ພະບັນຍັດ 28:1-68

  • ພອນ​ສຳລັບ​ຄົນ​ທີ່​ເຊື່ອ​ຟັງ (1-14)

  • ຄຳ​ສາບແຊ່ງ​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ຟັງ (15-68)

28  “ຖ້າ​ພວກ​ເຈົ້າ​ຕັ້ງ​ໃຈ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ໂດຍ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້​ຢ່າງ​ເຄັ່ງຄັດ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ກໍ​ຈະ​ຍົກ​ພວກ​ເຈົ້າ​ໃຫ້​ສູງ​ກວ່າ​ຊາດ​ອື່ນ​ໆ​ໃນ​ໂລກ​ນີ້.+  ຖ້າ​ພວກ​ເຈົ້າ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ສະເໝີ ພວກ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ຕ່າງ​ໆ​+ດັ່ງ​ຕໍ່​ໄປ​ນີ້:  ເຈົ້າ​ຈະ​ໄດ້​ຮັບ​ພອນ​ຢູ່​ໃນ​ເມືອງ ແລະ​ຈະ​ໄດ້​ຮັບ​ພອນ​ຢູ່​ທົ່ງ​ນາ.+  ເຈົ້າ​ຈະ​ໄດ້​ຮັບ​ພອນ​ໃຫ້​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​+ ແລະ​ຜົນລະປູກ​ຂອງ​ເຈົ້າ​ຈະ​ອຸດົມ​ສົມບູນ. ງົວ ແກະ ແລະ​ແບ້​ຂອງ​ເຈົ້າ​ກໍ​ຈະ​ອອກ​ແມ່​ແພ່​ລູກ​ຫຼາຍ.+  ເຈົ້າ​ຈະ​ໄດ້​ຮັບ​ພອນ​ທີ່​ເຮັດ​ໃຫ້​ກະຕ່າ+​ແລະ​ຊາມ​ນວດ​ແປ້ງ+​ຂອງ​ເຈົ້າ​ເຕັມຢູ່​ສະເໝີ.  ເຈົ້າ​ຈະ​ໄດ້​ຮັບ​ພອນ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ໃສ​ຫຼື​ເຮັດຫຍັງ​ກໍ​ຕາມ.  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ສັດຕູ​ທີ່​ມາ​ຕໍ່ສູ້​ເຈົ້າ​ບໍ່​ຊະນະ​ເຈົ້າ.+ ພວກ​ເຂົາ​ຈະ​ມາ​ໂຈມ​ຕີ​ເຈົ້າ​ທາງ​ໜຶ່ງ ແຕ່​ຈະ​ແຕກ​ໜີ​ໄປ 7 ທາງ.+  ພະ​ເຢໂຫວາ​ຈະ​ອວຍພອນສາງ​ມ້ຽນ​ອາຫານຂອງ​ເຈົ້າ+​ແລະ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ອວຍພອນ​ເຈົ້າ​ໃນ​ແຜ່ນດິນ​ທີ່​ເພິ່ນ​ຈະ​ເອົາ​ໃຫ້​ເຈົ້າ.  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້ເຈົ້າ​ເປັນ​ຊາດ​ບໍລິສຸດຂອງ​ເພິ່ນ+ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ກັບ​ເຈົ້າ+ ຍ້ອນ​ເຈົ້າ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ​ສະເໝີ. 10  ຄົນ​ໃນ​ທົ່ວ​ໂລກ​ຈະ​ຮູ້​ວ່າ​ເຈົ້າ​ເປັນຄົນ​ທີ່​ຖືກ​ເອີ້ນ​ຕາມ​ຊື່ຂອງ​ພະ​ເຢໂຫວາ+ ແລະ​ພວກ​ເຂົາ​ກໍ​ຈະ​ຢ້ານ​ເຈົ້າ.+ 11  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​ ເຮັດ​ໃຫ້​ສັດ​ລ້ຽງ​ຂອງ​ພວກ​ເຈົ້າ​ອອກ​ແມ່​ແພ່​ລູກ ແລະ​ເຮັດ​ໃຫ້​ຜົນລະປູກ​ຂອງ​ພວກ​ເຈົ້າ​ອຸດົມສົມບູນ+​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ວ່າ​ຈະ​ເອົາ​ໃຫ້​ພວກ​ເຈົ້າ.+ 12  ພະ​ເຢໂຫວາ​ຈະເປີດ​ທ້ອງຟ້າ​ອອກ​ຄື​ກັບ​ເປີດ​ສາງທີ່​ອຸດົມ​ສົມບູນ​ຂອງ​ເພິ່ນ ແລະ​ໃຫ້​ມີ​ຝົນ​ຕົກ​ຕາມ​ລະດູ​ການ.+ ເພິ່ນ​ຈະ​ອວຍພອນ​ທຸກ​ຢ່າງ​ທີ່​ພວກ​ເຈົ້າ​ເຮັດ. ຊາດ​ຕ່າງ​ໆ​ຈະ​ມາ​ຢືມ​ນຳ​ພວກ​ເຈົ້າ ແຕ່​ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ຢືມ​ພວກ​ເຂົາ.+ 13  ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ນຳ​ໜ້າ​ຊາດ​ອື່ນ​ໆ​+ ບໍ່​ແມ່ນ​ນຳ​ຫຼັງ​ພວກ​ເຂົາ. ພວກ​ເຈົ້າ​ຈະ​ມີ​ອຳນາດ​ເໜືອ​ພວກ​ເຂົາ ບໍ່​ແມ່ນ​ຢູ່​ໃຕ້​ບັງຄັບ​ຂອງ​ພວກ​ເຂົາ. 14  ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້​ຢ່າງ​ເຄັ່ງຄັດໂດຍບໍ່ເຈີດຊ້າຍເຈີດຂວາ.+ ຫ້າມ​ໄປ​ນະມັດສະການ​ພະເຈົ້າ​ອື່ນ.+ 15  ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອ​ຟັງ​ແລະ​ບໍ່​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ທັງ​ໝົດ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້ ພວກ​ເຈົ້າ​ຈະ​ຖືກສາບແຊ່ງ​ແນວ​ນີ້.+ 16  ເຈົ້າ​ຈະ​ຖືກ​ສາບແຊ່ງ​ຢູ່​ໃນ​ເມືອງ​ແລະ​ຈະ​ຖືກ​ສາບແຊ່ງ​ຢູ່​ທົ່ງ​ນາ.+ 17  ເຈົ້າ​ຈະ​ຖືກ​ສາບແຊ່ງ​ໃຫ້​ກະຕ່າ+​ແລະ​ຊາມ​ນວດ​ແປ້ງ+ຂອງ​ເຈົ້າ​ບໍ່​ມີ​ຫຍັງ. 18  ເຈົ້າ​ຈະ​ຖືກ​ສາບແຊ່ງ​ໃຫ້​ມີ​ລູກ​ມີ​ຫຼານ​ບໍ່​ຫຼາຍ+ແລະ​ຜົນລະປູກ​ຂອງ​ເຈົ້າ​ຈະ​ບໍ່​ອຸດົມ​ສົມບູນ. ງົວ ແກະ ແລະ​ແບ້​ຂອງ​ເຈົ້າ​ກໍ​ຈະ​ບໍ່​ອອກ​ແມ່​ແພ່​ລູກ​ຫຼາຍ.+ 19  ເຈົ້າ​ຈະ​ຖືກ​ສາບແຊ່ງ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ໃສ​ຫຼື​ເຮັດ​ຫຍັງ​ກໍ​ຕາມ. 20  ພະ​ເຢໂຫວາ​ຈະ​ສາບແຊ່ງ​ພວກ​ເຈົ້າບໍ່​ວ່າ​ພວກ​ເຈົ້າ​ຈະ​ເຮັດ​ຫຍັງ. ເພິ່ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ສັບ​ສົນ ແລະ​ຈະ​ລົງໂທດ​ພວກ​ເຈົ້າ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຕາຍ​ໄປ​ໄວ​ໆ​ຈົນ​ໝົດ ຍ້ອນ​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ຊົ່ວ​ແລະ​ປະຖິ້ມ​ເພິ່ນ​ໄປ.+ 21  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ໂລກລະບາດ ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຈະ​ເຂົ້າ​ໄປ​ຢູ່.+ 22  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ກັບ​ວັນ​ນະ​ໂລກ ອາການ​ໄຂ້​ສູງ+ ອາການ​ອັກເສບ ອາການ​ຄີງ​ຮ້ອນ​ຍ້ອນ​ເປັນ​ໄຂ້ ການ​ໂຈມຕີ​ຈາກ​ສັດຕູ+ ລົມ​ຮ້ອນແລະ​ພະຍາດທີ່​ຈະ​ທຳລາຍ​ຜົນລະປູກ​ຂອງ​ພວກ​ເຈົ້າ.+ ສິ່ງ​ເຫຼົ່ານີ້​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຕາຍ​ຈົນ​ໝົດ. 23  ເພິ່ນ​ຈະ​ປິດ​ທ້ອງຟ້າ​ບໍ່​ໃຫ້​ຝົນ​ຕົກ*ແລະ​ເຮັດ​ໃຫ້​ດິນ​ບໍ່​ເກີດຜົນລະປູກ.*+ 24  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ມີ​ຝຸ່ນ​ນ້ອຍ​ໆ​ຕົກ​ແທນ​ຝົນ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ. 25  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ບໍ່​ຊະນະ​ສັດຕູ.+ ພວກ​ເຈົ້າ​ຈະ​ໂຈມຕີ​ສັດຕູ​ທາງ​ໜຶ່ງ ແຕ່​ພວກ​ເຈົ້າ​ຈະ​ແຕກ​ໜີ​ໄປ 7 ທາງ. ຊາດ​ຕ່າງ​ໆ​ທົ່ວ​ໂລກຈະ​ຕົກ​ໃຈເມື່ອ​ເຫັນ​ພວກ​ເຈົ້າ​ຖືກ​ທຳລາຍ.+ 26  ນົກ​ກັບ​ສັດ​ຕ່າງ​ໆ​ຈະ​ມາ​ກິນ​ຊາກ​ສົບ​ຂອງ​ພວກ​ເຈົ້າ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ໄລ່​ພວກ​ມັນ​ໜີ.+ 27  ພະ​ເຢໂຫວາ​ຈະ​ລົງໂທດ​ເຈົ້າ​ໃຫ້​ເປັນ​ຝີ​ຄື​ກັບ​ທີ່​ເພິ່ນ​ເຮັດ​ກັບ​ພວກ​ເອຢິບ ເປັນ​ລິດສີດວງ ໂລກ​ຜິວ​ໜັງ ແລະ​ຜື່ນ​ຄັນ ເຊິ່ງ​ບໍ່​ມີ​ທາງ​ປິ່ນປົວ​ໄດ້. 28  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ບ້າ​ເປັນ​ປ່ວງ​ ຕາ​ບອດ+ ແລະ​ຈິດ​ໃຈ​ສັບ​ສົນ. 29  ເຈົ້າ​ຈະ​ງົມ​ຈະ​ທາວ​ຫາ​ທາງ​ໃນ​ຕອນ​ກາງເວັນ ຄື​ກັບ​ຄົນ​ຕາ​ບອດ​ງົມ​ໆ​ທາວ​ໆ​ຫາ​ທາງ​ໃນ​ຄວາມ​ມືດ.+ ເຈົ້າ​ເຮັດ​ຫຍັງ​ກໍ​ຈະ​ບໍ່​ປະ​ສົບ​ຜົນ​ສຳເລັດ. ເຈົ້າ​ຈະ​ຖືກ​ໂກງ​ຖືກ​ປຸ້ນ​ຢູ່​ເລື້ອຍ​ໆ​ ແຕ່​ຈະ​ບໍ່​ມີ​ຜູ້​ໃດ​ມາ​ຊ່ວຍ​ເຈົ້າ.+ 30  ເຈົ້າ​ຈະ​ໝັ້ນ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ ແຕ່​ຄົນ​ອື່ນ​ຈະ​ຂົ່ມຂືນ​ລາວ. ເຈົ້າ​ຈະ​ປຸກ​ເຮືອນ ແຕ່​ຈະ​ບໍ່​ໄດ້​ຢູ່.+ ເຈົ້າ​ຈະ​ເຮັດ​ສວນ​ໝາກ​ລະແຊັງ ແຕ່​ຈະ​ບໍ່​ໄດ້​ກິນໝາກ​ຂອງ​ມັນ.+ 31  ງົວ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ຕໍ່​ໜ້າ​ຕໍ່​ຕາ​ເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ໄດ້​ກິນ​ຊີ້ນ​ມັນ. ລາ​ຂອງ​ເຈົ້າ​ຈະ​ຖືກ​ລັກ​ໄປ​ຕໍ່​ໜ້າ​ຕໍ່​ຕາ​ເຈົ້າ ແຕ່​ເຈົ້າ​ກໍ​ຈະ​ບໍ່​ໄດ້​ມັນ​ຄືນ​ມາ. ສັດຕູ​ຈະ​ມາ​ລັກ​ເອົາ​ແກະ​ຂອງ​ເຈົ້າ​ໄປ ແຕ່​ຈະ​ບໍ່​ມີ​ໃຜ​ຊ່ວຍ​ເຈົ້າ​ໄດ້. 32  ຄົນ​ອື່ນ+ຈະ​ມາ​ເອົາ​ລູກ​ຊາຍ​ລູກສາວ​ຂອງ​ເຈົ້າ​ໄປ​ຕໍ່​ໜ້າ​ຕໍ່​ຕາ​ເຈົ້າ. ເຈົ້າ​ຈະ​ຄິດ​ຮອດ​ເຂົາ​ເຈົ້າ​ຕະຫຼອດ ແຕ່​ກໍ​ເຮັດ​ຫຍັງ​ບໍ່​ໄດ້. 33  ຜົນລະປູກ​ທີ່​ເຈົ້າ​ປູກ​ຢູ່​ໄຮ່​ຢູ່​ນາ​ຂອງ​ເຈົ້າ​ກໍ​ຈະ​ມີ​ຄົນ​ທີ່​ເຈົ້າ​ບໍ່​ຮູ້ຈັກ​ມາ​ກິນ.+ ເຈົ້າ​ຈະ​ຖືກ​ໂກງ​ແລະ​ຖືກ​ກົດ​ຂີ່​ເລື້ອຍ​ໆ​. 34  ເຈົ້າ​ຈະ​ເປັນ​ບ້າ​ຍ້ອນ​ສິ່ງ​ທີ່​ເຈົ້າ​ເຫັນ. 35  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ຝີ​ທີ່​ເຈັບ​ປວດ​ແລະ​ປິ່ນປົວ​ບໍ່​ໄດ້​ຢູ່​ຫົວ​ເຂົ່າ​ກັບ​ຂາ ແລະມັນ​ຈະ​ລາມຕັ້ງ​ແຕ່​ຕີນ​ໄປ​ຈົນ​ຮອດ​ຫົວ. 36  ພະ​ເຢໂຫວາ​ຈະ​ຂັບ​ໄລ່​ພວກ​ເຈົ້າ​ກັບ​ກະສັດ​ທີ່​ພວກ​ເຈົ້າ​ແຕ່ງຕັ້ງ​ໃຫ້​ໄປ​ຢູ່​ປະເທດ​ທີ່​ພວກ​ເຈົ້າ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ+ ແລະ​ຢູ່​ບ່ອນ​ນັ້ນ​ພວກ​ເຈົ້າ​ຈະ​ນະມັດສະການ​ພະເຈົ້າ​ອື່ນ​ທີ່​ເປັນ​ໄມ້​ເປັນ​ຫີນ.+ 37  ເມື່ອ​ພວກ​ເຈົ້າ​ໄປ​ຮອດ​ບ່ອນ​ທີ່​ພະ​ເຢໂຫວາ​ໄລ່​ພວກ​ເຈົ້າ​ໄປ​ນັ້ນ+ ຄົນ​ທີ່​ໄດ້​ຍິນ​ເລື່ອງ​ຂອງ​ພວກ​ເຈົ້າ​ກໍ​ຈະ​ຕົກສະເງີ້. ພວກ​ເຂົາ​ຈະ​ຫົວຂວັນ​ແລະ​ເຍາະເຍີ້ຍ​ພວກ​ເຈົ້າ. 38  ເຈົ້າ​ຈະ​ຫວ່ານ​ແນວ​ປູກ​ຫຼາຍ​ໆ​ຢູ່​ໄຮ່​ຢູ່​ສວນ ແຕ່​ເຈົ້າ​ຈະ​ເກັບ​ກ່ຽວ​ໄດ້​ແຕ່​ໜ້ອຍ​ດຽວ+ ຍ້ອນ​ຕັກກະແຕນ​ຈະ​ກິນ​ໝົດ. 39  ເຈົ້າ​ຈະ​ໃສ່​ຝຸ່ນ ພູນ​ດິນ ແລະ​ຫົດນ້ຳ​ສວນ​ໝາກ​ລະແຊັງ ແຕ່​ເຈົ້າ​ກໍ​ຈະ​ບໍ່​ໄດ້​ຫຍັງ+ ຍ້ອນ​ຈະ​ມີ​ໂຕ​ບົ້ງ​ມາ​ກິນ​ມັນ ແລະ​ເຈົ້າ​ຈະ​ບໍ່​ມີ​ເຫຼົ້າແວງ​ໄວ້​ກິນ​ເລີຍ. 40  ເຈົ້າ​ຈະ​ປູກ​ຕົ້ນ​ໝາກກອກ​ຢູ່​ທົ່ວ​ເຂດ​ແດນ​ຂອງ​ເຈົ້າ ແຕ່​ເຈົ້າ​ກໍ​ຈະ​ບໍ່​ມີ​ນ້ຳມັນ​ໝາກກອກ​ໄວ້​ທາ​ໂຕ ເພາະ​ວ່າ​ໜ່ວຍ​ມັນ​ຫຼົ່ນ​ຖິ້ມ​ໝົດ. 41  ເຈົ້າ​ຈະ​ມີ​ລູກ​ຊາຍ​ແລະ​ລູກສາວ ແຕ່​ຈະ​ບໍ່​ໄດ້​ຢູ່​ນຳ​ເຂົາ​ເຈົ້າ ເພາະ​ເຂົາ​ເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+ 42  ພວກ​ແມງ​ໄມ້​ກໍ​ຈະ​ມາ​ກິນ​ຜົນລະປູກ​ແລະ​ຕົ້ນ​ໄມ້​ຂອງ​ເຈົ້າ​ຈົນ​ໝົດ. 43  ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ເຈົ້າ​ຈະ​ມີ​ແຕ່​ຈະເລີນ​ຮຸ່ງ​ເຮືອງ​ຂຶ້ນ ສ່ວນ​ເຈົ້າ​ກໍ​ຈະ​ຕົກ​ຕ່ຳ​ລົງ​ເລື້ອຍ​ໆ​. 44  ພວກ​ເຂົາ​ຈະ​ໃຫ້​ເຈົ້າ​ຢືມ ແຕ່​ເຈົ້າ​ຈະ​ບໍ່​ມີ​ຫຍັງ​ໃຫ້​ພວກ​ເຂົາ​ຢືມ.+ ພວກ​ເຂົາ​ຈະ​ນຳ​ໜ້າ​ເຈົ້າ ສ່ວນ​ເຈົ້າ​ຈະ​ນຳ​ຫຼັງ​ພວກ​ເຂົາ. 45  ຄຳ​ສາບແຊ່ງ​ທັງ​ໝົດ​ນີ້+​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ ແລະ​ຈະ​ຕິດ​ໂຕ​ພວກ​ເຈົ້າ​ໄປ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ+ ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ບໍ່​ໄດ້​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ທີ່​ເພິ່ນ​ໄດ້​ສັ່ງ​ພວກ​ເຈົ້າ.+ 46  ຄຳ​ສາບແຊ່ງ​ເຫຼົ່ານີ້​ຈະ​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ພວກ​ເຈົ້າ ເພື່ອ​ເປັນ​ສິ່ງເຕືອນ​ໃຈ​ສຳລັບ​ທຸກ​ຄົນ+ 47  ຍ້ອນ​ຕອນ​ທີ່​ພວກ​ເຈົ້າ​ມີ​ທຸກ​ສິ່ງ​ທຸກ​ຢ່າງ+ ພວກ​ເຈົ້າ​ບໍ່​ໄດ້​ຮັບ​ໃຊ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ດ້ວຍ​ຄວາມ​ສຸກ​ຄວາມ​ຍິນດີ​ຈາກ​ໃຈ. 48  ພະ​ເຢໂຫວາ​ຈະ​ໃຫ້​ສັດຕູ​ມາ​ຕໍ່ສູ້​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ຮັບ​ໃຊ້​ພວກ​ເຂົາ+​ທັງ​ໆ​ທີ່​ພວກ​ເຈົ້າ​ຫິວ​ເຂົ້າ+ຫິວ​ນ້ຳ ບໍ່​ມີ​ເຄື່ອງນຸ່ງ ແລະ​ບໍ່​ມີຫຍັງ. ເພິ່ນ​ຈະ​ເອົາ​ແອກ​ເຫຼັກມາ​ໃສ່​ຄໍ​ເຈົ້າ​ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ. 49  ພະ​ເຢໂຫວາ​ຈະ​ໃຫ້​ຊາດ​ໜຶ່ງ​ທີ່​ຢູ່​ໄກ​ໆ​+ຈາກ​ສຸດ​ຂອບ​ໂລກ​ເບື້ອງ​ນັ້ນ​ມາ​ຕໍ່ສູ້​ເຈົ້າ. ຊາດ​ນັ້ນ​ເປັນ​ຊາດ​ທີ່​ເຈົ້າ​ບໍ່​ເຂົ້າໃຈ​ພາສາ​ຂອງ​ພວກ​ເຂົາ+ ແລະ​ພວກ​ເຂົາ​ຈະ​ຄຸບ​ເຈົ້າ​ຄື​ກັບ​ນົກ​ອິນຊີ​ຄຸບ​ເຫຍື່ອ.+ 50  ຄົນ​ໃນ​ຊາດ​ນັ້ນ​ໂຫດ​ຫ້ຽມ ບໍ່​ນັບ​ຖື​ຜູ້​ເຖົ້າ ແລະ​ບໍ່​ອີ່ຕົນ​ເດັກ​ນ້ອຍ.+ 51  ພວກ​ເຂົາ​ຈະ​ກິນ​ລູກ​ສັດ​ຈາກ​ຝູງ​ສັດ​ຂອງ​ເຈົ້າ ແລະ​ຈະ​ກິນ​ຜົນລະປູກ​ຈາກ​ໄຮ່​ຈາກ​ສວນ​ຂອງ​ເຈົ້າ​ຈົນ​ກວ່າ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ. ພວກ​ເຂົາ​ຈະ​ກິນ​ເຂົ້າ ເຫຼົ້າແວງ​ໃໝ່ ນ້ຳມັນ​ໝາກກອກ ງົວ​ແລະ​ແກະ​ຂອງ​ເຈົ້າ​ຈົນ​ໝົດ ແລະ​ຈະ​ທຳລາຍ​ເຈົ້າ.+ 52  ພວກ​ສັດຕູ​ຈະ​ລ້ອມ​ເມືອງ​ຂອງ​ເຈົ້າ​ທຸກ​ໆ​ເມືອງ ແລະ​ບໍ່​ໃຫ້​ຜູ້​ໃດ​ອອກ​ມາ​ໄດ້​ຈົນ​ກວ່າ​ກຳແພງ​ສູງ​ໆ​ ແລະ​ປ້ອມ​ທີ່​ເຈົ້າ​ໝັ້ນໃຈ​ນັ້ນ​ພັງ​ລົງ. ພວກ​ເຂົາ​ຈະ​ລ້ອມ​ທຸກ​ເມືອງ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເອົາ​ໃຫ້​ເຈົ້າ.+ 53  ຍ້ອນ​ພວກ​ສັດຕູລ້ອມ​ເມືອງ​ຂອງ​ເຈົ້າຢ່າງ​ແໜ້ນ​ໜາ ແລະ​ເຮັດ​ໃຫ້​ເຈົ້າ​ລຳບາກ​ຫຼາຍ ເຈົ້າ​ກໍ​ເລີຍ​ຕ້ອງ​ໄດ້​ກິນ​ຊີ້ນ​ລູກ​ຊາຍ​ແລະ​ລູກສາວ​ຂອງ​ໂຕເອງ+​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ອວຍພອນ​ໃຫ້​ເຈົ້າ​ມີ. 54  ແມ່ນ​ແຕ່​ຜູ້​ຊາຍ​ທີ່ສຳອາງ​ແລະ​ອ່ອນ​ໄຫວທີ່​ສຸດ​ໃນ​ພວກ​ເຈົ້າ​ກໍ​ຈະ​ບໍ່​ອີ່ຕົນ​ອ້າຍນ້ອງ​ແລະ​ເມຍ​ກັບ​ລູກ​ທີ່​ລາວ​ຮັກ. 55  ລາວ​ຈະ​ກິນ​ຊີ້ນລູກຂອງ​ໂຕເອງ​ແລະ​ບໍ່​ປັນ​ຜູ້​ໃດ ຍ້ອນ​ລາວ​ບໍ່​ມີ​ຫຍັງ​ຈະ​ກິນ​ແລ້ວ ເພາະ​ພວກ​ສັດຕູ​ໄດ້​ມາ​ລ້ອມ​ເມືອງ​ຂອງ​ພວກ​ເຈົ້າ​ທຸກ​ເມືອງ​ຢ່າງ​ແໜ້ນ​ໜາ ແລະ​ເຮັດ​ໃຫ້​ມີ​ຄວາມທຸກ​ລຳບາກ​ຫຼາຍ.+ 56  ແມ່ນ​ແຕ່​ຜູ້​ຍິງ​ທີ່​ສຳອາງ​ແລະ​ອ່ອນ​ໄຫວ​ທີ່​ສຸດ+ໃນ​ພວກ​ເຈົ້າ ເຊິ່ງ​ບໍ່​ເຄີຍ​ປະ​ຕີນ​ເປົ່າ​ຢຽບ​ດິນ​ເລີຍ ລາວ​ກໍ​ຈະ​ບໍ່​ອີ່ຕົນ​ຜົວ​ແລະ​ລູກ​ທີ່​ລາວ​ຮັກ. 57  ລາວ​ຈະ​ລັກ​ກິນ​ຊີ້ນລູກຂອງ​ໂຕເອງ​ທີ່​ລາວ​ເບັ່ງ​ອອກ​ມາ ລວມທັງ​ສາຍ​ແຮ່​ແລະ​ພົກ​ແຮ່ ເພາະ​ພວກ​ສັດຕູ​ໄດ້​ມາ​ລ້ອມ​ເມືອງ​ຂອງ​ພວກ​ເຈົ້າ​ທຸກ​ເມືອງ​ຢ່າງ​ແໜ້ນ​ໜາ ແລະ​ເຮັດ​ໃຫ້​ມີ​ຄວາມທຸກ​ລຳບາກ​ຫຼາຍ. 58  ຖ້າ​ພວກ​ເຈົ້າ​ບໍ່​ເຮັດ​ຕາມ​ກົດ​ໝາຍ​ທັງ​ໝົດ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ຢ່າງ​ເຄັ່ງຄັດ+ ແລະບໍ່​ໄດ້​ນັບ​ຖືຊື່ທີ່​ມີ​ກຽດ​ແລະ​ຍິ່ງ​ໃຫຍ່+ຂອງ​ພະ​ເຢໂຫວາ+​ພະເຈົ້າ​ຂອງ​ພວກ​ເຈົ້າ 59  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ເຈິ​ໄພ​ພິບັດ​ທີ່​ຮ້າຍແຮງ​ຫຼາຍ ເປັນ​ໄພ​ພິບັດ​ທີ່​ເປັນ​ຕາ​ຢ້ານ​ແລະ​ເກີດ​ຂຶ້ນ​ດົນ.+ ພວກ​ເຈົ້າ​ຈະ​ທໍລະມານ​ຫຼາຍ​ຍ້ອນ​ເຈັບ​ປ່ວຍ​ຊຳ​ເຮື້ອ. 60  ພະຍາດ​ຕ່າງ​ໆ​ທີ່​ເຄີຍ​ເກີດ​ຂຶ້ນ​ກັບ​ພວກ​ເອຢິບ​ທີ່​ພວກ​ເຈົ້າ​ຢ້ານ ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ພວກ​ເຈົ້າ ແລະ​ຢູ່​ກັບ​ພວກ​ເຈົ້າ​ໄປ​ຕະຫຼອດ. 61  ບໍ່​ໄດ້​ມີ​ແຕ່​ເທົ່າ​ນັ້ນ ພະ​ເຢໂຫວາ​ຈະ​ໃຫ້​ພວກ​ເຈົ້າ​ເຈິ​ຄວາມ​ເຈັບ​ປ່ວຍ​ແລະ​ໄພ​ພິບັດ​ທີ່​ບໍ່​ໄດ້​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ​ນີ້ ຈົນ​ກວ່າ​ພວກ​ເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ. 62  ເຖິງ​ວ່າ​ພວກ​ເຈົ້າ​ຈະ​ມີ​ຈຳນວນ​ຫຼາຍ​ຄື​ກັບ​ດາວ​ຢູ່​ເທິງ​ຟ້າ+ ແຕ່​ກໍ​ຈະ​ເຫຼືອ​ຄົນ​ແຕ່​ໜ້ອຍ​ດຽວ+ ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. 63  ຄື​ກັບ​ທີ່​ພະ​ເຢໂຫວາ​ຍິນດີ​ທີ່​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຈຳນວນ​ຫຼາຍ​ຂຶ້ນ ພະ​ເຢໂຫວາ​ກໍ​ຈະ​ຍິນດີ​ທີ່​ຈະ​ທຳລາຍ​ພວກ​ເຈົ້າ​ໃຫ້​ໝົດ​ໄປ​ຈາກ​ໂລກ​ນີ້ ແລະ​ພວກ​ເຈົ້າ​ກໍ​ຈະ​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນດິນ​ທີ່​ພວກ​ເຈົ້າ​ເຄີຍ​ຢູ່. 64  ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ກັນ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​ ຕັ້ງ​ແຕ່​ສຸດ​ຂອບ​ໂລກ​ເບື້ອງ​ນີ້​ໄປ​ຈົນ​ຮອດ​ສຸດ​ຂອບ​ໂລກ​ເບື້ອງ​ນັ້ນ.+ ຢູ່​ບ່ອນ​ນັ້ນ ພວກ​ເຈົ້າ​ຈະ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ທີ່​ເປັນ​ໄມ້​ເປັນ​ຫີນ ເຊິ່ງ​ພວກ​ເຈົ້າ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ.+ 65  ຕອນ​ທີ່​ຢູ່​ກັບ​ຊາດ​ເຫຼົ່າ​ນັ້ນ+ ພວກ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ສະຫງົບ​ສຸກ​ແລະ​ບໍ່​ມີ​ບ່ອນ​ຢູ່. ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ອຸກໃຈ​ຫຼາຍ+ ຕາ​ຕົກ​ແລະ​ໝົດ​ຫວັງ.+ 66  ຊີວິດ​ຂອງ​ພວກ​ເຈົ້າ​ຈະ​ມີ​ແຕ່​ອັນຕະລາຍ. ພວກ​ເຈົ້າ​ຈະ​ຢ້ານ​ໝົດ​ມື້​ໝົດ​ຄືນ. ພວກ​ເຈົ້າ​ຈະ​ບໍ່​ຮູ້​ເລີຍ​ວ່າ​ຊີວິດ​ຂອງ​ພວກ​ເຈົ້າ​ຈະ​ລອດ​ໄປ​ຮອດ​ມື້​ໃດ. 67  ເມື່ອ​ຮອດ​ຕອນ​ເຊົ້າ ພວກ​ເຈົ້າ​ຈະ​ເວົ້າ​ວ່າ ‘ປານ​ໃດ​ນໍ້​ຊິ​ຄ່ຳ!’ ບາດ​ຮອດ​ຕອນ​ຄ່ຳ ພວກ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ ‘ປານ​ໃດ​ນໍ້​ຊິ​ເຊົ້າ!’ ຍ້ອນ​ຄວາມ​ຢ້ານ​ມັນ​ຝັງ​ໃຈ​ພວກ​ເຈົ້າ ແລະ​ສິ່ງ​ທີ່​ພວກ​ເຈົ້າ​ເຫັນ​ມັນ​ຕິດ​ຕາ​ພວກ​ເຈົ້າ. 68  ພະ​ເຢໂຫວາ​ຈະ​ພາ​ພວກ​ເຈົ້າ​ກັບ​ໄປ​ເອຢິບ​ທາງ​ເຮືອ ໄປ​ທາງ​ທີ່​ເພິ່ນ​ເຄີຍ​ບອກ​ພວກ​ເຈົ້າ​ວ່າ ‘ພວກ​ເຈົ້າ​ຊິ​ບໍ່​ໄດ້​ເຫັນ​ອີກ.’ ຢູ່​ບ່ອນ​ນັ້ນ ພວກ​ເຈົ້າ​ຕ້ອງ​ໄດ້​ຂາຍ​ໂຕເອງ​ໃຫ້​ເປັນ​ທາດ​ຂອງ​ສັດຕູ ແຕ່​ກໍ​ຈະ​ບໍ່​ມີ​ຜູ້​ໃດ​ຊື້.”

ຂໍຄວາມໄຂເງື່ອນ

ແປ​ຕາມ​ໂຕ​ວ່າ “ທ້ອງຟ້າ​ທີ່​ຢູ່​ເໜືອ​ຫົວ​ຂອງ​ເຈົ້າ​ຈະ​ເປັນ​ທອງແດງ”
ແປ​ຕາມ​ໂຕ​ວ່າ “ແຜ່ນດິນ​ທີ່​ເຈົ້າ​ຢືນ​ຢູ່​ຈະ​ເປັນ​ເຫຼັກ”