ພວກ​ຜູ້ຕັດສິນ 13:1-25

  • ທູດສະຫວັນ​ມາ​ຫາ​ມາໂນອາ​ກັບ​ເມຍ​ຂອງ​ລາວ (1-​23)

  • ແຊມ​ຊັນ​ເກີດ (24, 25)

13  ແລ້ວ​ພວກ​ອິດສະຣາເອນ​ກໍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ອີກ+ ແລະ​ພະ​ເຢໂຫວາ​ກໍ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ພວກ​ຟີລິດສະຕີນ+ 40 ປີ.  ໃນ​ຕອນ​ນັ້ນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ມາໂນອາ​+ຢູ່​ເມືອງ​ໂຊຣາ.+ ລາວ​ເປັນ​ຄົນ​ໃນ​ຕະກູນ​ດານ.+ ເມຍ​ຂອງ​ລາວ​ເປັນ​ໝັນ.+  ມີ​ມື້​ໜຶ່ງ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ມາ​ຫາ​ເມຍ​ຂອງ​ລາວ​ແລະ​ເວົ້າ​ວ່າ: “ເຖິງ​ວ່າ​ເຈົ້າ​ເປັນ​ໝັນ ແຕ່​ເຈົ້າ​ຈະ​ຖື​ພາ​ແລະ​ເກີດ​ລູກ​ຊາຍ​ຄົນ​ໜຶ່ງ.+  ຫ້າມ​ເຈົ້າ​ກິນ​ເຫຼົ້າແວງ​ຫຼື​ເຄື່ອງ​ດື່ມ​ອື່ນ​ໆ​ທີ່​ເຮັດ​ໃຫ້​ມຶນ​ເມົາ+ ແລະ​ຫ້າມ​ກິນ​ສິ່ງ​ທີ່​ຖື​ວ່າ​ບໍ່​ສະອາດ.+  ເຈົ້າ​ຈະ​ຖື​ພາ​ແລະ​ເກີດ​ລູກ​ຊາຍ. ຫ້າມຕັດ​ຜົມ​ຂອງ​ລາວ+ ຍ້ອນ​ເດັກ​ນ້ອຍ​ຄົນ​ນີ້​ຈະ​ເປັນ​ນາຊີຣີ​ຂອງ​ພະເຈົ້າ​ຕັ້ງ​ແຕ່​ເກີດ* ແລະ​ລາວ​ຈະ​ເປັນ​ຜູ້​ນຳ​ທີ່​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ຟີລິດສະຕີນ.”+  ແລ້ວ​ເມຍ​ຂອງ​ມາໂນອາ​ກໍ​ໄປ​ເວົ້າ​ໃຫ້​ມາໂນອາ​ຟັງ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ມາ​ຫາ​ນ້ອງ. ລາວ​ມີ​ຮູບ​ຮ່າງ​ໜ້າ​ຕາ​ຄື​ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້ ເປັນ​ຕາ​ໜ້າ​ງຶດງໍ້​ຫຼາຍ. ເສຍດາຍ ນ້ອງ​ບໍ່​ໄດ້​ຖາມ​ລາວ​ວ່າ​ມາ​ແຕ່​ໃສ ແລະ​ລາວ​ກໍ​ບໍ່​ໄດ້​ບອກ​ວ່າ​ລາວ​ຊື່​ຫຍັງ.+  ແຕ່​ລາວ​ບອກ​ນ້ອງ​ວ່າ ‘ເຈົ້າ​ຈະ​ຖື​ພາ​ແລະ​ເກີດ​ລູກ​ຊາຍ​ຄົນ​ໜຶ່ງ. ຫ້າມ​ເຈົ້າ​ກິນ​ເຫຼົ້າແວງ​ຫຼື​ເຄື່ອງ​ດື່ມ​ອື່ນ​ໆ​ທີ່​ເຮັດ​ໃຫ້​ມຶນ​ເມົາ ແລະ​ຫ້າມ​ກິນ​ສິ່ງ​ທີ່​ຖື​ວ່າ​ບໍ່​ສະອາດ ເພາະ​ເດັກ​ນ້ອຍ​ຄົນ​ນີ້​ຈະ​ເປັນ​ນາຊີຣີ​ຂອງ​ພະເຈົ້າຕັ້ງ​ແຕ່​ເກີດ​ຈົນ​ຮອດ​ມື້​ຕາຍ.’”  ມາໂນອາ​ອ້ອນວອນ​ພະ​ເຢໂຫວາ​ວ່າ: “ພະ​ເຢໂຫວາ​ເອີ້ຍ ຂໍ​ໃຫ້​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ມາ​ຫາ​ພວກ​ເຮົາ​ອີກ​ແດ່ ເພື່ອ​ສອນ​ພວກ​ເຮົາ​ວ່າ​ຄວນ​ລ້ຽງ​ລູກ​ທີ່​ຈະ​ເກີດ​ມາ​ນີ້​ແນວ​ໃດ.”  ແລ້ວ​ພະເຈົ້າ​ທ່ຽງແທ້​ກໍ​ຟັງ​ຄຳ​ອ້ອນວອນ​ຂອງ​ມາໂນອາ. ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້​ໄດ້​ມາ​ຫາ​ເມຍ​ຂອງ​ລາວ​ອີກ​ຕອນ​ທີ່​ຢູ່​ນອກ​ເມືອງ. ຕອນ​ນັ້ນ ມາໂນອາ​ບໍ່​ໄດ້​ຢູ່​ນຳ​ເມຍ. 10  ເມຍ​ຂອງ​ມາໂນອາ​ກໍ​ຟ້າວ​ໄປ​ບອກ​ລາວ​ວ່າ: “ຜູ້​ທີ່​ມາ​ຫາ​ຂ້ອຍ​ມື້​ນັ້ນ ມາຫາ​ຂ້ອຍ​ອີກແລ້ວ.”+ 11  ມາໂນອາ​ກໍ​ໄປ​ກັບ​ເມຍ. ລາວ​ໄປ​ຫາ​ຄົນ​ນັ້ນ​ແລ້ວ​ຖາມ​ວ່າ: “ເຈົ້າ​ແມ່ນ​ຜູ້​ທີ່​ມາ​ເວົ້າ​ກັບ​ເມຍ​ຂ້ອຍ​ໃນ​ມື້​ນັ້ນ​ແມ່ນ​ບໍ?” ທູດສະຫວັນ​ກໍ​ຕອບ​ວ່າ: “ແມ່ນ​ແລ້ວ.” 12  ມາໂນອາ​ຈຶ່ງ​ເວົ້າ​ວ່າ: “ຂໍ​ໃຫ້​ສິ່ງ​ທີ່​ເຈົ້າ​ເວົ້າ​ເກີດ​ຂຶ້ນ​ແທ້​ເດີ້. ແຕ່​ຂໍ​ໃຫ້​ບອກ​ພວກ​ເຮົາ​ແດ່​ວ່າ ພວກ​ເຮົາ​ຄວນ​ລ້ຽງ​ລູກ​ທີ່​ຈະ​ເກີດ​ມາ​ນັ້ນ​ແນວ​ໃດ ແລະ​ເມື່ອ​ໃຫຍ່​ຂຶ້ນ​ມາ​ລາວ​ຈະ​ເຮັດ​ຫຍັງ?”+ 13  ແລ້ວ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ບອກ​ມາໂນອາ​ວ່າ: “ເມຍ​ຂອງ​ເຈົ້າ​ຕ້ອງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ຂ້ອຍ​ໄດ້​ບອກ​ລາວ​ໄປ​ແລ້ວ.+ 14  ຫ້າມ​ລາວ​ກິນ​ອີ່ຫຍັງ​ກໍ​ຕາມ​ທີ່​ເຮັດ​ຈາກ​ໝາກ​ລະແຊັງ. ຫ້າມ​ກິນ​ເຫຼົ້າແວງ ຫຼື​ເຄື່ອງ​ດື່ມ​ອື່ນ​ໆ​ທີ່​ເຮັດ​ໃຫ້​ມຶນ​ເມົາ+ ແລະ​ຫ້າມ​ລາວ​ກິນ​ສິ່ງ​ທີ່​ຖື​ວ່າ​ບໍ່​ສະອາດ.+ ລາວ​ຕ້ອງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ຂ້ອຍ​ສັ່ງ.” 15  ມາໂນອາ​ເວົ້າ​ກັບ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ວ່າ: “ຖ້າ​ຢູ່​ນີ້​ຈັກ​ໜ້ອຍ​ກ່ອນ​ເດີ້. ຂ້ອຍ​ຈະ​ໄປ​ເອົາ​ແບ້​ນ້ອຍ​ມາ​ເຮັດ​ອາຫານ​ໃຫ້​ເຈົ້າ​ກິນ.”+ 16  ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ມາໂນອາ​ວ່າ: “ຂ້ອຍ​ຈະ​ຖ້າ​ຢູ່​ນີ້​ແຫຼະ ແຕ່​ຂ້ອຍ​ຈະ​ບໍ່​ກິນ​ອາຫານ​ຂອງ​ເຈົ້າ​ເດີ້. ແຕ່​ຖ້າ​ເຈົ້າ​ຢາກ​ເອົາ​ມາ​ໃຫ້​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ​ກໍ​ເຮັດ​ໂລດ.” ມາໂນອາ​ບໍ່​ຮູ້​ວ່າ​ຜູ້​ນັ້ນ​ແມ່ນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ. 17  ແລ້ວ​ມາໂນອາ​ກໍ​ຖາມ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ວ່າ: “ເຈົ້າ​ຊື່​ຫຍັງ?+ ພວກ​ເຮົາ​ຈະ​ໄດ້​ໃຫ້​ກຽດ​ເຈົ້າ​ຕອນ​ທີ່​ສິ່ງ​ທີ່​ເຈົ້າ​ເວົ້າ​ເກີດ​ຂຶ້ນ​ແທ້.” 18  ແຕ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຕອບ​ລາວ​ວ່າ: “ເຈົ້າ​ຖາມ​ຊື່​ຂ້ອຍ​ເຮັດ​ຫຍັງ? ຊື່​ຂອງ​ຂ້ອຍ​ເປັນ​ຊື່​ທີ່​ໜ້າ​ງຶດງໍ້​ຫຼາຍ.” 19  ມາໂນອາ​ກໍ​ໄປ​ເອົາ​ແບ້​ນ້ອຍ​ກັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ໃຫ້​ພະ​ເຢໂຫວາ​ຢູ່​ເທິງ​ຫີນ​ກ້ອນ​ໃຫຍ່. ແລ້ວ​ເພິ່ນ​ກໍ​ເຮັດ​ການ​ອັດສະຈັນ​ໃຫ້​ມາໂນອາ​ກັບ​ເມຍ​ເຫັນ. 20  ຕອນ​ທີ່​ແປວ​ໄຟ​ກຳລັງ​ລຸກ​ຢູ່​ແທ່ນ​ບູຊາ ມາໂນອາ​ກັບ​ເມຍ​ເຫັນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ເຂົ້າ​ໄປ​ໃນ​ແປວ​ໄຟ​ທີ່​ລຸກ​ຢູ່​ແທ່ນ​ບູຊາ​ນັ້ນ ແລະ​ລອຍ​ຂຶ້ນ​ໄປ​ເທິງ​ຟ້າ. ເມື່ອ​ເຫັນ​ແນວ​ນັ້ນ ເຂົາ​ເຈົ້າ​ກໍ​ໝູບ​ໜ້າ​ລົງ​ພື້ນ. 21  ມາໂນອາ​ຈຶ່ງ​ຮູ້​ວ່າ​ຜູ້​ນັ້ນ​ແມ່ນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ. ແຕ່​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບໍ່​ໄດ້​ມາ​ຫາ​ມາໂນອາ​ກັບ​ເມຍ​ອີກ​ເລີຍ.+ 22  ມາໂນອາ​ຈຶ່ງ​ເວົ້າ​ກັບ​ເມຍ​ວ່າ: “ພວກ​ເຮົາ​ຕ້ອງ​ຕາຍ​ແທ້​ໆ​ລະ​ບາດ​ນິ ເພາະ​ພວກ​ເຮົາ​ເຫັນ​ພະເຈົ້າ.”+ 23  ແຕ່​ເມຍ​ຂອງ​ລາວ​ເວົ້າ​ວ່າ: “ຖ້າ​ພະ​ເຢໂຫວາ​ຢາກ​ໃຫ້​ພວກ​ເຮົາ​ຕາຍ ເພິ່ນ​ຄື​ຊິ​ບໍ່​ຮັບ​ເອົາ​ເຄື່ອງ​ບູຊາ​ເຜົາ+ແລະ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ຂອງ​ພວກ​ເຮົາ​ດອກ. ເພິ່ນ​ຄື​ຊິ​ບໍ່​ເຮັດ​ໃຫ້​ພວກ​ເຮົາ​ເຫັນ​ສິ່ງ​ເຫຼົ່ານີ້ ແລະ​ເພິ່ນ​ຄື​ຊິ​ບໍ່​ບອກ​ເລື່ອງ​ຕ່າງ​ໆ​ທີ່​ຈະ​ເກີດ​ຂຶ້ນ​ໃຫ້​ພວກ​ເຮົາ​ຮູ້.” 24  ຕໍ່ມາ​ເມຍ​ຂອງ​ມາໂນອາ​ກໍ​ເກີດ​ລູກ​ຊາຍ ແລະ​ລາວ​ຕັ້ງ​ຊື່​ໃຫ້​ລູກ​ວ່າ​ແຊມຊັນ.+ ພະ​ເຢໂຫວາ​ໄດ້​ອວຍພອນ​ເດັກ​ນ້ອຍ​ນັ້ນ​ຕະຫຼອດ​ໄລຍະ​ທີ່​ລາວ​ໃຫຍ່​ຂຶ້ນ​ມາ. 25  ແລ້ວພະ​ເຢໂຫວາ​ກໍ​ໃຫ້ພະລັງບໍລິສຸດ​ຂອງ​ເພິ່ນ​ກັບ​ແຊມຊັນ.+ ລາວ​ເລີ່ມ​ເຮັດ​ວຽກ​ຂອງ​ພະເຈົ້າ​ຢູ່​ມາຮາເນະດານ+ ເຊິ່ງ​ຢູ່​ລະຫວ່າງ​ເມືອງ​ໂຊຣາ​ກັບ​ເມືອງ​ເອຊະຕາໂອນ.+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ຈາກ​ມົດ​ລູກ”