ພະບັນຍັດ 24:1-22

  • ການ​ແຕ່ງດອງ​ແລະ​ການ​ປະ​ຮ້າງ (1-5)

  • ນັບ​ຖື​ຊີວິດ (6-9)

  • ຫ່ວງໃຍ​ຄົນ​ທີ່​ທຸກ​ຍາກ (10-18)

  • ຄຳ​ສັ່ງ​ເລື່ອງ​ການ​ເກັບ​ກ່ຽວ (19-22)

24  “ຖ້າ​ຜູ້​ຊາຍ​ຄົນ​ໃດ​ແຕ່ງດອງ​ກັບ​ຜູ້​ຍິງ ແລະ​ຕໍ່ມາ​ກໍ​ບໍ່​ພໍ​ໃຈ​ລາວ ຍ້ອນ​ເຫັນ​ວ່າ​ລາວ​ເຮັດສິ່ງ​ທີ່​ເປັນ​ຕາ​ໜ້າ​ອາຍ ຜົວ​ຕ້ອງ​ເຮັດ​ໃບຢ່າຮ້າງ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ+ ແລະ​ໃຫ້​ລາວ​ອອກ​ຈາກ​ເຮືອນ​ໄປ.+  ຫຼັງ​ຈາກ​ທີ່​ຜູ້​ຍິງ​ຄົນ​ນັ້ນ​ອອກ​ຈາກ​ເຮືອນ​ຜູ້​ຊາຍ​ໄປ​ແລ້ວ ລາວ​ຈະ​ແຕ່ງດອງ​ໃໝ່​ກໍ​ໄດ້.+  ຖ້າ​ຜົວ​ຄົນ​ທີ 2 ຂອງ​ຜູ້​ຍິງ​ຄົນ​ນັ້ນ​ຊັງ​ລາວ ເຮັດ​ໃບຢ່າຮ້າງ​ໃຫ້​ລາວ ແລະ​ໃຫ້​ລາວ​ອອກ​ຈາກ​ເຮືອນ​ໄປ ຫຼື​ຖ້າ​ຜົວ​ຄົນ​ທີ 2 ຕາຍ​ໄປ  ຜົວ​ຄົນ​ທຳອິດ​ຈະ​ເອົາ​ລາວ​ກັບ​ມາ​ເປັນ​ເມຍ​ອີກ​ບໍ່​ໄດ້ ຍ້ອນ​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ຖື​ວ່າ​ບໍ່​ສະອາດ​ສຳລັບ​ລາວ​ແລ້ວ. ການ​ເຮັດ​ແນວ​ນີ້​ເປັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ສຳລັບ​ພະ​ເຢໂຫວາ. ຫ້າມ​ເຈົ້າ​ເຮັດ​ຜິດ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ເປັນ​ມໍລະດົກ.  ເມື່ອ​ຜູ້​ຊາຍ​ແຕ່ງດອງ ລາວ​ຈະ​ໄດ້​ຮັບ​ການ​ຍົກເວັ້ນ 1 ປີ. ຢ່າ​ໃຫ້​ລາວ​ໄປ​ເປັນ​ທະຫານ ແລະ​ຢ່າ​ໃຫ້​ລາວ​ໄປ​ເຮັດ​ໜ້າ​ທີ່​ອື່ນ​ໆ​. ລາວ​ຄວນ​ຈະ​ຢູ່​ເຮືອນ​ແລະ​ເຮັດ​ໃຫ້ເມຍ​ມີ​ຄວາມ​ສຸກ.+  ຢ່າ​ໃຫ້​ຜູ້​ໃດ​ເອົາ​ຫີນ​ໂມ້​ຫຼື​ຫີນ​ໂມ້​ໂຕ​ທາງ​ເທິງ​ໄປ​ເປັນ​ເຄື່ອງ​ຄ້ຳ​ປະກັນ​ເອົາ​ເງິນ​ກູ້+ ເພາະ​ມັນ​ເປັນ​ສິ່ງ​ທີ່​ຈະ​ໃຊ້​ເຮັດ​ຢູ່​ເຮັດ​ກິນ.  ຖ້າ​ຜູ້​ໃດ​ລັກ​ພາ​ໂຕ​ຄົນ​ອິດສະຣາເອນ​ໄປ ແລະ​ໄດ້​ຂົ່ມເຫງ​ລາວ​ແລະ​ຂາຍ​ລາວ+ ຄົນ​ທີ່​ລັກ​ພາ​ໂຕ​ຄົນ​ອື່ນ​ໄປ​ຈະ​ຕ້ອງ​ຕາຍ.+ ພວກ​ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຈາກ​ພວກ​ເຈົ້າ.+  ຖ້າ​ຜູ້​ໃດ​ເປັນ​ພະຍາດ​ຂີ້ທູດ* ໃຫ້​ເຈົ້າ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ປະໂລຫິດ​ຄົນ​ເລວີ​ຈະ​ບອກ​ໃຫ້​ເຈົ້າ​ເຮັດ.+ ເຈົ້າ​ຕ້ອງ​ເຮັດ​ຕາມ​ທີ່​ຂ້ອຍ​ສັ່ງ​ເຂົາ​ເຈົ້າ​ຢ່າງ​ຄັກ​ແນ່.  ໃຫ້​ຈື່​ວ່າ​ພະ​ເຢໂຫວາ​ໄດ້​ເຮັດ​ແນວ​ໃດ​ກັບ​ມີຣີອາມ​ຫຼັງ​ຈາກ​ທີ່​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ 10  ຖ້າ​ເຈົ້າ​ເອົາ​ເງິນ​ໃຫ້​ຄົນ​ອື່ນ​ຢືມ+ ຫ້າມ​ເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ ເພື່ອ​ເອົາ​ສິ່ງ​ທີ່​ລາວ​ຈະ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ. 11  ເຈົ້າ​ຕ້ອງ​ຢືນ​ຖ້າ​ລາວ​ຢູ່​ນອກ​ເຮືອນ ແລະ​ໃຫ້​ຄົນ​ທີ່​ຢືມ​ເງິນ​ເຈົ້າ​ເອົາ​ສິ່ງ​ທີ່​ລາວ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ​ອອກ​ມາ​ໃຫ້​ເຈົ້າ. 12  ຖ້າ​ລາວ​ເປັນ​ຄົນ​ທຸກ ຫ້າມ​ເຈົ້າ​ເອົາ​ເຄື່ອງ​ທີ່​ລາວ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ​ໄວ້​ຢູ່​ນຳ​ເຈົ້າ​ຂ້າມ​ຄືນ.+ 13  ເຈົ້າ​ຕ້ອງ​ສົ່ງ​ສິ່ງ​ທີ່​ລາວ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ​ຄືນ​ໃຫ້​ລາວກ່ອນ​ຕາເວັນ​ຕົກ​ດິນ ເພື່ອ​ລາວ​ຈະ​ມີ​ເຄື່ອງນຸ່ງ​ຫົ່ມ​ຕອນ​ເຂົ້າ​ນອນ+ ແລ້ວ​ລາວ​ຈະ​ອວຍພອນ​ເຈົ້າ. ເມື່ອ​ເຈົ້າ​ເຮັດ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະຖື​ວ່າ​ເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. 14  ຫ້າມ​ເຈົ້າ​ໂກງ​ຄ່າ​ຈ້າງ​ຂອງ​ຄົນ​ທຸກ​ຍາກ ບໍ່​ວ່າ​ລາວ​ຈະ​ເປັນ​ຄົນ​ຊາດດຽວກັນ ຫຼື​ເປັນ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ.+ 15  ເຈົ້າ​ຕ້ອງ​ຈ່າຍ​ຄ່າ​ຈ້າງ​ໃຫ້​ລາວ​ໃນ​ມື້​ນັ້ນ+ກ່ອນ​ຕາເວັນ​ຕົກ​ດິນ ຍ້ອນ​ວ່າ​ລາວ​ເປັນ​ຄົນ​ຫາ​ເຊົ້າ​ກິນ​ຄ່ຳ. ຄັນ​ບໍ່​ຊັ້ນ ລາວ​ຈະ​ເອົາ​ເລື່ອງ​ນີ້​ໄປ​ຈົ່ມ​ກັບ​ພະ​ເຢໂຫວາ ແລ້ວ​ເຈົ້າ​ກໍ​ຈະ​ມີ​ຄວາມ​ຜິດ.+ 16  ຢ່າ​ໃຫ້​ພໍ່​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ລູກ ແລະ​ຢ່າ​ໃຫ້​ລູກ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ພໍ່.+ ແຕ່​ລະ​ຄົນ​ຈະ​ຕ້ອງ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ.+ 17  ເຈົ້າ​ຕ້ອງ​ຍຸຕິທຳ​ກັບ​ຄົນ​ຕ່າງ​ຊາດ​ຫຼື​ລູກ​ກຳພ້າ.+ ຫ້າມ​ຮັບ​ເອົາ​ເຄື່ອງນຸ່ງ​ຂອງ​ແມ່​ໝ້າຍ ເພື່ອ​ໃຊ້​ເປັນ​ເຄື່ອງ​ຄ້ຳ​ປະກັນ.+ 18  ຢ່າ​ລືມ​ວ່າ​ເຈົ້າ​ກໍ​ເຄີຍ​ເປັນ​ທາດ​ຢູ່​ໃນ​ເອຢິບ ແລະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ໄຖ່​ເຈົ້າ​ອອກ​ຈາກ​ຫັ້ນ.+ ດັ່ງນັ້ນ ຂ້ອຍ​ຈຶ່ງ​ສັ່ງ​ເຈົ້າ​ໃຫ້​ເຮັດ​ແນວ​ນີ້. 19  ເມື່ອ​ເຈົ້າ​ໄປ​ກ່ຽວ​ເຂົ້າ​ຢູ່​ທົ່ງ​ນາ​ແລະ​ລືມ​ຟ່ອນ​ເຂົ້າ​ໄວ້ ຫ້າມ​ເຈົ້າ​ກັບ​ຄືນ​ໄປ​ເອົາ. ໃຫ້​ປະ​ໄວ້​ໃຫ້​ຄົນ​ຕ່າງ​ຊາດ ລູກ​ກຳພ້າ ແລະ​ແມ່​ໝ້າຍ.+ ຖ້າ​ເຈົ້າ​ເຮັດ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ກໍ​ຈະ​ອວຍພອນ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.+ 20  ຕອນ​ທີ່​ເຈົ້າ​ເອົາ​ໄມ້​ມາ​ຟາດ​ຕົ້ນ​ໝາກກອກ​ເພື່ອ​ເອົາ​ໜ່ວຍ​ຂອງ​ມັນ ເຈົ້າ​ຟາດ​ຕົ້ນ​ຂອງ​ມັນ​ໄດ້ ແຕ່​ຢ່າ​ຟາດ​ງ່າ​ມັນ. ໃຫ້​ຈົ່ງ​ໜ່ວຍ​ທີ່​ເຫຼືອ​ໄວ້​ໃຫ້​ຄົນ​ຕ່າງ​ຊາດ ລູກ​ກຳພ້າ ແລະ​ແມ່​ໝ້າຍ​ໄດ້​ກິນ​ແດ່.+ 21  ເມື່ອ​ເຈົ້າ​ໄປ​ເກັບ​ໝາກ​ລະແຊັງ​ຢູ່​ສວນ ຫ້າມ​ກັບ​ໄປ​ເກັບ​ເອົາ​ໜ່ວຍ​ທີ່​ເຫຼືອ​ຢູ່​ຕົ້ນ. ໃຫ້​ຈົ່ງ​ມັນ​ໄວ້​ໃຫ້​ຄົນ​ຕ່າງ​ຊາດ ລູກ​ກຳພ້າ ແລະ​ແມ່​ໝ້າຍ. 22  ຢ່າ​ລືມ​ວ່າ​ເຈົ້າ​ກໍ​ເຄີຍ​ເປັນ​ທາດ​ຢູ່​ໃນ​ເອຢິບ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ສັ່ງ​ເຈົ້າ​ໃຫ້​ເຮັດ​ແນວ​ນີ້.”

ຂໍຄວາມໄຂເງື່ອນ

ໃນ​ພາສາ​ເຮັບເຣີ​ຄຳ​ທີ່​ແປ​ວ່າ “ພະຍາດ​ຂີ້ທູດ” ມີ​ຄວາມໝາຍ​ກວ້າງ ອາດ​ລວມ​ເຖິງ​ພະຍາດ​ຕິດຕໍ່​ທາງ​ຜິວ​ໜັງ​ຊະນິດ​ອື່ນ​ໆ​ ແລະ​ອາດ​ໝາຍເຖິງ​ການ​ຕິດ​ເຊື້ອ​ທີ່​ເຫັນ​ໄດ້​ຢູ່​ເຄື່ອງນຸ່ງ​ກັບ​ເຮືອນ