ພວກ​ຜູ້ຕັດສິນ 19:1-30

  • ຄົນ​ໃນ​ຕະກູນ​ເບັນຢາມິນ​ຂົ່ມຂືນ​ແລະ​ທຳ​ຮ້າຍ​ຜູ້​ຍິງ​ຄົນ​ໜຶ່ງ​ຢູ່​ເມືອງ​ກີເບອາ (1-​30)

19  ໃນ​ສະໄໝ​ທີ່​ພວກ​ອິດສະຣາເອນ​ຍັງ​ບໍ່​ທັນ​ມີ​ກະສັດ​ເທື່ອ+ ມີ​ຄົນ​ເລວີ​ຄົນ​ໜຶ່ງ​ອາໄສ​ຢູ່​ບ່ອນ​ຫ່າງ​ໄກ​ສອກ​ຫຼີກ​ໃນ​ເຂດ​ພູ​ຂອງ​ເອຟຣາຢິມ.+ ລາວ​ໄດ້​ເອົາ​ຜູ້​ຍິງ​ຄົນ​ໜຶ່ງ​ຈາກ​ເມືອງ​ເບັດເລເຮັມ+ໃນ​ເຂດ​ຂອງ​ຢູດາ​ມາ​ເປັນ​ເມຍ​ນ້ອຍ.  ແຕ່​ເມຍ​ນ້ອຍ​ບໍ່​ໄດ້​ສັດຊື່​ແລະ​ນອກ​ໃຈ​ຜົວ. ລາວ​ໜີ​ໄປ​ຢູ່​ນຳ​ພໍ່​ໃນ​ເມືອງ​ເບັດເລເຮັມ​ໃນ​ເຂດ​ຢູດາ​ແລະ​ຢູ່​ຫັ້ນ 4 ເດືອນ.  ຜົວ​ຈຶ່ງ​ໄປ​ນຳ​ເມຍ​ນ້ອຍ​ໃຫ້​ກັບ​ມາ​ຢູ່​ນຳ​ຄື​ເກົ່າ. ລາວ​ໄປ​ກັບ​ຄົນ​ຮັບ​ໃຊ້​ແລະ​ເອົາ​ລາ 2 ໂຕ​ໄປ​ນຳ. ເມື່ອ​ລາວ​ໄປ​ຮອດ​ເຮືອນ​ຂອງ​ພໍ່​ເຖົ້າ ເມຍ​ກໍ​ພາ​ລາວເຂົ້າ​ໄປ​ໃນ​ເຮືອນ ແລະ​ພໍ່​ເຖົ້າ​ກໍ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ລູກ​ເຂີຍ.  ພໍ່​ເຖົ້າ​ກໍ​ເລີຍ​ຊວນ​ລູກ​ເຂີຍ​ໃຫ້​ພັກ​ຢູ່​ຫັ້ນ 3 ຄືນ. ເຂົາ​ເຈົ້າ​ພາກັນ​ກິນ​ແລະ​ດື່ມ ແລ້ວ​ລາວ​ກໍ​ຄ້າງ​ຄືນ​ຢູ່​ຫັ້ນ.  ເມື່ອ​ຮອດ​ມື້​ທີ 4 ເຂົາ​ເຈົ້າ​ກໍ​ລຸກ​ແຕ່​ເຊົ້າ​ເພື່ອ​ຊິ​ອອກ​ເດີນ​ທາງ. ແຕ່​ພໍ່​ເຖົ້າ​ເວົ້າ​ກັບ​ລູກ​ເຂີຍ​ວ່າ: “ກິນ​ອີ່ຫຍັງ​ຈັກ​ໜ້ອຍ​ກ່ອນ​ບໍ່​ລູກ? ໃຫ້​ມີ​ເຫື່ອ​ມີ​ແຮງ​ແລ້ວ​ຄ່ອຍ​ໄປ.”  ເຂົາ​ເຈົ້າ​ກໍ​ພາກັນ​ກິນ​ແລະ​ດື່ມ​ອີກ. ຫຼັງ​ຈາກ​ນັ້ນ ພໍ່​ເຖົ້າ​ເວົ້າ​ກັບ​ລູກ​ເຂີຍ​ວ່າ: “ນອນ​ຢູ່​ພີ້​ຕໍ່​ອີກ​ຈັກ​ຄືນ​ໜຶ່ງ​ກ່ອນ​ກະ​ໄດ້ ບໍ່​ຕ້ອງ​ເກງ​ໃຈ.”  ເມື່ອ​ລູກ​ເຂີຍ​ຊິ​ລຸກ​ຂຶ້ນ​ລາ​ພໍ່​ເຖົ້າ ພໍ່​ເຖົ້າ​ກໍ​ອ້ອນວອນ​ໃຫ້​ລາວ​ພັກ​ຄ້າງ​ຄືນ​ອີກ​ຄືນ​ໜຶ່ງ.  ເມື່ອ​ຮອດ​ມື້​ທີ 5 ລາວ​ກໍ​ຕື່ນ​ແຕ່​ເຊົ້າ​ເພື່ອ​ຊິ​ອອກ​ເດີນ​ທາງ. ແຕ່​ພໍ່​ເຖົ້າ​ມາ​ເວົ້າ​ກັບ​ລາວ​ວ່າ: “ກິນ​ອີ່ຫຍັງ​ຈັກ​ໜ້ອຍ​ກ່ອນ​ເພື່ອ​ຊິ​ໄດ້​ມີ​ເຫື່ອ​ມີ​ແຮງ.” ລາວ​ກັບ​ເມຍ​ຈຶ່ງ​ນັ່ງ​ກິນ​ເຂົ້າ​ແລະ​ຢູ່​ຫັ້ນ​ຕໍ່​ຈົນເກືອບ​ຮອດ​ແລງ.  ເມື່ອ​ລູກ​ເຂີຍ​ຊິ​ພາ​ເມຍ​ກັບ​ຄົນ​ຮັບ​ໃຊ້​ອອກ​ເດີນ​ທາງ ພໍ່​ເຖົ້າ​ກໍ​ມາ​ເວົ້າ​ກັບ​ລາວ​ວ່າ: “ຕອນ​ນີ້ ມັນ​ກະ​ແລງ​ແລ້ວ. ນອນ​ຢູ່​ພີ້​ກ່ອນ ອອກ​ໄປ​ມັນ​ກໍ​ກະເທີນ. ມັນ​ໃກ້​ຊິ​ໝົດ​ມື້​ແລ້ວ ພັກ​ຢູ່​ນີ້​ອີກ​ຈັກ​ຄືນ​ກ່ອນ ບໍ່​ຕ້ອງ​ເກງ​ໃຈ. ມື້​ອື່ນ​ຈຶ່ງ​ຕື່ນ​ແຕ່​ເຊົ້າ​ໆ​ ແລ້ວ​ອອກ​ເດີນ​ທາງ​ເມືອ​ເຮືອນ​ຂອງ​ລູກ.” 10  ແຕ່​ລູກ​ເຂີຍ​ບໍ່​ຍອມ​ຢູ່​ຕໍ່. ລາວ​ພາ​ເມຍ​ນ້ອຍ​ກັບ​ຄົນ​ຮັບ​ໃຊ້​ແລະ​ລາ 2 ໂຕ​ອອກ​ເດີນ​ທາງ​ໄປ​ຈົນ​ຮອດ​ເມືອງ​ເຢບຸດ ເຊິ່ງ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ເມືອງ​ເຢຣູຊາເລັມ.+ 11  ເມື່ອ​ເຂົາ​ເຈົ້າ​ໃກ້​ຊິ​ຮອດ​ເມືອງ​ເຢບຸດ​ມັນ​ກໍ​ເລີ່ມ​ມືດ​ແລ້ວ ຄົນ​ຮັບ​ໃຊ້​ຈຶ່ງ​ຖາມ​ນາຍ​ວ່າ: “ພວກ​ເຮົາ​ຢຸດແລະ​ພັກ​ຄ້າງ​ຄືນ​ຢູ່​ເມືອງ​ເຢບຸດ​ກ່ອນ​ດີ​ບໍ?” 12  ແຕ່​ນາຍ​ຕອບ​ວ່າ: “ພວກ​ເຮົາ​ຊິ​ບໍ່​ພັກ​ຢູ່​ເມືອງ​ທີ່​ບໍ່​ແມ່ນ​ເມືອງ​ຂອງ​ຄົນ​ອິດສະຣາເອນ. ພວກ​ເຮົາ​ຈະ​ເດີນ​ທາງ​ຕໍ່​ໄປ​ຈົນ​ຮອດ​ເມືອງ​ກີເບອາ.”+ 13  ລາວ​ເວົ້າ​ກັບ​ຄົນ​ຮັບ​ໃຊ້​ອີກ​ວ່າ: “ໄປ໋ ພວກ​ເຮົາ​ຈະ​ພະຍາຍາມ​ໄປ​ພັກຢູ່​ເມືອງ​ກີເບອາ​ຫຼື​ບໍ່​ກໍ​ເມືອງ​ຣາມາ.”+ 14  ເຂົາ​ເຈົ້າ​ຈຶ່ງ​ເດີນ​ທາງ​ຕໍ່​ໄປ. ເມື່ອ​ໃກ້​ຊິ​ຮອດ​ເມືອງ​ກີເບອາ​ທີ່​ຢູ່​ເຂດ​ຂອງ​ຕະກູນ​ເບັນຢາມິນ ຕາເວັນ​ກໍ​ເລີ່ມ​ຕົກ​ດິນ​ແລ້ວ. 15  ເຂົາ​ເຈົ້າ​ຈຶ່ງ​ແວ່​ເຂົ້າ​ໄປ​ພັກ​ຄ້າງ​ຄືນ​ຢູ່​ເມືອງ​ກີເບອາ. ເມື່ອ​ເຂົ້າ​ໄປ ເຂົາ​ເຈົ້າ​ກໍ​ໄປ​ນັ່ງ​ຢູ່​ເດີ່ນ​ຂອງ​ເມືອງ ແຕ່​ບໍ່​ມີ​ຜູ້​ໃດ​ຊວນ​ເຂົາ​ເຈົ້າ​ໄປ​ພັກ​ຢູ່​ເຮືອນ​ນຳ.+ 16  ໃນ​ທີ່​ສຸດ​ກໍ​ມີ​ພໍ່​ຕູ້​ຄົນ​ໜຶ່ງ​ທີ່​ກັບ​ມາ​ແຕ່​ເຮັດ​ວຽກ​ຢູ່​ທົ່ງ​ນາ. ລາວ​ເປັນ​ຄົນ​ທີ່​ມາ​ຈາກ​ເຂດ​ພູ​ຂອງ​ເອຟຣາຢິມ+ ແຕ່​ມາ​ຢູ່​ເມືອງ​ກີເບອາ​ເຊິ່ງ​ເປັນ​ເມືອງ​ຂອງ​ຄົນ​ເບັນຢາມິນ.+ 17  ເມື່ອ​ລາວ​ເຫັນ​ເຂົາ​ເຈົ້າ​ຖ້າ​ຢູ່​ເດີ່ນ​ຂອງ​ເມືອງ ລາວ​ກໍ​ຖາມ​ວ່າ: “ພວກ​ເຈົ້າ​ມາ​ແຕ່​ໃສ​ແລະ​ຊິ​ໄປ​ໃສ?” 18  ຄົນ​ເລວີ​ຄົນ​ນັ້ນ​ຕອບ​ວ່າ: “ພວກ​ເຮົາ​ເດີນ​ທາງ​ມາ​ຈາກ​ເມືອງ​ເບັດເລເຮັມ​ໃນ​ເຂດ​ຢູດາ.+ ພວກ​ເຮົາ​ກຳລັງ​ຊິ​ໄປ​ວິຫານ*ຂອງ​ພະ​ເຢໂຫວາ* ແລ້ວ​ກໍ​ຊິ​ເມືອ​ເຮືອນ​ຂອງ​ຂ້ອຍ. ຂ້ອຍ​ຢູ່​ບ່ອນ​ທີ່​ຫ່າງ​ໄກ​ສອກ​ຫຼີກ​ໃນເຂດ​ພູ​ຂອງ​ເອຟຣາຢິມ. 19  ພວກ​ເຮົາ​ມີ​ເຟືອງ​ກັບ​ຫຍ້າ​ພໍ​ສຳລັບ​ລາ+ ແລະ​ມີ​ເຂົ້າຈີ່​+ກັບ​ເຫຼົ້າແວງ​ພໍ​ສຳລັບ​ຂ້ອຍ ເມຍ ແລະ​ຄົນ​ຮັບ​ໃຊ້​ຂອງ​ຂ້ອຍ​ແລ້ວ ຍັງ​ຂາດ​ແຕ່​ບ່ອນ​ພັກ​ຊື່​ໆ​.” 20  ພໍ່​ຕູ້​ຈຶ່ງ​ເວົ້າ​ວ່າ: “ມາ​ເປັນ​ແຂກຂອງ​ຂ້ອຍ​ເດີ້. ຂ້ອຍ​ຊິ​ເບິ່ງ​ແຍງ​ພວກ​ເຈົ້າ​ເອງ. ຢ່າ​ພັກ​ຄ້າງ​ຄືນ​ຢູ່​ເດີ່ນ​ຂອງ​ເມືອງ​ເລີຍ.” 21  ແລ້ວ​ພໍ່​ຕູ້​ຄົນ​ນັ້ນ​ກໍ​ພາ​ເຂົາ​ເຈົ້າ​ໄປ​ພັກ​ຢູ່​ເຮືອນ​ຂອງ​ລາວ ແລະ​ເອົາ​ຫຍ້າ​ໃຫ້​ລາ​ກິນ​ນຳ. ເຂົາ​ເຈົ້າ​ໄດ້​ລ້າງ​ຕີນ ແລະ​ກໍ​ພາກັນ​ກິນ​ແລະ​ດື່ມ​ນຳ​ກັນ. 22  ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ມ່ວນ​ຊື່ນ​ຢູ່​ນັ້ນ ພວກ​ຜູ້​ຊາຍ​ຂອງ​ເມືອງ​ນັ້ນ​ທີ່​ເປັນ​ຄົນ​ຊົ່ວກໍ​ມາ​ລ້ອມ​ເຮືອນ​ຂອງ​ພໍ່​ຕູ້ ທຸບ​ປະຕູ​ແລະ​ຮ້ອງ​ໃສ່​ບໍ່​ຢຸດ​ບໍ່​ເຊົາ​ວ່າ: “ເອົາ​ຜູ້​ຊາຍ​ທີ່​ມາ​ພັກ​ຢູ່​ເຮືອນ​ຂອງ​ເຈົ້າ​ອອກ​ມາ​ດຽວ​ນີ້. ພວກ​ເຮົາ​ຊິ​ນອນ​ນຳ​ລາວ.”+ 23  ຜູ້​ຊາຍ​ທີ່​ເປັນ​ເຈົ້າ​ຂອງ​ເຮືອນ​ກໍ​ອອກ​ມາ​ບອກ​ພວກ​ເຂົາ​ວ່າ: “ຢ່າ​ເຮັດ​ຊົ່ວ​ແນວ​ນີ້​ເລີຍ ຂ້ອຍ​ຂໍ​ນຳ. ຜູ້​ຊາຍ​ຄົນ​ນີ້​ເປັນ​ແຂກ​ຂອງ​ຂ້ອຍ. ຢ່າ​ເຮັດ​ແນວ​ຊົ່ວ​ໆ​ແບບ​ນີ້​ເລີຍ. 24  ເອົາ​ແນວ​ນີ້​ບໍ? ຂ້ອຍ​ມີ​ລູກສາວ​ຄົນ​ໜຶ່ງ​ທີ່​ຍັງ​ບໍລິສຸດ​ຢູ່ ແລະ​ເມຍ​ນ້ອຍ​ຂອງ​ຜູ້​ຊາຍ​ຄົນ​ນີ້​ກໍ​ຢູ່​ນີ້. ຂ້ອຍ​ຊິ​ເອົາ​ເຂົາ​ເຈົ້າ​ອອກ​ມາ​ໃຫ້​ພວກ​ເຈົ້າ. ພວກ​ເຈົ້າ​ຢາກເຮັດ​ຫຍັງ​ກັບ​ເຂົາ​ເຈົ້າ​ກໍ​ໄດ້.+ ແຕ່​ຢ່າ​ເຮັດ​ແນວ​ຊົ່ວ​ໆ​ກັບ​ຜູ້​ຊາຍ​ຄົນ​ນີ້​ເລີຍ.” 25  ແຕ່​ພວກ​ນັ້ນ​ບໍ່​ຍອມ​ຟັງ. ຄົນ​ເລວີ​ກໍ​ເລີຍ​ໃຫ້​ເມຍ​ນ້ອຍ+ຂອງ​ໂຕເອງ​ອອກ​ໄປ​ຫາ​ພວກ​ນັ້ນ. ພວກ​ເຂົາ​ກໍ​ຂົ່ມຂືນ​ແລະ​ທຳ​ຮ້າຍ​ເມຍ​ຂອງ​ລາວ​ໝົດ​ຄືນ ແລ້ວ​ກໍ​ປ່ອຍ​ກັບ​ມາ​ຕອນ​ໃກ້​ຊິ​ແຈ້ງ. 26  ແລ້ວຜູ້​ຍິງ​ຄົນ​ນັ້ນ​ກໍ​ມາ​ລົ້ມ​ລົງ​ຢູ່​ໜ້າ​ປະຕູ​ເຮືອນ​ຂອງ​ພໍ່​ຕູ້​ທີ່​ຜົວ​ຂອງ​ລາວ​ພັກ​ຄ້າງ​ຄືນ​ຢູ່​ຫັ້ນ. ລາວ​ນອນ​ຢູ່​ຫັ້ນ​ຈົນ​ແຈ້ງ. 27  ເມື່ອ​ຜົວ*​ຂອງ​ລາວ​ຕື່ນ​ຂຶ້ນ​ມາ​ໃນ​ຕອນ​ເຊົ້າ ແລະ​ເປີດ​ປະຕູ​ເຮືອນ​ເພື່ອ​ຊິ​ກຽມ​ໂຕ​ອອກ​ເດີນ​ທາງ​ຕໍ່ ລາວ​ກໍ​ເຫັນ​ເມຍ​ຂອງ​ໂຕເອງ​ນອນ​ຢູ່​ໜ້າ​ປະຕູ​ເຮືອນ ແລະ​ເອົາ​ມື​ທັງ​ສອງ​ເບື້ອງ​ພາດ​ຢູ່​ພັກ​ປະຕູ. 28  ລາວ​ເວົ້າ​ກັບ​ເມຍ​ວ່າ: “ລຸກ​ຂຶ້ນ ໄປ໋ ເມືອ​ເຮືອນ​ຂອງ​ເຮົາ.” ແຕ່​ກໍ​ບໍ່​ມີ​ສຽງ​ຕອບ ຍ້ອນ​ເມຍ​ຂອງ​ລາວ​ຕາຍ​ແລ້ວ. ລາວ​ຈຶ່ງ​ອູ້ມ​ສົບ​ເມຍ​ພາດ​ຂຶ້ນ​ເທິງ​ຫຼັງ​ລາ ແລ້ວ​ກໍ​ອອກ​ເດີນ​ທາງ​ກັບ​ເມືອ​ເຮືອນ​ຂອງ​ລາວ. 29  ເມື່ອ​ມາ​ຮອດ​ເຮືອນ ລາວ​ກໍ​ເອົາ​ມີດ​ມາ​ຕັດ​ສົບ​ຂອງ​ເມຍ​ນ້ອຍ​ອອກ​ເປັນ​ຕ່ອນ​ໆ​ ທັງ​ໝົດ 12 ຕ່ອນ ແລ້ວ​ສົ່ງ​ແຕ່​ລະ​ຕ່ອນ​ໄປ​ໃຫ້ແຕ່​ລະ​ຕະກູນ​ຂອງ​ອິດສະຣາເອນ. 30  ທຸກ​ຄົນ​ທີ່​ເຫັນ​ກໍ​ພາກັນ​ເວົ້າ​ວ່າ: “ຕັ້ງ​ແຕ່​ຄົນ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ​ຈົນ​ຮອດ​ທຸກ​ມື້​ນີ້ ຍັງ​ບໍ່​ເຄີຍ​ມີ​ເຫດການ​ແບບ​ນີ້​ເກີດ​ຂຶ້ນ​ຈັກ​ເທື່ອ. ໃຫ້​ພວກ​ເຮົາ​ມາ​ລົມ​ກັນວ່າ​ຊິ​ເຮັດ​ແນວ​ໃດ​ດີ.”+

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ຂ້ອຍ​ຮັບໃຊ້​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ”
ແປ​ຕາມ​ໂຕ​ວ່າ “ເຮືອນ”
ຫຼື “ເຈົ້າ​ນາຍ”