ພວກ​ຜູ້ຕັດສິນ 21:1-25

  • ພວກ​ເບັນຢາມິນ​ຍັງ​ຖືກ​ຮັກສາ​ໄວ້​ໃຫ້​ເປັນ​ຕະກູນ​ຢູ່ (1-​25)

21  ຕອນ​ທີ່​ພວກ​ອິດສະຣາເອນ​ມາ​ລວມ​ໂຕ​ກັນ​ຢູ່​ເມືອງ​ມິດຊະປາ+ ເຂົາ​ເຈົ້າ​ໄດ້​ສາບານ​ວ່າ: “ພວກ​ເຮົາ​ຈະ​ບໍ່​ເອົາ​ລູກສາວ​ຂອງ​ພວກ​ເຮົາ​ໃຫ້​ເປັນ​ເມຍ​ພວກ​ຜູ້​ຊາຍ​ໃນ​ຕະກູນ​ເບັນຢາມິນ​ເດັດຂາດ.”+  ຕໍ່ມາ ເມື່ອ​ເຂົາ​ເຈົ້າ​ໄປ​ທີ່​ເມືອງ​ເບເທນ+ ເຂົາ​ເຈົ້າ​ໂສກເສົ້າ​ຫຼາຍ ແລະ​ໄດ້​ນັ່ງ​ຮ້ອງໄຫ້​ຢູ່​ຕໍ່​ໜ້າ​ພະເຈົ້າ​ທ່ຽງແທ້​ຈົນ​ຮອດ​ຄ່ຳ.  ເຂົາ​ເຈົ້າ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເອີ້ຍ ເປັນ​ຫຍັງ​ພະອົງ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ໃນ​ອິດສະຣາເອນ? ເປັນ​ຫຍັງ​ຕະກູນ​ໜຶ່ງ​ຈະ​ຕ້ອງ​ຖືກ​ກຳຈັດ​ໄປ​ຈາກ​ອິດສະຣາເອນ?”  ມື້​ຕໍ່ມາ ເຂົາ​ເຈົ້າ​ລຸກ​ແຕ່​ເຊົ້າ​ແລະ​ໄດ້​ສ້າງ​ແທ່ນ​ບູຊາເພື່ອ​ເຜົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ຢູ່​ຫັ້ນ.+  ເຂົາ​ເຈົ້າ​ຖາມ​ວ່າ: “ມີ​ໃຜ​ແດ່​ໃນ​ພວກ​ອິດສະຣາເອນ​ທີ່​ບໍ່​ໄດ້​ໄປ​ປະຊຸມ​ກັບ​ພວກ​ເຮົາ​ຕໍ່​ໜ້າ​ພະ​ເຢໂຫວາຢູ່​ເມືອງ​ມິດຊະປາ?” ເພາະ​ເຂົາ​ເຈົ້າ​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ວ່າ ຖ້າ​ຜູ້​ໃດ​ບໍ່​ໄດ້​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ເມືອງ​ມິດຊະປາ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ.  ພວກ​ອິດສະຣາເອນ​ຮູ້ສຶກ​ເສຍໃຈ​ຫຼາຍ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຕະກູນ​ເບັນຢາມິນ​ອ້າຍ​ນ້ອງ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ເວົ້າ​ວ່າ: “ມື້​ນີ້ ຕະກູນ​ໜຶ່ງ​ຖືກ​ຕັດ​ຂາດ​ໄປ​ແລ້ວ​ຈາກ​ອິດສະຣາເອນ.  ພວກ​ເຮົາ​ຈະ​ຫາ​ເມຍ​ໃຫ້​ພວກ​ເບັນຢາມິນ​ທີ່​ເຫຼືອ​ໄດ້​ແນວ​ໃດ ເພາະ​ພວກ​ເຮົາ​ໄດ້​ສາບານ​ກັບ​ພະ​ເຢໂຫວາ+ແລ້ວ​ວ່າ ພວກ​ເຮົາ​ຊິ​ບໍ່​ເອົາ​ລູກສາວ​ຂອງ​ພວກ​ເຮົາ​ໃຫ້​ເປັນ​ເມຍ​ເຂົາ​ເຈົ້າ?”+  ເຂົາ​ເຈົ້າ​ຖາມ​ວ່າ: “ຜູ້​ໃດ​ໃນ​ພວກ​ອິດສະຣາເອນ​ບໍ່​ໄດ້​ຂຶ້ນ​ໄປ​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ເມືອງ​ມິດຊະປາ?”+ ປາກົດ​ວ່າ​ບໍ່​ມີ​ຄົນ​ຈາກ​ເມືອງ​ຢາເບັດກິລຽດ​ຈັກ​ຄົນ​ເລີຍ​ຢູ່​ໃນ​ຄ້າຍ​ທີ່​ພວກ​ອິດສະຣາເອນ​ປະຊຸມ​ກັນ.  ເມື່ອ​ນັບ​ເບິ່ງ​ຄົນ ເຂົາ​ເຈົ້າ​ກໍ​ບໍ່​ເຫັນ​ຄົນ​ຈາກ​ຢາເບັດກິລຽດ​ຢູ່​ຫັ້ນ​ຈັກ​ຄົນ​ເລີຍ. 10  ພວກ​ອິດສະຣາເອນ​ຈຶ່ງ​ສົ່ງ​ທະຫານ​ທີ່​ເກັ່ງ​ໆ​ 12.000 ຄົນ​ໄປ​ເມືອງ​ນັ້ນ​ແລະ​ສັ່ງ​ເຂົາ​ເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ເອົາ​ດາບ​ຂ້າ​ຄົນ​ໃນ​ເມືອງ​ຢາເບັດກິລຽດ​ທັງ​ຜູ້​ຍິງ​ກັບ​ເດັກ​ນ້ອຍ.+ 11  ພວກ​ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້. ໃຫ້​ຂ້າ​ຜູ້​ຊາຍ​ທັງ​ໝົດ​ກັບ​ຜູ້​ຍິງ​ທີ່​ເຄີຍ​ນອນ​ນຳ​ຜູ້​ຊາຍ​ແລ້ວ ແຕ່​ບໍ່​ໃຫ້​ຂ້າ​ຜູ້​ຍິງທີ່​ຍັງ​ບໍ່​ໄດ້​ນອນ​ນຳ​ຜູ້​ຊາຍ​ເທື່ອ.” 12  ແລ້ວ​ເຂົາ​ເຈົ້າ​ກໍ​ເຫັນ​ວ່າ​ໃນ​ເມືອງ​ນັ້ນ​ມີ​ຜູ້​ຍິງ 400 ຄົນ​ທີ່​ຍັງ​ບໍ່​ໄດ້​ນອນ​ນຳ​ຜູ້​ຊາຍ​ເທື່ອ. ພວກ​ທະຫານ​ຈຶ່ງ​ພາ​ພວກ​ຜູ້​ຍິງ​ເຫຼົ່າ​ນັ້ນ​ໄປ​ທີ່​ຄ້າຍ​ຢູ່​ເມືອງ​ຊີໂລ+ໃນ​ແຜ່ນດິນ​ການາອານ. 13  ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ກໍ​ສົ່ງ​ຄົນ​ໄປ​ບອກ​ພວກ​ຜູ້​ຊາຍ​ເບັນຢາມິນ​ທີ່​ຢູ່​ຫຼືບ​ຫີນ​ຣິມໂມນ​+ວ່າ: “ໃຫ້​ພວກ​ເຮົາ​ເຊົາ​ເຮັດ​ສົງຄາມ​ກັນ.” 14  ເມື່ອ​ພວກ​ເບັນຢາມິນ​ກັບ​ມາ​ຢູ່​ເຂດ​ຂອງ​ເຂົາ​ເຈົ້າ ພວກ​ອິດສະຣາເອນ​ກໍ​ເອົາ​ຜູ້​ຍິງ​ທີ່​ຈັບ​ມາ​ຈາກ​ເມືອງ​ຢາເບັດກິລຽດ​+ໃຫ້​ເປັນ​ເມຍ​ເຂົາ​ເຈົ້າ ແຕ່​ກໍ​ຍັງ​ບໍ່​ພໍ​ສຳລັບ​ທຸກ​ຄົນ. 15  ພວກ​ອິດສະຣາເອນ​ຮູ້ສຶກ​ເສຍໃຈ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ​ກັບ​ຕະກູນ​ເບັນຢາມິນ+ ຍ້ອນ​ພະ​ເຢໂຫວາ​ໄດ້​ແຍກ​ເຂົາ​ເຈົ້າ​ອອກ​ຈາກ​ຕະກູນ​ອື່ນ​ໆ​ຂອງ​ອິດສະຣາເອນ. 16  ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ຈຶ່ງ​ລົມ​ກັນ​ວ່າ: “ພວກ​ເຮົາ​ຊິ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພວກ​ເບັນຢາມິນ​ທີ່​ເຫຼືອ​ໄດ້​ເມຍ ເພາະ​ພວກ​ຜູ້​ຍິງ​ເບັນຢາມິນ​ຖືກ​ຂ້າ​ໝົດ​ແລ້ວ?” 17  ເຂົາ​ເຈົ້າ​ລົມ​ກັນ​ອີກ​ວ່າ: “ຄົນ​ໃນ​ຕະກູນ​ເບັນຢາມິນ​ຄວນ​ຈະ​ຍັງ​ມີ​ດິນ​ມູນ ເພື່ອ​ບໍ່​ໃຫ້​ຕະກູນ​ໃດ​ໃນ​ອິດສະຣາເອນ​ຖືກ​ຕັດ​ອອກ​ໄປ. 18  ແຕ່​ພວກ​ເຮົາ​ຈະ​ເອົາ​ລູກສາວ​ຂອງ​ເຮົາ​ໃຫ້​ເປັນ​ເມຍ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້ ຍ້ອນ​ພວກ​ເຮົາ​ໄດ້​ສາບານ​ໄວ້​ແລ້ວ​ວ່າ ‘ຜູ້​ໃດ​ທີ່​ເອົາ​ລູກສາວ​ຂອງ​ໂຕເອງ​ໃຫ້​ເປັນ​ເມຍ​ຄົນ​ໃນ​ຕະກູນ​ເບັນຢາມິນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ສາບແຊ່ງ.’”+ 19  ແລ້ວ​ເຂົາ​ເຈົ້າ​ກໍ​ເວົ້າ​ຕື່ມ​ອີກ​ວ່າ: “ໃນ​ທຸກ​ໆ​ປີ ມີ​ເທດສະການ​ສະຫຼອງ​ໃຫ້​ພະ​ເຢໂຫວາ​ຢູ່​ເມືອງ​ຊີໂລ.+ ເມືອງ​ຊີໂລ​ຢູ່​ລະຫວ່າງ​ເມືອງ​ເບເທນ​ກັບເມືອງ​ເລໂບນາ. ເມືອງ​ຊີໂລ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເສັ້ນ​ທາງ​ຫຼັກ​ຈາກ​ເມືອງ​ເບເທນ​ໄປ​ເມືອງ​ເຊເຄັມ.” 20  ເຂົາ​ເຈົ້າ​ເລີຍ​ສັ່ງ​ພວກ​ຜູ້​ຊາຍ​ເບັນຢາມິນ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ຊຸ້ມ​ຢູ່​ສວນ​ໝາກ​ລະແຊັງ​ແຖວ​ນັ້ນ. 21  ເມື່ອ​ພວກ​ເຈົ້າ​ເຫັນ​ພວກ​ຜູ້​ສາວ​ຢູ່​ເມືອງ​ຊີໂລ​ອອກ​ມາ​ເຕັ້ນ​ນຳ​ກັນ​ເປັນ​ວົງ ໃຫ້​ພວກ​ເຈົ້າ​ແຕ່​ລະ​ຄົນ​ອອກ​ຈາກ​ສວນ​ໝາກ​ລະແຊັງ ແລະ​ຈັບ​ຜູ້​ຍິງ​ເຫຼົ່າ​ນັ້ນ​ມາ​ເປັນ​ເມຍ. ແລ້ວ​ໃຫ້​ພວກ​ເຈົ້າ​ກັບ​ໄປ​ຢູ່​ເຂດ​ຂອງ​ຕະກູນ​ເບັນຢາມິນ. 22  ຖ້າ​ພໍ່​ຫຼື​ອ້າຍນ້ອງ​ຂອງ​ຜູ້​ຍິງ​ເຫຼົ່າ​ນັ້ນ​ມາ​ຟ້ອງ​ພວກ​ເຮົາ ພວກ​ເຮົາ​ກໍ​ຈະ​ບອກ​ເຂົາ​ເຈົ້າ​ວ່າ ‘ໃຫ້​ອີ່ຕົນ​ເຂົາ​ເຈົ້າ​ແດ່. ຜູ້​ຍິງ​ທີ່​ພວກ​ເຮົາ​ຈັບ​ມາ​ໄດ້​ຈາກ​ສົງຄາມກໍ​ບໍ່​ພໍ​ທີ່​ຈະ​ຍົກ​ໃຫ້​ເປັນ​ເມຍ​ເຂົາ​ເຈົ້າ​ທຸກ​ຄົນ+ ແລະ​ອີກ​ຢ່າງ​ໜຶ່ງ ພວກ​ເຈົ້າ​ຈະ​ຍົກ​ລູກສາວ​ໃຫ້​ເປັນ​ເມຍ​ຂອງ​ເຂົາ​ເຈົ້າ​ໂລດ​ກະ​ບໍ່​ໄດ້ ເພາະ​ພວກ​ເຈົ້າ​ຈະ​ເຮັດ​ຜິດ​ຄຳ​ສາບານ.’”+ 23  ພວກ​ຜູ້​ຊາຍ​ເບັນຢາມິນ​ກໍ​ເຮັດ​ຕາມ​ນັ້ນ. ເຂົາ​ເຈົ້າ​ຈັບ​ຜູ້​ຍິງ​ທີ່​ອອກ​ມາ​ເຕັ້ນ​ໄປ​ເປັນ​ເມຍ. ແຕ່​ລະ​ຄົນ​ກໍ​ໄດ້​ເມຍ ແລ້ວ​ເຂົາ​ເຈົ້າ​ກໍ​ກັບ​ເມືອ​ເຂດ​ດິນ​ມູນ​ຂອງ​ໂຕເອງ. ເຂົາ​ເຈົ້າ​ໄດ້​ສ້າງ​ເມືອງ​ຕ່າງ​ໆ​ຂຶ້ນ​ໃໝ່+ແລະ​ໄດ້​ຢູ່​ຫັ້ນ. 24  ແລ້ວ​ພວກ​ອິດສະຣາເອນ​ກໍ​ແຍກ​ກັນ​ຢູ່​ບ່ອນ​ນັ້ນ​ໄປ​ໃຜ​ໄປ​ມັນ. ແຕ່​ລະ​ຄົນ​ກໍ​ກັບ​ໄປ​ຢູ່​ດິນ​ມູນ​ໃນ​ຕະກູນ​ແລະ​ຄອບຄົວ​ຂອງ​ໂຕເອງ. 25  ໃນ​ສະໄໝ​ຂອງ​ພວກ​ຜູ້ຕັດສິນ ພວກ​ອິດສະຣາເອນ​ຍັງ​ບໍ່​ທັນ​ມີ​ກະສັດ​ເທື່ອ+ ແຕ່​ລະ​ຄົນ​ກໍ​ເຮັດ​ຕາມ​ທີ່​ໂຕເອງ​ເຫັນ​ວ່າ​ຖືກ​ຕ້ອງ.

ຂໍຄວາມໄຂເງື່ອນ