ພະບັນຍັດ 1:1-46

  • ອອກ​ຈາກ​ພູ​ໂຮເຣັບ (1-8)

  • ແຕ່ງຕັ້ງ​ພວກ​ຫົວ​ໜ້າ​ແລະ​ພວກ​ຜູ້ຕັດສິນ (9-18)

  • ການ​ບໍ່​ເຊື່ອ​ຟັງ​ຢູ່​ກາເດັດ​ບາ​ເນອາ (19-46)

    • ພວກ​ອິດສະຣາເອນ​ບໍ່​ຍອມ​ຂຶ້ນ​ໄປ​ແຜ່ນດິນ​ນັ້ນ (26-33)

    • ພວກ​ອິດສະຣາເອນ​ບໍ່​ຊະນະ​ພວກ​ການາອານ (41-46)

1  ຕໍ່​ໄປ​ນີ້​ແມ່ນ​ເລື່ອງ​ທີ່​ໂມເຊ​ເວົ້າ​ກັບ​ພວກ​ອິດສະຣາເອນ​ຢູ່​ບ່ອນ​ກັນດານ​ໃກ້​ໆ​ກັບ​ແມ່​ນ້ຳ​ຈໍແດນ. ບ່ອນ​ກັນດານ​ນັ້ນ​ຢູ່ກົງ​ກັນ​ຂ້າມກັບ​ຊູຟະ ເຊິ່ງ​ຢູ່​ລະຫວ່າງ​ປາຣານ ໂຕເຟັນ ລາບານ ຮາເຊໂຣດ ແລະ​ດີຊາຮັບ.  ການ​ເດີນ​ທາງ​ຕາມ​ເຂດ​ພູ​ເສອີ​ຈາກ​ໂຮເຣັບ​ໄປ​ຈົນ​ຮອດ​ກາເດັດບາເນອາ+ໃຊ້​ເວລາ 11 ມື້.  ໃນ​ວັນ​ທີ 1 ເດືອນ​ທີ 11 ຂອງ​ປີ​ທີ 40+ ຫຼັງຈາກ​ອອກ​ຈາກ​ເອຢິບ ໂມເຊ​ເວົ້າ​ກັບ​ພວກ​ອິດສະຣາເອນ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ລາວ  ຫຼັງ​ຈາກ​ທີ່ລາວ​ຊະນະ*ສີ​ໂຮນ+​ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ ແລະ​ໂອກ+​ກະສັດ​ຂອງ​ບາຊານ​ທີ່​ຢູ່​ອັດຊະເຕຣາດ​ໃນ​ເອັດເຣອີ.+  ຢູ່​ທີ່​ແຜ່ນດິນ​ໂມອາບ​ໃກ້​ໆ​ກັບ​ແມ່​ນ້ຳ​ຈໍແດນ​ນີ້ ໂມເຊ​ໄດ້​ອະທິບາຍ​ກົດ​ໝາຍ+​ຂອງ​ພະເຈົ້າ​ດັ່ງ​ຕໍ່​ໄປ​ນີ້:  “ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ເວົ້າ​ກັບ​ພວກ​ເຮົາຢູ່​ໂຮເຣັບວ່າ ‘ພວກ​ເຈົ້າ​ຢູ່​ເຂດ​ພູ​ນີ້​ດົນ​ແລ້ວ.+  ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ເຂດ​ພູ​ຂອງ​ຄົນ​ອາໂມ+ແລະ​ເຂົ້າ​ໄປ​ໃນເຂດ​ທີ່​ຢູ່​ໃກ້​ໆ​ຫັ້ນຄື: ເຂດ​ອາຣາບາ+ ເຂດ​ທີ່​ມີ​ພູ​ຫຼາຍ​ໜ່ວຍ ເຂດ​ເຊເຟລາ ເຂດ​ເນເກັບ* ແລະ​ເຂດ​ແຄມ​ຝັ່ງ​ທະເລ.+ ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ຄົນ​ການາອານ​ໄປ​ຈົນ​ຮອດ​ເຂດ​ພູ​ເລບານອນ+​ແລະ​ແມ່​ນ້ຳ​ໃຫຍ່​ເອິຟາຣາດ.+  ເຮົາ​ຈະເອົາ​ແຜ່ນດິນທີ່​ພວກ​ເຈົ້າ​ເຫັນ​ໃຫ້​ພວກ​ເຈົ້າ. ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ແລະ​ຍຶດ​ເອົາ​ແຜ່ນດິນ​ນັ້ນ ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ອັບຣາຮາມ ອີຊາກ+ ແລະ​ຢາໂຄບ+ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ວ່າ​ຈະ​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ເຂົາ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ.’+  ຂ້ອຍ​ເຄີຍ​ບອກ​ພວກ​ເຈົ້າ​ວ່າ ‘ຂ້ອຍ​ຄົນ​ດຽວ​ເບິ່ງ​ແຍງ​ພວກ​ເຈົ້າບໍ່​ໄຫວ.+ 10  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຈຳນວນ​ຫຼາຍ ແລະ​ຕອນ​ນີ້​ພວກ​ເຈົ້າ​ກໍ​ມີ​ຫຼາຍ​ຄື​ກັບ​ດາວ​ຢູ່​ເທິງ​ຟ້າ.+ 11  ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າມີ​ຈຳນວນ​ຫຼາຍ​ຂຶ້ນ+ອີກ​ພັນ​ເທົ່າ ແລະ​ຂໍ​ໃຫ້​ເພິ່ນ​ອວຍພອນ​ພວກ​ເຈົ້າ​ຄື​ກັບ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້.+ 12  ແຕ່​ໃຫ້​ຂ້ອຍ​ຄົນ​ດຽວ​ເບິ່ງ​ແຍງ​ພວກ​ເຈົ້າ ຊ່ວຍເຫຼືອ​ພວກ​ເຈົ້າ ແລະ​ຟັງ​ພວກ​ເຈົ້າ​ຈົ່ມ​ຄື​ຊິບໍ່​ໄຫວ​ດອກ.+ 13  ໃຫ້​ເລືອກ​ຄົນ​ສະຫຼາດ ສຸຂຸມ ແລະ​ມີ​ປະສົບການ​ຈາກ​ຕະກູນ​ຂອງ​ພວກ​ເຈົ້າ. ຂ້ອຍ​ຈະ​ແຕ່ງຕັ້ງ​ເຂົາ​ເຈົ້າ​ໃຫ້​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ພວກ​ເຈົ້າ.’+ 14  ພວກ​ເຈົ້າ​ກໍ​ພາກັນ​ຕອບ​ວ່າ ‘ພວກ​ເຮົາ​ເຫັນ​ດີ​ກັບ​ທ່ານ.’ 15  ຂ້ອຍກໍ​ເລີຍເລືອກ​ເອົາ​ຄົນ​ສະຫຼາດ​ແລະ​ມີ​ປະສົບການ​ຈາກ​ຕະກູນ​ຕ່າງ​ໆ​ມາ ແລ້ວ​ແຕ່ງຕັ້ງ​ເຂົາ​ເຈົ້າ​ໃຫ້​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ພັນ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ຮ້ອຍ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ຫ້າ​ສິບ​ຄົນ ຫົວ​ໜ້າ​ເບິ່ງ​ແຍງ​ສິບ​ຄົນ ແລະ​ຫົວ​ໜ້າ​ອື່ນ​ໆ​ໃນ​ຕະກູນ​ຕ່າງ​ໆ​.+ 16  ຕອນ​ນັ້ນ ຂ້ອຍ​ສັ່ງ​ພວກ​ຜູ້ຕັດສິນ​ວ່າ ‘ຕອນ​ທີ່​ພວກ​ເຈົ້າ​ຕັດສິນ​ຄະດີ ໃຫ້​ຕັດສິນ​ຢ່າງ​ຍຸຕິທຳ+ ບໍ່​ວ່າ​ຈະ​ເປັນ​ຄະດີ​ຂອງ​ຄົນ​ອິດສະຣາເອນ​ນຳ​ກັນ ຫຼື​ຄະດີ​ຂອງ​ຄົນ​ອິດສະຣາເອນ​ກັບ​ຄົນ​ຕ່າງ​ຊາດ.+ 17  ຢ່າ​ເຂົ້າ​ຂ້າງ​ຜູ້​ໃດ.+ ໃຫ້​ຟັງ​ທັງຄົນ​ທຳມະດາແລະ​ຄົນ​ທີ່​ມີຕຳແໜ່ງ.+ ຢ່າ​ຢ້ານ​ຜູ້​ໃດ+ ເພາະ​ຕອນ​ທີ່​ພວກ​ເຈົ້າ​ຕັດສິນ​ຄະດີ ພວກ​ເຈົ້າເປັນ​ຕົວແທນຂອງ​ພະເຈົ້າ.+ ຖ້າ​ຄະດີ​ໃດ​ຍາກ​ກໍ​ເອົາ​ມາ​ໃຫ້​ຂ້ອຍ​ຕັດສິນ.’+ 18  ຕອນ​ນັ້ນ ຂ້ອຍ​ໄດ້​ສັ່ງ​ໃຫ້​ທຸກ​ຄົນ​ເຮັດ​ທຸກ​ຢ່າງ​ທີ່​ຄວນ​ເຮັດ. 19  ແລ້ວ​ພວກ​ເຮົາ​ກໍ​ອອກ​ເດີນ​ທາງ​ຈາກ​ໂຮເຣັບ​ຜ່ານ​ບ່ອນ​ກັນດານ​ທີ່​ກວ້າງ​ໃຫຍ່​ແລະ​ເປັນ​ຕາ​ຢ້ານ+ ຄື​ກັບ​ທີ່​ພວກ​ເຈົ້າ​ເຫັນ​ຕອນ​ທີ່​ຍ່າງ​ຜ່ານ​ເຂດ​ພູ​ຂອງ​ພວກ​ອາໂມ+ ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ໄດ້​ສັ່ງ ແລະ​ໃນ​ທີ່​ສຸດ​ພວກ​ເຮົາ​ກໍ​ໄປ​ຮອດ​ກາເດັດບາເນອາ.+ 20  ຂ້ອຍ​ເວົ້າ​ກັບ​ພວກ​ເຈົ້າ​ວ່າ ‘ພວກ​ເຈົ້າ​ມາ​ຮອດ​ເຂດ​ພູ​ຂອງ​ພວກ​ອາໂມ​ເຊິ່ງ​ເປັນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ຈະ​ເອົາ​ໃຫ້​ພວກ​ເຮົາ. 21  ພະ​ເຢໂຫວາ​ໄດ້​ເອົາ​ແຜ່ນດິນ​ນີ້​ໃຫ້​ພວກ​ເຈົ້າ​ແລ້ວ. ໃຫ້​ພວກ​ເຈົ້າ​ຂຶ້ນ​ໄປ​ຍຶດ​ເອົາ​ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ໄດ້​ບອກ​ໄວ້.+ ຢ່າຊູ່​ຢ້ານ.’ 22  ແຕ່​ພວກ​ເຈົ້າ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ ‘ໃຫ້​ພວກ​ເຮົາ​ສົ່ງ​ຄົນ​ໄປ​ສອດແນມ​ແຜ່ນດິນ​ນັ້ນ​ກ່ອນ ເພື່ອ​ຊິ​ຮູ້​ວ່າ​ຊິ​ໄປ​ທາງ​ໃດ ແລະ​ເມືອງ​ຕ່າງ​ໆ​ທີ່​ພວກ​ເຮົາ​ຊິ​ໄປ​ນັ້ນ​ເປັນ​ແນວ​ໃດ.’+ 23  ຂ້ອຍ​ກໍ​ເຫັນ​ດີ​ນຳ​ພວກ​ເຈົ້າ. ຂ້ອຍ​ຈຶ່ງ​ເລືອກ​ຜູ້​ຊາຍ​ຄົນ​ໜຶ່ງ​ຈາກ​ແຕ່​ລະ​ຕະກູນ ລວມ​ທັງ​ໝົດ 12 ຄົນ.+ 24  ແລ້ວ​ເຂົາ​ເຈົ້າ​ກໍ​ອອກ​ເດີນ​ທາງ​ໄປ​ເຂດ​ທີ່​ມີ​ພູ​ຫຼາຍ​ໜ່ວຍ+​ໄປ​ຮອດ​ຮ່ອມພູ*ເອັດຊະໂຄນ ແລະ​ສອດແນມ​ແຜ່ນດິນ​ນັ້ນ. 25  ເຂົາ​ເຈົ້າ​ໄດ້​ເອົາ​ໝາກ​ໄມ້​ຈາກ​ແຜ່ນດິນ​ນັ້ນ​ກັບ​ມາ​ໃຫ້​ພວກ​ເຮົາ ແລະ​ເລົ່າ​ວ່າ ‘ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຊິ​ເອົາ​ໃຫ້​ນັ້ນ​ດີ​ແທ້​ໆ​.’+ 26  ແຕ່​ພວກ​ເຈົ້າ​ພັດ​ບໍ່​ຍອມ​ຂຶ້ນ​ໄປ ແລະ​ຂັດ​ຄຳ​ສັ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ 27  ພວກ​ເຈົ້າ​ຈົ່ມ​ຢູ່​ໃນ​ເຕັ້ນ​ຂອງ​ໂຕເອງ​ບໍ່​ຢຸດ​ບໍ່​ເຊົາ​ວ່າ ‘ຍ້ອນ​ພະ​ເຢໂຫວາ​ຊັງ​ພວກ​ເຮົາ ເພິ່ນ​ຈຶ່ງ​ພາ​ພວກ​ເຮົາ​ອອກ​ຈາກ​ເອຢິບ​ມາ​ໃຫ້​ພວກ​ອາໂມ​ຂ້າ​ຖິ້ມ. 28  ພວກ​ເຮົາບໍ່​ຢາກ​ໄປຫັ້ນ​ດອກ ເພາະ​ພີ່ນ້ອງ​ຂອງ​ພວກ​ເຮົາ​ເຮັດ​ໃຫ້​ພວກ​ເຮົາຢ້ານ​ຈົນ​ຫົວ​ຫົດ.*+ ເຂົາ​ເຈົ້າ​ບອກ​ວ່າ “ຄົນ​ຢູ່​ຫັ້ນ​ໂຕບັກໃຫຍ່​ໆ​ບັກ​ສູງ​ໆ​ ເມືອງ​ຂອງ​ພວກ​ເຂົາ​ທັງ​ໃຫຍ່​ທັງ​ມີ​ກຳແພງ*ສູງ​ຈົນ​ຮອດ​ຟ້າ+ ແລະ​ພວກ​ເຮົາ​ກໍ​ເຫັນ​ພວກ​ລູກ​ຫຼານ​ຂອງ​ອານາກ+​ຢູ່​ຫັ້ນ​ນຳ.”’ 29  ຂ້ອຍ​ຈຶ່ງ​ບອກ​ພວກ​ເຈົ້າ​ວ່າ ‘ຢ່າຊູ່​ຢ້ານ​ພວກ​ເຂົາ.+ 30  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ນຳ​ໜ້າ​ພວກ​ເຈົ້າ ແລະ​ຈະ​ຕໍ່ສູ້​ເພື່ອ​ພວກ​ເຈົ້າ+​ຄື​ກັບ​ທີ່​ເພິ່ນ​ເຄີຍ​ເຮັດ​ຕອນ​ຢູ່​ເອຢິບ.+ 31  ຕອນ​ຢູ່​ບ່ອນ​ກັນດານ​ພວກ​ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ອູ້ມ​ພວກ​ເຈົ້າ​ຄື​ກັບ​ພໍ່​ທີ່​ອູ້ມ​ລູກ ຕັ້ງ​ແຕ່​ອອກ​ຈາກ​ເອຢິບ​ຈົນ​ມາ​ຮອດ​ບ່ອນ​ນີ້.’ 32  ແຕ່​ພວກ​ເຈົ້າ​ກໍ​ຍັງ​ບໍ່​ເຊື່ອ​ໃນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ+ 33  ຜູ້​ທີ່​ນຳ​ໜ້າ​ພວກ​ເຈົ້າ​ແລະ​ຫາ​ບ່ອນ​ຕັ້ງ​ຄ້າຍ​ພັກ​ໃຫ້. ໃນ​ຕອນ​ກາງເວັນເພິ່ນ​ມາ​ຫາ​ພວກ​ເຈົ້າ​ຢູ່​ເສົາ​ຂີ້ເຝື້ອ ແລະ​ໃນ​ຕອນ​ກາງຄືນ​ເພິ່ນ​ກໍ​ມາ​ຫາ​ພວກ​ເຈົ້າ​ຢູ່​ເສົາ​ໄຟ ເພື່ອ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ​ຊິ​ໄປ​ທາງ​ໃດ.+ 34  ພະ​ເຢໂຫວາ​ໄດ້​ຍິນ​ທຸກ​ຢ່າງ​ທີ່ພວກ​ເຈົ້າ​ຈົ່ມ ເພິ່ນ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ແລະ​ສາບານ​ວ່າ+ 35  ‘ຈະ​ບໍ່​ມີໃຜຈັກ​ຄົນ​ໃນ​ລຸ້ນ​ທີ່​ຊົ່ວ​ນີ້​ໄດ້​ເຫັນ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ​ໃຫ້​ພໍ່​ຂອງ​ພວກ​ເຈົ້າ.+ 36  ມີ​ແຕ່​ກາເລັບ​ລູກ​ຊາຍ​ຂອງ​ເຢຟຸນເນ​ເທົ່າ​ນັ້ນ​ທີ່​ຈະ​ໄດ້​ເຫັນ. ລາວ​ຈະ​ໄດ້​ເຂົ້າ​ໄປ ແລະ​ເຮົາ​ຈະ​ເອົາ​ແຜ່ນດິນ​ທີ່​ລາວ​ໄປ​ຢຽບ​ນັ້ນ​ໃຫ້​ລາວ​ກັບ​ພວກ​ລູກ​ຫຼານ​ຂອງ​ລາວ ຍ້ອນ​ລາວ​ເຊື່ອ​ຟັງ​ພະ​ເຢໂຫວາ​ສຸດ​ຫົວໃຈ.+ 37  (ຍ້ອນ​ພວກ​ເຈົ້າ​ພະ​ເຢໂຫວາ​ຈຶ່ງໃຈ​ຮ້າຍ​ໃຫ້​ຂ້ອຍ​ຄື​ກັນ. ເພິ່ນ​ບອກ​ວ່າ “ເຈົ້າ​ກໍ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ.+ 38  ແຕ່​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ+ຈະ​ໄດ້​ເຂົ້າ​ໄປ.+ ເຈົ້າ​ຕ້ອງ​ຊ່ວຍ​ລາວ​ໃຫ້​ເຂັ້ມແຂງ*+ ເພາະ​ລາວ​ຈະ​ເປັນ​ຜູ້​ທີ່​ພາ​ຄົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ.”) 39  ນອກ​ຈາກ​ນັ້ນ ລູກ​ຂອງ​ພວກ​ເຈົ້າ​ທີ່​ພວກ​ເຈົ້າ​ບອກ​ວ່າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ນັ້ນ+ ແລະລູກ​ຂອງ​ພວກ​ເຈົ້າ​ທີ່​ຕອນ​ນີ້ຍັງ​ແຍກ​ບໍ່​ໄດ້ເທື່ອ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ ກໍ​ຈະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ນັ້ນ​ແລະ​ເຮົາ​ຈະ​ຍົກ​ແຜ່ນດິນ​ນັ້ນ​ໃຫ້​ເຂົາ​ເຈົ້າ.+ 40  ສ່ວນ​ພວກ​ເຈົ້າ​ຈະ​ຕ້ອງ​ກັບ​ຄືນ​ໄປ​ບ່ອນ​ກັນດານ​ຕາມ​ເສັ້ນ​ທາງ​ທະເລ​ແດງ.’+ 41  ເມື່ອ​ໄດ້​ຍິນ​ແນວ​ນັ້ນ ພວກ​ເຈົ້າ​ກໍ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ ‘ພວກ​ເຮົາ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ແລ້ວ. ພວກ​ເຮົາ​ຈະ​ຂຶ້ນ​ໄປ​ຕໍ່ສູ້​ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ສັ່ງ.’ ແລ້ວ​ພວກ​ເຈົ້າ​ກໍ​ຈັບ​ອາວຸດ​ແລະ​ຄິດ​ວ່າ​ຈະ​ຂຶ້ນ​ໄປ​ເທິງ​ພູ​ໄດ້​ງ່າຍ​ໆ​.+ 42  ແຕ່​ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ໄປ​ບອກ​ເຂົາ​ເຈົ້າ​ວ່າ “ຢ່າ​ຂຶ້ນ​ໄປ​ຕໍ່ສູ້ ເພາະ​ເຮົາ​ບໍ່​ໄດ້​ຢູ່​ນຳ​ພວກ​ເຈົ້າ​ແລ້ວ.+ ຖ້າ​ພວກ​ເຈົ້າ​ຂຶ້ນ​ໄປ ພວກ​ເຈົ້າ​ຈະ​ບໍ່​ຊະນະດອກ.”’ 43  ແລ້ວ​ຂ້ອຍ​ກັບ​ມາ​ບອກ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ກໍ​ຍັງ​ບໍ່​ຟັງ. ພວກ​ເຈົ້າ​ຂັດ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ແລະ​ຍັງ​ດື້​ຂຶ້ນ​ໄປ​ເທິງ​ພູ. 44  ພວກ​ອາໂມ​ທີ່​ຢູ່​ເທິງ​ພູ​ນັ້ນ​ກໍ​ພາກັນ​ອອກ​ມາ​ຄືກັບ​ຝູງ​ເຜີ້ງ ແລະ​ໄດ້​ໄລ່​ພວກ​ເຈົ້າ​ໃຫ້​ແຕກ​ໜີ​ຢູ່​ເສອີ​ໄປ​ຈົນ​ຮອດ​ໂຮມາ. 45  ແລ້ວ​ພວກ​ເຈົ້າ​ກໍ​ກັບ​ມາ​ແລະຮ້ອງ​ໄຫ້​ຕໍ່ພະ​ເຢໂຫວາ. ແຕ່​ພະ​ເຢໂຫວາ​ບໍ່​ຟັງ​ແລະ​ບໍ່​ສົນ​ໃຈ​ພວກ​ເຈົ້າ. 46  ພວກ​ເຈົ້າ​ກໍ​ເລີຍ​ໄດ້​ຢູ່​ກາເດັດ​ບັກ​ດົນ​ໆ​.”

ຂໍຄວາມໄຂເງື່ອນ

ໝາຍເຖິງ​ໂດຍ​ທາງ​ລິດເດດ​ຂອງ​ພະ​ເຢໂຫວາ
ຫຼື “ທາງ​ທິດໃຕ້.” ໝາຍເຖິງ​ທາງ​ໃຕ້​ຂອງ​ແຜ່ນດິນ​ທີ່​ພະເຈົ້າ​ສັນຍາ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ໃຈ​ຂອງ​ພວກ​ເຮົາ​ລະ​ລາຍ”
ໝາຍເຖິງ​ປ້ອມ
ຫຼື​ອາດ​ແປ​ວ່າ “ພະເຈົ້າ​ເຮັດ​ໃຫ້​ລາວ​ເຂັ້ມແຂງ”