ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ 16:1-21

  • ຂັນ 7 ໜ່ວຍ​ທີ່​ມີ​ຄວາມ​ໃຈ​ຮ້າຍ​ຂອງ​ພະເຈົ້າ (1-21)

    • ເທ​ລົງ​ໃສ່​ໂລກ (2) ໃສ່​ທະເລ (3) ໃສ່​ແມ່​ນ້ຳ​ແລະ​ນ້ຳ​ພຸ​ຕ່າງ⁠​ໆ​ (4-7) ໃສ່​ຕາເວັນ (8, 9) ໃສ່​ບັນລັງ​ຂອງ​ສັດ​ຮ້າຍ (10, 11) ໃສ່​ແມ່​ນ້ຳ​ໃຫຍ່​ທີ່​ຊື່​ເອິຟາຣາດ (12-16) ແລະ​ໃສ່​ອາກາດ (17-21)

    • ສົງຄາມ​ຂອງ​ພະເຈົ້າ​ຢູ່​ອາມາເຄໂດນ (14, 16)

16  ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ດັງ​ໆ​ອອກ​ມາ​ຈາກ​ບ່ອນ​ບໍລິສຸດ+​ເວົ້າ​ກັບ​ທູດສະຫວັນ 7 ອົງ​ນັ້ນ​ວ່າ: “ໄປ​ເທ​ຂັນ 7 ໜ່ວຍ​ທີ່​ມີ​ຄວາມ​ໃຈຮ້າຍ​ຂອງ​ພະເຈົ້າ​ລົງ​ໃສ່​ໂລກ.”+  ທູດສະຫວັນ​ອົງ​ທີ 1 ກໍ​ອອກ​ໄປ​ແລະ​ເທ​ຂັນ​ຂອງ​ລາວ​ລົງ​ໃສ່​ໂລກ.+ ແລ້ວ​ຄົນ​ທີ່​ມີ​ເຄື່ອງ​ໝາຍ​ຂອງ​ສັດ​ຮ້າຍ+​ແລະ​ຄົນ​ທີ່​ຂາບ​ໄຫວ້​ຮູບປັ້ນ​ຂອງ​ມັນ+​ກໍ​ມີ​ບາດ​ເປື່ອຍ​ຮ້າຍ​ແຮງ​ເຕັມ​ໂຕ​ທີ່​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ.+  ທູດສະຫວັນ​ອົງ​ທີ 2 ເທ​ຂັນ​ລົງ​ໃສ່​ທະເລ.+ ແລ້ວ​ທະເລ​ກໍ​ກາຍ​ເປັນ​ເລືອດ+​ຄື​ກັບ​ເລືອດຂອງ​ຄົນ​ທີ່​ຖືກ​ຂ້າ ແລະ​ສິ່ງ​ທີ່​ມີ​ຊີວິດ​ທຸກ​ຢ່າງ​ໃນ​ທະເລ​ກໍ​ຕາຍ​ໝົດ.+  ທູດສະຫວັນ​ອົງ​ທີ 3 ເທ​ຂັນ​ລົງ​ໃສ່​ແມ່​ນ້ຳ​ແລະ​ນ້ຳ​ພຸ​ຕ່າງ​ໆ​.+ ນ້ຳ​ໃນ​ບ່ອນ​ເຫຼົ່າ​ນັ້ນ​ກໍ​ກາຍ​ເປັນ​ເລືອ​ດ.+  ຂ້ອຍ​ໄດ້​ຍິນ​ທູດສະຫວັນ​ທີ່​ມີ​ອຳນາດ​ເໜືອ​ນ້ຳ​ເວົ້າ​ວ່າ: “ພະເຈົ້າ​ຂອງ​ພວກ​ເຮົາ ຜູ້​ມີ​ຊີວິດ​ຢູ່​ຕອນນີ້ ມີ​ຊີວິດ​ຢູ່​ໃນ​ອະດີດ+ ແລະ​ເປັນ​ຜູ້​ພັກດີ+ ພະອົງ​ເຮັດ​ຖືກຕ້ອງ​ແລ້ວ​ທີ່​ຕັດສິນ​ແບບ​ນັ້ນ.+  ເຂົາເຈົ້າ​ເຮັດ​ໃຫ້​ຜູ້​ບໍລິສຸດ​ແລະ​ຜູ້​ພະຍາກອນ​ຕ້ອງ​ເສຍ​ເລືອດ+ ພະອົງ​ຈຶ່ງ​ໃຫ້​ເຂົາເຈົ້າ​ກິນ​ເລືອດ+​ເຊິ່ງ​ກໍ​ສົມຄວນ​ແລ້ວ.”+  ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ແທ່ນ​ບູຊາ​ເວົ້າ​ວ່າ: “ພະ​ເຢໂຫວາ*​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ+ ພະອົງ​ຕັດສິນ​ຢ່າງ​ຖືກຕ້ອງ​ແລະ​ຍຸຕິທຳ.”+  ທູດສະຫວັນ​ອົງ​ທີ 4 ເທ​ຂັນ​ລົງ​ໃສ່​ຕາເວັນ+​ຈຶ່ງ​ເຮັດ​ໃຫ້​ຕາເວັນ​ມີ​ພະລັງ​ທີ່​ຈະ​ເຜົາ​ຄົນ​ຈົນ​ແຫ້ມ.  ແສງ​ແດດ​ທີ່​ຮ້ອນ​ໆ​ເຜົາ​ຄົນ​ຈົນ​ແຫ້ມ ແຕ່​ເຂົາເຈົ້າ​ກໍ​ຍັງ​ໝິ່ນ​ປະໝາດ​ຊື່​ຂອງ​ພະເຈົ້າ​ຜູ້​ມີ​ອຳນາດ​ເຮັດ​ໃຫ້​ເກີດ​ໄພພິບັດ​ເຫຼົ່າ​ນີ້. ເຂົາເຈົ້າ​ບໍ່​ຍອມ​ກັບໃຈ​ແລະ​ບໍ່​ຍ້ອງຍໍ​ສັນລະເສີນ​ພະອົງ. 10  ທູດສະຫວັນ​ອົງ​ທີ 5 ເທ​ຂັນ​ລົງ​ໃສ່​ບັນລັງ​ຂອງ​ສັດ​ຮ້າຍ​ນັ້ນ. ແລ້ວ​ທຸກ​ບ່ອນ​ທີ່​ມັນ​ປົກຄອງ​ກໍ​ມືດ+​ແລະ​ຄົນ​ເລີ່ມ​ກັດ​ລີ້ນ​ຂອງ​ໂຕເອງ​ຍ້ອນ​ເຈັບ​ແຮງ. 11  ເຂົາເຈົ້າ​ໝິ່ນ​ປະໝາດ​ພະເຈົ້າ​ໃນ​ສະຫວັນ​ຍ້ອນ​ເຂົາເຈົ້າ​ເຈັບ​ປວດ​ແລະ​ມີ​ບາດ​ເປື່ອຍ. ເຂົາເຈົ້າ​ບໍ່​ໄດ້​ກັບໃຈ​ຈາກ​ການ​ກະທຳ​ຂອງ​ໂຕເອງ. 12  ທູດສະຫວັນ​ອົງ​ທີ 6 ເທ​ຂັນ​ລົງ​ໃສ່​ແມ່​ນ້ຳ​ໃຫຍ່​ທີ່​ຊື່​ເອິຟາຣາດ+​ແລະ​ແມ່​ນ້ຳ​ນັ້ນ​ກໍ​ແຫ້ງ+ ເຊິ່ງ​ເປັນ​ການ​ກຽມ​ທາງ​ໄວ້​ສຳລັບ​ພວກ​ກະສັດ+​ທີ່​ມາ​ຈາກ​ທິດ​ຕາເວັນ​ອອກ. 13  ແລ້ວ​ຂ້ອຍ​ກໍ​ເຫັນ​ຄຳເວົ້າ 3 ຢ່າງ​ທີ່​ບໍ່​ສະອາດ​ເຊິ່ງ​ເກີດ​ຈາກ​ການ​ດົນໃຈ. ຄຳເວົ້າ​ເຫຼົ່າ​ນັ້ນ​ເບິ່ງ​ຄື​ກັບ​ກົບ​ແລະ​ອອກ​ມາ​ຈາກ​ປາກ​ພະຍານາກ+ ປາກ​ສັດ​ຮ້າຍ ແລະ​ປາກ​ຜູ້​ພະຍາກອນ​ປອມ. 14  ທີ່ຈິງ ຄຳເວົ້າ​ເຫຼົ່າ​ນັ້ນ​ເປັນ​ຄຳເວົ້າ​ທີ່​ພວກ​ປີສາດ​ດົນໃຈ​ໃຫ້​ເວົ້າ​ແລະ​ເຮັດ​ໃຫ້​ເກີດ​ສິ່ງ​ອັດສະຈັນ​ຕ່າງ​ໆ​.+ ຄຳເວົ້າ​ເຫຼົ່າ​ນັ້ນ​ໄປ​ຮອດ​ກະສັດ​ຢູ່​ທົ່ວ​ໂລກ ເພື່ອ​ໃຫ້​ເຂົາເຈົ້າ​ມາ​ລວມ​ກັນ​ສຳລັບ​ສົງຄາມ+​ໃນ​ວັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸ​ດ.+ 15  ແລ້ວ​ກໍ​ມີ​ສຽງ​ເວົ້າ​ວ່າ: “ລະວັງ​ເດີ້! ຂ້ອຍ​ຈະ​ມາ​ຄື​ກັບ​ຂີ້​ລັກ​ມາ.+ ຄົນ​ທີ່​ຕື່ນ​ໂຕ​ຢູ່​ສະເໝີ+​ແລະ​ຮັກສາ​ເສື້ອ​ຄຸມ​ໄວ້​ກໍ​ມີ​ຄວາມ​ສຸກ ຍ້ອນ​ລາວ​ຈະ​ບໍ່​ຕ້ອງ​ຍ່າງ​ປະໂປ້​ແລະ​ບໍ່​ຕ້ອງ​ອັບອາຍ​ຕໍ່​ໜ້າ​ຄົນ​ອື່ນ.”+ 16  ແລ້ວ​ຄຳເວົ້າ​ເຫຼົ່າ​ນັ້ນ​ກໍ​ເຮັດ​ໃຫ້​ກະສັດ​ຢູ່​ທົ່ວ​ໂລກ​ມາ​ລວມ​ກັນ​ຢູ່​ບ່ອນ​ທີ່​ມີ​ຊື່​ໃນ​ພາສາ​ເຮັບເຣີ​ວ່າ​ອາມາເຄໂດນ.*+ 17  ທູດສະຫວັນ​ອົງ​ທີ 7 ເທ​ຂັນ​ລົງ​ໃສ່​ອາກາດ. ແລ້ວ​ກໍ​ມີ​ສຽງ​ດັງ​ມາ​ຈາກ​ບັນລັງ​ໃນ​ບ່ອນ​ບໍລິສຸດ+​ວ່າ: “ສຳເລັດ​ແລ້ວ!” 18  ແລ້ວ​ກໍ​ມີ​ຟ້າ​ແມບ ສຽງ​ເວົ້າ ສຽງ​ຟ້າ​ຮ້ອງ ແລະ​ແຜ່ນດິນ​ໄຫວ​ຄັ້ງ​ໃຫຍ່​ແບບ​ທີ່​ບໍ່​ເຄີຍ​ເກີດຂຶ້ນ​ຈັກ​ເທື່ອ​ຕັ້ງແຕ່​ມີ​ມະນຸດ​ໃນ​ໂລກ.+ ແຜ່ນດິນ​ໄຫວ​ເທື່ອ​ນີ້​ກວ້າງ​ໃຫຍ່​ແລະ​ຮຸນແຮງ​ຫຼາຍ​ແທ້​ໆ​. 19  ເມືອງ​ໃຫຍ່​ນັ້ນ+​ແຍກ​ເປັນ 3 ສ່ວນ. ເມືອງ​ໃນ​ປະເທດ​ຕ່າງ​ໆ​ກໍ​ພັງ​ພິນາດ ແລະ​ພະເຈົ້າ​ບໍ່​ລືມ​ສິ່ງ​ທີ່​ເມືອງ​ບາບີໂລນ​ໃຫຍ່+​ເຮັດ. ເພິ່ນ​ຈຶ່ງ​ຍື່ນ​ຈອກ​ເຫຼົ້າແວງ​ທີ່​ໝາຍເຖິງ​ຄວາມ​ໃຈຮ້າຍ​ຂອງ​ເພິ່ນ​ໃຫ້​ເມືອງ​ນັ້ນ​ກິນ.+ 20  ເກາະ​ທຸກ​ເກາະ​ກໍຫາຍ​ໄປ​ແລະ​ພູ​ຕ່າງ​ໆ​ກໍ​ບໍ່​ເຫຼືອ.+ 21  ຈາກນັ້ນ ມີ​ໝາກ​ເຫັບ​ຮ່າ​ໃຫຍ່​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ຄົນ.+ ໝາກ​ເຫັບແຕ່​ລະ​ກ້ອນ​ໜັກ 1 ຕະລັນ.* ຄົນ​ພາກັນ​ໝິ່ນ​ປະໝາດ​ພະເຈົ້າ ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກ​ເຫັບ+​ເທື່ອ​ນີ້​ຮ້າຍ​ແຮງ​ຫຼາຍ​ແທ້​ໆ​.

ຂໍຄວາມໄຂເງື່ອນ

ຄຳ​ພາສາ​ກຣີກ​ແມ່ນ​ຮາມາເກໂດນ ມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ພູ​ເມກິດໂດ”
1 ຕະລັນ​ຂອງ​ຄົນ​ກຣີກ​ໜັກ​ເທົ່າ​ກັບ 20,4 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.