ພະບັນຍັດ 17:1-20

  • ຫ້າມ​ເອົາ​ສັດ​ທີ່​ມີ​ສ່ວນ​ທີ່​ບໍ່​ດີ​ມາ​ເປັນ​ເຄື່ອງ​ບູຊາ (1)

  • ວິທີ​ຈັດ​ການ​ກັບ​ຄົນ​ທີ່​ໄປ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ (2-7)

  • ຄະດີ​ທີ່​ຕັດສິນ​ຍາກ (8-13)

  • ຄຳ​ສັ່ງ​ສຳລັບ​ຜູ້​ທີ່​ຈະ​ມາ​ເປັນ​ກະສັດ (14-20)

    • ກະສັດ​ຕ້ອງ​ກ່າຍ​ຄືນ​ກົດ​ໝາຍ (18)

17  “ຫ້າມ​ເອົາ​ງົວ​ຫຼື​ແກະ​ທີ່​ມີສ່ວນ​ບໍ່​ດີບ່ອນ​ໃດ​ບ່ອນ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຂີ້ດຽດ​ມັນ.+  ຖ້າ​ມີ​ຜູ້​ຊາຍ​ຫຼື​ຜູ້​ຍິງຢູ່​ເມືອງ​ໃດ​ເມືອງ​ໜຶ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເອົາ​ໃຫ້ ໄດ້​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເຫັນ​ວ່າ​ຊົ່ວ ແລະ​ບໍ່​ໄດ້​ເຮັດ​ຕາມ​ທີ່​ສັນຍາ​ໄວ້​ກັບ​ເພິ່ນ+  ໂດຍ​ໄປ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ ໄປ​ຂາບ​ໄຫວ້​ຕາເວັນ ເດືອນ ແລະ​ດາວ+ ເຊິ່ງ​ເປັນ​ສິ່ງ​ທີ່​ຂ້ອຍ​ບໍ່​ໄດ້​ສັ່ງ​ໃຫ້​ເຮັດ+  ຖ້າ​ມີ​ຄົນ​ມາ​ບອກ​ຫຼື​ຖ້າ​ເຈົ້າ​ໄດ້​ຍິນ​ເລື່ອງ​ນີ້ ໃຫ້​ເຈົ້າ​ຖາມ​ກ່ຽວກັບ​ເລື່ອງ​ນີ້​ຢ່າງ​ຄັກ​ແນ່.+ ຖ້າ​ເຫັນ​ວ່າ​ມີ​ເລື່ອງ​ຊົ່ວ​ໆ​ແບບ​ນີ້​ເກີດ​ຂຶ້ນ​ແທ້​ໃນ​ອິດສະຣາເອນ  ເຈົ້າ​ຕ້ອງ​ເອົາ​ຜູ້​ຊາຍ​ຫຼື​ຜູ້​ຍິງ​ທີ່​ເຮັດ​ສິ່ງ​ຊົ່ວ​ໄປ​ທີ່ປະຕູ​ເມືອງແລະ​ດຶກ​ກ້ອນ​ຫີນ​ໃສ່​ລາວໃຫ້​ຕາຍ.+  ແຕ່​ຕ້ອງ​ມີ​ພະຍານ 2 ຫຼື 3 ຄົນ+ຈຶ່ງ​ຈະ​ຂ້າ​ລາວ​ໄດ້. ຖ້າ​ມີ​ພະຍານ​ພຽງ​ຄົນ​ດຽວ ຈະ​ຂ້າ​ລາວ​ບໍ່​ໄດ້.+  ໃຫ້​ຄົນ​ທີ່​ເປັນ​ພະຍານ​ດຶກ​ກ້ອນ​ຫີນ​ໃສ່​ລາວ​ກ່ອນ ຫຼັງ​ຈາກ​ນັ້ນ ຄົນ​ອື່ນ​ໆ​ກໍ​ຈະ​ດຶກ​ນຳ. ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ຂອງ​ເຈົ້າ.+  ຖ້າ​ໃນ​ເມືອງ​ໃດ​ມີ​ຄະດີ​ທີ່​ຕັດສິນ​ຍາກ ບໍ່​ວ່າ​ຈະ​ເປັນ​ຄະດີ​ຂ້າ​ຄົນ+ ຄະດີ​ຟ້ອງ​ຮ້ອງ​ກັນ ຄະດີ​ທີ່​ກ່ຽວກັບ​ຄວາມ​ຮຸນແຮງ ຫຼື​ການ​ຜິດ​ຖຽງ​ກັນ ໃຫ້​ເຈົ້າ​ເອົາ​ຄະດີ​ນັ້ນ​ໄປ​ບ່ອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໄວ້.+  ເຈົ້າ​ຕ້ອງ​ໄປ​ຫາ​ປະໂລຫິດ​ຄົນ​ເລວີ​ກັບ​ຜູ້ຕັດສິນ+​ທີ່​ເຮັດ​ວຽກ​ຢູ່​ໃນ​ຕອນ​ນັ້ນ ແລະ​ເອົາ​ຄະດີ​ນັ້ນ​ໃຫ້​ເຂົາ​ເຈົ້າ​ຕັດສິນ.+ 10  ເຈົ້າ​ຕ້ອງ​ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຂົາ​ເຈົ້າ​ເຊິ່ງ​ເຮັດ​ຢູ່​ບ່ອນ​ທີ່​ພະ​ເຢໂຫວາ​ໄດ້​ເລືອກ​ໄວ້. ເຈົ້າ​ຕ້ອງ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ສັ່ງ​ຢ່າງ​ຄັກ​ແນ່. 11  ເຂົາ​ເຈົ້າ​ຈະ​ເອົາ​ກົດ​ໝາຍ​ມາ​ໃຫ້​ເຈົ້າ​ເບິ່ງ​ແລະ​ຕັດສິນ​ຄະດີ​ໃຫ້ ແລ້ວ​ເຈົ້າ​ກໍ​ຕ້ອງ​ເຮັດ​ຕາມ​ນັ້ນ.+ ເຈົ້າ​ຕ້ອງ​ເຮັດ​ຕາມ​ການ​ຕັດສິນ​ຂອງ​ເຂົາ​ເຈົ້າຢ່າງ​ເຄັ່ງ​ຄັດ.+ 12  ຖ້າ​ຜູ້​ໃດ​ບໍ່​ເຮັດ​ຕາມ​ການ​ຕັດສິນ​ຂອງ​ຜູ້ຕັດສິນ​ຫຼື​ປະໂລຫິດ​ທີ່​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.+ ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ໃຫ້​ໝົດ​ໄປ​ຈາກ​ອິດສະຣາເອນ.+ 13  ເມື່ອ​ເຮັດ​ແນວ​ນີ້ ປະຊາຊົນ​ທີ່​ໄດ້​ຍິນ​ກໍ​ຈະ​ຢ້ານ ແລ້ວ​ເຂົາ​ເຈົ້າ​ຈະ​ບໍ່​ກ້າ​ຝ່າ​ຝືນ​ຄຳ​ຕັດສິນ.+ 14  ເມື່ອ​ເຈົ້າ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ແລະ​ໄດ້​ຢູ່​ຫັ້ນ​ແລ້ວ ແລະ​ເຈົ້າ​ເວົ້າ​ວ່າ ‘ພວກ​ເຮົາຢາກ​ມີ​ກະສັດ​ຄື​ກັບ​ຊາດ​ອື່ນ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຮົາ.’+ 15  ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ຕ້ອງ​ແຕ່ງຕັ້ງ​ຄົນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເລືອກ​ໃຫ້​ເປັນ​ກະສັດ.+ ເຈົ້າ​ຕ້ອງ​ເລືອກ​ຄົນ​ຈາກ​ພີ່​ນ້ອງ​ຂອງ​ເຈົ້າ. ຫ້າມ​ເລືອກ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ແມ່ນ​ພີ່​ນ້ອງ​ຂອງ​ເຈົ້າ. 16  ລາວ​ບໍ່​ຄວນ​ມີ​ມ້າ​ຫຼາຍ​ໆ​+ ຫຼື​ບໍ່​ຄວນ​ສົ່ງ​ຄົນ​ກັບ​ໄປ​ເອຢິບ​ເພື່ອ​ຫາ​ມ້າ​ມາ​ຕື່ມ+ ເພາະ​ພະ​ເຢໂຫວາ​ບອກ​ເຈົ້າ​ວ່າ ‘ຢ່າ​ກັບ​ໄປ​ເອຢິບ​ເດັດຂາດ.’ 17  ລາວ​ບໍ່​ຄວນ​ມີ​ເມຍ​ຫຼາຍ​ຄົນ ເພື່ອ​ລາວ​ຈະ​ບໍ່​ໄດ້​ປ່ຽນ​ໃຈ​ໄປ​ຈາກ​ເພິ່ນ+ ລາວ​ບໍ່​ຄວນ​ຫາ​ເງິນ​ຫາ​ຄຳ​ໄວ້​ໃຫ້​ໂຕເອງ​ຫຼາຍ​ໆ​.+ 18  ເມື່ອ​ລາວ​ໄດ້​ເປັນ​ກະສັດ​ແລ້ວ ລາວ​ຕ້ອງ​ກ່າຍ​ຄືນ​ກົດ​ໝາຍ​ນີ້​ທີ່​ປະໂລຫິດ​ຄົນ​ເລວີ​ໄດ້​ມ້ຽນ​ໄວ້+​ໃສ່​ໃນ​ປຶ້ມ​ຂອງ​ໂຕເອງ. 19  ລາວ​ຕ້ອງ​ຮັກສາ​ປຶ້ມ​ນັ້ນ​ໄວ້​ດີ​ໆ​ ແລະ​ອ່ານ​ກົດ​ໝາຍ​ນັ້ນ​ຕະຫຼອດ​ຊີວິດ​ຂອງ​ລາວ+ ເພື່ອ​ລາວ​ຈະ​ໄດ້​ຮຽນ​ຮູ້​ທີ່​ຈະ​ຢ້ານຢຳ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ລາວ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ທັງ​ໝົດ​ນີ້​ຢ່າງເຄັ່ງ​ຄັດ.+ 20  ເມື່ອ​ລາວ​ເຮັດ​ແນວ​ນີ້ ລາວ​ກໍ​ຈະ​ບໍ່​ໄດ້​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອິດສະຣາເອນ​ຄົນ​ອື່ນ​ໆ​ ແລະ​ລາວ​ຈະ​ບໍ່​ເຈີດ​ຊ້າຍ​ເຈີດ​ຂວາ​ຈາກ​ຄຳ​ສັ່ງ​ນີ້ ແລ້ວ​ລາວ​ກັບ​ລູກ​ຫຼານ​ຂອງ​ລາວ​ຈະ​ໄດ້​ປົກຄອງ​ພວກ​ອິດສະຣາເອນ​ໄປ​ດົນ​ໆ​.”

ຂໍຄວາມໄຂເງື່ອນ