​ຢູ່​ໃນ​ເຂດ​ກິລຽດ.  ແລ້ວ​ຢາອີ​ກໍ​ຕາຍ ແລະ​ຖືກ​ຝັງ​ໄວ້​ຢູ່​ເມືອງ​ກາໂມນ.  ຫຼັງ​ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ອີກ.+ ເຂົາ​ເຈົ້າ​ນະມັດສະການ​ພະ​ບາອານ+ ຮູບ​ພະ​ອັດຊະໂຕເຣດ* ແລະ​ພະເຈົ້າ​ຕ່າງ​ໆ​ຂອງ​ພວກ​ຊີເຣຍ* ພວກ​ຊີໂດນ ພວກ​ໂມອາບ+ ພວກ​ອຳໂມນ+ ແລະ​ພວກ​ຟີລິດສະຕີນ.+ ເຂົາ​ເຈົ້າ​ປະຖິ້ມ​ພະ​ເຢໂຫວາ​ແລະ​ເຊົາ​ນະມັດສະການ​ເພິ່ນ.  ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ໃຫ້​ພວກ​ອິດສະຣາເອນ ແລະ​ເພິ່ນ​ໄດ້​ຂາຍ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ພວກ​ຟີລິດສະຕີນ​ກັບ​ພວກ​ອຳໂມນ.+  ຕັ້ງ​ແຕ່​ປີ​ນັ້ນ ພວກ​ເຂົາ​ເລີ່ມ​ກົດຂີ່​ພວກ​ອິດສະຣາເອນ​ຢ່າງ​ໜັກ. ຕະຫຼອດ​ໄລຍະ 18 ປີ ພວກ​ເຂົາ​ກົດຂີ່​ພວກ​ອິດສະຣາເອນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ​ໃນ​ເຂດ​ກິລຽດ​ທີ່​ເຄີຍ​ເປັນ​ແຜ່ນດິນ​ຂອງ​ພວກ​ອຳໂມນ.  ພວກ​ອຳໂມນ​ຍັງ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຕໍ່ສູ້​ກັບ​ຕະກູນ​ຢູດາ ຕະກູນ​ເບັນຢາມິນ ແລະ​ຕະກູນ​ເອຟຣາຢິມ​ນຳ. ພວກ​ອິດສະຣາເອນ​ທຸກລຳບາກ​ຫຼາຍ. 10  ແລ້ວ​ພວກ​ອິດສະຣາເອນ​ກໍ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ+ ໂດຍ​ເວົ້າ​ວ່າ: “ພວກ​ເຮົາ​ເຮັດ​ຜິດ​ຕໍ່​ພະອົງ​ແລ້ວ. ພວກ​ເຮົາ​ປະຖິ້ມ​ພະອົງ​ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ເຮົາ​ແລະ​ໄປ​ນະມັດສະການ​ພະ​ບາອານ.”+ 11  ແຕ່​ພະ​ເຢໂຫວາ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ເຮົາ​ເຄີຍ​ຊ່ວຍ​ພວກ​ເຈົ້າ​ອອກ​ຈາກ​ເອຢິບ+ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ພວກ​ອາໂມ+ ພວກ​ອຳໂມນ ພວກ​ຟີລິດສະຕີນ+ 12  ພວກ​ຊີໂດນ ພວກ​ອາມາເລັກ ແລະ​ພວກ​ມີດີອານ​ຕອນ​ທີ່​ພວກ​ເຂົາ​ກົດຂີ່​ພວກ​ເຈົ້າ​ບໍ່​ແມ່ນ​ບໍ? ເມື່ອ​ພວກ​ເຈົ້າ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ ເຮົາ​ກໍ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ເຂົາ. 13  ແຕ່​ພວກ​ເຈົ້າ​ພັດ​ປະຖິ້ມ​ເຮົາ​ແລະ​ໄປ​ນະມັດສະການ​ພະເຈົ້າ​ອື່ນ.+ ຍ້ອນ​ແນວ​ນີ້ ເຮົາ​ຈະ​ບໍ່​ຊ່ວຍ​ພວກ​ເຈົ້າ​ອີກ.+ 14  ໃຫ້​ພວກ​ເຈົ້າ​ໄປ​ຂໍ​ກັບ​ພະເຈົ້າ​ທີ່​ພວກ​ເຈົ້າ​ນະມັດສະການ​ແມ້.+ ເທື່ອ​ນີ້ ໃຫ້​ພະເຈົ້າ​ພວກ​ນັ້ນ​ຊ່ວຍ​ພວກ​ເຈົ້າສະ​ເດີ້.”+ 15  ແຕ່​ພວກ​ອິດສະຣາເອນ​ກໍ​ເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ພວກ​ເຮົາ​ເຮັດ​ຜິດ​ແລ້ວ. ພະອົງ​ຈະ​ເຮັດ​ແນວ​ໃດ​ກັບ​ພວກ​ເຮົາ​ກໍ​ໄດ້ຕາມ​ທີ່​ພະອົງ​ຕ້ອງການ ແຕ່​ເທື່ອ​ນີ້ຂໍ​ພະອົງ​ຊ່ວຍ​ພວກ​ເຮົາ​ກ່ອນ.” 16  ເຂົາ​ເຈົ້າ​ຈຶ່ງ​ກຳຈັດ​ຮູບ​ພະ​ຕ່າງ​ໆ​ໃຫ້​ໝົດ​ໄປ​ແລະ​ເລີ່ມ​ນະມັດສະການ​ພະ​ເຢໂຫວາ​ອີກ+ ເພື່ອ​ເພິ່ນ​ຈະ​ທົນ​ບໍ່​ໄດ້​ທີ່​ເຫັນ​ພວກ​ອິດສະຣາເອນ​ທຸກ​ລຳບາກ.+ 17  ຕໍ່ມາ ພວກ​ອຳໂມນ​+ຖືກ​ເອີ້ນ​ໃຫ້​ມາ​ລວມ​ໂຕ​ກັນ ແລະ​ພວກ​ເຂົາ​ກໍ​ຕັ້ງ​ຄ້າຍ​ທະຫານ​ຢູ່​ກິລຽດ. ສ່ວນ​ພວກ​ອິດສະຣາເອນ​ກໍ​ລວມ​ໂຕ​ກັນ​ແລະ​ຕັ້ງ​ຄ້າຍ​ຢູ່​ເມືອງ​ມິດຊະປາ. 18  ປະຊາຊົນ​ກັບ​ພວກ​ຜູ້​ນຳ​ໃນ​ກິລຽດ​ໄດ້​ລົມ​ກັນ​ວ່າ: “ຜູ້​ໃດ​ຊິ​ນຳ​ໜ້າ​ພວກ​ເຮົາ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ?+ ຖ້າ​ຜູ້​ໃດ​ໄປ ພວກ​ເຮົາ​ຊິ​ຕັ້ງ​ລາວ​ໃຫ້​ເປັນ​ຫົວ​ໜ້າ​ຂອງ​ທຸກ​ຄົນ​ທີ່​ຢູ່​ໃນ​ກິລຽດ.”

ຂໍຄວາມໄຂເງື່ອນ

ຫຼື “ອາຣາມ”