ພວກ​ຜູ້ຕັດສິນ 17:1-13

  • ຮູບ​ບູຊາ​ແລະ​ປະໂລຫິດ​ຂອງ​ມີກາ (1-​13)

17  ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ມີກາ. ລາວ​ຢູ່​ເຂດ​ພູ​ຂອງ​ເອຟຣາຢິມ.+  ລາວ​ເວົ້າ​ກັບ​ແມ່​ວ່າ: “ເງິນ​ໜັກ 1.100 ເຊເກນ*​ທີ່​ແມ່​ບອກ​ວ່າ​ມີ​ຄົນ​ລັກ​ເອົາ​ໄປ ແລະ​ລູກ​ກໍ​ໄດ້​ຍິນ​ແມ່​ສາບແຊ່ງ​ຄົນ​ທີ່​ເອົາ​ໄປ. ແທ້​ໆ​ແລ້ວ ເງິນ​ນັ້ນ​ຢູ່​ນຳ​ລູກ. ລູກ​ເປັນ​ຄົນ​ເອົາ​ໄປ​ເອງ.” ແມ່​ກໍ​ເລີຍ​ເວົ້າ​ວ່າ: “ຂໍ​ພະ​ເຢໂຫວາ​ອວຍພອນ​ໃຫ້​ລູກ​ຊາຍ​ຂອງ​ຂ້ອຍ​ເດີ້.”  ແລ້ວ​ລາວ​ກໍ​ເອົາ​ເງິນ​ໜັກ 1.100 ເຊເກນຄືນ​ໃຫ້​ແມ່. ແຕ່​ແມ່​ເວົ້າ​ວ່າ: “ແມ່​ຈະ​ແຍກເງິນ​ນີ້​ໄວ້​ໃຫ້​ພະ​ເຢໂຫວາ ເພື່ອ​ລູກ​ຊິ​ໄດ້​ເຮັດ​ຮູບ​ແກະ​ສະຫຼັກ​ແລະ​ຮູບ​ທີ່​ຫຼໍ່​ຂຶ້ນ​ມາ​ສຳລັບ​ໂຕເອງ.+ ແມ່​ຈະ​ເອົາ​ເງິນ​ນີ້​ໃຫ້​ລູກ​ເດີ້.”  ເມື່ອ​ລາວ​ສົ່ງ​ເງິນ​ຄືນ​ໃຫ້​ແມ່​ແລ້ວ ແມ່​ກໍ​ເອົາ​ເງິນ​ໜັກ 200 ເຊເກນ*ໄປ​ໃຫ້​ຊ່າງ​ທີ່​ເຮັດ​ຮູບ​ແກະ​ສະຫຼັກ​ແລະ​ຮູບ​ຫຼໍ່ ແລ້ວ​ກໍ​ເອົາ​ມາ​ໄວ້​ຢູ່​ເຮືອນ​ຂອງ​ມີກາ.  ມີກາ​ມີ​ເຮືອນ​ຫຼັງ​ໜຶ່ງ​ທີ່​ລາວ​ໃຊ້​ເປັນບ່ອນ​ນະມັດສະການຮູບ​ບູຊາ​ຂອງ​ພະເຈົ້າ​ຕ່າງ​ໆ​ຂອງ​ລາວ. ລາວ​ເຮັດ​ເອໂຟດ*+ຜືນ​ໜຶ່ງ​ກັບ​ຮູບ​ພະ​ເທຣາຟີມ*+ຂຶ້ນ​ມາ ແລະ​ແຕ່ງຕັ້ງ​ລູກ​ຊາຍ​ຄົນ​ໜຶ່ງ​ເປັນ​ປະໂລຫິດ​ໃຫ້​ລາວ.+  ໃນ​ສະໄໝ​ນັ້ນ ພວກ​ອິດສະຣາເອນ​ຍັງ​ບໍ່​ມີ​ກະສັດ​ເທື່ອ+ ແຕ່​ລະ​ຄົນ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ໂຕເອງ​ຄິດ​ວ່າ​ຖືກຕ້ອງ.+  ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອາໄສ​ຢູ່​ເມືອງ​ເບັດເລເຮັມ+ໃນ​ເຂດ​ຂອງ​ຢູດາ. ລາວ​ເປັນ​ຄົນ​ເລວີ+ ແຕ່​ລາວ​ຢູ່​ນຳ​ຄອບຄົວ​ຂອງ​ຄົນ​ຢູດາມາ​ໄລຍະ​ໜຶ່ງ.  ຕໍ່ມາ ລາວ​ໄດ້​ອອກ​ຈາກ​ບ່ອນ​ນັ້ນ​ເພື່ອ​ໄປ​ຊອກ​ບ່ອນ​ຢູ່​ໃໝ່. ເມື່ອ​ລາວ​ເດີນ​ທາງ​ມາ​ຮອດ​ເຮືອນ​ຂອງ​ມີກາ​+ໃນ​ເຂດ​ພູ​ຂອງ​ເອຟຣາຢິມ  ມີກາ​ກໍ​ຖາມ​ລາວ​ວ່າ: “ເຈົ້າ​ມາ​ແຕ່​ໃສ?” ລາວ​ຕອບ​ວ່າ: “ຂ້ອຍ​ເປັນ​ຄົນ​ເລວີ​ມາ​ຈາກ​ເມືອງ​ເບັດເລເຮັມ​ໃນ​ເຂດ​ຢູດາ. ຂ້ອຍ​ກຳລັງ​ຊອກ​ຫາ​ບ່ອນ​ຢູ່​ໃໝ່​ຢູ່.” 10  ມີກາ​ເວົ້າ​ກັບ​ລາວ​ວ່າ: “ມາ​ຢູ່​ນຳ​ຂ້ອຍ​ບໍ່? ມາ​ເປັນ​ທີ່​ປຶກສາ​ແລະ​ເຮັດ​ວຽກ​ປະໂລຫິດ​ໃຫ້​ຂ້ອຍ. ແຕ່ລະປີ​ຂ້ອຍ​ຈະ​ຈ້າງ​ເຈົ້າ​ເປັນ​ເງິນ​ໜັກ 10 ເຊເກນ* ມີ​ອາຫານ​ແລະ​ເຄື່ອງນຸ່ງ​ໃຫ້​ນຳ.” ແລ້ວ​ຄົນ​ເລວີ​ກໍ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ມີກາ. 11  ຄົນ​ເລວີ​ຈຶ່ງ​ຕົກ​ລົງ​ຈະ​ຢູ່​ນຳ​ມີກາ ແລະ​ມີກາ​ກໍ​ຖື​ວ່າ​ລາວ​ເປັນ​ຄື​ກັບ​ລູກ​ຄົນ​ໜຶ່ງ. 12  ມີກາ​ໄດ້​ແຕ່ງຕັ້ງ​ຄົນ​ເລວີ​ຄົນ​ນັ້ນ​ໃຫ້​ເປັນ​ປະໂລຫິດ+​ແລະ​ໃຫ້​ຢູ່​ເຮືອນ​ນຳ​ລາວ. 13  ແລ້ວ​ມີກາ​ກໍ​ເວົ້າ​ວ່າ: “ຕອນ​ນີ້ ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ຈະ​ອວຍພອນ​ຂ້ອຍ ຍ້ອນ​ຂ້ອຍ​ໄດ້​ຄົນ​ເລວີ​ມາເປັນ​ປະ​ໂລຫິດ.”

ຂໍຄວາມໄຂເງື່ອນ

12,5 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.
2,3 ກິໂລ​ກຣາມ
ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”
114 ກຣາມ