ພະບັນຍັດ 14:1-29

  • ການ​ໄວ້ທຸກ​ໃຫ້​ຄົນ​ຕາຍ​ແບບ​ຖືກຕ້ອງ (1, 2)

  • ແນວ​ກິນ​ທີ່​ຖື​ວ່າ​ສະອາດ​ແລະ​ທີ່​ຖື​ວ່າ​ບໍ່​ສະອາດ (3-21)

  • ເອົາ 1 ສ່ວນ 10 ໃຫ້​ພະ​ເຢໂຫວາ (22-29)

14  “ພວກ​ເຈົ້າ​ເປັນ​ລູກ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. ຫ້າມ​ປາດ​ໂຕເອງ+ຫຼື​ແຖ​ຄິ້ວ*ເພື່ອ​ໄວ້ທຸກ​ໃຫ້​ຄົນ​ຕາຍ.+  ພວກ​ເຈົ້າ​ເປັນ​ຊາດ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຖື​ວ່າ​ບໍລິສຸດ.+ ພະ​ເຢໂຫວາ​ໄດ້​ເລືອກ​ພວກ​ເຈົ້າ​ຈາ​ກ​ຊາດ​ຕ່າງ​ໆ​ໃນ​ໂລກ​ນີ້ ເພື່ອ​ໃຫ້​ເປັນ​ຄົນ​ຂອງ​ເພິ່ນ​ແລະ​ເປັນ​ຊັບ​ສົມບັດ​ພິເສດ*ຂອງ​ເພິ່ນ.+  ຫ້າມ​ເຈົ້າ​ກິນ​ສັດ​ທີ່​ພະເຈົ້າ​ຂີ້ດຽດ.+  ສັດ​ທີ່​ເຈົ້າ​ກິນ​ໄດ້​ມີ​ຄື:+ ງົວ ແກະ ແບ້  ກວາງ​ຊະນິດ​ຕ່າງ​ໆ​ ແບ້​ປ່າ ແກະ​ປ່າ ແລະ​ແກະ​ທີ່​ຢູ່​ພູ.  ເຈົ້າ​ກິນ​ສັດ​ທີ່​ມີ​ຕີນ​ແຍກ​ເປັນ 2 ກີບ​ແລະ​ຄ້ຽວ​ເອື້ອງ​ໄດ້.  ແຕ່​ຫ້າມ​ກິນ​ສັດ​ທີ່​ມີ​ແຕ່​ຄ້ຽວ​ເອື້ອງ ຫຼື​ມີ​ແຕ່​ຕີນ​ແຍກ​ເປັນ 2 ກີບ ເຊັ່ນ: ໂຕ​ອູດ ໂຕ​ກະຕ່າຍ​ປ່າ ແລະ​ໂຕ​ຣັອກແບດເຈີ້.* ສັດ​ເຫຼົ່ານີ້​ຄ້ຽວ​ເອື້ອງ​ແຕ່​ຕີນ​ມັນ​ບໍ່​ໄດ້​ແຍກ​ເປັນ 2 ກີບ. ມັນ​ເປັນ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ.+  ໂຕ​ໝູ​ກໍ​ຫ້າມ​ກິນ ເພາະ​ຕີນ​ມັນ​ແຍກ​ເປັນ 2 ກີບ ແຕ່​ບໍ່​ໄດ້​ຄ້ຽວ​ເອື້ອງ. ມັນ​ເປັນ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ. ຢ່າ​ກິນ​ຊີ້ນ​ຂອງ​ສັດ​ເຫຼົ່ານີ້ ຫຼື​ຈັບ​ບາຍ​ຊາກ​ຂອງ​ພວກ​ມັນ.  ສັດ​ທັງ​ໝົດ​ທີ່​ຢູ່​ໃນ​ນ້ຳ​ທີ່​ມີ​ຄີ​ແລະ​ມີ​ເກັດ ເຈົ້າ​ກິນ​ໄດ້+ 10  ແຕ່​ຫ້າມ​ກິນ​ສັດ​ທີ່​ບໍ່​ມີ​ຄີ​ແລະ​ບໍ່​ມີ​ເກັດ ມັນ​ເປັນ​ສັດ​ທີ່​ຖື​ວ່າ​ບໍ່​ສະອາດ. 11  ນົກ​ທັງ​ໝົດ​ທີ່​ຖື​ວ່າ​ສະອາດ ເຈົ້າ​ກິນ​ໄດ້ 12  ແຕ່​ຫ້າມ​ກິນ​ນົກ​ຕໍ່​ໄປ​ນີ້​ຄື: ນົກ​ອິນຊີ ແຫຼວ​ກິນ​ປາ ແຮ້ງ​ດຳ+ 13  ແຫຼວ​ແດງ ແຫຼວ​ດຳ ແຫຼວ​ນ້ອຍ​ໆ​ຊະນິດ​ອື່ນ​ໆ​ 14  ກາ​ທຸກ​ຊະນິດ 15  ນົກ​ກະຈອກເທດ ນົກ​ເຄົ້າ ນົກ​ນາງນວນ ແຫຼວ​ຊະນິດ​ອື່ນ​ໆ​ 16  ນົກ​ເຄົ້າ​ນ້ອຍ ນົກ​ເຄົ້າ​ຫູ​ຍາວ ຫົງ 17  ນົກ​ກະທຸງ ແຮ້ງ ນົກ​ເປັດ​ນ້ຳ 18  ນົກ​ກະສາ ນົກ​ຍາງ​ທຸກ​ຊະນິດ ນົກ​ກະ​ລາງ​ຫົວ​ຂ​ວານ ແລະ​ເຈຍ. 19  ແມງ​ໄມ້​ທຸກ​ຊະນິດ​ທີ່​ຢູ່​ນຳ​ກັນ​ເປັນ​ຝູງ​ກໍ​ຖື​ວ່າ​ບໍ່​ສະອາດ ຫ້າມ​ເຈົ້າ​ກິນ. 20  ສັດ​ທີ່​ບິນ​ໄດ້​ເຊິ່ງ​ຖື​ວ່າ​ສະອາດ ເຈົ້າ​ກິນ​ໄດ້. 21  ຫ້າມ​ເຈົ້າ​ກິນ​ສັດ​ທີ່​ຕາຍ​ເອງ+ ແຕ່​ເຈົ້າ​ເອົາ​ສັດ​ນັ້ນ​ໃຫ້​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ​ກິນ​ໄດ້ ຫຼື​ຈະ​ຂາຍ​ໃຫ້​ລາວ​ກໍ​ໄດ້ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຖື​ວ່າ​ເຈົ້າ​ເປັນ​ຊາດ​ທີ່​ບໍລິສຸດ. ຫ້າມ​ຕົ້ມ​ແບ້​ນ້ອຍ​ໃນ​ນ້ຳ​ນົມ​ແມ່​ຂອງ​ມັນ.+ 22  ໃນ​ແຕ່ລະປີ ເຈົ້າ​ຕ້ອງ​ເອົາ 1 ສ່ວນ 10 ຂອງ​ຜົນລະປູກ​ທຸກ​ຢ່າງ​ຈາກ​ໄຮ່​ຈາກ​ສວນ​ຂອງ​ເຈົ້າ​ມາ​ໃຫ້.+ 23  ເຈົ້າ​ຈະ​ກິນ 1 ສ່ວນ 10 ຈາກ​ເຂົ້າ ເຫຼົ້າແວງ​ໃໝ່ ນ້ຳມັນ​ໝາກກອກ ແລະ​ລູກ​ສັດ​ໂຕ​ທຳອິດ​ຈາກ​ຝູງ​ສັດ​ຂອງ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໃນ​ບ່ອນ​ທີ່​ເພິ່ນ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ.+ ເມື່ອ​ເຈົ້າ​ເຮັດ​ແນວ​ນັ້ນ ເຈົ້າ​ກໍ​ຈະ​ຮຽນ​ຮູ້​ທີ່​ຈະ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສະເໝີ.+ 24  ແຕ່​ຖ້າ​ເຈົ້າ​ຢູ່​ໄກ ແລະ​ບໍ່​ສາມາດ​ເອົາ​ສັດ​ກັບ​ແນວ​ກິນ​ໄປ​ໃນ​ບ່ອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ+ (ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ອວຍພອນ​ເຈົ້າ) 25  ເຈົ້າ​ຈະເອົາ​ສິ່ງ​ເຫຼົ່າ​ນັ້ນ​ໄປ​ຂາຍແລະຖື​ເງິນ​ໄປ​ແທນ ໃນ​ບ່ອນ​ທີ່ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໄວ້​ກໍ​ໄດ້. 26  ເຈົ້າ​ຈະ​ໃຊ້​ເງິນ​ນັ້ນ​ຊື້​ແນວ​ກິນ​ຫຼື​ຊື້​ໂຕ​ສັດ​ກໍ​ໄດ້ ເຊັ່ນ: ງົວ ແກະ ແບ້ ເຫຼົ້າແວງ​ກັບ​ເຫຼົ້າ​ອື່ນ​ໆ​ ແລະ​ອີ່ຫຍັງ​ກໍ​ໄດ້​ທີ່​ເຈົ້າ​ຕ້ອງການ. ໃຫ້​ເຈົ້າ​ກິນ​ສິ່ງ​ເຫຼົ່າ​ນັ້ນ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຢ່າງ​ມີ​ຄວາມ​ສຸກ ພ້ອມ​ກັບ​ຄົນ​ໃນ​ເຮືອນ​ຂອງ​ເຈົ້າ.+ 27  ຢ່າ​ລືມ​ເບິ່ງ​ແຍງ​ຄົນ​ເລວີ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ+ ເພາະ​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ສ່ວນ​ແບ່ງ​ຫຼື​ດິນ​ມູນ​ຄື​ກັບ​ເຈົ້າ.+ 28  ທຸກ​ໆ​ 3 ປີ ເຈົ້າ​ຕ້ອງ​ເອົາ 1 ສ່ວນ 10 ຂອງ​ຜົນລະປູກ​ຂອງ​ເຈົ້າ​ໃນ​ປີ​ນັ້ນ​ມາ​ໄວ້​ໃນ​ເມືອງ​ຂອງ​ເຈົ້າ+ 29  ແລ້ວ​ຄົນ​ເລວີ​ທີ່​ບໍ່​ໄດ້​ຮັບ​ສ່ວນ​ແບ່ງ​ຫຼື​ດິນ​ມູນ​ຄື​ກັບ​ເຈົ້າ ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຈົ້າ ລູກ​ກຳພ້າ ແລະ​ແມ່​ໝ້າຍ​ທີ່​ຢູ່​ໃນ​ເມືອງ​ຂອງ​ເຈົ້າ​ຈະ​ໄດ້​ກິນ​ຈົນ​ອີ່ມ.+ ເມື່ອ​ເຈົ້າ​ເຮັດ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ອວຍພອນ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.”+

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ແຖ​ຂົນ​ລະຫວ່າງ​ຕາ”
ຫຼື “ຊັບສົມບັດ​ທີ່​ມີຄ່າ”
ຮູບ​ຮ່າງ​ຄ້າຍຄື​ໂຕ​ໜູ ແຕ່​ມີ​ຂະໜາດ​ໃຫຍ່​ຫຼາຍ​ແລະ​ບໍ່​ມີ​ຫາງ ອາໄສ​ຢູ່​ຕາມ​ຫີນ​ຜາ