ພວກ​ຜູ້ຕັດສິນ 5:1-31

  • ເພງ​ໄຊ​ຊະນະ​ຂອງ​ເດໂບຣາ​ກັບ​ບາຣາກ (1-​31)

    • ດາວ​ຕ່າງ​ໆ​ຕໍ່ສູ້​ຊີເຊຣາ (20)

    • ຫ້ວຍ​ກີໂຊນ​ກວາດ​ພວກ​ເຂົາ​ໄປ (21)

    • ຄົນ​ທີ່​ຮັກ​ພະ​ເຢໂຫວາ​ເປັນ​ຄື​ກັບ​ຕາເວັນ (31)

5  ໃນ​ມື້​ນັ້ນ ເດໂບຣາ+ກັບ​ບາຣາກ+ລູກ​ຊາຍ​ຂອງ​ອາບີໂນອາມ​ໄດ້​ຮ້ອງ​ເພງ​ນີ້:+   “ໃຫ້​ສັນລະເສີນ​ພະ​ເຢໂຫວາຍ້ອນ​ພວກ​ທະຫານ​ທີ່ປ່ອຍ​ຜົມ​ຍາວ*ໃນ​ອິດສະຣາເອນແລະ​ຍ້ອນ​ຄົນ​ທີ່​ອາສາ​ໄປ​ຕໍ່ສູ້.+   ຟັງ​ເດີ້ ພວກ​ກະສັດ! ຟັງ​ເດີ້ ພວກ​ຜູ້​ປົກຄອງ! ຂ້ອຍ​ຊິ​ຮ້ອງ​ເພງ​ໃຫ້​ພະ​ເຢໂຫວາ. ຂ້ອຍ​ຊິ​ຮ້ອງ​ເພງ*ສັນລະເສີນ​ພະ​ເຢໂຫວາ+ພະເຈົ້າ​ຂອງ​ອິດສະຣາເອນ.+   ພະ​ເຢໂຫວາ ເມື່ອ​ພະອົງ​ອອກ​ຈາກ​ເສອີ+ແລະ​ເມື່ອ​ພະອົງ​ພາ​ກອງ​ທັບ​ອອກ​ມາ​ຈາກ​ເຂດ​ຂອງ​ພວກ​ເອໂດມແຜ່ນດິນ​ກໍ​ສັ່ນ​ສະເທືອນ ແລະ​ທ້ອງຟ້າ​ກໍ​ເທ​ນ້ຳ​ລົງ​ມາຂີ້ເຝື້ອ​ກໍ​ເທ​ນ້ຳ​ລົງ​ມາ.   ພູ​ຕ່າງ​ໆ​ເປື່ອຍ​ໄປ*​ຕໍ່​ໜ້າ​ພະ​ເຢໂຫວາ+ແມ່ນ​ແຕ່​ຊີນາຍ​ກໍ​ເປື່ອຍ​ໄປ​ຕໍ່​ໜ້າ​ພະ​ເຢໂຫວາ+ພະເຈົ້າ​ຂອງ​ອິດສະຣາເອນ.+   ໃນ​ສະໄໝ​ຂອງ​ຊຳຄາ+ລູກ​ຊາຍ​ຂອງ​ອານາດໃນ​ສະໄໝ​ຂອງ​ຢາເອນ​+ ເສັ້ນ​ທາງ​ຫຼັກ​ຖືກ​ປະ​ຮ້າງຜູ້​ຄົນ​ຈຶ່ງ​ພາກັນ​ໄປ​ທຽວ​ເສັ້ນ​ທາງ​ອື່ນ.   ບ້ານ​ຕ່າງ​ໆ​ຂອງ​ພວກ​ອິດສະຣາເອນ​ບໍ່​ມີ​ໃຜ​ຢູ່​ອີກ​ຕໍ່​ໄປ.ບໍ່​ມີ​ໃຜ​ຢູ່​ອີກ​ຕໍ່​ໄປ ຈົນ​ກະທັ່ງ​ຂ້ອຍ​ເດໂບຣາ+ລຸກ​ຂຶ້ນ​ມາຈົນ​ກະທັ່ງ​ຂ້ອຍ​ລຸກ​ຂຶ້ນ​ມາ ຄື​ກັບ​ແມ່​ທີ່​ມາ​ຊ່ວຍ​ພວກ​ອິດສະຣາເອນ.+   ເຂົາ​ເຈົ້າ​ນະມັດສະການ​ພະເຈົ້າ​ອື່ນ​ໆ​+ສົງຄາມ​ຈຶ່ງ​ມາ​ຮອດ​ປະຕູ​ເມືອງ​ຕ່າງ​ໆ​.+ ໃນ​ພວກ​ທະຫານ​ອິດສະຣາເອນ 40.000 ຄົນບໍ່​ມີ​ໃຜ​ມີ​ໂລ້​ຫຼື​ຫອກ​ຈັກ​ອັນ​ເລີຍ.   ຂ້ອຍ​ຢູ່​ຝ່າຍ​ພວກ​ຫົວ​ໜ້າ​ທະຫານຂອງ​ອິດສະຣາເອນ+ເຂົາ​ເຈົ້າ​ອາສາ​ເຂົ້າ​ໄປ​ຕໍ່ສູ້​ພ້ອມ​ກັບ​ປະຊາຊົນ.+ ຂໍ​ໃຫ້​ສັນລະເສີນ​ພະ​ເຢໂຫວາ! 10  ພວກ​ເຈົ້າ​ທີ່​ຂີ່​ໂຕລາ​ສີ​ນ້ຳ​ຕານ​ອ່ອນພວກ​ເຈົ້າ​ທີ່​ນັ່ງ​ເທິງ​ພົມ​ດີ​ໆ​ແລະ​ພວກ​ເຈົ້າ​ທີ່​ຍ່າງ​ຢູ່​ຫົນ​ທາງຂໍ​ໃຫ້​ຄິດ​ດີ​ໆ​ເດີ້! 11  ມີ​ສຽງ​ຄົນ​ຕັກ​ນ້ຳ​ລົມ​ກັນ​ຢູ່ບ່ອນ​ຕັກ​ນ້ຳ.ເຂົາ​ເຈົ້າ​ເວົ້າ​ເຖິງ​ສິ່ງ​ດີ​ໆ​ທີ່​ພະ​ເຢໂຫວາ​ເຄີຍ​ເຮັດແລະ​ເວົ້າ​ເຖິງ​ສິ່ງ​ດີ​ໆ​ທີ່​ພວກ​ອິດສະຣາເອນ​ຕາມ​ບ້ານ​ຕ່າງ​ໆ​ເຄີຍ​ເຮັດ. ແລ້ວ​ຄົນ​ຂອງ​ພະ​ເຢໂຫວາ​ກໍ​ລົງ​ໄປ​ປະຕູ​ເມືອງ. 12  ຕື່ນ​ເດີ້ ເດໂບຣາ​ຕື່ນ​ເດີ້!+ ຕື່ນ​ເດີ້ ຕື່ນ​ຂຶ້ນ​ມາ​ຮ້ອງ​ເພງ!+ ລຸກ​ເດີ້ ບາຣາກ+ລູກ​ຊາຍ​ຂອງ​ອາບີໂນອາມ ແລະ​ພາ​ຊະເລີຍ​ຂອງ​ເຈົ້າ​ໄປ! 13  ແລ້ວ​ຄົນ​ທີ່​ເຫຼືອ​ກໍ​ລົງ​ມາ​ຫາ​ພວກ​ຫົວ​ໜ້າ.ຄົນ​ຂອງ​ພະ​ເຢໂຫວາ​ລົງ​ມາ​ຫາ​ຂ້ອຍ​ເພື່ອ​ຕໍ່ສູ້​ກັບ​ພວກ​ທີ່​ແຂງແຮງ. 14  ຄົນ​ໃນ​ຕະກູນ​ເບັນຢາມິນ​ເອີ້ຍ ຄົນ​ທີ່​ມາ​ຈາກຮ່ອມພູ*ໃນ​ເຂດ​ເອຟຣາຢິມກຳລັງ​ນຳ​ຫຼັງ​ພວກ​ເຈົ້າ​ໄປ. ເຂົາ​ເຈົ້າ​ເປັນຄົນ​ຂອງ​ພວກ​ເຈົ້າ. ພວກ​ຫົວ​ໜ້າ​ທະຫານ​ລົງ​ມາ​ຈາກ​ມາກີ+ແລະ​ຄົນ​ທີ່​ຈັບ​ໄມ້​ຄ້ອນເທົ້າ*ທີ່​ເປັນ​ຜູ້​ຄັດ​ເລືອກ​ທະຫານ​ມາ​ຈາກ​ເຊບູລູນ. 15  ພວກ​ຫົວ​ໜ້າ​ຂອງ​ຕະກູນ​ອິດຊາຄາ​ຢູ່​ກັບ​ເດໂບຣາ.ຄື​ກັບ​ຕະກູນ​ອິດຊາຄາ ບາຣາກ​+ກໍ​ຢູ່​ກັບ​ເດໂບຣາ​ຄື​ກັນ. ລາວ​ຍ່າງ​ເຂົ້າ​ໄປ​ໃນ​ຮ່ອມພູ+ ແຕ່​ຫຼາຍ​ຄົນ​ໃນ​ຕະກູນ​ຣູເບັນ​ກຳລັງ​ກວດ​ເບິ່ງ​ຫົວໃຈ​ຢູ່.* 16  ເປັນ​ຫຍັງ​ເຈົ້າ​ຄື​ນັ່ງ​ຢູ່​ເທິງ​ອານ​ລະຫວ່າງ​ກະເປົາ​ສອງ​ເບື້ອງແລະ​ນັ່ງ​ຟັງ​ຄົນ​ລ້ຽງ​ແກະ​ເປົ່າ​ຂຸ່ຍ?+ ຫຼາຍ​ຄົນ​ໃນ​ຕະກູນ​ຣູເບັນ​ກໍ​ກຳລັງ​ກວດ​ເບິ່ງ​ຫົວໃຈ​ຢູ່. 17  ເປັນ​ຫຍັງ​ຄົນ​ທີ່​ຢູ່​ກິລຽດ​ຄື​ຍັງ​ຢູ່​ທາງ​ຟາກ​ຕາເວັນອອກ​ຂອງ​ແມ່​ນ້ຳ​ຈໍແດນ?+ເປັນ​ຫຍັງ​ຄົນ​ໃນ​ຕະກູນ​ດານ​ຄື​ຍັງ​ຢູ່​ໃນ​ເຮືອ?+ ຄົນ​ໃນ​ຕະກູນ​ອາເຊ​ກະ​ນັ່ງ​ຢູ່​ລ້າ​ໆ​ຢູ່​ແຄມ​ຝັ່ງ​ທະເລແລະ​ຍັງ​ຢູ່​ທ່າ​ເຮືອ​ບໍ່​ໄດ້​ໄປ​ໃສ.+ 18  ຄົນ​ໃນ​ຕະກູນ​ເຊບູລູນ​ຍອມ​ສ່ຽງ​ຊີວິດ​ຈົນ​ຕາຍແລະ​ຄົນ​ໃນ​ຕະກູນ​ນັບທາລີ​ກໍ​ຍອມສ່ຽງ​ຊີວິດ+ຢູ່​ເທິງ​ພູ.+ 19  ກະສັດ​ຕ່າງ​ໆ​ພາກັນ​ມາ​ຕໍ່ສູ້ແລ້ວ​ກະສັດ​ການາອານ​ກໍ​ມາ​ຕໍ່ສູ້+ຢູ່​ເມືອງ​ຕາອານັກ​ໃກ້​ໆ​ກັບ​ແມ່​ນ້ຳ​ເມກິດໂດ+ ແຕ່​ພວກ​ເຂົາ​ປຸ້ນ​ເອົາ​ເງິນ​ບໍ່​ໄດ້.+ 20  ດາວ​ຕ່າງ​ໆ​ຕໍ່ສູ້​ຈາກ​ຟ້າ.ພວກ​ມັນ​ຕໍ່ສູ້​ຊີເຊຣາ​ຈາກ​ວົງໂຄຈອນ​ຂອງ​ມັນ. 21  ຫ້ວຍ​ກີໂຊນ​ກວາດ​ພວກ​ເຂົາ​ໄປ.+ຫ້ວຍ​ກີໂຊນ​ເປັນ​ຫ້ວຍ​ບູຮານ. ເຮົາ​ໄດ້​ຢຽບພວກ​ສັດຕູ​ທີ່​ແຂງແຮງ​ໃຫ້​ລົງ​ພື້ນ. 22  ສຽງ​ກີບ​ຕີນ​ຂອງ​ມ້າ​ກະທົບ​ໃສ່​ພື້ນຕອນ​ທີ່​ມ້າແລ່ນ​ໜີ​ອອກ​ໄປ​ໄວ​ໆ​.+ 23  ທູດສະຫວັນ​ຂອງ​ພະ​ເຢໂຫວາ​ບອກ​ວ່າ ‘ຂໍ​ໃຫ້​ເມໂຣດ​ຖືກ​ສາບ​ແຊ່ງ.ຂໍ​ໃຫ້​ຄົນ​ທີ່​ຢູ່​ຫັ້ນ​ຖືກ​ສາບ​ແຊ່ງຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ມາ​ຊ່ວຍ​ພະ​ເຢໂຫວາ.ເຂົາ​ເຈົ້າ​ບໍ່​ໄດ້​ມາ​ຊ່ວຍ​ພະ​ເຢໂຫວາ​ຕໍ່ສູ້​ກັບ​ພວກ​ທີ່​ແຂງແຮງ.’ 24  ຜູ້​ຍິງ​ທີ່​ໄດ້​ພອນ​ຫຼາຍ​ທີ່​ສຸດ​ແມ່ນ​ຢາເອນ.+ລາວ​ເປັນ​ເມຍ​ຂອງ​ເຮເບ+ຄົນ​ເກນີ.ໃນ​ພວກ​ຜູ້​ຍິງ​ທີ່​ຢູ່​ໃນ​ເຕັ້ນ ລາວ​ໄດ້​ພອນ​ຫຼາຍ​ທີ່​ສຸດ. 25  ຊີເຊຣາ​ຂໍ​ນ້ຳ​ກິນ ແຕ່​ລາວ​ເອົາ​ນົມ​ໃຫ້. ລາວ​ເອົາ​ນົມ​ສົ້ມ​ໂຖ​ໃຫຍ່​ໃຫ້​ຊີເຊຣາ.+ 26  ລາວ​ຈັບ​ຫຼັກ​ໄມ້​ທີ່​ຍຶດ​ເຕັ້ນ​ມາແລະ​ລາວ​ຈັບ​ຄ້ອນ​ຂອງ​ຊ່າງ​ໄວ້​ຢູ່​ມື​ຂວາ ແລ້ວ​ກໍ​ຕອກ​ໃສ່​ຫົວ​ຂອງ​ຊີເຊຣາ.ລາວ​ຕອກ​ໃສ່​ຂະໝັບ​ຂອງ​ຊີເຊຣາ​ຈົນ​ຊອດ.+ 27  ຊີເຊຣາ​ນອນ​ຢູ່​ລະຫວ່າງ​ຕີນ​ຂອງ​ຢາເອນ. ລາວ​ນອນ​ແບບ​ບໍ່​ເໜັງ​ບໍ່​ຕີງ.ລາວ​ນອນ​ຕາຍຢູ່​ລະຫວ່າງ​ຕີນ​ຂອງ​ຢາເອນ.ລາວ​ຂາດ​ໃຈ​ຕາຍ​ຢູ່​ບ່ອນ​ທີ່​ລາວ​ນອນ. 28  ຜູ້​ຍິງ​ຄົນ​ໜຶ່ງ​ແນມ​ອອກ​ໄປ​ທາງ​ປ່ອງ​ຢ້ຽມຜູ້​ຍິງ​ຄົນ​ນັ້ນ​ແມ່ນ​ແມ່​ຂອງ​ຊີເຊຣາ. ລາວ​ເບິ່ງ​ຜ່ານ​ຕາ​ນ່າງ​ໄມ້ແລະ​ເວົ້າ​ວ່າ‘ເປັນ​ຫຍັງ​ລົດ​ຮົບ​ຂອງ​ລູກ​ຂ້ອຍ​ຄື​ນານ​ມາ​ແທ້? ເປັນ​ຫຍັງ​ປານ​ນີ້​ຂ້ອຍ​ຄື​ຍັງ​ບໍ່​ໄດ້​ຍິນ​ສຽງ​ກີບ​ຕີນ​ມ້າ​ທີ່​ແກ່​ລົດ​ຮົບ​ຂອງ​ລູກ?’+ 29  ພວກ​ຜູ້​ຍິງ​ທີ່​ສະຫຼາດ​ຢູ່​ໃນ​ເຮືອນ​ຂອງ​ລາວ​ກໍ​ຕອບ​ລາວແລະ​ເຂົາ​ເຈົ້າ​ເວົ້າ​ກັບ​ໂຕເອງ​ຫຼາຍ​ເທື່ອ​ວ່າ 30  ‘ເຂົາ​ເຈົ້າ​ກຳລັງ​ແບ່ງ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ຢູ່​ຕີ້.ຄື​ຊິ​ຍັງ​ແບ່ງ​ຜູ້​ສາວ​ຈັກ​ຄົນ​ສອງ​ຄົນ​ໃຫ້​ທະຫານ​ແຕ່​ລະ​ຄົນ​ຢູ່.ຄື​ຊິ​ກຳລັງ​ເອົາ​ຜ້າ​ຍ້ອມ​ສີ​ໃຫ້​ຊີເຊຣາ ເປັນ​ຜ້າ​ຍ້ອມ​ສີ​ທີ່​ປຸ້ນ​ມາ​ໄດ້ແລ້ວ​ກໍ​ເອົາ​ເຄື່ອງນຸ່ງ​ທີ່​ມີ​ລາຍ​ຖັກ​ແສ່ວ ຜ້າ​ຍ້ອມ​ສີ​ກັບ​ເຄື່ອງນຸ່ງ​ສອງ​ຊຸດ​ທີ່​ມີ​ລາຍ​ຖັກ​ແສ່ວມາ​ຄ້ອງ​ຄໍ​ຂອງ​ພວກ​ທະຫານ.’ 31  ພະ​ເຢໂຫວາ ຂໍ​ໃຫ້​ສັດຕູ​ຂອງ​ພະອົງ​ຈິບຫາຍ​ໄປ+ແຕ່​ຂໍ​ໃຫ້​ຄົນ​ທີ່​ຮັກ​ພະອົງ​ເປັນ​ຄື​ກັບ​ຕາເວັນ​ທີ່​ກຳລັງ​ຂຶ້ນ​ແລະສ່ອງ​ແສງ​ເຈີດ​ຈ້າ.” ແລ້ວ​ແຜ່ນດິນ​ກໍ​ສະຫງົບ​ສຸກ​ຢູ່ 40 ປີ.+

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ສຳນວນ​ກ່ຽວກັບ​ຄຳ​ປະຕິຍານ​ຫຼື​ການ​ອຸທິດ​ໂຕ​ໃຫ້​ພະເຈົ້າ
ຫຼື “ຫຼິ້ນ​ດົນຕີ”
ຫຼື​ອາດ​ແປ​ວ່າ “ສັ່ນ​ໄຫວ”
ຫຼື “ທົ່ງພຽງ”
ຫຼື​ອາດ​ແປ​ວ່າ “ຄົນ​ທີ່​ຖື​ເຄື່ອງ​ຄັດລອກ”
ຫຼື “ຍັງ​ຕັດສິນໃຈ​ບໍ່​ໄດ້”