ພະບັນຍັດ 26:1-19

  • ການ​ເອົາ​ຜົນລະປູກ​ຊຸດ​ທຳອິດ​ມາ​ໃຫ້​ພະເຈົ້າ (1-11)

  • ການ​ໃຫ້ 1 ສ່ວນ 10 ໃນ​ປີ​ທີ 3 (12-15)

  • ພວກ​ອິດສະຣາເອນ​ເປັນ​ຊັບ​ສົມບັດ​ພິເສດ​ຂອງ​ພະ​ເຢໂຫວາ (16-19)

26  “ເມື່ອ​ເຈົ້າ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ເປັນ​ມໍລະດົກ ແລະ​ເຈົ້າ​ໄດ້​ຢູ່​ຫັ້ນ​ແລ້ວ  ເຈົ້າ​ຕ້ອງ​ເອົາ​ຜົນລະປູກ​ຊຸດ​ທຳອິດ​ທີ່​ໄດ້​ຈາກ​ໄຮ່​ຈາກ​ນາ​ຂອງ​ເຈົ້າໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເອົາ​ໃຫ້​ເຈົ້າ​ໃສ່​ໃນ​ກະຕ່າ ແລ້ວ​ເອົາ​ໄປ​ບ່ອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ.+  ເຈົ້າ​ຕ້ອງ​ໄປ​ຫາ​ປະໂລຫິດ​ທີ່​ເຮັດ​ໜ້າ​ທີ່​ໃນ​ຕອນ​ນັ້ນ​ແລະ​ບອກ​ລາວ​ວ່າ ‘ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ວ່າ​ຈະ​ເອົາ​ແຜ່ນດິນ​ນີ້​ໃຫ້​ພວກ​ເຮົາ ແລະ​ຕອນ​ນີ້​ຂ້ອຍ​ໄດ້​ມາ​ຢູ່​ໃນ​ແຜ່ນດິນ​ນີ້​ແລ້ວ. ມື້​ນີ້​ຂ້ອຍຈຶ່ງມາຂອບໃຈພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.’+  ປະໂລຫິດ​ຈະ​ຮັບ​ເອົາ​ກະຕ່າ​ນຳ​ເຈົ້າ ແລະ​ເອົາ​ໄປ​ວາງ​ໄວ້​ຢູ່​ຕໍ່​ໜ້າ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ.  ຈາກ​ນັ້ນ ເຈົ້າ​ຕ້ອງ​ເວົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ວ່າ ‘ປູ່ຍ່າຕານາຍ​ຂອງ​ຂ້ອຍ​ເປັນ​ຄົນ​ອາຣາມ+ທີ່​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ​. ເຂົາ​ເຈົ້າ​ໄດ້​ລົງ​ໄປ​ເອຢິບ+​ແລະ​ໄດ້​ຢູ່​ຫັ້ນ​ຄື​ກັບ​ຄົນ​ຕ່າງ​ຊາດ. ຕອນ​ທີ່ໄປ ເຂົາ​ເຈົ້າ​ມີ​ບໍ່ເທົ່າ​ໃດ​ຄົນ+ ແຕ່​ຕໍ່ມາ​ເຂົາ​ເຈົ້າ​ກາຍ​ເປັນ​ຊາດ​ໃຫຍ່​ທີ່​ມີ​ກຳລັງ​ແລະ​ມີ​ຄົນ​ຫຼາຍ.+  ພວກ​ເອຢິບກໍເລີຍ​ຂົ່ມເຫງ​ພວກ​ເຮົາ ແລະ​ບັງຄັບ​ພວກ​ເຮົາ​ໃຫ້​ເປັນ​ທາດ.+  ພວກ​ເຮົາ​ຈຶ່ງ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ຊ່ວຍ. ພະ​ເຢໂຫວາ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ພວກ​ເຮົາ ແລະ​ເພິ່ນ​ເຫັນ​ວ່າ​ພວກ​ເຮົາ​ຖືກ​ກົດ​ຂີ່​ແລະ​ລຳບາກ​ຫຼາຍ.+  ໃນ​ທີ່​ສຸດ ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ອອກ​ຈາກ​ເອຢິບ​ດ້ວຍ​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ.+ ເພິ່ນ​ໄດ້​ເຮັດ​ການອັດສະຈັນ​ແລະ​ສິ່ງ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ​ຢ່າງ.+  ແລ້ວ​ເພິ່ນ​ກໍ​ພາ​ພວກ​ເຮົາ​ມາ​ຢູ່​ໃນ​ແຜ່ນດິນ​ນີ້​ເຊິ່ງ​ເປັນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ.+ 10  ຕອນ​ນີ້ ຂ້ອຍຈຶ່ງເອົາ​ຜົນລະປູກ​ຊຸດ​ທຳອິດ​ຈາກ​ໄຮ່​ຈາກ​ນາ​ທີ່​ພະ​ເຢໂຫວາ​ເອົາ​ໃຫ້​ຂ້ອຍມາ​ໃຫ້ເພິ່ນ.’+ ເຈົ້າ​ຕ້ອງ​ວາງ​ກະຕ່າ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ໝູບ​ໜ້າ​ລົງ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ. 11  ແລ້ວ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ໃຫ້​ສິ່ງ​ດີ​ໆ​ກັບ​ເຈົ້າ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ ຄົນ​ເລວີ ແລະ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ນຳ​ເຈົ້າ.+ 12  ໃນ​ທຸກ​ໆ​ປີ ເຈົ້າ​ຕ້ອງ​ແບ່ງ 1 ສ່ວນ 10 ຂອງ​ຜົນລະປູກ​ຂອງ​ປີ​ນັ້ນ​ໄວ້. ແຕ່​ໃນ​ປີ​ທີ 3 ເມື່ອ​ເຈົ້າ​ແບ່ງ 1 ສ່ວນ 10+ ຂອງ​ຜົນລະປູກ​ໄວ້​ແລ້ວ ເຈົ້າ​ຕ້ອງ​ເອົາ​ສ່ວນ​ນັ້ນ​ໄປ​ໃຫ້ຄົນເລວີ ຄົນ​ຕ່າງ​ຊາດ ລູກ​ກຳພ້າ ແລະ​ແມ່​ໝ້າຍ. ເຂົາ​ເຈົ້າ​ຈະ​ໄດ້​ກິນ​ຜົນລະປູກ​ນັ້ນຈົນ​ໜຳ​ໃຈຢູ່​ໃນ​ເມືອງ​ຂອງ​ເຈົ້າ.+ 13  ຈາກ​ນັ້ນ ເຈົ້າ​ຕ້ອງ​ເວົ້າຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ວ່າ ‘ຂ້ອຍ​ໄດ້​ແບ່ງ​ເອົາ​ສ່ວນ​ທີ່​ຖື​ວ່າ​ບໍລິສຸດ​ຈາກ​ເຮືອນ​ຂອງ​ຂ້ອຍ​ໃຫ້​ຄົນ​ເລວີ ຄົນ​ຕ່າງ​ຊາດ ລູກ​ກຳພ້າ ແລະ​ແມ່​ໝ້າຍ+​ແລ້ວ ຕາມ​ທີ່​ພະອົງ​ສັ່ງ​ຂ້ອຍ. ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ຫຼື​ບໍ່​ໄດ້​ເບິ່ງ​ຂ້າມ​ກົດ​ໝາຍ​ຂອງ​ພະອົງ. 14  ຂ້ອຍ​ບໍ່​ໄດ້​ກິນ​ສິ່ງ​ເຫຼົ່ານີ້​ຕອນ​ທີ່​ໄວ້ທຸກ ຫຼື​ຈັບ​ສິ່ງ​ເຫຼົ່ານີ້​ຕອນ​ທີ່​ຂ້ອຍ​ບໍ່​ສະອາດ ຫຼື​ເອົາ​ສິ່ງ​ເຫຼົ່ານີ້​ໃຫ້​ຄົນ​ຕາຍ. ຂ້ອຍ​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ ແລະ​ໄດ້​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະອົງ​ສັ່ງ​ຂ້ອຍ. 15  ຕອນ​ນີ້ ຂໍ​ໃຫ້​ພະອົງ​ແນມ​ລົງ​ມາ​ຈາກ​ສະຫວັນ​ເຊິ່ງ​ເປັນ​ບ່ອນ​ບໍລິສຸດ​ທີ່​ພະອົງ​ຢູ່ ແລະ​ອວຍພອນ​ໃຫ້​ພວກ​ອິດສະຣາເອນ​ຄົນ​ຂອງ​ພະອົງ ແລະ​ອວຍພອນ​ໃຫ້​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ+​ເຊິ່ງ​ພະອົງ​ໄດ້​ເອົາ​ໃຫ້​ພວກ​ເຮົາ+ ຕາມ​ທີ່​ພະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ.’+ 16  ມື້​ນີ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສັ່ງ​ໃຫ້​ເຈົ້າ​ເຮັດ​ຕາມ​ຂໍ້​ກຳນົດ​ແລະ​ຄຳ​ສັ່ງ​ຂອງ​ເພິ່ນ. ເຈົ້າ​ຕ້ອງ​ເຮັດ​ຕາມ​ທັງ​ໝົດ​ນີ້​ຢ່າງ​ສຸດ​ຫົວໃຈ+ ແລະ​ສຸດ​ຊີວິດ​ຂອງ​ເຈົ້າ. 17  ມື້​ນີ້​ພະ​ເຢໂຫວາ​ຢືນ​ຢັນ​ວ່າເພິ່ນ​ຈະ​ເປັນ​ພະເຈົ້າ​ຂອງ​ເຈົ້າ ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ+ ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ຂອງ​ເພິ່ນ.+ 18  ມື້​ນີ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ຢືນ​ຢັນ​ຈາກ​ພວກ​ເຈົ້າ​ວ່າ​ພວກ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເພິ່ນ ເປັນ​ຊັບ​ສົມບັດ​ພິເສດ*+ຂອງ​ເພິ່ນ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້​ກັບ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ເຮັດ​ຕາມ​ກົດ​ໝາຍ​ທັງ​ໝົດ​ຂອງ​ເພິ່ນ. 19  ແລ້ວ​ເພິ່ນ​ຈະ​ຍົກ​ພວກ​ເຈົ້າ​ໃຫ້​ສູງ​ຂຶ້ນ​ກວ່າ​ຊາດ​ອື່ນ​ໆ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້.+ ເພິ່ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ກຽດ ຄຳ​ຍົກຍ້ອງ ແລະ​ຊື່ສຽງ ຖ້າ​ພວກ​ເຈົ້າ​ເຮັດ​ໃຫ້​ເຫັນ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.”+

ຂໍຄວາມໄຂເງື່ອນ

ຫຼື “ຊັບສົມບັດ​ທີ່​ມີຄ່າ”