ພະບັນຍັດ 19:1-21

  • ຄົນ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ແລະ​ເມືອງ​ລີ້ໄພ (1-13)

  • ຫ້າມ​ຍ້າຍ​ຫຼັກ​ແດນ​ຂອງ​ເພື່ອນ​ບ້ານ (14)

  • ພະຍານ​ໃນ​ສານ (15-21)

    • ຕ້ອງ​ມີ​ພະຍານ 2 ຫຼື 3 ຄົນ (15)

19  “ເມື່ອ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ທຳລາຍ​ຊາດ​ຕ່າງ​ໆ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ ແລ້ວ​ເຈົ້າ​ໄດ້​ເຂົ້າ​ໄປ​ຍຶດ​ແລະ​ຢູ່​ໃນ​ບ້ານ​ກັບ​ເມືອງ​ຕ່າງ​ໆ​ແລ້ວ+  ໃຫ້​ກັນ​ເມືອງ​ໄວ້ 3 ເມືອງ ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ນັ້ນ.+  ເຈົ້າ​ຕ້ອງ​ແບ່ງ​ເຂດ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ເປັນ 3 ສ່ວນ ແລະ​ແຕ່​ລະ​ສ່ວນ​ຕ້ອງ​ມີ​ເມືອງ​ລີ້ໄພ​ເມືອງ​ໜຶ່ງ. ໃຫ້​ເຮັດ​ຫົນ​ທາງ​ໄປ​ເມືອງ​ເຫຼົ່າ​ນັ້ນ ເພື່ອ​ຄົນ​ທີ່​ຂ້າ​ຄົນ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ​ຈະ​ໜີ​ໄປເມືອງ​ໃດ​ເມືອງ​ໜຶ່ງໄດ້.  ຖ້າ​ຜູ້​ໃດ​ຂ້າ​ຄົນ​ຕາຍ ແລະ​ລາວ​ບໍ່​ຢາກ​ຖືກ​ຂ້າ ລາວ​ຕ້ອງ​ເຮັດ​ແນວ​ນີ້. ເມື່ອ​ລາວ​ເຮັດ​ໃຫ້​ຄົນ​ອື່ນ​ຕາຍ​ໂດຍ​ບໍ່​ໄດ້​ຕັ້ງ​ໃຈ ແລະ​ບໍ່​ໄດ້​ກຽດ​ຊັງ​ກັນ​ມາ​ກ່ອນ+  ຍົກ​ຕົວຢ່າງ: ເມື່ອ​ລາວ​ໄປ​ຕັດ​ຟືນ​ຢູ່​ໃນ​ປ່າ ແລະ​ລາວຍົກ​ຂວານຊິ​ຕັດ​ໄມ້ ແຕ່​ຫົວ​ຂວານ​ຫຼຸດ​ຈາກ​ດ້າມ​ໄປ​ຖືກ​ຄົນ​ອື່ນ ແລ້ວ​ເຮັດ​ໃຫ້​ຄົນ​ນັ້ນ​ຕາຍ ລາວ​ກໍ​ຕ້ອງ​ໜີ​ໄປ​ເມືອງ​ລີ້ໄພ​ເມືອງ​ໃດ​ເມືອງ​ໜຶ່ງ​ໃນ 3 ເມືອງ​ນີ້.+  ແຕ່​ຖ້າ​ລາວ​ໜີ​ໄປ​ບໍ່​ທັນ​ຍ້ອນ​ເມືອງ​ເຫຼົ່າ​ນັ້ນ​ຢູ່​ໄກ​ໂພດ ຄົນ​ທີ່​ມີ​ສິດ​ແກ້ແຄ້ນ+​ທີ່​ກຳລັງໃຈ​ຮ້າຍແຮງ​ກໍ​ຈະ​ນຳ​ລາວ​ທັນ​ແລະ​ຂ້າ​ລາວ​ໄດ້. ລາວ​ບໍ່​ສົມຄວນ​ຕາຍ​ເພາະ​ລາວ​ບໍ່​ໄດ້​ກຽດ​ຊັງ​ຄົນ​ທີ່​ຕາຍ​ນັ້ນ.+  ຍ້ອນ​ແນວ​ນີ້ ຂ້ອຍ​ຈຶ່ງ​ສັ່ງ​ເຈົ້າ​ວ່າ ‘ໃຫ້​ກັນ​ເມືອງ​ໄວ້ 3 ເມືອງ.’  ຖ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຂະຫຍາຍ​ເຂດ​ແດນ​ຂອງ​ເຈົ້າ​ໃຫ້​ກວ້າງ​ອອກ​ໄປ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ເຈົ້າ+ ແລະ​ເພິ່ນ​ໄດ້​ເອົາ​ແຜ່ນດິນ​ທັງ​ໝົດ​ທີ່​ເພິ່ນ​ໄດ້​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ໃຫ້​ກັບ​ເຈົ້າ+  ຖ້າ​ເຈົ້າສັດຊື່ແລະ​ເຊື່ອ​ຟັງ​ກົດ​ໝາຍ​ທັງ​ໝົດ​ທີ່​ຂ້ອຍ​ກຳລັງ​ບອກ​ເຈົ້າ​ໃນ​ມື້​ນີ້ ຄື​ໃຫ້​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ​ສະເໝີ+ ໃຫ້​ພວກ​ເຈົ້າ​ກັນ​ເມືອງ​ໄວ້​ຕື່ມ​ອີກ 3 ເມືອງ​ເປັນ 6 ເມືອງ.+ 10  ເມື່ອເຮັດ​ແນວ​ນີ້ ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ກໍ​ຈະ​ບໍ່​ຖືກ​ຂ້າ+ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເອົາ​ໃຫ້​ເຈົ້າ​ເປັນ​ມໍລະດົກ ແລະ​ເຈົ້າ​ຈະ​ບໍ່​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ຂ້າ​ຄົນ.+ 11  ຖ້າ​ຜູ້​ໃດ​ກຽດ​ຊັງ​ຄົນ​ໃດ​ຄົນ​ໜຶ່ງ+ ແລະ​ໄດ້​ໄປ​ດັກຊຸ້ມທຳ​ຮ້າຍ​ລາວ​ຈົນ​ຕາຍ ແລ້ວ​ກໍ​ໜີ​ໄປ​ເມືອງ​ລີ້ໄພ​ເມືອງ​ໃດ​ເມືອງ​ໜຶ່ງ 12  ພວກ​ຜູ້​ນຳ​ທີ່​ຢູ່​ໃນ​ເມືອງ​ຂອງ​ລາວ​ຕ້ອງ​ເອີ້ນ​ລາວ​ອອກ​ຈາກ​ເມືອງ​ລີ້ໄພ​ນັ້ນ ແລະ​ສົ່ງ​ລາວ​ໃຫ້​ຄົນ​ທີ່​ມີ​ສິດ​ແກ້ແຄ້ນ. ລາວ​ຈະ​ຕ້ອງ​ຕາຍ.+ 13  ຢ່າ​ອີ່ຕົນ​ລາວ. ເຈົ້າ​ຕ້ອງ​ກຳຈັດ​ຜູ້​ທີ່​ຂ້າ​ຄົນ​ທີ່ບໍ່​ມີ​ຄວາມ​ຜິດ​ອອກ​ໄປ​ຈາກ​ອິດສະຣາເອນ+ ແລ້ວ​ເຈົ້າ​ຈະ​ມີ​ຊີວິດ​ທີ່​ດີ. 14  ເມື່ອ​ເຈົ້າ​ໄດ້​ຮັບ​ມໍລະດົກ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ແລ້ວ ຫ້າມ​ເຈົ້າ​ຍ້າຍ​ຫຼັກ​ແດນ​ຂອງ​ເພື່ອນ​ບ້ານ+​ທີ່​ປູ່ຍ່າຕານາຍ​ໄດ້​ຝັງ​ໄວ້. 15  ຖ້າ​ມີ​ພະຍານ​ພຽງ​ຄົນ​ດຽວ ຈະ​ບໍ່​ສາມາດ​ຕັດສິນ​ຜູ້​ໃດ​ຜູ້​ໜຶ່ງ​ໃນ​ຄວາມ​ຜິດ​ທີ່​ລາວ​ອາດ​ຈະ​ເຮັດ+ ແຕ່​ຖ້າ​ມີ​ພະຍານ 2 ຫຼື 3 ຄົນ​ຂຶ້ນ​ໄປ​ກໍ​ຈະ​ຢືນ​ຢັນ​ເລື່ອງ​ນັ້ນ​ໄດ້.+ 16  ຖ້າ​ມີ​ຄົນ​ໜຶ່ງ​ໃສ່​ຮ້າຍ​ຫຼື​ກ່າວ​ຫາ​ວ່າ​ອີກ​ຄົນ​ໜຶ່ງ​ເຮັດ​ຜິດ+ 17  ທັງ​ສອງ​ຄົນ​ທີ່​ມີ​ເລື່ອງ​ຜິດ​ຖຽງ​ກັນ​ນັ້ນ​ຕ້ອງ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ ພວກ​ປະໂລຫິດ ແລະ​ພວກ​ຜູ້ຕັດສິນ​ທີ່​ເຮັດ​ວຽກ​ໃນ​ຕອນ​ນັ້ນ.+ 18  ພວກ​ຜູ້ຕັດສິນ​ຕ້ອງ​ຖາມ​ເບິ່ງ​ຢ່າງ​ຄັກ​ແນ່+ ແລະ​ຖ້າ​ຜູ້​ທີ່​ເປັນ​ພະຍານ​ໄດ້​ເວົ້າ​ຕົວະ​ແລະ​ໃສ່​ຮ້າຍ​ພີ່​ນ້ອງ​ຂອງ​ລາວ 19  ເຈົ້າ​ຕ້ອງ​ເຮັດ​ກັບ​ລາວ​ຄື​ກັບ​ທີ່​ລາວ​ໄດ້​ເຮັດ​ຕໍ່​ພີ່​ນ້ອງ​ຂອງ​ລາວ.+ ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຈາກ​ພວກ​ເຈົ້າ.+ 20  ເມື່ອ​ຄົນ​ອື່ນ​ໄດ້​ຍິນ​ເລື່ອງ​ນີ້​ກໍ​ຈະ​ຢ້ານ ແລະ​ຈະ​ບໍ່​ມີ​ໃຜ​ກ້າ​ເຮັດ​ຊົ່ວ​ແນວ​ນີ້​ອີກ.+ 21  ຢ່າ​ອີ່ຕົນ​ລາວ.+ ຊີວິດ​ຕ້ອງ​ແທນ​ຊີວິດ ຕາ​ແທນ​ຕາ ແຂ້ວ​ແທນ​ແຂ້ວ ມື​ແທນ​ມື ແລະ​ຕີນ​ແທນ​ຕີນ.”+

ຂໍຄວາມໄຂເງື່ອນ