ພວກ​ຜູ້ຕັດສິນ 11:1-40

  • ຜູ້ຕັດສິນ​ເຢັບທາ​ຖືກ​ໄລ່​ໜີ ແຕ່​ຕໍ່ມາ​ກໍ​ໄດ້​ເປັນ​ຜູ້​ນຳ (1-​11)

  • ເຢັບທາ​ຫາ​ເຫດຜົນ​ກັບ​ພວກ​ອຳໂມນ (12-​28)

  • ຄຳ​ສາບານ​ຂອງ​ເຢັບທາ​ແລະ​ເລື່ອງ​ລູກສາວ​ຂອງ​ລາວ (29-​40)

    • ຊີວິດ​ຂອງ​ລູກສາວ​ທີ່​ບໍ່​ໄດ້​ແຕ່ງດອງ (38-​40)

11  ເຢັບທາ​+ທີ່​ເປັນ​ຄົນ​ເມືອງ​ກິລຽດ​ເປັນ​ທະຫານ​ທີ່​ເກັ່ງ​ຫຼາຍ. ລາວ​ເປັນ​ລູກ​ຂອງ​ໂສເພນີ​ແລະ​ພໍ່​ຂອງ​ລາວ​ຊື່​ກິລຽດ.  ແຕ່​ກິລຽດ​ມີ​ລູກ​ຊາຍ​ຫຼາຍ​ຄົນ​ກັບ​ເມຍ​ຂອງ​ລາວ. ເມື່ອ​ເຂົາ​ເຈົ້າ​ໃຫຍ່​ຂຶ້ນ ເຂົາ​ເຈົ້າ​ກໍ​ໄລ່​ເຢັບທາ​ໜີ ແລະ​ເວົ້າ​ໃຫ້​ລາວ​ວ່າ: “ເພາະ​ເຈົ້າ​ເປັນ​ລູກ​ຂອງ​ຜູ້​ຍິງ​ຄົນ​ອື່ນ ເຈົ້າ​ຊິ​ບໍ່​ໄດ້ມູນ​ອີ່ຫຍັງ​ຂອງ​ພໍ່​ເລີຍ.”  ເຢັບທາ​ຈຶ່ງ​ໜີ​ຈາກ​ພວກ​ອ້າຍນ້ອງ​ໄປ​ຢູ່​ແຜ່ນດິນ​ໂຕບ ແລະ​ພວກ​ທີ່ບໍ່​ມີ​ວຽກ​ເຮັດກໍ​ມາ​ເປັນ​ພວກ​ຂອງ​ລາວ​ແລະ​ຊ່ວຍ​ລາວ​ໂຈມຕີ​ພວກ​ສັດຕູ.  ຫຼັງ​ຈາກ​ນັ້ນ ພວກ​ອຳໂມນ​ກໍ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ.+  ເມື່ອ​ພວກ​ອຳໂມນ​ມາ​ໂຈມຕີ​ພວກ​ອິດສະຣາເອນ ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ກໍ​ຟ້າວ​ໄປ​ເອີ້ນ​ເຢັບທາ​ໃຫ້​ກັບ​ມາ​ຈາກ​ແຜ່ນດິນ​ໂຕບ.  ເຂົາ​ເຈົ້າ​ເວົ້າ​ກັບ​ເຢັບທາ​ວ່າ: “ໃຫ້​ເຈົ້າ​ມາ​ເປັນ​ຜູ້​ນຳ​ຂອງ​ພວກ​ເຮົາ​ແມ້ ເພື່ອ​ພວກ​ເຮົາ​ຊິ​ຕໍ່​ສູ້​ກັບ​ພວກ​ອຳໂມນ​ໄດ້.”  ແຕ່​ເຢັບທາ​ເວົ້າ​ກັບ​ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ວ່າ: “ພວກ​ເຈົ້າ​ຫັ້ນ​ຕົ໋ວ​ທີ່​ຊັງ​ຂ້ອຍ​ຫຼາຍ​ແລະ​ໄລ່​ຂ້ອຍ​ອອກ​ຈາກ​ເຮືອນ​ຂອງ​ພໍ່.+ ບາດ​ມີ​ບັນຫາ ເປັນ​ຫຍັງ​ພວກ​ເຈົ້າ​ຄື​ມາ​ຫາ​ຂ້ອຍ?”  ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ກໍ​ເວົ້າ​ກັບ​ລາວ​ວ່າ: “ມັນກໍ​ແມ່ນຄວາມ​ເຈົ້າ ແຕ່​ຕອນ​ນີ້​ພວກ​ເຮົາ​ກໍ​ມາ​ຫາ​ເຈົ້າ​ແລ້ວ. ຖ້າ​ເຈົ້າ​ໄປ​ນຳ​ພວກ​ເຮົາ​ແລະ​ຕໍ່ສູ້​ກັບ​ພວກ​ອຳໂມນ ພວກ​ເຮົາ​ຈະ​ໃຫ້​ເຈົ້າ​ປົກຄອງ​ທຸກ​ຄົນ​ທີ່​ຢູ່​ເມືອງ​ກິລຽດ.”+  ເຢັບທາ​ຈຶ່ງ​ເວົ້າ​ກັບ​ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ວ່າ: “ຖ້າ​ຂ້ອຍ​ກັບ​ເມືອ​ນຳ​ພວກ​ເຈົ້າ​ເພື່ອ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ ແລະ​ພະ​ເຢໂຫວາ​ຊ່ວຍ​ຂ້ອຍ​ໃຫ້​ຊະນະ​ພວກ​ນັ້ນ ຂ້ອຍ​ກະ​ຊິເປັນ​ຜູ້​ນຳ​ຂອງ​ພວກ​ເຈົ້າ​ແທ້​ໆ​ໄດ໋!” 10  ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ​ເວົ້າ​ກັບ​ເຢັບທາ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ເປັນ​ພະຍານ*ລະຫວ່າງ​ພວກ​ເຮົາ. ຖ້າ​ພວກ​ເຮົາ​ບໍ່​ໄດ້​ເຮັດ​ຕາມ​ທີ່​ເວົ້າ ຂໍ​ໃຫ້​ເພິ່ນ​ຕັດສິນ​ພວກ​ເຮົາ.” 11  ແລ້ວ​ເຢັບທາ​ກໍ​ໄປ​ນຳ​ພວກ​ຜູ້​ນຳ​ຂອງ​ເມືອງ​ກິລຽດ. ປະຊາຊົນ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ນຳ​ແລະ​ເປັນ​ຫົວ​ໜ້າ​ທະຫານ​ຂອງ​ເຂົາ​ເຈົ້າ. ຕອນ​ທີ່​ຢູ່​ເມືອງ​ມິດຊະປາ​ເຢັບທາ​ກໍ​ເວົ້າ​ຄືນ​ເລື່ອງ​ທີ່​ເຂົາ​ເຈົ້າລົມ​ກັນ​ຕໍ່​ໜ້າ​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ.+ 12  ແລ້ວ​ເຢັບທາ​ກໍ​ໃຫ້​ຜູ້​ສົ່ງ​ຂ່າວ​ໄປ​ຖາມ​ກະສັດ​ຂອງ​ພວກ​ອຳໂມນ+ວ່າ: “ເປັນ​ຫຍັງເຈົ້າ​ຈຶ່ງ​ມາ​ໂຈມຕີ​ແຜ່ນດິນ​ຂອງ​ພວກ​ເຮົາ?” 13  ກະສັດ​ຂອງ​ພວກ​ອຳໂມນ​ບອກ​ຜູ້​ສົ່ງ​ຂ່າວ​ຂອງ​ເຢັບທາ​ວ່າ: “ຕອນ​ທີ່​ພວກ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ+ ເຂົາ​ເຈົ້າ​ໄດ້​ເອົາ​ແຜ່ນດິນ​ຂອງ​ຂ້ອຍ​ໄປ ຕັ້ງ​ແຕ່​ຮ່ອມພູ*ອາໂນນ​+ໄປ​ຈົນ​ຮອດ​ຢັບໂບກ ແລະ​ໄປ​ຈົນ​ຮອດ​ແມ່​ນ້ຳ​ຈໍແດນ.+ ຕອນ​ນີ້ ໃຫ້​ພວກ​ເຈົ້າ​ເອົາ​ແຜ່ນດິນ​ຄືນ​ມາ​ໃຫ້​ດີ​ໆ​.” 14  ແຕ່​ເຢັບທາ​ໄດ້​ໃຫ້​ຜູ້​ສົ່ງ​ຂ່າວ​ກັບ​ໄປ​ຫາ​ກະສັດ​ຂອງ​ຄົນ​ອຳໂມນ​ອີກ 15  ແລະ​ເວົ້າ​ກັບ​ລາວ​ວ່າ: “ເຢັບທາ​ບອກ​ແນວ​ນີ້​ວ່າ ‘ພວກ​ອິດສະຣາເອນ​ບໍ່​ໄດ້​ເອົາ​ແຜ່ນດິນ​ຂອງ​ພວກ​ໂມອາບ+ແລະ​ແຜ່ນດິນ​ຂອງ​ພວກ​ອຳໂມນ​ເດີ້.+ 16  ເພາະ​ຕອນ​ທີ່​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ ເຂົາ​ເຈົ້າ​ຍ່າງ​ຜ່ານ​ບ່ອນ​ກັນດານ​ໄປ​ຈົນ​ຮອດ​ທະເລ​ແດງ+ແລະ​ຮອດ​ກາເດັດ.+ 17  ແລ້ວ​ພວກ​ອິດສະຣາເອນ​ກໍ​ໃຫ້​ຜູ້​ສົ່ງ​ຂ່າວ​ໄປ​ຖາມ​ກະສັດ​ເອໂດມ​+ວ່າ “ພວກ​ເຮົາ​ຂໍ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ທ່ານ​ໄດ້​ບໍ?” ແຕ່​ກະສັດ​ເອໂດມ​ບໍ່​ໃຫ້​ເຂົາ​ເຈົ້າ​ຜ່ານ. ແລ້ວ​ເຂົາ​ເຈົ້າ​ກໍ​ໃຫ້​ຜູ້​ສົ່ງ​ຂ່າວ​ໄປ​ຖາມ​ກະສັດ​ໂມອາບ​+ຄື​ກັນ ແຕ່​ລາວ​ກໍ​ບໍ່​ຍອມ​ໃຫ້​ເຂົາ​ເຈົ້າ​ຜ່ານ​ແຜ່ນດິນ​ຂອງ​ລາວ. ພວກ​ອິດສະຣາເອນ​ກໍ​ເລີຍ​ຕັ້ງ​ຄ້າຍ​ພັກ​ຢູ່​ກາເດັດ​ຕໍ່​ໄປ.+ 18  ຕອນ​ທີ່​ເຂົາ​ເຈົ້າ​ຍ່າງ​ຜ່ານ​ບ່ອນ​ກັນດານ ເຂົາ​ເຈົ້າ​ກໍ​ໄດ້​ຍ່າງ​ອ້ອມ​ແຜ່ນດິນ​ຂອງ​ພວກ​ເອໂດມ+ແລະ​ແຜ່ນດິນ​ຂອງ​ພວກ​ໂມອາບ.+ ເຂົາ​ເຈົ້າ​ເດີນ​ທາງ​ໄປ​ທາງ​ທິດ​ຕາເວັນ​ອອກ​ຂອງ​ແຜ່ນດິນ​ໂມອາບ ແລະ​ຕັ້ງ​ຄ້າຍ​ຢູ່​ແຖວ​ໆ​ຮ່ອມພູ​ອາໂນນ. ແຕ່​ບໍ່​ໄດ້​ເຂົ້າ​ໄປ​ໃນ​ເຂດ​ຂອງ​ພວກ​ໂມອາບ+ ຍ້ອນ​ຮ່ອມພູ​ອາໂນນ​ຕິດ​ກັບ​ເຂດ​ແດນ​ຂອງ​ພວກ​ໂມອາບ. 19  ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ໃຫ້​ຜູ້​ສົ່ງ​ຂ່າວ​ໄປ​ຫາ​ສີໂຮນ​ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ​ແລະ​ຖາມ​ລາວ​ວ່າ: “ພວກ​ເຮົາ​ຂໍ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ທ່ານ​ເພື່ອ​ຈະ​ໄປ​ແຜ່ນດິນ​ຂອງ​ພວກ​ເຮົາ​ໄດ້​ບໍ?”+ 20  ແຕ່​ສີໂຮນ​ບໍ່​ໄວ້ໃຈ​ໃຫ້​ພວກ​ອິດສະຣາເອນ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ລາວ. ລາວ​ຈຶ່ງ​ລວບລວມ​ຄົນ​ທັງ​ໝົດ​ຂອງ​ລາວ​ມາ​ຕັ້ງ​ຄ້າຍ​ຢູ່​ຢາຮາດ​ເພື່ອ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ.+ 21  ໃນ​ຕອນ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ໄດ້​ມອບ​ສີໂຮນ​ແລະ​ຄົນ​ຂອງ​ລາວ​ໄວ້​ໃນ​ມື​ຂອງ​ພວກ​ອິດສະຣາເອນ. ພວກ​ອິດສະຣາເອນ​ຕໍ່ສູ້​ຊະນະ​ພວກ​ອາໂມ​ແລະເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນທັງ​ໝົດ​ທີ່​ພວກ​ອາໂມ​ອາໄສ​ຢູ່.+ 22  ພວກ​ອິດສະຣາເອນ​ຈຶ່ງ​ຍຶດ​ເອົາ​ແຜ່ນດິນ​ທັງ​ໝົດ​ຂອງ​ພວກ​ອາໂມ ຕັ້ງ​ແຕ່​ຮ່ອມພູ​ອາໂນນ​ໄປ​ຈົນ​ຮອດ​ຢັບໂບກ ແລະ​ຕັ້ງ​ແຕ່​ບ່ອນ​ກັນດານ​ໄປ​ຈົນ​ຮອດ​ແມ່​ນ້ຳ​ຈໍແດນ.+ 23  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ​ຕົ໋ວ​ທີ່​ຂັບ​ໄລ່​ຄົນ​ອາໂມ​ອອກ​ໄປ​ຕໍ່​ໜ້າ​ຄົນ​ຂອງ​ເພິ່ນ.+ ຕອນ​ນີ້ ເຈົ້າ​ຈະ​ມາ​ໄລ່​ຄົນ​ຂອງ​ເພິ່ນ​ອອກ​ໄປ​ບໍ? 24  ຄັນ​ພະ​ເຄມົດ+ຂອງ​ພວກ​ເຈົ້າ​ເອົາ​ແຜ່ນດິນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ໃຫ້​ພວກ​ເຈົ້າ ພວກ​ເຈົ້າ​ກະ​ຊິ​ໄປ​ຢູ່​ບໍ່​ແມ່ນ​ຫວະ? ຄັນຊັ້ນ ຖ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຂັບ​ໄລ່​ຜູ້​ໃດ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຮົາ ພວກ​ເຮົາ​ກໍ​ຕ້ອງ​ຂັບ​ໄລ່​ພວກ​ນັ້ນ​ຄື​ກັນ.+ 25  ເຈົ້າ​ເກັ່ງ​ກວ່າ​ບາລາກ+ລູກ​ຊາຍ​ຂອງ​ຊິບໂປ​ກະສັດ​ຂອງ​ຄົນ​ໂມອາບ​ຫວະ? ຂະໜາດ​ລາວ​ກໍ​ຍັງ​ບໍ່​ເຄີຍ​ມາ​ຕໍ່ສູ້​ກັບ​ພວກ​ອິດສະຣາເອນ​ເພື່ອ​ເອົາ​ແຜ່ນດິນ​ຂອງ​ລາວ​ຄືນ​ເລີຍ. 26  ຕະຫຼອດ​ໄລຍະ 300 ປີ ຕອນ​ທີ່​ພວກ​ອິດສະຣາເອນ​ອາໄສ​ຢູ່​ເມືອງ​ເຮັດຊະໂບນ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ+ ອາໄສ​ຢູ່​ເມືອງ​ອາໂຣເອ​ກັບ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ນັ້ນ ແລະ​ອາໄສ​ຢູ່​ເມືອງ​ຕ່າງ​ໆ​ທີ່​ຢູ່​ແຄມ​ຫ້ວຍ​ອາໂນນ ເປັນ​ຫຍັງ​ເຈົ້າ​ຄື​ບໍ່​ໄປ​ເອົາ​ແຜ່ນດິນ​ເຈົ້າ​ຄືນ​ໃນ​ຕອນ​ນັ້ນ?+ 27  ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ຕໍ່​ເຈົ້າ. ເຈົ້າ​ຫັ້ນ​ແຫຼະ​ຜິດ​ທີ່​ມາ​ໂຈມຕີ​ຂ້ອຍ. ຂໍ​ໃຫ້​ພະ​ເຢໂຫວາ​ຜູ້ຕັດສິນ​ອົງ​ຍິ່ງ​ໃຫຍ່+ຕັດສິນ​ເລື່ອງ​ຂອງ​ຄົນ​ອິດສະຣາເອນ​ກັບ​ຄົນ​ອຳໂມນ​ໃນ​ມື້​ນີ້.’” 28  ແຕ່​ກະສັດ​ຂອງ​ພວກ​ອຳໂມນ​ບໍ່​ຟັງ​ຄຳເວົ້າ​ຂອງ​ເຢັບທາ. 29  ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ເຢັບທາ.+ ລາວ​ເດີນ​ທາງ​ໄປ​ທົ່ວ​ເຂດ​ກິລຽດ​ແລະ​ເຂດ​ມານາເຊ ແລະ​ໄປ​ເມືອງ​ມິດຊະປາ​ໃນ​ເຂດ​ກິລຽດ.+ ແລ້ວ​ລາວ​ກໍ​ອອກ​ຈາກ​ມິດຊະປາ​ໃນ​ເຂດ​ກິລຽດ​ໄປຕໍ່ສູ້​ກັບ​ພວກ​ອຳໂມນ. 30  ແລ້ວ​ເຢັບທາ​ກໍ​ສາບານ​+ກັບ​ພະ​ເຢໂຫວາ​ວ່າ: “ຖ້າ​ພະອົງ​ຊ່ວຍ​ລູກ​ໃຫ້​ເອົາ​ຊະນະ​ພວກ​ອຳໂມນ 31  ເມື່ອ​ລູກ​ຕໍ່ສູ້​ກັບ​ພວກ​ອຳໂມນ​ແລ້ວ​ໆ​ແລະກັບ​ມາ​ຢ່າງ​ປອດໄພ ຜູ້​ໃດ​ທີ່​ອອກ​ຈາກ​ເຮືອນ​ມາ​ຮັບ​ລູກ​ເປັນ​ຜູ້​ທຳອິດ ລູກ​ຈະ​ເອົາ​ຜູ້​ນັ້ນ​ໃຫ້​ເປັນ​ຂອງ​ພະ​ເຢໂຫວາ+ ແລະ​ຈະ​ມອບ​ລາວ​ໃຫ້​ເປັນ​ເຄື່ອງ​ບູຊາ​ເຜົາ.”*+ 32  ເຢັບທາ​ອອກ​ໄປ​ຕໍ່ສູ້​ກັບ​ພວກ​ອຳໂມນ ແລະ​ພະ​ເຢໂຫວາ​ກໍ​ມອບ​ພວກ​ເຂົາ​ໄວ້​ໃນ​ມື​ຂອງ​ລາວ. 33  ລາວ​ຂ້າ​ພວກ​ເຂົາ​ຕັ້ງ​ແຕ່​ເມືອງ​ອາໂຣເອ​ໄປ​ຈົນ​ຮອດ​ເມືອງ​ມິນນິດ ແລະ​ໄປ​ຈົນ​ຮອດ​ເມືອງ​ອາເບັນເກຣາມີມ. ພວກ​ອຳໂມນ​ຖືກ​ຂ້າຕາຍ​ຫຼາຍ​ແທ້​ຫຼາຍ​ວ່າ. ເຢັບທາ​ຍຶດ​ເອົາ​ເມືອງ​ຂອງ​ພວກ​ເຂົາ​ໄດ້ 20 ເມືອງ. ພວກ​ອິດສະຣາເອນ​ເອົາ​ຊະນະ​ພວກ​ອຳໂມນ​ໄດ້. 34  ແລ້ວ​ເຢັບທາ​ກໍ​ກັບ​ເມືອ​ເຮືອນ​ຂອງ​ໂຕ​ເອງ​ຢູ່​ເມືອງ​ມິດຊະປາ.+ ເມື່ອ​ມາ​ຮອດ​ເຮືອນ ລູກ​ສາວ​ຂອງ​ເຢັບທາ​ກໍ​ເຕັ້ນ​ແລະ​ຕີ​ກອງ​ແທມບູຣິນ*ອອກ​ມາ​ຕ້ອນຮັບ​ເຢັບທາ. ລາວ​ເປັນ​ລູກສາວ​ຄົນ​ດຽວ​ຂອງ​ເຢັບທາ. ນອກ​ຈາກ​ລາວ​ແລ້ວ ເຢັບທາ​ບໍ່​ມີ​ລູກ​ຊາຍ​ຫຼື​ລູກສາວ​ຄົນ​ອື່ນ​ເລີຍ. 35  ເມື່ອ​ເຫັນ​ລູກສາວ ເຢັບທາ​ກໍ​ຈີກ​ເສື້ອ​ຂອງ​ໂຕເອງ​ແລະ​ເວົ້າ​ວ່າ: “ລູກ​ເອີ້ຍ ລູກ​ເຮັດ​ໃຫ້​ຫົວໃຈ​ຂອງ​ພໍ່​ແຕກ​ສະ​ຫຼາຍ​ແລ້ວ. ລູກ​ເປັນ​ຄົນ​ທີ່​ພໍ່​ຈະ​ຕ້ອງ​ສົ່ງ​ໄປ. ພໍ່​ສາບານ​ກັບ​ພະ​ເຢໂຫວາ​ໄວ້​ແລ້ວ. ພໍ່​ຊິ​ປີ້ນ​ຄວາມບໍ່​ໄດ້.”+ 36  ແຕ່​ລູກສາວ​ບອກ​ລາວ​ວ່າ: “ພໍ່ ຖ້າ​ພໍ່​ສາບານ​ໄວ້​ກັບ​ພະ​ເຢໂຫວາ​ແລ້ວ ຈັ່ງ​ໃດ​ກໍ​ໃຫ້​ພໍ່​ເຮັດ​ຕາມ​ທີ່​ສາບານ​ໄວ້​ໂລດ+ ເພາະ​ພະ​ເຢໂຫວາ​ໄດ້​ຊ່ວຍ​ພໍ່​ໃຫ້​ແກ້ແຄ້ນ​ພວກ​ອຳໂມນ​ສັດຕູ​ຂອງ​ພໍ່​ໄດ້.” 37  ແລ້ວ​ລາວ​ກໍ​ເວົ້າ​ກັບ​ພໍ່​ຕື່ມ​ອີກ​ວ່າ: “ແຕ່ລູກ​ຂໍ​ພຽງ​ຢ່າງ​ດຽວ. ຂໍ​ໃຫ້​ລູກ​ໄດ້​ຢູ່​ຄົນ​ດຽວ 2 ເດືອນ. ຂໍ​ໃຫ້​ລູກ​ຂຶ້ນ​ໄປ​ເທິງ​ພູ​ແລະ​ຮ້ອງໄຫ້​ກັບ​ໝູ່​ຜູ້​ຍິງ​ຂອງ​ລູກ ຍ້ອນ​ລູກ​ຈະ​ບໍ່​ໄດ້​ແຕ່ງດອງ.” 38  ເຢັບທາ​ຈຶ່ງ​ເວົ້າ​ວ່າ: “ໄປ​ໂລດ​ລູກ.” ແລ້ວ​ເຢັບທາ​ກໍ​ໃຫ້​ລູກສາວ​ຂຶ້ນ​ໄປ​ເທິງ​ພູ 2 ເດືອນ ແລະ​ໄປ​ຮ້ອງໄຫ້​ນຳ​ໝູ່​ຜູ້​ຍິງ​ຂອງ​ລາວ ເພາະ​ລາວ​ຈະ​ບໍ່​ໄດ້​ແຕ່ງດອງ. 39  ເມື່ອ​ຮອດ 2 ເດືອນ ລາວ​ກໍ​ກັບ​ມາ​ຫາ​ພໍ່. ແລ້ວ​ເຢັບທາ​ກໍ​ໄດ້​ເຮັດ​ຕາມ​ທີ່​ສາບານ​ໄວ້​ກ່ຽວກັບ​ລູກສາວ​ຂອງ​ລາວ.+ ລູກສາວ​ຂອງ​ເຢັບທາ​ບໍ່​ເຄີຍ​ມີ​ເພດ​ສຳພັນ​ກັບ​ຜູ້​ຊາຍ​ເລີຍ. ຕັ້ງ​ແຕ່​ນັ້ນ​ມາ ພວກ​ອິດສະຣາເອນ​ກໍ​ຕັ້ງ​ທຳນຽມ​ໜຶ່ງ​ຂຶ້ນ​ມາ. 40  ທຸກ​ໆ​ປີ​ພວກ​ຜູ້​ສາວ​ອິດສະຣາເອນ​ຈະ​ພາກັນ​ໄປ​ຫາ​ລູກສາວ​ຂອງ​ເຢັບທາ​ຄົນ​ກິລຽດ​ປີ​ລະ 4 ມື້​ເພື່ອ​ຊົມເຊີຍ*ລາວ.

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຜູ້​ທີ່​ໄດ້​ຍິນ”
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ອາດ​ໝາຍເຖິງ​ຄຳເວົ້າ​ໃນ​ລັກສະນະ​ສົມທຽບ​ທີ່​ສະແດງ​ວ່າ​ຈະ​ມອບ​ຄົນ​ນັ້ນ​ໃຫ້​ຮັບໃຊ້​ພະເຈົ້າ​ຕະຫຼອດ​ຊີວິດ
ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ
ຫຼື “ໃຫ້​ກຳລັງໃຈ”