ພວກ​ຜູ້ຕັດສິນ 18:1-31

  • ຄົນ​ໃນ​ຕະກູນ​ດານ​ຊອກ​ຫາ​ດິນ​ຢູ່​ຕື່ມ (1-​31)

    • ຮູບ​ບູຊາ​ແລະ​ປະໂລຫິດ​ຂອງ​ມີກາ​ຖືກ​ຍຶດ (14-​20)

    • ຍຶດ​ເມືອງ​ລາອິດ​ແລະ​ປ່ຽນ​ຊື່​ເປັນ​ດານ (27-​29)

    • ນະມັດສະການ​ຮູບ​ແກະ​ສະຫຼັກ​ທີ່​ຢູ່​ເມືອງ​ດານ (30, 31)

18  ໃນ​ສະໄໝ​ທີ່​ພວກ​ອິດສະຣາເອນ​ຍັງ​ບໍ່​ທັນ​ມີ​ກະສັດ​ເທື່ອ+ ຕະກູນ​ດານ+ໄດ້​ຊອກ​ຫາ​ບ່ອນ​ທີ່​ຈະ​ຢູ່ ຍ້ອນ​ດິນ​ມູນ​ທີ່​ເຂົາ​ເຈົ້າ​ໄດ້​ພ້ອມ​ກັບ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ​ນັ້ນ ເຂົາ​ເຈົ້າຍັງ​ບໍ່​ໄດ້ທັງ​ໝົດ​ເທື່ອ.+  ຄົນ​ໃນ​ຕະກູນ​ດານ​ຈຶ່ງ​ສົ່ງ​ຜູ້​ຊາຍ 5 ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ເມືອງ​ໂຊຣາ​ກັບ​ເມືອງ​ເອຊະຕາໂອນ​+ໄປ​ສອດແນມ​ແລະ​ສຳຫຼວດ​ແຜ່ນດິນ. ຄົນ​ໃນ​ຕະກູນ​ດານ​ເວົ້າ​ກັບ​ພວກ​ທີ່​ຈະ​ໄປ​ສອດແນມ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ສຳຫຼວດ​ເບິ່ງ​ແຜ່ນດິນ​ເດີ້.” ເມື່ອ​ໄປ​ຮອດ​ເຂດ​ພູ​ຂອງ​ເອຟຣາຢິມ ເຂົາ​ເຈົ້າ​ກໍ​ໄປ​ເຮືອນ​ຂອງ​ມີກາ​+ແລະ​ພັກ​ຄ້າງ​ຄືນ​ຢູ່​ຫັ້ນ.  ແຕ່​ຕອນ​ທີ່​ເຂົາ​ເຈົ້າໃກ້​ຊິ​ຮອດ​ເຮືອນ​ຂອງ​ມີກາ ເຂົາ​ເຈົ້າ​ຈື່​ສຽງ*ຂອງ​ຄົນ​ເລວີ​ທີ່​ຍັງ​ໜຸ່ມ​ຄົນ​ນັ້ນ​ໄດ້ ກໍ​ເລີຍ​ເຂົ້າ​ໄປ​ຫາ​ແລະ​ຖາມ​ວ່າ: “ໃຜ​ໃຫ້​ເຈົ້າ​ມາ​ຢູ່​ນີ້? ເຈົ້າເຮັດ​ວຽກ​ຫຍັງ​ຢູ່​ນີ້? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ມາ​ຢູ່​ນີ້?”  ລາວ​ກໍ​ເລົ່າ​ໃຫ້​ເຂົາ​ເຈົ້າ​ຟັງ​ວ່າ​ມີກາ​ໄດ້​ໃຫ້​ຫຍັງ​ລາວ​ແດ່. ລາວ​ເວົ້າ​ວ່າ: “ມີກາ​ໄດ້​ຈ້າງ​ຂ້ອຍ​ເພື່ອ​ເຮັດ​ວຽກ​ປະໂລຫິດ​ໃຫ້​ລາວ.”+  ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ເຈົ້າ​ຖາມ​ພະເຈົ້າ​ໃຫ້​ແດ່​ວ່າ​ການ​ເດີນ​ທາງ​ຂອງ​ພວກ​ເຮົາ​ໃນ​ເທື່ອ​ນີ້​ຈະ​ປະ​ສົບ​ຜົນ​ສຳເລັດ​ຫຼື​ບໍ່?”  ປະໂລຫິດ​ຄົນ​ນັ້ນ​ບອກ​ວ່າ: “ໄປ​ໂລດ​ບໍ່​ຕ້ອງ​ຫ່ວງ. ພະ​ເຢໂຫວາ​ຢູ່​ກັບ​ພວກ​ເຈົ້າ.”  ແລ້ວ 5 ຄົນ​ນັ້ນ​ກໍ​ໄປ​ຮອດ​ເມືອງ​ລາອິດ.+ ເຂົາ​ເຈົ້າ​ເຫັນ​ຄົນ​ໃນ​ເມືອງ​ນັ້ນ​ຢູ່​ແບບ​ບໍ່​ຕ້ອງ​ເພິ່ງ​ໃຜ​ຄື​ກັບ​ພວກ​ຊີໂດນ. ພວກ​ເຂົາ​ຢູ່​ຢ່າງ​ສະຫງົບ​ສຸກ​ແລະ​ບໍ່​ຕ້ອງ​ລະ​ມັດ​ລະວັງ​ເລື່ອງ​ຫຍັງ​ເລີຍ.+ ບໍ່​ມີ​ຜູ້​ໃດ​ມາ​ລົບກວນ​ຫຼື​ມາ​ໂຈມຕີ​ແຜ່ນດິນ​ຂອງ​ພວກ​ເຂົາ​ເລີຍ. ພວກ​ເຂົາ​ຢູ່​ໄກ​ຈາກ​ພວກ​ຊີໂດນ​ແລະ​ບໍ່​ໄດ້​ຫຍຸ້ງ​ກ່ຽວກັບ​ຜູ້​ໃດ​ເລີຍ.  ເມື່ອ 5 ຄົນ​ນັ້ນ​ກັບ​ມາ​ຫາ​ພີ່​ນ້ອງ​ຢູ່​ເມືອງ​ໂຊຣາ​ກັບ​ເມືອງ​ເອຊະຕາໂອນ+ ພວກ​ພີ່​ນ້ອງ​ຈຶ່ງ​ຖາມ​ເຂົາ​ເຈົ້າ​ວ່າ: “ຢູ່​ຫັ້ນ​ເປັນ​ແນວ​ໃດ?”  ເຂົາ​ເຈົ້າ​ຕອບ​ວ່າ: “ພວກ​ເຮົາ​ໄດ້​ເຫັນ​ແລ້ວ​ວ່າ​ມັນ​ເປັນ​ແຜ່ນດິນ​ທີ່​ດີ​ຫຼາຍ. ໃຫ້​ພວກ​ເຮົາ​ໄປ​ໂຈມຕີ​ເອົາ​ແຜ່ນດິນ​ນັ້ນ​ໂລດ. ບໍ່​ຕ້ອງ​ລັງເລ. ໃຫ້​ຟ້າວ​ໄປ​ຍຶດ​ເອົາ​ໄວ​ໆ​. 10  ເມື່ອ​ພວກ​ເຈົ້າ​ໄປ​ຮອດ​ຫັ້ນ ພວກ​ເຈົ້າ​ຊິ​ເຫັນ​ວ່າ​ຄົນ​ຢູ່​ຫັ້ນ​ບໍ່​ໄດ້​ລະມັດ​ລະວັງ​ໂຕ​ເອງ​ເລີຍ+ ແລະ​ແຜ່ນດິນ​ນັ້ນ​ກໍ​ກວ້າງ​ໃຫຍ່. ພະເຈົ້າ​ໄດ້​ມອບ​ແຜ່ນດິນ​ນັ້ນ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ​ແລ້ວ. ຢູ່​ຫັ້ນ​ມີ​ທຸກ​ສິ່ງ​ທຸກ​ຢ່າງ.”+ 11  ແລ້ວ​ພວກ​ຜູ້​ຊາຍ​ຕະກູນ​ດານ​ທີ່​ຖື​ອາວຸດ 600 ຄົນ​ກໍ​ເດີນ​ທາງ​ອອກ​ຈາກ​ເມືອງ​ໂຊຣາ​ກັບ​ເມືອງ​ເອຊະຕາໂອນ.+ 12  ເຂົາ​ເຈົ້າ​ຂຶ້ນ​ໄປ​ຕັ້ງ​ຄ້າຍ​ຢູ່​ໃກ້​ໆ​ເມືອງ​ກີຣິອາດເຢອາຣີມ​+ໃນ​ເຂດ​ຢູດາ. ຍ້ອນ​ແນວ​ນີ້ ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ມາຮາເນະດານ*+ຈົນ​ຮອດ​ທຸກ​ມື້​ນີ້. ບ່ອນ​ນັ້ນ​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ​ກີຣິອາດເຢອາຣີມ. 13  ແລ້ວ​ເຂົາ​ເຈົ້າ​ກໍ​ອອກ​ຈາກ​ບ່ອນ​ນັ້ນ​ໄປ​ທີ່​ເຂດ​ພູ​ຂອງ​ເອຟຣາຢິມ​ແລະ​ໄປ​ທາງ​ເຮືອນ​ຂອງ​ມີກາ.+ 14  ພວກ 5 ຄົນ​ທີ່​ເຄີຍ​ໄປ​ສອດແນມ​ເມືອງ​ລາອິດ​+ເວົ້າ​ກັບ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຮູ້​ບໍ່ ແຖວ​ໆ​ນີ້​ມີ​ເຮືອນ​ຫຼັງ​ໜຶ່ງ​ມີ​ເອໂຟດ* ຮູບ​ພະ​ເທຣາຟີມ* ຮູບ​ແກະ​ສະຫຼັກ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ?+ ພວກ​ເຈົ້າ​ກະ​ຄື​ຊິ​ຮູ້​ວ່າ​ພວກ​ເຮົາ​ໜ້າ​ຈະ​ເຮັດ​ຫຍັງ.” 15  ແລ້ວ​ເຂົາ​ເຈົ້າ​ກໍ​ຢຸດ​ຢູ່​ຫັ້ນ. ສ່ວນ​ພວກ 5 ຄົນ​ນັ້ນ​ກໍໄປ​ເຮືອນ​ຂອງ​ຄົນ​ເລວີ​+​ທີ່​ຢູ່​ໃກ້​ເຮືອນ​ຂອງ​ມີກາ ແລະ​ໄດ້​ຖາມ​ຂ່າວ​ຄາວ​ຄົນ​ເລວີ​ຄົນ​ນັ້ນ. 16  ພວກ​ຜູ້​ຊາຍ​ຕະກູນ​ດານ​ທີ່​ຖື​ອາວຸດ 600 ຄົນ​+ໄດ້​ຢືນ​ຖ້າ​ຢູ່​ທີ່​ປະຕູ​ເມືອງ. 17  ພວກ 5 ຄົນ​ທີ່​ເຄີຍ​ໄປ​ສອດແນມ​ແຜ່ນດິນ​+ກໍ​ໄດ້​ໄປ​ເອົາ​ຮູບ​ແກະ​ສະຫຼັກ ເອໂຟດ+ ຮູບ​ພະ​ເທຣາຟີມ+ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ.+ (ສ່ວນ​ປະໂລຫິດ​+ຄົນ​ນັ້ນ​ກໍ​ຢືນ​ຢູ່​ປະຕູ​ເມືອງ​ກັບ​ພວກ​ທີ່​ຖື​ອາວຸດ 600 ຄົນ.) 18  ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ມີກາ​ແລະ​ເອົາ​ຮູບ​ແກະ​ສະຫຼັກ ເອໂຟດ ຮູບ​ພະ​ເທຣາຟີມ ແລະ​ຮູບ​ຫຼໍ່​ທີ່​ເປັນ​ເຫຼັກ​ອອກ​ມາ. ປະໂລຫິດ​ຈຶ່ງ​ຖາມ​ວ່າ: “ພວກ​ເຈົ້າ​ກຳລັງ​ເຮັດ​ຫຍັງ​ນິ?” 19  ແຕ່​ເຂົາ​ເຈົ້າ​ບອກ​ລາວ​ວ່າ: “ມິດ​ໆ​ ຢ່າ​ປາກ ແລ້ວ​ໄປ​ກັບ​ພວກ​ເຮົາ. ໄປ​ເປັນ​ທີ່​ປຶກສາ*ແລະ​ເຮັດ​ວຽກ​ປະໂລຫິດ​ໃຫ້​ພວກ​ເຮົາ. ໃຫ້​ເຈົ້າ​ລອງ​ຄິດ​ເບິ່ງ​ວ່າ​ອັນ​ໃດ​ຊິ​ດີ​ກວ່າ​ກັນ ລະຫວ່າງ​ເປັນ​ປະໂລຫິດ​ໃຫ້​ພຽງ​ຄອບຄົວ​ດຽວ+ຫຼື​ໃຫ້ຕະກູນ​ໜຶ່ງ​ທີ່​ມີ​ຫຼາຍ​ຈຸ້ມເຈື້ອ?”+ 20  ເມື່ອ​ໄດ້​ຍິນ​ແນວ​ນັ້ນ ປະໂລຫິດ​ກໍ​ພໍ​ໃຈ. ລາວ​ຈຶ່ງ​ເອົາ​ເອໂຟດ ຮູບ​ພະ​ເທຣາຟີມ ແລະ​ຮູບ​ແກະ​ສະຫຼັກ​+ໄປ​ນຳ​ເຂົາ​ເຈົ້າ. 21  ແລ້ວ​ຄົນ​ໃນ​ຕະກູນ​ດານ​ກໍ​ເດີນ​ທາງ​ຕໍ່​ໄປ ໂດຍ​ໃຫ້​ເດັກ​ນ້ອຍ ຝູງ​ສັດ ແລະ​ຂອງ​ມີ​ຄ່າ​ຢູ່​ທາງ​ໜ້າ. 22  ເມື່ອ​ເຂົາ​ເຈົ້າ​ອອກ​ຈາກ​ເຮືອນ​ຂອງ​ມີກາ​ໄດ້​ບໍ່​ໄກ​ປານ​ໃດ ພວກ​ຜູ້​ຊາຍ​ທີ່​ຢູ່​ແຖວ​ໆ​ເຮືອນ​ຂອງ​ມີກາ​ກໍ​ໄລ່​ນຳ​ຫຼັງ​ເຂົາ​ເຈົ້າ​ທັນ. 23  ເມື່ອ​ພວກ​ນັ້ນ​ເອີ້ນ​ໃສ່​ຄົນ​ໃນ​ຕະກູນ​ດານ ເຂົາ​ເຈົ້າ​ກໍ​ປິ່ນ​ໜ້າ​ມາ​ຖາມ​ມີກາ​ວ່າ: “ມີ​ຫຍັງ​ບໍ່? ເປັນ​ຫຍັງ​ຄື​ພາກັນ​ມາ​ຫຼາຍ​ແທ້?” 24  ມີກາ​ຕອບ​ວ່າ: “ພວກ​ເຈົ້າ​ເອົາ​ປະໂລຫິດ​ແລະ​ຮູບ​ບູຊາ​ຂອງ​ຂ້ອຍ​ໄປ​ໝົດ​ແລ້ວ ແລະ​ຍັງ​ຊິ​ມາ​ຖາມ​ອີກ​ຫວະ​ວ່າ​ມີ​ຫຍັງ?” 25  ຄົນ​ໃນ​ຕະກູນ​ດານ​ກໍ​ຕອບ​ວ່າ: “ຢ່າ​ມາ​ຮ້ອງ​ໃສ່​ພວກ​ເຮົາ​ເດີ້. ຖ້າ​ຄົນ​ຂອງ​ຂ້ອຍ​ໃຈ​ຮ້າຍ​ຂຶ້ນ​ມາ ເຂົາ​ເຈົ້າ​ອາດ​ຈະ​ຂ້າເຈົ້າ​ກັບ​ຄອບຄົວ​ຂອງ​ເຈົ້າ​ກະ​ໄດ້.” 26  ເມື່ອ​ມີກາ​ເຫັນ​ວ່າ​ຄົນ​ໃນ​ຕະກູນ​ດານ​ມີ​ຫຼາຍ​ກວ່າ ລາວ​ຈຶ່ງ​ກັບ​ເມືອ​ເຮືອນ. ສ່ວນ​ຄົນ​ໃນ​ຕະກູນ​ດານ​ກໍ​ເດີນ​ທາງ​ຕໍ່​ໄປ. 27  ຫຼັງ​ຈາກ​ທີ່​ຄົນ​ໃນ​ຕະກູນ​ດານ​ເອົາ​ຮູບ​ບູຊາ​ກັບ​ປະໂລຫິດ​ຂອງ​ມີກາ​ມາ​ແລ້ວ ເຂົາ​ເຈົ້າ​ກໍ​ອອກ​ເດີນ​ທາງ​ໄປ​ເມືອງ​ລາອິດ.+ ຄົນ​ໃນ​ເມືອງ​ນັ້ນ​ຢູ່​ຢ່າງ​ສະຫງົບ​ສຸກ​ແລະ​ບໍ່​ໄດ້​ລະວັງ​ໂຕ.+ ຄົນ​ໃນ​ຕະກູນ​ດານ​ກໍ​ເອົາ​ດາບ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ​ແລະ​ເຜົາ​ເມືອງ​ຖິ້ມ. 28  ບໍ່​ມີ​ຜູ້​ໃດ​ມາ​ຊ່ວຍ​ຄົນ​ໃນ​ເມືອງ​ນັ້ນ​ໄດ້ ເພາະ​ພວກ​ເຂົາ​ຢູ່​ໄກ​ຈາກ​ເມືອງ​ຊີໂດນ​ແລະ​ບໍ່​ໄດ້​ຫຍຸ້ງ​ກ່ຽວກັບ​ຜູ້​ໃດ​ເລີຍ. ເມືອງ​ລາອິດ​ຢູ່​ທົ່ງພຽງ​ເບັດ​ເຣໂຮບ.+ ແລ້ວ​ຄົນ​ໃນ​ຕະກູນ​ດານ​ກໍ​ສ້າງ​ເມືອງ​ນີ້​ຄືນ​ໃໝ່​ແລະ​ອາໄສ​ຢູ່​ຫັ້ນ. 29  ເຂົາ​ເຈົ້າ​ຕັ້ງ​ຊື່​ເມືອງ​ນີ້​ວ່າ​ດານ+ຕາມ​ຊື່​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ທີ່​ຊື່​ດານ​ເຊິ່ງ​ເປັນ​ລູກ​ຊາຍ​ຂອງ​ອິດສະຣາເອນ.+ ແຕ່​ກີ້​ເມືອງ​ນີ້​ຊື່​ວ່າ​ລາອິດ.+ 30  ຫຼັງ​ຈາກ​ນັ້ນ ຄົນ​ໃນ​ຕະກູນ​ດານ​ກໍ​ເອົາ​ຮູບ​ແກະ​ສະຫຼັກ​+ມາ​ໄວ້​ຢູ່​ເມືອງ​ນັ້ນ. ແລ້ວ​ໂຢນາທານ​ກັບ​ລູກ​ຫຼານ​ຂອງ​ລາວ​ກໍ​ມາ​ເຮັດ​ວຽກ​ປະໂລຫິດ​ໃຫ້​ຕະກູນ​ດານ. ໂຢນາທານ​+ເປັນ​ລູກ​ຫຼານ​ຂອງ​ເກໂຊນ.+ ເກໂຊນ​ເປັນ​ລູກ​ຊາຍ​ຂອງ​ໂມເຊ. ໂຢນາທານ​ກັບ​ລູກ​ຫຼານ​ຂອງ​ລາວ​ເປັນ​ປະໂລຫິດ​ຈົນ​ຮອດ​ມື້​ທີ່​ຄົນ​ໃນ​ແຜ່ນດິນ​ນັ້ນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. 31  ຄົນ​ໃນ​ຕະກູນ​ດານ​ໄດ້ນະມັດສະການຮູບ​ແກະ​ສະຫຼັກ​ຂອງ​ມີກາ​ຢູ່​ຫັ້ນ​ຕະຫຼອດ​ໄລຍະ​ທີ່​ເຕັ້ນ​ສັກສິດ​ຂອງ​ພະເຈົ້າ​ທ່ຽງແທ້​ຍັງ​ຢູ່​ໃນ​ເມືອງ​ຊີໂລ.+

ຂໍຄວາມໄຂເງື່ອນ

ຫຼື “ສຳນຽງ”
ແປ​ວ່າ “ຄ້າຍ​ຂອງ​ດານ”
ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”
ຫຼື “ພໍ່”