ພະບັນຍັດ 2:1-37

  • ຍ່າງ​ອ້ອມ​ໄປ​ອ້ອມ​ມາ​ຢູ່​ບ່ອນ​ກັນດານ 38 ປີ (1-23)

  • ຊະນະ​ກະສັດ​ສີໂຮນ​ທີ່​ຢູ່​ເມືອງ​ເຮັດຊະໂບນ (24-37)

2  “ແລ້ວ​ພວກ​ເຮົາ​ກໍ​ເດີນ​ທາງ​ກັບ​ໄປ​ບ່ອນ​ກັນດານ​ຕາມ​ເສັ້ນ​ທາງ​ທະເລ​ແດງ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ​ຂ້ອຍ.+ ພວກ​ເຮົາ​ໄດ້​ເດີນ​ທາງ​ອ້ອມ​ເຂດ​ພູ​ເສອີ​ຢູ່​ຫຼາຍ​ມື້.  ໃນ​ທີ່​ສຸດ ພະ​ເຢໂຫວາ​ກໍ​ບອກ​ຂ້ອຍ​ວ່າ  ‘ພວກ​ເຈົ້າ​ຍ່າງ​ອ້ອມ​ໄປ​ອ້ອມ​ມາ​ຢູ່​ພູ​ນີ້​ດົນ​ແລ້ວ. ຕອນ​ນີ້​ໃຫ້​ພວກ​ເຈົ້າ​ຂຶ້ນ​ໄປ​ທາງ​ເໜືອ  ແລະ​ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ “ພວກ​ເຈົ້າ​ຈະ​ຕ້ອງຂ້າມ​ເຂດ​ແດນຂອງ​ລູກ​ຫຼານ​ເອຊາວ+​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ທີ່​ຢູ່​ເສອີ.+ ພວກ​ເຂົາ​ຈະ​ຢ້ານ​ພວກ​ເຈົ້າ+ ແຕ່​ພວກ​ເຈົ້າ​ຕ້ອງ​ລະວັງ.  ຢ່າ​ໄປ​ຕໍ່ສູ້​ກັບ​ພວກ​ເຂົາ. ເຮົາ​ຈະ​ບໍ່​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໃຫ້​ພວກ​ເຈົ້າ. ແມ່ນ​ແຕ່​ສ່ຳ​ຝ່າ​ມື​ດຽວເຮົາ​ກໍ​ຈະ​ບໍ່​ເອົາ​ໃຫ້ ເພາະ​ເຮົາ​ໄດ້ຍົກ​ເຂດ​ພູ​ເສອີ​ໃຫ້ເປັນ​ຂອງ​ເອຊາວ​ແລ້ວ.+  ຖ້າ​ພວກ​ເຈົ້າ​ຈະ​ກິນ​ເຂົ້າ​ກິນ​ນ້ຳ​ຂອງ​ພວກ​ເຂົາ ພວກ​ເຈົ້າ​ຕ້ອງ​ໄດ້​ຊື້​ນຳ​ພວກ​ເຂົາ.+  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ອວຍພອນ​ພວກ​ເຈົ້າ​ທຸກ​ຢ່າງ. ພະເຈົ້າ​ໄດ້ແນມ​ເບິ່ງ​ພວກ​ເຈົ້າຕະຫຼອດ​ຕອນ​ທີ່​ພວກ​ເຈົ້າ​ຍ່າງ​ຢູ່​ບ່ອນ​ກັນດານ​ທີ່​ກວ້າງ​ໃຫຍ່​ນັ້ນ. ຕະຫຼອດ 40 ປີ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ກໍ​ຢູ່​ນຳ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ບໍ່​ໄດ້​ຂາດ​ເຂີນ​ອີ່ຫຍັງ.”’+  ພວກ​ເຮົາ​ຈຶ່ງ​ຂ້າມ​ເຂດ​ແດນ​ຂອງ​ລູກ​ຫຼານ​ເອຊາວ+​ພີ່​ນ້ອງ​ຂອງ​ພວກ​ເຮົາ​ທີ່​ຢູ່​ເສອີ ແລະ​ບໍ່​ໄດ້​ໄປ​ທາງ​ເຂດ​ອາຣາບາ ເອລັດ ແລະ​ເອັດຊີໂອນເກເບ.+ ຈາກ​ນັ້ນ ພວກ​ເຮົາ​ກໍ​ຍ່າງ​ລຽບ​ໄປ​ຕາມ​ເສັ້ນ​ທາງບ່ອນ​ກັນດານ​ໂມອາບ.+  ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ຢ່າ​ໄປ​ໂຈມຕີ​ຫຼື​ຕໍ່ສູ້​ພວກ​ໂມອາບ ເພາະ​ເຮົາ​ຈະ​ບໍ່​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໃຫ້​ພວກ​ເຈົ້າ​ແມ່ນ​ແຕ່​ໜ້ອຍ​ດຽວ. ເຮົາ​ໄດ້​ເອົາ​ເມືອງ​ອາຣະ​ໃຫ້​ເປັນ​ຂອງ​ລູກ​ຫຼານ​ໂລດ​ແລ້ວ.+ 10  (ແຕ່​ກີ້​ພວກ​ເອມີມ+​ທີ່​ໂຕ​ໃຫຍ່​ໆ​ສູງ​ໆ​ຄື​ກັບ​ພວກ​ອານາກ​ເຄີຍ​ຢູ່​ຫັ້ນ. 11  ພວກ​ເຣຟາຢິມ+​ກໍ​ໂຕ​ໃຫຍ່​ໆ​ສູງ​ໆ​ຄື​ກັບ​ພວກ​ອານາກ.+ ພວກ​ໂມອາບ​ເອີ້ນ​ພວກ​ເຣຟາຢິມ​ວ່າ​ເອມີມ. 12  ກ່ອນ​ໜ້າ​ນີ້​ພວກ​ໂຮລີ+​ເຄີຍ​ຢູ່​ເສອີ ແຕ່​ພວກ​ລູກ​ຫຼານ​ຂອງ​ເອຊາວ​ໄດ້​ຂ້າ​ພວກ​ເຂົາ ຍຶດ​ເອົາແຜ່ນດິນ​ນັ້ນ ແລະ​ໄດ້​ເຂົ້າ​ໄປ​ຢູ່​ແທນ.+ ພວກ​ອິດສະຣາເອນ​ກໍ​ຈະ​ເຮັດ​ກັບ​ຄົນ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ຈະ​ເອົາ​ໃຫ້​ແບບ​ນັ້ນ​ຄື​ກັນ.) 13  ຕອນ​ນີ້ ໃຫ້​ພວກ​ເຈົ້າ​ຂ້າມ​ຮ່ອມພູ*ເຊເຣັດ.’ ພວກ​ເຮົາ​ກໍ​ຂ້າມ​ຮ່ອມພູ*ເຊເຣັດ​ໄປ.+ 14  ພວກ​ເຮົາ​ໃຊ້​ເວລາ 38 ປີ ເພື່ອ​ເດີນ​ທາງ​ຈາກ​ກາເດັດ​ບາ​ເນອາ​ຈົນ​ຂ້າມ​ຮ່ອມພູ*ເຊເຣັດ. ໃນ​ໄລຍະ​ນັ້ນ ຄົນ​ທີ່​ເປັນ​ທະຫານ​ໃນ​ລຸ້ນ​ນັ້ນ​ໄດ້​ຕາຍ​ຈາກ​ຄ້າຍ​ພັກ​ໝົດ​ແລ້ວ ຄື​ກັບ​ທີ່​ພະ​ເຢໂຫວາ​ໄດ້​ສາບານ​ໄວ້​ກັບ​ເຂົາ​ເຈົ້າ.+ 15  ພະ​ເຢໂຫວາ​ໄດ້​ໃຊ້​ລິດເດດ*ຂອງ​ເພິ່ນ​ທຳລາຍ​ຄົນ​ເຫຼົ່າ​ນັ້ນ​ໃຫ້​ໝົດ​ໄປ​ຈາກ​ຄ້າຍ​ພັກ.+ 16  ຫຼັງ​ຈາກ​ຄົນ​ທີ່​ເປັນ​ທະຫານ​ລຸ້ນ​ນັ້ນ​ຕາຍ​ໄປ​ໝົດ​ແລ້ວ+ 17  ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ 18  ‘ມື້​ນີ້​ພວກ​ເຈົ້າ​ຈະ​ອອກ​ຈາກ​ເຂດ​ແດນ​ໂມອາບ​ເຊິ່ງ​ກໍ​ຄື​ອາຣະ. 19  ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃກ້​ພວກ​ອຳໂມນ ຢ່າ​ໄປ​ໂຈມຕີ​ຫຼື​ຕໍ່ສູ້​ພວກ​ເຂົາ ເພາະ​ເຮົາ​ຈະ​ບໍ່​ເອົາ​ແຜ່ນດິນ​ຂອງ​ພວກ​ອຳໂມນ​ໃຫ້​ພວກ​ເຈົ້າ ແມ່ນ​ແຕ່​ສ່ຳ​ຝ່າ​ມື​ດຽວ. ເຮົາ​ໄດ້​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ລູກ​ຫຼານ​ຂອງ​ໂລດ​ແລ້ວ.+ 20  ແຜ່ນດິນ​ນີ້​ເຄີຍ​ເປັນ​ຂອງ​ພວກ​ເຣຟາຢິມ.+ (ແຕ່​ກີ້​ພວກ​ເຣຟາຢິມ​ເຄີຍ​ຢູ່​ຫັ້ນ ແລະ​ພວກ​ອຳໂມນ​ເອີ້ນ​ພວກ​ເຂົາ​ວ່າ​ຊຳຊຸມມິມ. 21  ພວກ​ເຣຟາຢິມ​ເປັນ​ຄົນ​ໂຕ​ໃຫຍ່​ໆ​ສູງ​ໆ​ຄື​ກັບ​ພວກ​ອານາກ.+ ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ອຳໂມນ​ໄລ່​ພວກ​ເຣຟາຢິມ​ອອກ​ໄປ ແລ້ວ​ພວກ​ອຳໂມນ​ກໍ​ເຂົ້າ​ໄປ​ຢູ່​ແຜ່ນດິນ​ນັ້ນ​ແທນ. 22  ພະເຈົ້າ​ກໍ​ເຄີຍ​ຊ່ວຍ​ລູກ​ຫຼານ​ຂອງ​ເອຊາວ​ທີ່​ຢູ່​ເສອີ+ແບບ​ນີ້​ຄື​ກັນ. ເພິ່ນ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ຂັບ​ໄລ່​ພວກ​ໂຮລີ+ອອກ​ໄປ. ເຂົາ​ເຈົ້າ​ກໍ​ໄດ້​ຍຶດ​ແລະ​ຢູ່​ໃນ​ແຜ່ນດິນ​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້. 23  ພວກ​ອາວີມ​ເຄີຍ​ຢູ່​ບ້ານ​ຕ່າງ​ໆ​ໃນ​ເຂດ​ຂອງ​ເມືອງ​ຄາຊາ+ ແຕ່​ພວກ​ກາບໂຕຣີມ+​ທີ່​ມາ​ຈາກ​ກາບໂຕຣ*ໄດ້​ຂັບ​ໄລ່​ເຂົາ​ເຈົ້າ​ອອກ​ໄປ​ແລະ​ຢູ່​ຫັ້ນ​ແທນ.) 24  ໃຫ້​ພວກ​ເຈົ້າ​ຂ້າມ​ຮ່ອມພູ*ອາໂນນ​ໄປ.+ ເຮົາ​ໄດ້​ມອບ​ສີໂຮນ+ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ​ໄວ້​ໃນ​ມື​ຂອງ​ພວກ​ເຈົ້າ​ແລ້ວ. ໃຫ້​ພວກ​ເຈົ້າ​ໄປ​ໂຈມຕີ​ແລະ​ຍຶດ​ເອົາ​ແຜ່ນດິນ​ຂອງ​ລາວ. 25  ມື້​ນີ້ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທົ່ວ​ໂລກ​ຮູ້ສຶກ​ຢ້ານ​ເມື່ອ​ໄດ້​ຍິນ​ເລື່ອງ​ຂອງ​ພວກ​ເຈົ້າ. ເຂົາ​ເຈົ້າ​ຈະ​ກະວົນກະວາຍ​ແລະ​ໂຕ​ສັ່ນ*ຍ້ອນ​ພວກ​ເຈົ້າ.’+ 26  ຂ້ອຍ​ໄດ້​ສົ່ງ​ຄົນ​ຈາກ​ບ່ອນ​ກັນດານ​ເກເດໂມດ+​ໄປ​ຫາ​ກະສັດ​ສີໂຮນ​ທີ່​ຢູ່​ເມືອງ​ເຮັດຊະໂບນ ເພື່ອ​ຂໍສ້າງ​ສັນຕິສຸກກັບ​ລາວ+ ໂດຍ​ເວົ້າ​ວ່າ 27  ‘ຂ້ອຍ​ຂໍ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ທ່ານ. ຂ້ອຍ​ຈະ​ໃຊ້​ທາງ​ຫຼັກ​ເທົ່າ​ນັ້ນ ຈະ​ບໍ່​ລ້ຽວ​ຊ້າຍ​ລ້ຽວ​ຂວາ.+ 28  ຂ້ອຍ​ຈະ​ຊື້​ເຂົ້າ​ຊື້​ນ້ຳ​ນຳ​ທ່ານ. ມີ​ແຕ່​ຂໍ​ຍ່າງ​ຜ່ານ​ຊື່​ໆ​ 29  ຈົນ​ກວ່າ​ຂ້ອຍຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຈະ​ເອົາ​ໃຫ້​ພວກ​ເຮົາ. ພວກ​ລູກ​ຫຼານ​ຂອງ​ເອຊາວ​ທີ່​ຢູ່​ເສອີ​ກັບ​ພວກ​ໂມອາບ​ທີ່​ຢູ່​ອາຣະ​ກໍ​ເຄີຍ​ໃຫ້​ພວກ​ເຮົາ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ຄື​ກັນ.’ 30  ແຕ່​ກະສັດ​ສີໂຮນ​ທີ່​ຢູ່​ເມືອງ​ເຮັດຊະໂບນ​ບໍ່​ຍອມ​ໃຫ້​ພວກ​ເຮົາ​ຍ່າງ​ຜ່ານ​ແຜ່ນດິນ​ຂອງ​ລາວ. ຍ້ອນ​ພະ​ເຢໂຫວາ​ປ່ອຍ​ໃຫ້​ລາວ​ເປັນ​ຄົນ​ຫົວ​ແຂງ+ແລະ​ໃຈ​ແຄບ ເພື່ອ​ຈະ​ມອບ​ລາວ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ​ຄື​ກັບ​ຕອນ​ນີ້.+ 31  ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ ‘ເຮົາ​ໄດ້​ມອບ​ສີໂຮນ​ແລະ​ແຜ່ນດິນ​ຂອງ​ລາວ​ໃຫ້​ເຈົ້າ​ແລ້ວ. ໃຫ້​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ຂອງ​ລາວ​ໂລດ.’+ 32  ເມື່ອ​ສີໂຮນ​ກັບ​ຄົນ​ຂອງ​ລາວ​ທັງ​ໝົດ​ມາ​ຕໍ່ສູ້​ກັບ​ພວກ​ເຮົາ​ຢູ່​ຢາຮາດ+ 33  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ກໍ​ມອບ​ລາວ​ໄວ້​ໃນ​ມື​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈຶ່ງ​ຊະນະ​ລາວ​ກັບ​ລູກ​ຂອງ​ລາວ ແລະ​ຄົນ​ຂອງ​ລາວ​ທັງ​ໝົດ​ໄດ້. 34  ຕອນ​ນັ້ນ ພວກ​ເຮົາ​ໄດ້​ຍຶດ​ແລະ​ທຳລາຍ​ທຸກ​ໆ​ເມືອງ. ພວກ​ເຮົາ​ໄດ້​ຂ້າ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ. ພວກ​ເຮົາ​ບໍ່​ປ່ອຍ​ໃຫ້​ໃຜ​ລອດ​ຈັກ​ຄົນ.+ 35  ພວກ​ເຮົາ​ໄດ້​ປຸ້ນ​ເອົາ​ຝູງ​ສັດ​ແລະ​ເຄື່ອງ​ຂອງ​ຈາກ​ເມືອງ​ຕ່າງ​ໆ​ທີ່​ພວກ​ເຮົາ​ຍຶດ​ໄດ້. 36  ຕັ້ງ​ແຕ່​ເມືອງ​ອາໂຣເອ+​ທີ່​ຢູ່​ແຄມ​ຮ່ອມພູ*ອາໂນນ (ລວມ​ທັງ​ເມືອງ​ທີ່​ຢູ່​ໃນ​ຮ່ອມພູ) ໄປ​ຈົນ​ຮອດ​ກິລຽດ ພວກ​ເຮົາ​ເອົາຊະນະ​ໄດ້​ທຸກ​ເມືອງ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ຍຶດ​ໄດ້​ທຸກ​ເມືອງ.+ 37  ແຕ່​ພວກ​ເຈົ້າ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພວກ​ອຳໂມນ+ ເຂດ​ທັງ​ໝົດ​ຂອງຮ່ອມພູ*ຢັບໂບກ+ ແລະ​ເມືອງ​ຕ່າງ​ໆ​ເຊິ່ງ​ຢູ່​ເຂດ​ທີ່​ມີ​ພູ​ຫຼາຍ​ໆ​ໜ່ວຍ ແລະ​ບໍ່​ໄດ້​ເຂົ້າ​ໄປ​ບ່ອນ​ອື່ນ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຫ້າມ​ບໍ່​ໃຫ້​ໄປ.”

ຂໍຄວາມໄຂເງື່ອນ

ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ແປ​ຕາມ​ໂຕ​ວ່າ “ມື”
ໝາຍເຖິງ​ເກາະ​ກະເຣເຕ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ເຈັບ​ປວດ​ຄື​ກັບ​ຕອນ​ເກີດ​ລູກ”
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.