ພວກ​ຜູ້ຕັດສິນ 6:1-40

  • ພວກ​ມີດີອານ​ກົດ​ຂີ່​ພວກ​ອິດສະຣາເອນ (1-​10)

  • ທູດສະຫວັນ​ຮັບຮອງ​ກັບ​ຜູ້ຕັດສິນ​ກີເດໂອນ​ວ່າ​ຈະ​ຊ່ວຍ​ລາວ (11-​24)

  • ກີເດໂອນ​ທຳລາຍ​ແທ່ນ​ບູຊາ​ຂອງ​ພະ​ບາອານ (25-​32)

  • ພະເຈົ້າ​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ກີເດໂອນ (33-​35)

  • ການ​ທົດສອບ​ໂດຍ​ໃຊ້​ຂົນ​ແກະ (36-​40)

6  ພວກ​ອິດສະຣາເອນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເຫັນ​ວ່າ​ຊົ່ວ​ອີກ.+ ພະ​ເຢໂຫວາ​ເລີຍ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ພວກ​ມີດີອານ 7 ປີ.+  ພວກ​ມີດີອານ​ກົດຂີ່​ພວກ​ອິດສະຣາເອນ.+ ພວກ​ອິດສະຣາເອນ​ຈຶ່ງ​ເຮັດ​ບ່ອນ​ລີ້*ຕາມ​ພູ ຕາມ​ຖ້ຳ ແລະ​ຕາມ​ບ່ອນ​ທີ່​ເຂົ້າ​ໄປ​ໄດ້​ຍາກ.+  ຖ້າ​ພວກ​ອິດສະຣາເອນ​ຫວ່ານ​ແນວ​ປູກ ພວກ​ມີດີອານ ພວກ​ອາມາເລັກ+ ແລະ​ພວກ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ+ກໍ​ຈະ​ມາ​ໂຈມຕີ​ເຂົາ​ເຈົ້າ.  ພວກ​ເຂົາ​ຈະ​ມາ​ຕັ້ງ​ຄ້າຍ​ເພື່ອ​ໂຈມຕີ​ພວກ​ອິດສະຣາເອນ ແລະ​ທຳລາຍ​ຜົນລະປູກ​ໃນ​ໄຮ່​ໃນ​ສວນ​ທຸກ​ບ່ອນ​ໄປ​ຈົນ​ຮອດ​ຄາຊາ. ພວກ​ເຂົາ​ບໍ່​ຈົ່ງ​ຫຍັງ​ໄວ້​ໃຫ້​ພວກ​ອິດສະຣາເອນ​ກິນ​ເລີຍ. ແມ່ນ​ແຕ່​ແກະ ງົວ ແລະ​ລາ​ກໍ​ບໍ່​ເຫຼືອ.+  ພວກ​ເຂົາ​ເອົາ​ຝູງ​ສັດ​ມາ ແລະ​ຕັ້ງ​ເຕັ້ນ​ຫຼາຍ​ຄື​ກັບ​ຝູງ​ຕັກກະແຕນ.+ ທັງ​ຄົນ​ທັງ​ອູດ​ມີຫຼາຍ​ຈົນ​ນັບ​ບໍ່​ຫຼ້ອນ+ ແລະ​ພວກ​ເຂົາ​ເຂົ້າ​ມາ​ເພື່ອ​ທຳລາຍ​ແຜ່ນດິນ​ຂອງ​ພວກ​ອິດສະຣາເອນ.  ພວກ​ມີດີອານ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ທຸກ​ລຳບາກ​ຫຼາຍ. ເຂົາ​ເຈົ້າ​ຈຶ່ງ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ.+  ເມື່ອ​ພວກ​ອິດສະຣາເອນ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ໃຫ້​ພົ້ນ​ຈາກ​ພວກ​ມີດີອານ+  ພະ​ເຢໂຫວາ​ກໍ​ສົ່ງ​ຜູ້ພະຍາກອນ​ຄົນ​ໜຶ່ງ​ມາ​ຫາ​ເຂົາ​ເຈົ້າ. ຜູ້ພະຍາກອນ​ຄົນ​ນັ້ນ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ ແລະ​ຊ່ວຍ​ພວກ​ເຈົ້າ​ອອກ​ຈາກ​ການ​ເປັນ​ທາດ.+  ເຮົາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ເອຢິບ ແລະ​ຈາກ​ມື​ຂອງ​ພວກ​ທີ່​ກົດຂີ່​ພວກ​ເຈົ້າ. ເຮົາ​ຂັບ​ໄລ່​ພວກ​ເຂົາ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ ແລະ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໃຫ້​ພວກ​ເຈົ້າ.+ 10  ເຮົາ​ຍັງ​ເຄີຍ​ເວົ້າ​ອີກ​ວ່າ “ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ ຫ້າມ​ພວກ​ເຈົ້າ​ໄປນະມັດສະການ*ພະເຈົ້າ​ຕ່າງ​ໆ​ຂອງ​ພວກ​ອາໂມ​ໃນ​ແຜ່ນດິນ​ທີ່​ພວກ​ເຈົ້າ​ອາໄສ​ຢູ່.”+ ແຕ່​ພວກ​ເຈົ້າ​ພັດ​ບໍ່​ເຊື່ອ​ຟັງ​ເຮົາ.’”+ 11  ຕໍ່ມາ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ມາ​+ນັ່ງ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ໃນ​ເມືອງ​ໂອຟຣາ ເຊິ່ງ​ເປັນ​ຕົ້ນ​ໄມ້​ຂອງ​ໂຢອາດ​ທີ່​ເປັນລູກ​ຫຼານ​ຂອງ​ອາບີເອຊາ.+ ຕອນ​ນັ້ນ ກີເດໂອນ​ລູກ​ຊາຍ​ຂອງ​ລາວ+ກຳລັງ​ຟາດ​ເຂົ້າວີດ*ຢູ່​ໃນ​ບ່ອນ​ເຮັດ​ເຫຼົ້າແວງ​ເພື່ອ​ບໍ່​ໃຫ້​ພວກ​ມີດີອານ​ເຫັນ. 12  ທູດສະຫວັນ​ຂອງ​ພະ​ເຢໂຫວາ​ມາ​ຫາ​ກີເດໂອນ​ແລະ​ເວົ້າ​ວ່າ: “ພະ​ເຢໂຫວາ​ຢູ່​ກັບ​ເຈົ້າ.+ ເຈົ້າ​ເປັນ​ທະຫານ​ທີ່​ກ້າຫານ.” 13  ກີເດໂອນ​ຈຶ່ງ​ເວົ້າ​ກັບ​ທູດສະຫວັນ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ຂໍ​ຖາມ​ແດ່. ຖ້າ​ພະ​ເຢໂຫວາ​ຢູ່​ກັບ​ພວກ​ເຮົາ​ແທ້ ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຕ້ອງ​ເຈິ​ກັບ​ເລື່ອງ​ແນວ​ນີ້?+ ຂ້ອຍ​ຄື​ບໍ່​ເຫັນ​ພະເຈົ້າ​ເຮັດ​ການອັດສະຈັນ​ຫຍັງ ຄື​ກັບ​ທີ່​ປູ່ຍ່າຕານາຍ​ເລົ່າ​ໃຫ້​ຟັງ+ວ່າ​ພະ​ເຢໂຫວາ​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ ພະ​ເຢໂຫວາ​ປະຖິ້ມ​ພວກ​ເຮົາ​ແລ້ວ+ ແລະ​ປ່ອຍ​ພວກ​ເຮົາ​ໄວ້​ໃນ​ມື​ຂອງ​ພວກ​ມີດີອານ.” 14  ພະ​ເຢໂຫວາ​ແນມ​ເບິ່ງ​ໜ້າ​ລາວ​ແລະ​ເວົ້າ​ວ່າ: “ໃຫ້​ເຈົ້າ​ໄປ ແລະ​ໃຊ້​ເຫື່ອ​ແຮງ​ຂອງ​ເຈົ້າ​ຊ່ວຍ​ພວກ​ອິດສະຣາເອນ. ເຈົ້າ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ມີດີອານ​ໄດ້+ ຍ້ອນ​ເຮົາ​ເປັນ​ຜູ້​ສົ່ງ​ເຈົ້າ​ໄປ.” 15  ກີເດໂອນ​ເວົ້າ​ວ່າ: “ພະ​ເຢໂຫວາ​ເອີ້ຍ ລູກ​ຂໍ​ຖາມ​ແດ່. ລູກ​ຈະ​ໄປ​ຊ່ວຍ​ພວກ​ອິດສະຣາເອນ​ໄດ້​ແນວ​ໃດ? ຈຸ້ມເຈື້ອ*ຂອງ​ລູກ​ເປັນ​ຈຸ້ມເຈື້ອ​ທີ່​ນ້ອຍ​ທີ່​ສຸດ​ໃນ​ຕະກູນ​ມານາເຊ ແລະ​ລູກ​ກໍ​ບໍ່​ໄດ້​ເປັນ​ຄົນ​ສຳຄັນ​ອີ່​ຫຍັງ​ໃນ​ເຮືອນ​ຂອງ​ພໍ່.” 16  ແຕ່​ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: “ຍ້ອນ​ເຮົາ​ຢູ່​ກັບ​ເຈົ້າ+ ເຈົ້າ​ຈະ​ເອົາ​ຊະນະ​ພວກ​ມີດີອານ​ໄດ້​ຄື​ກັບ​ເອົາ​ຊະນະ​ຄົນ​ໆ​ດຽວ.” 17  ແລ້ວ​ກີເດໂອນ​ກໍ​ເວົ້າ​ວ່າ: “ຖ້າ​ພະອົງ​ພໍ​ໃຈ​ລູກ ກໍ​ຂໍ​ໃຫ້​ລູກ​ເຫັນ​ຫຼັກ​ຖານ​ວ່າ​ພະອົງ​ເປັນ​ຜູ້​ເວົ້າ​ກັບ​ລູກ​ແທ້​ໆ​. 18  ຂໍ​ທ່ານ​ຖ້າ​ຢູ່​ນີ້​ກ່ອນ​ຈົນ​ກວ່າ​ຂ້ອຍ​ຈະ​ກັບ​ມາ​ພ້ອມ​ກັບ​ເຄື່ອງ​ບູຊາ​ທີ່​ຈະ​ເອົາ​ໃຫ້​ທ່ານ.”+ ທູດສະຫວັນ​ກໍ​ເວົ້າ​ວ່າ: “ຂ້ອຍ​ຈະ​ຖ້າ​ຢູ່​ນີ້​ຈົນ​ກວ່າ​ເຈົ້າ​ຈະ​ກັບ​ມາ.” 19  ກີເດໂອນ​ກໍ​ໄປ​ກຽມ​ແບ້​ໂຕ​ໜຶ່ງ​ມາ​ເຮັດ​ອາຫານ ແລະ​ເອົາ​ແປ້ງ 1 ເອຟາ​*ມາ​ເຮັດ​ເຂົ້າຈີ່​ບໍ່​ມີ​ເຊື້ອ.+ ລາວ​ເອົາ​ຊີ້ນ​ແບ້​ໃສ່​ກະຕ່າ ແລະ​ເອົາ​ນ້ຳ​ແກງ​ໃສ່​ໝໍ້ ແລ້ວ​ລາວ​ກໍ​ເອົາ​ມາ​ໃຫ້ທູດສະຫວັນ​ຢູ່​ກ້ອງ​ຕົ້ນ​ໄມ້​ໃຫຍ່​ນັ້ນ. 20  ຈາ​ກ​ນັ້ນ ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ເອົາ​ຊີ້ນ​ແບ້​ກັບ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ໄປ​ວາງ​ໄວ້​ຢູ່​ກ້ອນ​ຫີນ​ໃຫຍ່​ພຸ້ນ ແລະ​ເທ​ນ້ຳ​ແກງ​ລົງ.” ລາວ​ກໍ​ເຮັດ​ຕາມ​ນັ້ນ. 21  ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ເອົາ​ສົ້ນ​ຂອງ​ໄມ້ຄ້ອນເທົ້າ​ທີ່​ຖື​ຢູ່​ໄປ​ຕ້ອງ​ຊີ້ນ​ແບ້​ກັບ​ເຂົ້າຈີ່​ບໍ່​ມີ​ເຊື້ອ. ແລ້ວ​ກໍ​ມີ​ໄຟ​ລຸກ​ຈາກ​ກ້ອນ​ຫີນ​ນັ້ນ​ເຜົາ​ຊີ້ນ​ແບ້​ກັບ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ໄໝ້​ຈົນ​ໝົດ.+ ຈາກ​ນັ້ນ ທູດສະຫວັນ​ຂອງ​ພະ​ເຢໂຫວາ​ກໍ​ຫາຍ​ໂຕ​ໄປ. 22  ກີເດໂອນ​ຈຶ່ງ​ຮູ້​ທັນທີ​ເລີຍ​ວ່າ​ຜູ້​ນັ້ນ​ແມ່ນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ.+ ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ຕາຍ​ແລ້ວ​ບາດນິ! ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເອີ້ຍ ລູກ​ໄດ້​ເຫັນ​ທູດສະຫວັນ​ຂອງ​ພະ​ເຢໂຫວາ.”+ 23  ແຕ່​ພະ​ເຢໂຫວາ​ບອກ​ລາວ​ວ່າ: “ໃຈ​ເຢັນ​ໆ​ກ່ອນ* ບໍ່​ຕ້ອງ​ຢ້ານ.+ ເຈົ້າ​ຈະ​ບໍ່​ຕາຍ​ດອກ.” 24  ກີເດໂອນ​ຈຶ່ງ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ຢູ່​ຫັ້ນ. ແທ່ນ​ນັ້ນ​ຖືກ​ເອີ້ນ​ວ່າ​ເຢໂຫວາ​ຊາ​ໂລມ*+ຈົນ​ຮອດ​ທຸກ​ມື້​ນີ້ ແລະຍັງ​ຢູ່​ໃນ​ເມືອງໂອຟຣາ​ທີ່​ເປັນ​ຂອງລູກ​ຫຼານ​ອາບີເອຊາ. 25  ໃນ​ຄືນ​ນັ້ນ​ພະ​ເຢໂຫວາ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ເຈົ້າ​ໄປ​ເອົາ​ງົວ​ໂຕ​ທີ 2 ອາຍຸ 7 ປີ​ຂອງ​ພໍ່​ເຈົ້າ​ມາ ແລະ​ທຳລາຍ​ແທ່ນ​ບູຊາ​ພະ​ບາອານ​ຂອງ​ພໍ່​ເຈົ້າ​ກັບ​ຟັນ​ເສົາ​ໄມ້​ສັກສິດ*ທີ່​ຢູ່​ໃກ້​ໆ​ແທ່ນ​ນັ້ນ​ຖິ້ມ.+ 26  ຈາກ​ນັ້ນ ໃຫ້​ເຈົ້າ​ເອົາ​ຫີນ​ມາ​ວາງ​ລຽນ​ກັນ​ເປັນ​ແຖວ ເພື່ອ​ສ້າງ​ເປັນ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຢູ່ບ່ອນ​ທີ່​ປອດໄພນີ້. ໃຫ້​ເອົາ​ໄມ້​ສ່ວນ​ໜຶ່ງ​ຈາກ​ເສົາ​ໄມ້​ສັກສິດ​ທີ່​ເຈົ້າ​ຟັນ​ນັ້ນ​ມາ​ເປັນ​ຟືນ ແລ້ວ​ເອົາ​ງົວ​ໂຕ​ທີ 2 ມາ​ເຜົາ​ເປັນ​ເຄື່ອງ​ບູຊາ​ເທິງ​ແທ່ນ​ບູຊາ​ນັ້ນ.” 27  ກີເດໂອນ​ໄດ້​ພາ​ຄົນ​ຮັບ​ໃຊ້​ຂອງ​ລາວ 10 ຄົນ​ໄປນຳ ແລ້ວ​ເຮັດ​ຕາມ​ທີ່​ພະ​ເຢໂຫວາ​ບອກ. ແຕ່​ຍ້ອນ​ລາວ​ຢ້ານ​ຄົນ​ໃນ​ເຮືອນ​ຂອງ​ພໍ່​ກັບ​ຄົນ​ໃນ​ເມືອງ​ນັ້ນ ລາວ​ຈຶ່ງ​ບໍ່​ໄດ້​ເຮັດ​ຕອນ​ກາງເວັນ ແຕ່​ເຮັດ​ໃນ​ຕອນ​ກາງຄືນ. 28  ເມື່ອ​ຄົນ​ໃນ​ເມືອງ​ນັ້ນ​ຕື່ນ​ຂຶ້ນ​ມາ​ແຕ່​ເຊົ້າ​ໆ​ກໍ​ເຫັນ​ແທ່ນ​ບູຊາ​ພະ​ບາອານ​ຖືກ​ທຳລາຍ ເສົາ​ໄມ້​ສັກສິດ​ທີ່​ຢູ່​ໃກ້​ໆ​ແທ່ນ​ຖືກ​ຟັນ ແລະ​ມີ​ງົວ​ໂຕ​ທີ 2 ຖືກ​ເຜົາ​ຢູ່​ເທິງ​ແທ່ນ​ທີ່​ຫາ​ກໍ​ສ້າງ​ໃໝ່. 29  ເຂົາ​ເຈົ້າ​ຖາມ​ກັນ​ວ່າ: “ແມ່ນ​ໃຜ​ເຮັດ​ແນວ​ນີ້?” ເມື່ອ​ໄປ​ສືບ​ຖາມ​ແລ້ວ ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ: “ກີເດໂອນ​ລູກ​ຊາຍ​ຂອງ​ໂຢອາດ​ເປັນ​ຄົນ​ເຮັດ.” 30  ແລ້ວ​ຄົນ​ໃນ​ເມືອງ​ກໍ​ເວົ້າ​ກັບ​ໂຢອາດ​ວ່າ: “ເອົາ​ລູກ​ຊາຍ​ຂອງ​ເຈົ້າ​ມາ​ໃຫ້​ພວກ​ເຮົາ. ມັນ​ຕ້ອງ​ຕາຍ ຍ້ອນ​ມັນ​ທຳລາຍ​ແທ່ນ​ບູຊາ​ພະ​ບາອານ​ແລະ​ຟັນ​ເສົາ​ໄມ້​ສັກສິດ​ທີ່​ຢູ່​ໃກ້​ໆ​ແທ່ນ.” 31  ໂຢອາດ​+ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ມາ​ຫາ​ເລື່ອງ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າຕ້ອງ​ປົກ​ປ້ອງ​ພະ​ບາອານ? ພວກ​ເຈົ້າ​ຕ້ອງ​ເປັນ​ຄົນ​ຊ່ວຍ​ເພິ່ນ​ຊັ້ນ​ເບາະ? ໃຜ​ປົກ​ປ້ອງ​ພະ​ບາອານ​ຕ້ອງ​ຖືກ​ຂ້າ​ໃນ​ຕອນ​ເຊົ້າ​ນີ້.+ ຖ້າ​ພະ​ບາອານ​ເປັນ​ພະເຈົ້າ​ກໍ​ໃຫ້​ເພິ່ນ​ປົກ​ປ້ອງ​ໂຕ​ເອງ​ຕົ໋ວ+ ເພາະ​ມີ​ຄົນ​ມາ​ທຳລາຍ​ແທ່ນ​ບູຊາ​ຂອງ​ເພິ່ນ.” 32  ຕັ້ງ​ແຕ່​ມື້​ນັ້ນ ໂຢອາດ​ກໍ​ເອີ້ນ​ກີເດໂອນ​ວ່າເຢຣຸບບາອານ*ແລະ​ເວົ້າ​ວ່າ: “ໃຫ້​ພະ​ບາອານ​ປົກ​ປ້ອງ​ໂຕເອງ​ແມ້ ເພາະ​ມີ​ຄົນ​ທຳລາຍ​ແທ່ນ​ບູຊາ​ຂອງ​ເພິ່ນ.” 33  ພວກ​ມີດີອານ+ ພວກ​ອາມາເລັກ+ ແລະ​ພວກ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ກໍ​ມາ​ລວມ​ໂຕ​ກັນ+ ແລ້ວ​ຂ້າມ​ແມ່​ນ້ຳ​ມາ​ຕັ້ງ​ຄ້າຍ​ຢູ່​ຮ່ອມພູ​ເຢດຊະເຣເອນ. 34  ພະ​ເຢໂຫວາ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ກີເດໂອນ.+ ລາວ​ເປົ່າ​ແກ+ແລະ​ລູກ​ຫຼານ​ຂອງ​ອາບີເອຊາ​+ກໍ​ມາ​ຊ່ວຍ​ລາວ. 35  ລາວ​ສົ່ງ​ຄົນ​ໄປ​ບອກ​ຄົນ​ໃນຕະກູນ​ມານາເຊ​ທີ່​ເຫຼືອ ແລ້ວ​ເຂົາ​ເຈົ້າ​ກໍ​ມາ​ຊ່ວຍ​ລາວ. ລາວ​ຍັງ​ສົ່ງ​ຄົນ​ໄປ​ບອກ​ຄົນ​ໃນ​ຕະກູນ​ອາເຊ ຕະກູນ​ເຊບູລູນ ແລະ​ຕະກູນ​ນັບທາລີ ແລ້ວ​ເຂົາ​ເຈົ້າ​ກໍ​ມາ​ຊ່ວຍ​ລາວ​ຄື​ກັນ. 36  ກີເດໂອນ​ເວົ້າ​ກັບ​ພະເຈົ້າ​ທ່ຽງແທ້​ວ່າ: “ຖ້າ​ພະອົງ​ເລືອກ​ລູກ​ໃຫ້​ໄປ​ຊ່ວຍ​ພວກ​ອິດສະຣາເອນ​ຕາມ​ທີ່​ພະອົງ​ສັນຍາ+ 37  ຂໍ​ພະອົງ​ເຮັດ​ໃຫ້​ລູກ​ໝັ້ນໃຈ​ໂດຍ​ວິທີ​ນີ້. ລູກ​ຈະ​ເອົາ​ຂົນ​ແກະ​ວາງ​ໄວ້​ຢູ່​ລານ​ຟາດ​ເຂົ້າ. ຖ້າ​ມີ​ນ້ຳ​ຄ້າງ​ຢູ່​ຂົນ​ແກະ ແຕ່​ດິນ​ທີ່​ຢູ່​ອ້ອມ​ໆ​ມັນ​ຍັງ​ແຫ້ງ​ຢູ່ ລູກ​ກໍ​ຈະ​ຮູ້​ວ່າ​ພະອົງ​ໄດ້​ເລືອກ​ລູກ​ໃຫ້​ໄປ​ຊ່ວຍ​ພວກ​ອິດສະຣາເອນ​ຕາມ​ທີ່​ພະອົງ​ສັນຍາ​ໄວ້.” 38  ແລ້ວ​ມັນ​ກໍ​ເປັນ​ແນວ​ນັ້ນ. ເຊົ້າ​ມື້​ຕໍ່ມາ ເມື່ອ​ລາວ​ຕື່ນ​ຂຶ້ນ ລາວ​ກໍ​ເອົາ​ຂົນ​ແກະ​ມາ​ປັ້ນ. ນ້ຳ​ກໍ​ໄຫຼ​ອອກ​ມາ​ຈາກ​ຂົນ​ແກະ​ໄດ້ 1 ໂຖ​ໃຫຍ່. 39  ແຕ່​ກີເດໂອນ​ເວົ້າ​ກັບ​ພະເຈົ້າ​ທ່ຽງແທ້​ວ່າ: “ຂໍ​ພະອົງ​ຢ່າ​ຟ້າວ​ໃຈ​ຮ້າຍ​ໃຫ້​ລູກ​ເດີ້. ລູກ​ຂໍ​ອີກ​ເທື່ອ​ດຽວ. ຂໍ​ໃຫ້​ລູກ​ທົດສອບ​ໂດຍ​ໃຊ້​ຂົນ​ແກະ​ນີ້​ອີກ​ເທື່ອ​ໜຶ່ງ. ເທື່ອ​ນີ້​ຂໍ​ໃຫ້​ຂົນ​ແກະ​ແຫ້ງ ແຕ່​ໃຫ້​ດິນ​ທີ່​ຢູ່​ອ້ອມ​ໆ​ມັນ​ປຽກ​ນ້ຳ​ຄ້າງ.” 40  ໃນ​ຄືນ​ນັ້ນ ພະເຈົ້າ​ກໍ​ເຮັດ​ຕາມ​ທີ່​ລາວ​ບອກ. ເພິ່ນ​ເຮັດ​ໃຫ້​ຂົນ​ແກະ​ແຫ້ງ ແຕ່​ເຮັດ​ໃຫ້​ດິນ​ທີ່​ຢູ່​ອ້ອມ​ໆ​ມັນ​ປຽກ​ນ້ຳ​ຄ້າງ.

ຂໍຄວາມໄຂເງື່ອນ

ຫຼື​ອາດ​ແປ​ວ່າ “ບ່ອນ​ມ້ຽນ​ເຄື່ອງ​ໃຕ້​ດິນ”
ແປ​ຕາມ​ໂຕ​ວ່າ “ຢ້ານຢຳ”
ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້
ແປ​ຕາມ​ໂຕ​ວ່າ “ໜຶ່ງ​ພັນ”
22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.
ແປ​ຕາມ​ໂຕ​ວ່າ “ຂໍ​ໃຫ້​ເຈົ້າ​ມີ​ຄວາມ​ສະຫງົບສຸກ”
ແປ​ວ່າ “ພະ​ເຢໂຫວາ​ແມ່ນ​ສັນຕິສຸກ”
ແປ​ວ່າ “ໃຫ້​ພະ​ບາອານ​ມາ​ສູ້​ຄະດີ​ດ້ວຍ​ໂຕເອງ​ຕາມ​ກົດໝາຍ”