ພະບັນຍັດ 27:1-26

  • ຂຽນ​ກົດ​ໝາຍ​ໃສ່​ຫີນ (1-10)

  • ຢູ່​ພູ​ເອບານ​ແລະ​ຢູ່​ພູ​ເກຣີຊີມ (11-14)

  • ເວົ້າ​ຄຳ​ສາບແຊ່ງ (15-26)

27  ຈາກ​ນັ້ນ ໂມເຊ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ກໍ​ສັ່ງ​ປະຊາຊົນ​ວ່າ: “ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ກົດ​ໝາຍ​ທຸກ​ຂໍ້​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້.  ເມື່ອ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ພວກ​ເຈົ້າ ໃຫ້​ພວກ​ເຈົ້າ​ຕັ້ງ​ຫີນ​ໃຫຍ່​ຈຳນວນ​ໜຶ່ງ​ຂຶ້ນ ແລ້ວເອົາ​ປູນໂອບ.+  ຈາກ​ນັ້ນ ໃຫ້​ຂຽນ​ກົດ​ໝາຍ​ທັງ​ໝົດ​ນີ້​ໃສ່​ໃນ​ຫີນ​ເຫຼົ່າ​ນັ້ນ ເພື່ອພວກ​ເຈົ້າ​ຈະ​ໄດ້​ເຂົ້າ​ໄປຢູ່​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຍົກ​ໃຫ້​ພວກ​ເຈົ້າ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ພວກ​ເຈົ້າ.+  ເມື່ອ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ແລ້ວ ໃຫ້​ພວກ​ເຈົ້າ​ຕັ້ງ​ຫີນ​ເຫຼົ່າ​ນັ້ນ​ຢູ່​ພູ​ເອບານ+ ແລ້ວ​ເອົາ​ປູນ​ໂອບ​ຕາມ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ​ໃນ​ມື້​ນີ້.  ໃຫ້​ພວກ​ເຈົ້າ​ເອົາ​ຫີນ​ມາ​ສ້າງ​ແທ່ນ​ບູຊາ​ແທ່ນ​ໜຶ່ງ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢູ່​ຫັ້ນ. ຫ້າມ​ພວກ​ເຈົ້າ​ໃຊ້ເຄື່ອງ​ມື​ທີ່​ເປັນ​ເຫຼັກຕັດ​ຫີນ​ເຫຼົ່າ​ນັ້ນ.+  ໃຫ້​ພວກ​ເຈົ້າ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ດ້ວຍ​ຫີນ​ທີ່​ບໍ່​ໄດ້​ຕັດ​ແຕ່ງ​ຫຍັງ​ເລີຍ ແລະ​ໃຫ້​ໃຊ້​ແທ່ນ​ນີ້​ເປັນ​ບ່ອນ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.  ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມາ​ໃຫ້​ພະເຈົ້າ ແລະ​ກິນ​ສ່ວນ​ຈາກ​ເຄື່ອງ​ບູຊາ​ຢູ່​ຫັ້ນ.+ ພວກ​ເຈົ້າ​ຈະ​ກິນ​ຢ່າງ​ມີ​ຄວາມ​ສຸກ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+  ແລ້ວ​ໃຫ້​ພວກ​ເຈົ້າ​ຂຽນ​ກົດ​ໝາຍ​ທັງ​ໝົດ​ໃສ່​ຫີນ​ເຫຼົ່າ​ນັ້ນ​ຢ່າງ​ຈະ​ແຈ້ງ.”+  ໂມເຊ​ກັບ​ພວກ​ປະໂລຫິດ​ຄົນ​ເລວີ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ພວກ​ອິດສະຣາເອນ​ເອີ້ຍ ມິດ​ໆ​ແດ່​ແລະ​ຕັ້ງ​ໃຈ​ຟັງ​ໃຫ້​ດີ. ຕອນ​ນີ້ ພວກ​ເຈົ້າ​ໄດ້​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ແລ້ວ.+ 10  ພວກ​ເຈົ້າ​ຕ້ອງ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ເພິ່ນ+​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້.” 11  ໃນ​ມື້​ນັ້ນ ໂມເຊ​ໄດ້​ສັ່ງ​ປະຊາຊົນ​ວ່າ: 12  “ເມື່ອ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ແລ້ວ ໃຫ້​ຕະກູນ​ຊີເມໂອນ ຕະກູນ​ເລວີ ຕະກູນ​ຢູດາ ຕະກູນ​ອິດຊາຄາ ຕະກູນ​ໂຢເຊັບ ແລະ​ຕະກູນ​ເບັນຢາມິນ​ໄປ​ຢືນ​ຢູ່​ພູ​ເກຣີຊີມ+​ເພື່ອຕອບ​ຮັບ​ຄຳ​ອວຍພອນ 13  ແລະ​ໃຫ້​ຕະກູນ​ຣູເບັນ ຕະກູນ​ຄາດ ຕະກູນ​ອາເຊ ຕະກູນ​ເຊບູລູນ ຕະກູນ​ດານ ແລະ​ຕະກູນ​ນັບທາລີ​ໄປ​ຢືນ​ຢູ່​ພູ​ເອບານ+ເພື່ອ​ຕອບ​ຮັບ​ຄຳ​ສາບແຊ່ງ. 14  ແລ້ວໃຫ້​ພວກ​ເລວີ*ເວົ້າ​ກັບ​ພວກ​ອິດສະຣາເອນ​ດ້ວຍ​ສຽງ​ດັງ​ໆ​ວ່າ+ 15  ‘ຜູ້​ໃດ​ທີ່​ແກະ​ສະຫຼັກ+​ຫຼື​ຫຼໍ່​ຮູບ​ບູຊາ+​ຂຶ້ນ​ມາ ແລະ​ຜູ້​ໃດ​ທີ່​ລັກ​ນະມັດສະການ​ຮູບ​ບູຊາ​ເຫຼົ່າ​ນັ້ນ ເຊິ່ງ​ເປັນ​ສິ່ງ​ທີ່​ມະນຸດ​ເຮັດ​ຂຶ້ນ​ແລະ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຂີ້ດຽດ+ ຜູ້​ນັ້ນ​ຈະ​ຖືກ​ສາບແຊ່ງ.’ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’*) 16  ‘ຜູ້​ໃດ​ທີ່​ບໍ່​ນັບ​ຖື​ພໍ່​ແມ່ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 17  ‘ຜູ້​ໃດ​ທີ່​ຍ້າຍ​ຫຼັກ​ແດນ​ຂອງ​ເພື່ອນ​ບ້ານ ຜູ້​ນັ້ນ​ຈະ​ຖືກ​ສາບແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 18  ‘ຜູ້​ໃດ​ທີ່​ເຮັດ​ໃຫ້​ຄົນ​ຕາ​ບອດ​ຫຼົງ​ທາງ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 19  ‘ຜູ້​ໃດ​ທີ່​ຕັດສິນ+ຄະດີ​ຂອງ​ຄົນ​ຕ່າງ​ຊາດ ລູກ​ກຳພ້າ ຫຼື​ແມ່​ໝ້າຍ​ແບບ​ບໍ່​ຍຸຕິທຳ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 20  ‘ຜູ້​ໃດ​ທີ່​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ພໍ່ ລາວ​ກໍ​ເຮັດ​ໃຫ້​ພໍ່​ຂອງ​ໂຕເອງ​ອັບອາຍ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 21  ‘ຜູ້​ໃດ​ທີ່​ມີ​ເພດ​ສຳພັນ​ກັບ​ສັດ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 22  ‘ຜູ້​ໃດ​ທີ່​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ໂຕເອງ ບໍ່​ວ່າ​ຈະ​ເປັນ​ລູກສາວ​ຂອງ​ພໍ່​ຫຼື​ລູກສາວ​ຂອງ​ແມ່ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 23  ‘ຜູ້​ໃດ​ທີ່​ມີ​ເພດ​ສຳພັນ​ກັບ​ແມ່​ຂອງ​ເມຍ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 24  ‘ຜູ້​ໃດ​ທີ່​ລັດ​ຂ້າ​ເພື່ອນ​ບ້ານ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 25  ‘ຜູ້​ໃດ​ທີ່​ຮັບ​ເງິນ​ເພື່ອ​ໄປ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’) 26  ‘ຜູ້​ໃດ​ທີ່​ຕໍ່ຕ້ານ​ແລະ​ບໍ່​ເຮັດ​ຕາມ​ກົດ​ໝາຍ​ທັງ​ໝົດ​ນີ້ ຜູ້​ນັ້ນ​ຈະ​ຖືກ​ສາບແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)”

ຂໍຄວາມໄຂເງື່ອນ

ອາດ​ໝາຍເຖິງ​ພວກ​ປະໂລຫິດ​ຈາກ​ຕະກູນ​ເລວີ
ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”