ພະບັນຍັດ 10:1-22

  • ເຮັດ​ແຜ່ນ​ຫີນ 2 ແຜ່ນ​ຂຶ້ນ​ມາ​ໃໝ່ (1-11)

  • ສິ່ງ​ທີ່​ພະ​ເຢໂຫວາ​ຕ້ອງການ (12-22)

    • ຮັກ​ແລະ​ຢ້ານຢຳ​ພະ​ເຢໂຫວາ (12)

10  “ຕອນ​ນັ້ນ ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ໃຫ້​ເຈົ້າ​ເຮັດ​ແຜ່ນ​ຫີນ 2 ແຜ່ນ​ຂຶ້ນ​ມາ​ໃໝ່​ໃຫ້​ຄື​ກັບ​ຊຸດ​ທຳອິດ+ ແລ້ວ​ຂຶ້ນ​ມາ​ຫາ​ເຮົາ​ຢູ່​ເທິງ​ພູ. ໃຫ້​ເຈົ້າ​ເຮັດ​ຫີບ​ໄມ້​ນຳ​ໜ່ວຍ​ໜຶ່ງ.  ເຮົາ​ຈະ​ຂຽນ​ຄຳ​ສັ່ງ​ຂອງ​ເຮົາ​ໃສ່​ຄື​ກັບ​ແຜ່ນ​ຫີນ 2 ແຜ່ນ​ທີ່​ເຈົ້າ​ເຮັດ​ແຕກ​ໄປ​ແລ້ວ​ນັ້ນ ແລ້ວ​ເຈົ້າ​ຕ້ອງ​ເອົາ​ແຜ່ນ​ຫີນ​ເຫຼົ່າ​ນັ້ນ​ໃສ່​ໄວ້​ໃນ​ຫີບ.’  ຂ້ອຍ​ກໍ​ເລີຍ​ເອົາ​ໄມ້​ອະຄາເຊຍ​ມາ​ເຮັດ​ຫີບ ແລະ​ເຮັດ​ແຜ່ນ​ຫີນ​ໃໝ່ 2 ແຜ່ນ​ຄື​ກັບ​ຊຸດ​ທຳອິດ ແລ້ວ​ຂ້ອຍ​ກໍ​ຖື​ແຜ່ນ​ຫີນ 2 ແຜ່ນ​ນັ້ນ​ຂຶ້ນ​ໄປ​ເທິງ​ພູ.+  ພະ​ເຢໂຫວາ​ໄດ້​ຂຽນ​ກົດ​ໝາຍ 10 ຂໍ້+ໃສ່​ໃນ​ແຜ່ນ​ຫີນ 2 ແຜ່ນ​ນັ້ນ​ຄື​ກັບ​ທີ່​ເພິ່ນ​ເຄີຍ​ຂຽນ​ໃນ​ຊຸດ​ທຳອິດ+ ເຊິ່ງ​ເປັນ​ຄຳເວົ້າ​ທີ່​ເພິ່ນ​ເວົ້າ​ກັບ​ພວກ​ເຈົ້າ​ຈາກ​ໄຟ​ທີ່​ລຸກ​ຢູ່​ເທິງ​ພູ+​ໃນ​ມື້​ທີ່​ພວກ​ເຈົ້າ​ມາ​ປະຊຸມ​ກັນ.+ ແລ້ວ​ພະ​ເຢໂຫວາ​ກໍ​ເອົາ​ແຜ່ນ​ຫີນ​ຊຸດ​ນັ້ນ​ໃຫ້​ຂ້ອຍ.  ຈາກ​ນັ້ນ ຂ້ອຍ​ກໍ​ລົງ​ມາ​ຈາກ​ພູ+ ແລະ​ໄດ້​ເອົາ​ແຜ່ນ​ຫີນ​ໃສ່​ໄວ້​ໃນ​ຫີບ​ທີ່​ຂ້ອຍ​ໄດ້​ເຮັດ​ໄວ້​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຂ້ອຍ. ແຜ່ນ​ຫີນ​ຢູ່​ຫັ້ນ​ຈົນ​ຮອດ​ທຸກ​ມື້​ນີ້.  ແລ້ວ​ພວກ​ອິດສະຣາເອນ​ກໍ​ເດີນ​ທາງ​ຈາກ​ເບເອໂຣດ​ເບເນຢາອາການ​ໄປ​ທີ່​ໂມເສຣາ. ອາໂຣນ​ໄດ້​ຕາຍ​ແລະ​ຖືກ​ຝັງ​ຢູ່​ຫັ້ນ+ ແລ້ວ​ເອເລອາຊາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ປະໂລຫິດ​ຕໍ່​ຈາກ​ລາວ.+  ຈາກ​ບ່ອນ​ນັ້ນ ເຂົາ​ເຈົ້າ​ເດີນ​ທາງ​ໄປ​ກຸດ​ໂກ​ດາ ແລະ​ຈາກ​ກຸດ​ໂກ​ດາ​ເຂົາ​ເຈົ້າ​ກໍ​ເດີນ​ທາງ​ໄປ​ໂຢດບາທາ+ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ມີ​ນ້ຳ​ຫ້ວຍ​ຫຼາຍ​ສາຍ.  ຕອນ​ນັ້ນ ພະ​ເຢໂຫວາ​ໄດ້​ແຍກ​ຕະກູນ​ເລວີ+ອອກຈາກ​ຕະກູນ​ອື່ນ​ໆ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຫາມ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ+ ເພື່ອ​ໃຫ້​ເຂົາ​ເຈົ້າ​ຮັບ​ໃຊ້​ຕໍ່​ໜ້າ​ພະ​ເຢໂຫວາ ແລະ​ເພື່ອ​ໃຫ້​ເຂົາ​ເຈົ້າຂໍ​ພອນສຳລັບ​ພວກ​ອິດສະຣາເອນ​ໂດຍ​ໃຊ້​ຊື່​ຂອງ​ເພິ່ນ+ ເຊິ່ງ​ເຂົາ​ເຈົ້າ​ກໍ​ເຮັດ​ມາ​ຈົນ​ຮອດ​ຕອນ​ນີ້.  ຍ້ອນ​ແນວ​ນີ້ ພວກ​ເລວີ​ຈຶ່ງ​ບໍ່​ໄດ້​ຮັບ​ສ່ວນ​ແບ່ງ​ຫຼື​ມໍລະດົກ​ຄື​ກັບ​ຕະກູນ​ອື່ນ​ໆ​. ພະ​ເຢໂຫວາ​ຈະ​ຈັດ​ກຽມສິ່ງ​ຈຳເປັນໃຫ້​ເຂົາ​ເຈົ້າ*ຕາມ​ທີ່​ພະ​ເຢໂຫວາພະເຈົ້າ​ຂອງ​ພວກ​ເຈົ້າ​ເຄີຍ​ບອກ​ໄວ້.+ 10  ຂ້ອຍ​ຢູ່​ເທິງ​ພູ​ຄື​ກັບ​ເທື່ອ​ທີ່​ແລ້ວ 40 ມື້ 40 ຄືນ.+ ຕອນ​ນັ້ນ ພະ​ເຢໂຫວາ​ກໍ​ຟັງ​ຂ້ອຍ​ຄື​ກັນ+ ພະ​ເຢໂຫວາ​ບໍ່​ຢາກ​ທຳລາຍ​ພວກ​ເຈົ້າ. 11  ແລ້ວ​ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ໃຫ້ກຽມ​ໂຕອອກ​ເດີນ​ທາງ ແລະ​ນຳ​ໜ້າ​ປະຊາຊົນ​ໄປ ເພື່ອ​ເຂົາ​ເຈົ້າ​ຈະ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ.’+ 12  ພວກ​ອິດສະຣາເອນ​ເອີ້ຍ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ບໍ່​ໄດ້​ຕ້ອງການ​ຫຍັງ​ຫຼາຍ+ ມີ​ແຕ່​ໃຫ້​ພວກ​ເຈົ້າ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ+ ໃຫ້​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ+ ໃຫ້​ຮັກ​ເພິ່ນ ໃຫ້​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ+ 13  ແລະ​ໃຫ້​ເຮັດ​ຕາມ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ຂ້ອຍ​ຊິ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້ ເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ.+ 14  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ເຈົ້າ​ຂອງ​ທຸກ​ສິ່ງ​ໃນ​ໂລກ​ນີ້ ລວມ​ທັງ​ຟ້າ​ແລະ​ສະຫວັນ​ທັງ​ໝົດ+ 15  ແຕ່​ພະ​ເຢໂຫວາ​ກໍ​ມາ​ໃກ້ຊິດ​ແລະ​ສະແດງ​ຄວາມ​ຮັກ​ຕໍ່​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ເທົ່າ​ນັ້ນ. ເພິ່ນ​ໄດ້​ເລືອກ​ພວກ​ເຈົ້າ​ທີ່​ເປັນ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ+ອອກ​ຈາກ​ຊາດ​ຕ່າງ​ໆ​ຄື​ກັບ​ທີ່​ເປັນ​ຢູ່​ຕອນ​ນີ້. 16  ພວກ​ເຈົ້າ​ຕ້ອງ​ເຮັດ​ໃຫ້​ຫົວໃຈ​ຂອງ​ພວກ​ເຈົ້າ​ສະອາດ*+ ແລະ​ເຊົາ​ເປັນ​ຄົນ​ຫົວ​ແຂງ​ໄດ້​ແລ້ວ.+ 17  ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເປັນ​ພະເຈົ້າ​ຂອງ​ພະເຈົ້າ​ທັງ​ໝົດ+ ແລະ​ເປັນຜູ້​ປົກຄອງຂອງ​ຜູ້​ປົກຄອງ​ທັງ​ໝົດ. ເພິ່ນ​ເປັນ​ພະເຈົ້າ​ທີ່​ຍິ່ງ​ໃຫຍ່​ແລະ​ມີ​ລິດເດດ​ຫຼາຍ ເປັນ​ຜູ້​ທີ່​ຄົນ​ຕ້ອງ​ຢ້ານ​ແລະ​ນັບ​ຖື. ເພິ່ນ​ເປັນ​ພະເຈົ້າ​ທີ່​ບໍ່​ລຳອຽງ+​ແລະ​ບໍ່​ຮັບ​ສິນບົນ. 18  ເພິ່ນ​ຍຸຕິທຳ​ກັບ​ລູກ​ກຳພ້າ​ແລະ​ແມ່​ໝ້າຍ.+ ເພິ່ນ​ຮັກ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ.+ ເພິ່ນ​ໃຫ້​ເຂົາ​ເຈົ້າ​ມີ​ອາຫານ​ກິນ​ແລະ​ມີເຄື່ອງນຸ່ງ​ໃສ່. 19  ພວກ​ເຈົ້າ​ກໍ​ຕ້ອງ​ຮັກ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ນຳ​ພວກ​ເຈົ້າ​ຄື​ກັນ ເພາະ​ພວກ​ເຈົ້າ​ເຄີຍ​ເປັນ​ຄົນ​ຕ່າງ​ຊາດ​ຢູ່​ໃນ​ເອຢິບ.+ 20  ພວກ​ເຈົ້າ​ຕ້ອງ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ຕ້ອງ​ນະມັດສະການ​ເພິ່ນ+ ຕ້ອງໃກ້ຊິດກັບ​ເພິ່ນ ແລະ​ຕ້ອງ​ສາບານ​ໂດຍ​ໃຊ້​ຊື່​ຂອງ​ເພິ່ນ. 21  ເພິ່ນ​ເປັນ​ຜູ້​ທີ່​ພວກ​ເຈົ້າ​ຕ້ອງ​ສັນລະເສີນ.+ ເພິ່ນ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ​ທີ່​ເຮັດ​ສິ່ງ​ທີ່​ຍິ່ງ​ໃຫຍ່​ແລະ​ເປັນ​ຕາ​ຢ້ານ​ເພື່ອ​ພວກ​ເຈົ້າ ເຊິ່ງ​ພວກ​ເຈົ້າ​ກໍ​ໄດ້​ເຫັນ​ກັບ​ຕາ​ໂຕເອງ​ແລ້ວ.+ 22  ຕອນ​ທີ່​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ເອຢິບ+ ເຂົາ​ເຈົ້າ​ມີ​ແຕ່ 70 ຄົນ ແຕ່​ຕອນ​ນີ້​ພະ​ເຢໂຫວາ​ພະເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຈຳນວນ​ຫຼາຍ​ຄື​ກັບ​ດາວ​ຢູ່​ເທິງ​ຟ້າ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ພະ​ເຢໂຫວາ​ເປັນ​ມໍລະດົກ​ຂອງ​ເຂົາເຈົ້າ”
ຫຼື “ຮັບ​ສິນຕັດ​ຢູ່​ຫົວໃຈ”