ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ 10:1-11

  • ທູດສະຫວັນ​ທີ່​ມີ​ກຳລັງ​ຫຼາຍ​ກັບ​ມ້ວນ​ໜັງສື​ນ້ອຍ⁠​ໆ​ມ້ວນ​ໜຶ່ງ (1-7)

    • “ພະເຈົ້າ​ຈະ​ບໍ່​ຊ້າ​ອີກ​ຕໍ່​ໄປ” (6)

    • ເລື່ອງ​ທີ່​ເປັນ​ຄວາມ​ລັບ​ສັກສິດ​ກໍ​ຈະ​ເກີດຂຶ້ນ​ທຸກ​ຢ່າງ (7)

  • ໂຢຮັນ​ກິນ​ມ້ວນ​ໜັງສື​ນ້ອຍ⁠​ໆ​ (8-11)

10  ຂ້ອຍ​ເຫັນ​ທູດສະຫວັນ​ທີ່​ມີ​ກຳລັງ​ຫຼາຍ​ອີກ​ອົງ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ຂີ້ເຝື້ອ​ຢູ່​ອ້ອມ*​ໂຕເພິ່ນ ມີ​ຮຸ້ງ​ຢູ່​ເທິງ​ຫົວ​ເພິ່ນ ໜ້າ​ຂອງ​ເພິ່ນ​ຄື​ກັບ​ດວງ​ຕາເວັນ+ ແລະ​ຂາ​ຄື​ກັບ​ເສົາ​ໄຟ.  ທູດສະຫວັນ​ອົງ​ນັ້ນ​ຖື​ມ້ວນ​ໜັງສື​ນ້ອຍ​ໆ​ມ້ວນ​ໜຶ່ງ​ທີ່​ມາຍ​ຢູ່. ຕີນ​ເບື້ອງ​ຂວາ​ຂອງ​ເພິ່ນ​ຢຽບ​ຢູ່​ເທິງ​ທະເລ ແຕ່​ຕີນ​ເບື້ອງ​ຊ້າຍ​ຢຽບ​ແຜ່ນ​ດິນ.  ເພິ່ນ​ຮ້ອງ​ສຽງ​ດັງ​ຄື​ກັບ​ໂຕ​ສິງ​ແຜດ​ສຽງ​ຮ້ອງ.+ ຕອນ​ທີ່​ເພິ່ນ​ຮ້ອງ​ສຽງ​ດັງ ຂ້ອຍ​ກໍ​ໄດ້​ຍິນ​ສຽງຟ້າ​ຮ້ອງ​ທັງ​ເຈັດ+​ເວົ້າ.  ເມື່ອ​ຟ້າ​ຮ້ອງ​ທັງ​ເຈັດ​ເວົ້າ ຂ້ອຍ​ກຳລັງ​ຈະ​ຂຽນ​ໄວ້ ແຕ່​ກໍ​ໄດ້​ຍິນ​ສຽງ​ເວົ້າ​ຈາກ​ສະຫວັນ+​ວ່າ: “ສິ່ງ​ທີ່​ຟ້າ​ຮ້ອງ​ທັງ​ເຈັດ​ເວົ້າ ໃຫ້​ເກັບ​ໄວ້​ເປັນ​ຄວາມ​ລັບ ບໍ່​ຕ້ອງ​ຂຽນ​ເລື່ອງ​ເຫຼົ່າ​ນັ້ນ.”  ທູດສະຫວັນ​ທີ່​ຂ້ອຍ​ເຫັນ​ຢືນ​ກວມ​ລະຫວ່າງ​ທະເລ​ກັບ​ແຜ່ນ​ດິນ​ນັ້ນ​ໄດ້​ຍົກ​ມື​ເບື້ອງ​ຂວາ​ຂຶ້ນ​ຟ້າ.  ເພິ່ນ​ສາບານ​ໂດຍ​ອ້າງ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ+ ຜູ້​ສ້າງ​ຟ້າ​ກັບ​ສິ່ງ​ທີ່​ຢູ່​ເທິງ​ຟ້າ ໂລກ​ກັບ​ສິ່ງ​ທີ່​ຢູ່​ໃນ​ໂລກ ແລະ​ທະເລ​ກັບ​ສິ່ງ​ທີ່​ຢູ່​ໃນ​ທະເລ. ເພິ່ນ​ສາບານ​ວ່າ:+ “ພະເຈົ້າ​ຈະ​ບໍ່​ຊ້າ​ອີກ​ຕໍ່​ໄປ.  ເມື່ອ​ຮອດ​ມື້​ທີ່​ທູດສະຫວັນ​ອົງ​ທີ 7+ ເປົ່າ​ແກ+ ເລື່ອງ​ທີ່​ເປັນ​ຄວາມ​ລັບ​ສັກສິດ+​ກໍ​ຈະ​ເກີດຂຶ້ນ​ທຸກ​ຢ່າ​ງ. ຄວາມ​ລັບ​ນີ້​ເປັນ​ຂ່າວດີ​ທີ່​ພະເຈົ້າ​ບອກ​ທາດ​ຂອງ​ເພິ່ນ​ເຊິ່ງ​ກໍ​ແມ່ນ​ພວກ​ຜູ້​ພະຍາກອນ.”+  ສຽງ​ທີ່​ຂ້ອຍ​ໄດ້​ຍິນ​ຈາກ​ສະຫວັນ+​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: “ໄປ​ເອົາ​ມ້ວນ​ໜັງສື​ທີ່​ມາຍ​ຢູ່​ໃນ​ມື​ຂອງ​ທູດສະຫວັນ​ອົງ​ນັ້ນ​ທີ່​ຢືນ​ກວມ​ລະຫວ່າງ​ທະເລ​ກັບ​ແຜ່ນດິນ.”+  ຂ້ອຍ​ຈຶ່ງ​ໄປ​ຫາ​ທູດສະຫວັນ​ອົງ​ນັ້ນ​ແລະ​ຂໍ​ມ້ວນ​ໜັງສື​ນ້ອຍ​ໆ​ມ້ວນ​ນັ້ນ​ຈາກ​ເພິ່ນ. ເພິ່ນ​ບອກ​ຂ້ອຍ​ວ່າ: “ເອົາ​ໄປ​ແມ້ ແລ້ວ​ກິນ​ໃຫ້​ໝົດ.+ ມັນ​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ເຈັບ* ແຕ່​ມັນ​ຈະ​ຫວານ​ຄື​ນ້ຳ​ເຜີ້ງ​ຢູ່​ໃນ​ປາກ​ຂອງ​ເຈົ້າ.” 10  ຂ້ອຍ​ຈັບ​ເອົາ​ມ້ວນ​ໜັງສື​ນ້ອຍ​ໆ​ທີ່​ຢູ່​ມື​ຂອງ​ທູດສະຫວັນ​ມາ​ກິນ+ ແລ້ວມັນກໍ​ຫວານ​ຄື​ນ້ຳ​ເຜີ້ງ​ຢູ່​ໃນ​ປາກ​ຂ້ອຍ+ ແຕ່​ເມື່ອ​ກິນ​ໝົດ ທ້ອງ​ຂອງ​ຂ້ອຍ​ກໍ​ເຈັບ. 11  ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ບອກ​ວ່າ: “ເຈົ້າ​ຈະ​ຕ້ອງ​ພະຍາກອນ​ອີກ​ກ່ຽວກັບ​ຊົນຊາດ ປະເທດ ແລະ​ພາສາ​ຕ່າງ​ໆ​ ລວມ​ທັງ​ກະສັດ​ຫຼາຍ​ອົງ​ນຳ.”

ຂໍຄວາມໄຂເງື່ອນ

ຫຼື “ພັນ”
ແປ​ຕາມ​ໂຕ​ວ່າ “ຂົມ”