ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ 8:1-13

  • ກາ​ຈ້ຳ​ທີ 7 ຖືກ​ແກະ​ອອກ (1-6)

  • ການ​ເປົ່າ​ແກ 4 ອັນ​ທຳອິດ (7-12)

  • ປະກາດ 3 ເທື່ອ​ວ່າ​ຈະ​ມີ​ຄວາມ​ເດືອດຮ້ອນ (13)

8  ເມື່ອ​ແກະ​ນ້ອຍ​ຂອງ​ພະເຈົ້າ+​ແກະ​ກາຈ້ຳ​ອັນທີ 7+ ສະຫວັນ​ກໍ​ງຽບ​ປະມານ​ເຄິ່ງ​ຊົ່ວໂມງ.  ແລ້ວ​ຂ້ອຍ​ກໍ​ເຫັນ​ທູດສະຫວັນ 7 ອົງ+​ຢືນ​ຢູ່​ຕໍ່​ໜ້າ​ພະເຈົ້າ ແລະ​ເພິ່ນ​ເອົາ​ແກ 7 ອັນ​ໃຫ້​ເຂົາເຈົ້າ.  ມີ​ທູດສະຫວັນ​ອີກ​ອົງ​ໜຶ່ງ​ຢືນ​ຢູ່​ຂ້າງ​ແທ່ນ​ບູຊາ.+ ລາວ​ຖື​ແນວ​ເຜົາ​ເຄື່ອງຫອມ​ທີ່​ເປັນຄຳ. ລາວ​ໄດ້​ຮັບ​ເຄື່ອງຫອມ​ບັກ​ຫຼາຍ​ໆ​+​ເພື່ອ​ຈະ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ​ຄຳ+​ທີ່​ຢູ່​ຕໍ່​ໜ້າ​ບັນລັງ​ຕອນ​ທີ່​ພວກ​ຜູ້​ບໍລິສຸດ​ອະທິດຖານ.  ຄວັນ​ຂອງ​ເຄື່ອງຫອມ​ໃນ​ມື​ທູດສະຫວັນ​ອົງ​ນັ້ນ​ກັບ​ຄຳ​ອະທິດຖານ+​ຂອງ​ພວກ​ຜູ້​ບໍລິສຸດ​ໄດ້​ລອຍ​ຂຶ້ນ​ໄປ​ຕໍ່​ໜ້າ​ພະເຈົ້າ.  ຈາກນັ້ນ ທູດສະຫວັນ​ອົງ​ນັ້ນ​ກໍ​ເອົາ​ແນວ​ເຜົາ​ເຄື່ອງຫອມ​ໄປ​ໃສ່​ຖ່ານ​ໄຟ*​ທີ່​ຢູ່​ແທ່ນ​ບູຊາ​ຈົນ​ເຕັມ​ແລ້ວ​ຖິ້ມ​ລົງ​ມາ​ໃສ່​ໂລກ ຈຶ່ງ​ເຮັດ​ໃຫ້​ເກີດ​ສຽງ​ຟ້າ​ຮ້ອງ ສຽງ​ເວົ້າ ຟ້າ​ແມບ+ ແລະ​ແຜ່ນດິນ​ໄຫວ.  ສ່ວນ​ທູດສະຫວັນ 7 ອົງ​ທີ່​ມີ​ແກ 7 ອັນ+​ກໍ​ກຽມ​ເປົ່າ​ແກ.  ເມື່ອ​ທູດສະຫວັນ​ອົງ​ທີ 1 ເປົ່າ​ແກ ໝາກ​ເຫັບ​ແລະ​ໄຟ​ປົນ​ກັບ​ເລືອດ​ກໍ​ຖືກ​ຖິ້ມ​ລົງ​ມາ​ໃສ່​ໂລກ.+ ແລ້ວ 1 ໃນ 3 ສ່ວນ​ຂອງ​ໂລກ​ກໍ​ຖືກ​ຈູດ. 1 ໃນ 3 ສ່ວນ​ຂອງ​ຕົ້ນໄມ້​ກໍ​ຖືກ​ຈູດ ແລະ​ພືດ​ສີ​ຂຽວ​ທັງໝົດ​ກໍ​ຖືກ​ຈູດ​ຄື​ກັນ.+  ເມື່ອ​ທູດສະຫວັນ​ອົງ​ທີ 2 ເປົ່າ​ແກ ສິ່ງ​ໜຶ່ງ​ທີ່​ຄື​ກັບ​ພູ​ໜ່ວຍ​ໃຫຍ່​ໆ​ທີ່​ມີ​ໄຟ​ລຸກ​ຢູ່​ກໍ​ຖືກ​ຖິ້ມ​ລົງ​ໃນ​ທະເລ+ ແລ້ວ 1 ໃນ 3 ສ່ວນ​ຂອງ​ທະເລ​ກໍ​ກາຍ​ເປັນ​ເລືອດ.+  1 ໃນ 3 ສ່ວນ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ໃນ​ທະເລ​ກໍ​ຕາຍ​ໝົດ+ ແລະ 1 ໃນ 3 ສ່ວນ​ຂອງ​ເຮືອ​ທັງໝົດ​ທີ່​ຢູ່​ທະເລ​ກໍ​ຈົມ. 10  ເມື່ອ​ທູດສະຫວັນ​ອົງ​ທີ 3 ເປົ່າ​ແກ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ລຸກ​ຢູ່​ຄື​ກັບ​ໂຄມ​ໄຟ​ກໍ​ຕົກ​ຈາກ​ເທິງ​ຟ້າ​ລົງ​ມາ​ໃສ່ 1 ໃນ 3 ສ່ວນ​ຂອງ​ແມ່​ນ້ຳ​ຕ່າງ​ໆ​ແລະ​ຂອງ​ນ້ຳ​ພຸ​ຕ່າງ​ໆ​.+ 11  ດາວ​ດວງ​ນັ້ນ​ຊື່​ເຄືອ​ເຂົາຮໍ. ເຄືອ​ເຂົາຮໍ​ນັ້ນ​ເຮັດ​ໃຫ້ 1 ໃນ 3 ສ່ວນ​ຂອງ​ນ້ຳ​ຂົມ ແລະ​ຄົນ​ບັກ​ຫຼາຍ​ໆ​ກໍ​ຕາຍ​ຍ້ອນ​ນ້ຳ​ຂົມ​ນັ້ນ.+ 12  ເມື່ອ​ທູດສະຫວັນ​ອົງ​ທີ 4 ເປົ່າ​ແກ 1 ໃນ 3 ສ່ວນ​ຂອງ​ຕາເວັນ+ 1 ໃນ 3 ສ່ວນ​ຂອງ​ເດືອນ ແລະ 1 ໃນ 3 ສ່ວນ​ຂອງ​ດາວ​ຕ່າງ​ໆ​ກໍ​ຖືກ​ເຮັດ​ໃຫ້​ມືດ.+ 1 ໃນ 3 ສ່ວນ​ຂອງ​ກາງເວັນ​ກໍ​ບໍ່​ມີ​ແສງ​ສະຫວ່າງ​ແລະ​ກາງຄືນ​ກໍ​ຄື​ກັນ. 13  ແລ້ວ​ຂ້ອຍ​ກໍ​ເຫັນ​ແລະ​ໄດ້​ຍິນ​ນົກ​ອິນຊີ​ໂຕ​ໜຶ່ງ​ທີ່​ບິນ​ຢູ່​ເທິງ​ຟ້າ​ເວົ້າ​ສຽງ​ດັງ​ວ່າ: “ຄົນ​ໃນໂລກຈະ​ຕ້ອງ​ເດືອດຮ້ອນ ເດືອດຮ້ອນ ເດືອດຮ້ອນ+ ຍ້ອນ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ເມື່ອ​ທູດສະຫວັນ​ອີກ 3 ອົງ​ເປົ່າ​ແກ!”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ໄຟ”