ພະບັນຍັດ 20:1-20

  • ກົດ​ກ່ຽວກັບ​ການ​ເຮັດ​ສົງຄາມ (1-20)

    • ຂໍ້​ຍົກເວັ້ນ​ທີ່​ຈະ​ບໍ່​ໄດ້​ເປັນ​ທະຫານ (5-9)

20  “ຖ້າ​ພວກ​ເຈົ້າ​ອອກ​ໄປ​ສູ້ຮົບ​ກັບ​ພວກ​ສັດຕູ ແລະ​ເຫັນ​ວ່າ​ພວກ​ເຂົາ​ມີ​ມ້າ ລົດ​ຮົບ ແລະ​ທະຫານ​ຫຼາຍ​ກວ່າ​ພວກ​ເຈົ້າ ຢ່າຊູ່​ຢ້ານ​ພວກ​ເຂົາ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ຢູ່​ນຳ​ພວກ​ເຈົ້າ.+  ກ່ອນ​ຊິ​ອອກ​ໄປ​ສູ້ຮົບ ໃຫ້​ປະໂລຫິດ​ມາ​ເວົ້າ​ກັບ​ພວກທະຫານກ່ອນ.+  ປະໂລຫິດ​ຕ້ອງ​ບອກ​ເຂົາ​ເຈົ້າ​ວ່າ ‘ພວກ​ອິດສະຣາເອນ​ເອີ້ຍ! ພວກ​ເຈົ້າ​ກຳລັງ​ຊິ​ອອກ​ໄປ​ສູ້ຮົບ​ກັບ​ພວກ​ສັດຕູ. ໃຫ້​ກ້າຫານ ຢ່າຊູ່ຢ້ານ​ພວກ​ເຂົາ  ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຊິ​ຢູ່​ນຳ​ພວກ​ເຈົ້າ. ເພິ່ນ​ຊິ​ຕໍ່ສູ້​ກັບ​ສັດຕູ​ເພື່ອ​ພວກ​ເຈົ້າ ແລະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ.’+  ພວກ​ຫົວ​ໜ້າ​ທະຫານ​ຕ້ອງ​ບອກ​ທະຫານ​ວ່າ ‘ຖ້າ​ຜູ້​ໃດປຸກ​ເຮືອນ​ໃໝ່​ແລະ​ຍັງ​ບໍ່​ໄດ້​ຢູ່​ເຮືອນ​ນັ້ນ​ເທື່ອ ກໍ​ໃຫ້​ລາວ​ກັບ​ເມືອ​ກ່ອນ. ຢ້ານ​ວ່າ​ຖ້າ​ລາວ​ຕາຍ​ຢູ່​ສະໜາມ​ຮົບ ຄົນ​ອື່ນ​ຊິ​ໄປ​ຢູ່​ເຮືອນ​ຂອງ​ລາວ.  ຖ້າ​ຜູ້​ໃດ​ປູກ​ໝາກ​ລະແຊັງ​ແລະ​ຍັງ​ບໍ່​ໄດ້​ກິນ​ເທື່ອ ກໍ​ໃຫ້​ລາວ​ກັບ​ເມືອ​ກ່ອນ. ຢ້ານ​ວ່າ​ຖ້າ​ລາວ​ຕາຍ​ຢູ່​ສະໜາມ​ຮົບ ຄົນ​ອື່ນ​ຊິ​ໄປ​ເກັບ​ໝາກ​ລະແຊັງ​ຂອງ​ລາວ.  ຖ້າ​ຜູ້​ໃດ​ໝັ້ນ​ກັບ​ຜູ້​ຍິງ​ແລະ​ຍັງ​ບໍ່​ໄດ້​ແຕ່ງດອງ​ເທື່ອ ກໍ​ໃຫ້​ລາວ​ກັບ​ເມືອ​ກ່ອນ.+ ຢ້ານ​ວ່າ​ຖ້າ​ລາວ​ຕາຍ​ຢູ່​ສະໜາມ​ຮົບ ຄົນ​ອື່ນ​ຊິ​ໄປ​ແຕ່ງດອງ​ກັບ​ຄູ່​ໝັ້ນ​ຂອງ​ລາວ.’  ພວກ​ຫົວ​ໜ້າ​ທະຫານ​ຕ້ອງ​ເວົ້າ​ກັບ​ທະຫານ​ອີກ​ວ່າ ‘ມີ​ຜູ້​ໃດ​ຮູ້ສຶກ​ຢ້ານ​ບໍ?+ ຖ້າ​ຜູ້​ໃດ​ຢ້ານ​ກໍ​ໃຫ້​ລາວ​ກັບ​ເມືອ​ກ່ອນ ເພາະ​ລາວ​ຊິ​ເຮັດ​ໃຫ້​ຄົນ​ອື່ນ​ຢ້ານ​ນຳ.’+  ເມື່ອ​ພວກ​ຫົວ​ໜ້າ​ທະຫານ​ເວົ້າ​ກັບ​ທະຫານແລ້ວ​ໆ​ ໃຫ້​ເຂົາ​ເຈົ້າ​ແຕ່ງຕັ້ງ​ບາງຄົນ​ເພື່ອ​ຈະນຳ​ໜ້າ​ທະຫານໄປ​ຕໍ່ສູ້. 10  ເມື່ອ​ພວກ​ເຈົ້າ​ຈະ​ໄປ​ຕໍ່ສູ້​ເມືອງ​ໃດ​ເມືອງ​ໜຶ່ງ ພວກ​ເຈົ້າ​ຕ້ອງ​ບອກ​ຄົນ​ໃນ​ເມືອງ​ນັ້ນ​ວ່າພວກ​ເຂົາຕ້ອງ​ເຮັດ​ແນວ​ໃດຈຶ່ງ​ຈະ​ບໍ່​ຖືກ​ໂຈມຕີ.+ 11  ຖ້າ​ພວກ​ເຂົາ​ຍອມ​ເຮັດ​ຕາມ​ແລະ​ເປີດ​ປະຕູ​ໃຫ້​ພວກ​ເຈົ້າ ຄົນ​ທັງ​ໝົດ​ໃນ​ເມືອງ​ນັ້ນ​ກໍ​ຈະ​ມາ​ຮັບ​ໃຊ້​ແລະ​ເຮັດ​ວຽກ​ໃຫ້​ພວກ​ເຈົ້າ.+ 12  ແຕ່​ຖ້າ​ພວກ​ເຂົາ​ບໍ່​ຍອມ​ເຮັດ​ຕາມ​ແລະ​ຢາກ​ຈະ​ຕໍ່ສູ້​ກັບ​ພວກ​ເຈົ້າ ພວກ​ເຈົ້າ​ຕ້ອງ​ລ້ອມ​ເມືອງ​ນັ້ນ​ໄວ້. 13  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຊ່ວຍ​ໃຫ້​ພວກ​ເຈົ້າ​ຊະນະ​ພວກ​ເຂົາ​ໄດ້. ພວກ​ເຈົ້າ​ຕ້ອງ​ເອົາ​ດາບ​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເມືອງ​ນັ້ນ. 14  ແຕ່​ພວກ​ຜູ້​ຍິງ ເດັກ​ນ້ອຍ ຝູງ​ສັດ​ແລະ​ທຸກ​ຢ່າງ​ໃນ​ເມືອງ​ນັ້ນ ພວກ​ເຈົ້າ​ເອົາ​ມາ​ເປັນ​ຂອງ​ໂຕເອງ​ໄດ້+ ແລະ​ພວກ​ເຈົ້າ​ຈະ​ໄດ້​ກິນ​ສິ່ງ​ທີ່​ຍຶດ​ມາ​ຈາກ​ພວກ​ສັດຕູ ເຊິ່ງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ເອົາ​ໃຫ້​ພວກ​ເຈົ້າ.+ 15  ສຳລັບ​ເມືອງ​ທີ່​ຢູ່​ໄກ​ໆ​ ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ໄປ​ແລ້ວ​ນັ້ນ. 16  ແຕ່​ກັບ​ເມືອງ​ທີ່​ຢູ່​ໃກ້​ໆ​ ໃຫ້​ພວກ​ເຈົ້າ​ເຮັດ​ອີກ​ແບບ​ໜຶ່ງ. ສຳລັບ​ເມືອງ​ເຫຼົ່ານີ້​ທີ່​ຢູ່​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ພວກ​ເຈົ້າ​ເປັນ​ມໍລະດົກ ຢ່າ​ໃຫ້​ມີ​ຜູ້​ໃດ​ລອດ​ຈັກ​ຄົນ.+ 17  ພວກ​ເຈົ້າ​ຕ້ອງ​ຂ້າ​ພວກ​ເຮດ ພວກ​ອາໂມ ພວກ​ການາອານ ພວກ​ເປຣິຊີ ພວກ​ຮີວີ ແລະ​ພວກ​ເຢບຸດ​ໃຫ້​ໝົດ+ ຕາມ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້​ສັ່ງ​ໄວ້. 18  ຖ້າ​ບໍ່​ເຮັດ​ແນວ​ນັ້ນ ພວກ​ເຂົາ​ອາດ​ຈະ​ສອນ​ພວກ​ເຈົ້າ​ໃຫ້​ເຮັດ​ຕາມ​ວິທີ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ພວກ​ເຂົາ​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເຂົາ ແລະ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ 19  ຖ້າ​ພວກ​ເຈົ້າ​ລ້ອມ​ເມືອງ​ໃດ​ແລະ​ຍຶດ​ເມືອງ​ນັ້ນ​ໄດ້​ຫຼັງ​ຈາກ​ທີ່​ຕໍ່ສູ້​ກັນ​ມາ​ຫຼາຍ​ມື້ ພວກ​ເຈົ້າ​ກິນ​ໝາກໄມ້ຈາກ​ຕົ້ນ​ໄມ້​ຕ່າງ​ໆ​ໄດ້ ແຕ່​ບໍ່​ຄວນ​ປ້ຳ​ມັນ.+ ພວກ​ເຈົ້າ​ບໍ່​ຄວນ​ທຳລາຍ​ຕົ້ນ​ໄມ້​ຄື​ກັບ​ທີ່​ພວກ​ເຈົ້າ​ຂ້າ​ຄົນ. 20  ພວກ​ເຈົ້າ​ຈະ​ຕັດ​ຕົ້ນ​ໄມ້​ທີ່​ບໍ່​ແມ່ນ​ຕົ້ນ​ໄມ້​ກິນ​ໝາກ​ກໍ​ໄດ້ ແລ້ວ​ເອົາ​ໄມ້​ນັ້ນ​ມາ​ເຮັດ​ເປັນ​ຮົ້ວ​ລ້ອມ​ເມືອງ​ທີ່​ພວກ​ເຈົ້າ​ກຳລັງ​ຕໍ່ສູ້​ຈົນ​ກວ່າ​ຈະ​ຍຶດ​ເມືອງ​ນັ້ນ​ໄດ້.”

ຂໍຄວາມໄຂເງື່ອນ