ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ 9:1-21

  • ການ​ເປົ່າ​ແກ​ອັນ​ທີ 5 (1-11)

  • ຄວາມ​ເດືອດຮ້ອນ​ຢ່າງ​ໜຶ່ງ​ຜ່ານ​ໄປ ອີກ 2 ຢ່າງ​ກຳລັງ​ຈະ​ມາ (12)

  • ການ​ເປົ່າ​ແກ​ອັນ​ທີ 6  (13-21)

9  ເມື່ອ​ທູດສະຫວັນ​ອົງ​ທີ 5 ເປົ່າ​ແກ+ ຂ້ອຍ​ເຫັນ​ດາວ​ດວງ​ໜຶ່ງ​ທີ່​ເຄີຍ​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ໂລກ. ແລ້ວ​ພະເຈົ້າ​ກໍ​ເອົາ​ລູກ​ກະແຈ​ຂອງ​ເຫວ​ເລິກ+​ໃຫ້​ດາວ​ດວງ​ນັ້ນ.  ເມື່ອ​ດາວ​ດວງ​ນັ້ນ​ເປີດ​ເຫວ​ເລິກ ກໍ​ມີ​ຄວັນ​ລອຍ​ຂຶ້ນ​ມາ​ຈາກ​ເຫວ​ນັ້ນ​ຄື​ກັບ​ຄວັນ​ຈາກ​ເຕົາ​ໄຟ​ໃຫຍ່. ດວງ​ຕາເວັນ​ແລະ​ທ້ອງຟ້າ​ກໍ​ມືດ+​ຍ້ອນ​ຄວັນ​ນັ້ນ.  ແລ້ວ​ຝູງ​ຕັກກະແຕນ​ກໍ​ອອກ​ຈາກ​ຄວັນ​ນັ້ນ​ມາ​ໃນ​ໂລກ.+ ພວກ​ມັນ​ໄດ້​ຮັບ​ອຳນາດ​ຄື​ກັບ​ແມງງອດ​ທີ່​ຢູ່​ໃນ​ໂລກ​ໄດ້​ຮັບ​ອຳນາດ.  ພວກ​ມັນ​ໄດ້​ຮັບ​ຄຳ​ສັ່ງ​ບໍ່​ໃຫ້​ສ້າງ​ຄວາມ​ເສຍຫາຍ​ຕໍ່​ພືດ​ຜັກ​ໃນ​ໂລກ ຫຼື​ຕົ້ນໄມ້​ໃບ​ຫຍ້າ ແຕ່​ໃຫ້​ທຳຮ້າຍ​ສະເພາະ​ຄົນ​ທີ່​ບໍ່​ມີກາ​ຈ້ຳຂອງ​ພະເຈົ້າ​ຢູ່​ໜ້າ​ຜາກ.+  ຝູງ​ຕັກກະແຕນ​ນັ້ນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າ​ຄົນ​ເຫຼົ່າ​ນັ້ນ ແຕ່​ໃຫ້​ທໍລະມານ​ເຂົາເຈົ້າ 5 ເດືອນ ແລະ​ຄວາມ​ທຸກ​ທໍລະມານ​ຂອງ​ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ຄວາມ​ທຸກ​ທໍລະມານ​ຂອງ​ຄົນ​ທີ່​ຖືກ​ແມງງອດ​ຕອດ.+  ໃນ​ຕອນ​ນັ້ນ ຄົນ​ຈະ​ຊອກ​ຫາ​ວິທີ​ຕາຍ ແຕ່​ກໍ​ຊອກ​ບໍ່​ໄດ້. ເຂົາເຈົ້າ​ຢາກ​ຕາຍ ແຕ່​ກໍ​ບໍ່​ຕາຍ​ຈັກ​ເທື່ອ.  ຮູບຮ່າງ​ຂອງ​ຕັກກະແຕນ​ຄື​ກັບ​ມ້າ​ທີ່​ພ້ອມ​ຈະ​ອອກ​ໄປ​ສູ້ຮົບ.+ ເທິງ​ຫົວ​ຂອງ​ພວກ​ມັນ​ມີ​ສິ່ງ​ທີ່​ເບິ່ງ​ຄື​ກັບ​ມົງກຸດ​ຄຳ​ແລະ​ໜ້າ​ຂອງ​ພວກ​ມັນ​ຄື​ກັບ​ໜ້າ​ຄົນ.  ພວກ​ມັນ​ມີ​ຜົມ​ຄື​ກັບ​ຜົມ​ຂອງ​ຜູ້​ຍິງ ມີ​ແຂ້ວ​ຄື​ກັບ​ແຂ້ວ​ສິງ+  ແລະ​ໃສ່​ເສື້ອ​ເກາະ​ທີ່​ເປັນ​ເຫຼັກ. ສຽງ​ປີກ​ຂອງ​ພວກ​ມັນ​ຄື​ກັບ​ສຽງ​ລົດ​ມ້າ​ທີ່​ຟ້າວ​ອອກ​ໄປ​ສູ້ຮົບ.+ 10  ຫາງ​ຂອງ​ພວກ​ມັນ​ມີ​ໄລ​ຄື​ກັບ​ຫາງ​ຂອງ​ແມງງອດ ແລະ​ມີ​ອຳນາດ​ທຳຮ້າຍ​ຄົນ​ດົນ​ຮອດ 5 ເດືອນ.+ 11  ພວກ​ມັນ​ມີ​ກະສັດ​ອົງ​ໜຶ່ງ​ທີ່​ເປັນ​ທູດ​ຂອງ​ເຫວ​ເລິກ.+ ເພິ່ນ​ມີ​ຊື່​ໃນ​ພາສາ​ເຮັບເຣີ​ວ່າ​ອາບັດໂດນ* ແຕ່​ຊື່​ໃນ​ພາສາ​ກຣີກ​ແມ່ນ​ອາໂປລິໂອນ.* 12  ຄວາມ​ເດືອດຮ້ອນ​ຢ່າງ​ໜຶ່ງ​ຜ່ານ​ໄປ​ແລ້ວ. ຖ້າ​ເບິ່ງ​ເດີ້! ຄວາມ​ເດືອດຮ້ອນ​ອີກ 2 ຢ່າງ+​ກຳລັງ​ຈະ​ມາ. 13  ເມື່ອ​ທູດສະຫວັນ​ອົງ​ທີ 6+ ເປົ່າ​ແກ+ ຂ້ອຍ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ແຈ*​ແທ່ນ​ບູຊາ​ຄຳ+​ທີ່​ຢູ່​ຕໍ່​ໜ້າ​ພະເຈົ້າ. 14  ສຽງ​ນັ້ນ​ບອກ​ທູດສະຫວັນ​ອົງ​ທີ 6 ທີ່​ມີ​ແກ​ວ່າ: “ແກ້​ມັດ​ທູດສະຫວັນ 4 ອົງ​ທີ່​ຖືກ​ມັດ​ໄວ້​ຢູ່​ແມ່​ນ້ຳ​ໃຫຍ່​ເອິຟາຣາດ.”+ 15  ທູດສະຫວັນ 4 ອົງ​ນັ້ນ​ກໍ​ຖືກ​ແກ້​ມັດ. ເຂົາເຈົ້າ​ຖືກ​ກຽມ​ໄວ້​ພ້ອມ​ສຳລັບ​ຊົ່ວໂມງ​ນີ້ ມື້​ນີ້ ເດືອນ​ນີ້ ແລະ​ປີ​ນີ້​ເພື່ອ​ຈະ​ຂ້າ​ຄົນ 1 ໃນ 3 ສ່ວນ. 16  ຂ້ອຍ​ໄດ້​ຍິນ​ວ່າ​ກອງ​ທະຫານ​ມ້າ​ມີ​ຈຳນວນ 20.000 ຄູນ 10.000.* 17  ໃນ​ນິມິດ​ນັ້ນ​ຂ້ອຍ​ເຫັນ​ມ້າ​ກັບ​ຄົນ​ທີ່​ຂີ່​ມ້າ​ເປັນ​ຈັ່ງ​ຊີ້. ຄົນ​ຂີ່​ມ້າ​ໃສ່​ເສື້ອ​ເກາະ​ທີ່​ມີ​ສີ​ແດງ​ສົດ ສີ​ຟ້າ ແລະ​ສີ​ເຫຼືອ​ງ. ຫົວ​ຂອງ​ມ້າ​ຄື​ກັບ​ຫົວ​ສິງ+ ແລະ​ມີ​ໄຟ ມີ​ຄວັນ​ກັບ​ມາດ​ອອກ​ມາ​ຈາກ​ປາກ​ຂອງ​ພວກ​ມັນ. 18  ຄົນ 1 ໃນ 3 ສ່ວນ​ຖືກ​ຂ້າ​ຍ້ອນ​ໄພພິບັດ 3 ຢ່າງ​ນີ້: ໄຟ ຄວັນ ແລະ​ມາດ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ມ້າ​ເຫຼົ່າ​ນັ້ນ. 19  ມ້າ​ເຫຼົ່າ​ນັ້ນ​ມີ​ອຳນາດ​ຢູ່​ປາກ​ແລະ​ຫາ​ງ. ຫາງ​ຂອງ​ພວກ​ມັນ​ຄື​ກັບ​ງູ​ທີ່​ມີ​ຫົວ ແລະ​ພວກ​ມັນ​ໃຊ້​ຫາງ​ເພື່ອ​ທຳຮ້າຍ​ຄົນ. 20  ແຕ່​ຄົນ​ອື່ນ​ໆ​ທີ່​ລອດ​ຈາກ​ໄພພິບັດ​ເຫຼົ່າ​ນັ້ນ​ບໍ່​ໄດ້​ກັບໃຈ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ. ເຂົາເຈົ້າ​ບໍ່​ເຊົາຂາບ​ໄຫວ້ພວກ​ປີສາດ​ແລະ​ຮູບ​ບູຊາ​ທີ່​ເຮັດ​ດ້ວຍ​ຄຳ ເງິນ ທອງແດງ ຫີນ ແລະ​ໄມ້ ເຊິ່ງ​ເບິ່ງ​ບໍ່​ເຫັນ ບໍ່​ໄດ້​ຍິນ ແລະ​ຍ່າງ​ກໍ​ບໍ່​ໄດ້.+ 21  ເຂົາເຈົ້າ​ບໍ່​ໄດ້​ກັບໃຈ​ຈາກ​ການ​ຂ້າ​ຄົນ ການ​ຫຼິ້ນໄສຍະສາດ ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ* ແລະ​ການ​ລັກ.

ຂໍຄວາມໄຂເງື່ອນ

ແປ​ວ່າ “ການ​ທຳລາຍ”
ແປ​ວ່າ “ຜູ້​ທຳລາຍ”
ທັງ​ສີ່​ແຈ​ຂອງ​ແທ່ນ​ບູຊາ​ມີ​ລັກສະນະ​ຄື​ກັບ​ເຂົາ​ສັດ
200 ລ້ານ
ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.