ພະບັນຍັດ 29:1-29

  • ຄຳ​ສັນຍາ​ທີ່​ພວກ​ອິດສະຣາເອນ​ເຮັດ​ຢູ່​ໂມອາບ (1-13)

  • ຄຳ​ເຕືອນ​ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ຟັງ (14-29)

    • ສິ່ງ​ທີ່​ເປັນ​ຄວາມ​ລັບ​ແລະ​ສິ່ງ​ທີ່​ຖືກ​ເປີດ​ເຜີຍ (29)

29  ຕໍ່​ໄປ​ນີ້​ແມ່ນ​ສັນຍາ​ທີ່​ພະ​ເຢໂຫວາ​ສັ່ງ​ໂມເຊ​ໃຫ້​ເຮັດ​ກັບ​ພວກ​ອິດສະຣາເອນ​ຢູ່​ແຜ່ນດິນ​ໂມອາບ ນອກ​ເໜືອ​ຈາກ​ຄຳ​ສັນຍາ​ທີ່​ໄດ້​ເຮັດ​ໄປ​ແລ້ວ​ຕອນ​ຢູ່​ໂຮເຣັບ.+  ໂມເຊ​ເອີ້ນ​ພວກ​ອິດສະຣາເອນ​ທຸກ​ຄົນ​ມາ ແລ້ວ​ເວົ້າ​ວ່າ: “ພວກ​ເຈົ້າ​ກໍ​ໄດ້​ເຫັນ​ກັບ​ຕາ​ແລ້ວ​ວ່າ ຕອນ​ທີ່​ພວກ​ເຈົ້າ​ຢູ່​ເອຢິບ ພະ​ເຢໂຫວາ​ໄດ້​ຈັດ​ການ​ກັບ​ຟາໂຣ* ພວກ​ຜູ້​ຮັບ​ໃຊ້​ຂອງ​ລາວ ແລະ​ແຜ່ນດິນ​ຂອງ​ລາວ​ແນວ​ໃດ+  ແລະ​ຍັງ​ໄດ້​ເຫັນ​ການ​ຕັດສິນ​ລົງໂທດ ການອັດສະຈັນ​ກັບ​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ.+  ແຕ່​ຈົນ​ຮອດ​ຕອນ​ນີ້ ພະ​ເຢໂຫວາ​ຍັງ​ບໍ່​ໄດ້​ໃຫ້​ພວກ​ເຈົ້າເຂົ້າໃຈ​ວ່າສິ່ງ​ທີ່​ພວກ​ເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ.+  ເພິ່ນ​ເວົ້າ​ວ່າ ‘ຕະຫຼອດ 40 ປີ​ທີ່​ເຮົາ​ນຳ​ພາ​ພວກ​ເຈົ້າ​ເດີນ​ທາງ​ໃນ​ບ່ອນ​ກັນດານ+ ເຄື່ອງນຸ່ງ​ຂອງ​ພວກ​ເຈົ້າ​ກໍ​ບໍ່​ເກົ່າ ເກີບ​ຂອງ​ພວກ​ເຈົ້າ​ກໍ​ບໍ່​ຂາດ.+  ເຖິງ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ໄດ້​ກິນ​ເຂົ້າຈີ່ ບໍ່​ໄດ້​ກິນ​ເຫຼົ້າແວງ ຫຼື​ເຫຼົ້າ​ອື່ນ​ໆ​ ແຕ່​ເຮົາ​ກໍ​ເບິ່ງ​ແຍງ​ພວກ​ເຈົ້າ​ຢ່າງ​ດີ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’  ໃນ​ທີ່​ສຸດ ເມື່ອ​ພວກ​ເຮົາ​ມາ​ຮອດ​ບ່ອນ​ນີ້ ສີໂຮນ​ກະສັດ​ຂອງ​ເມືອງ​ເຮັດຊະໂບນ+​ແລະ​ໂອກ​ກະສັດ​ຂອງ​ບາຊານ+​ໄດ້​ອອກ​ມາ​ຕໍ່ສູ້​ພວກ​ເຮົາ ແຕ່​ພວກ​ເຮົາ​ກໍ​ເອົາ​ຊະນະ​ພວກ​ເຂົາ​ໄດ້.+  ຈາກ​ນັ້ນ ພວກ​ເຮົາ​ກໍ​ເອົາ​ແຜ່ນດິນ​ຂອງ​ພວກ​ເຂົາ​ໃຫ້​ຕະກູນ​ຣູເບັນ ຕະກູນ​ຄາດ ແລະ​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ.+  ຍ້ອນ​ພະເຈົ້າ​ໄດ້​ເຮັດ​ສິ່ງ​ທັງ​ໝົດນີ້​ໃຫ້​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຕ້ອງ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ສັນຍາ​ນີ້ ເພື່ອ​ທຸກ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ຈະ​ສຳເລັດ.+ 10  ມື້​ນີ້​ພວກ​ເຈົ້າ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ມີ​ທັງ​ພວກ​ຫົວ​ໜ້າ​ຕະກູນ ພວກ​ຜູ້​ນຳ​ກັບ​ພວກ​ຫົວ​ໜ້າ​ອື່ນ​ໆ​ ພວກ​ຜູ້​ຊາຍ​ອິດສະຣາເອນ​ທຸກ​ຄົນ 11  ລູກ​ເມຍ​ຂອງ​ພວກ​ເຈົ້າ+ ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ+ ບໍ່​ວ່າ​ຈະ​ເປັນ​ຄົນ​ເກັບ​ຟືນ​ຫຼື​ຄົນ​ຕັກ​ນ້ຳ. 12  ພວກ​ເຈົ້າ​ມາ​ຢູ່​ນີ້​ເພື່ອ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ+ ແລະ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ສາບານ​ຕໍ່​ເພິ່ນ. ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ແນວ​ນີ້ 13  ເພື່ອເຮັດ​ໃຫ້​ແນ່​ໃຈ​ວ່າພວກ​ເຈົ້າ​ເປັນ​ປະຊາຊົນ​ຂອງ​ເພິ່ນ+ ແລະ​ເພິ່ນ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ+​ຕາມ​ທີ່​ເພິ່ນ​ເຄີຍ​ສັນຍາ​ກັບ​ພວກ​ເຈົ້າ ແລະ​ສັນຍາ​ກັບ​ອັບຣາຮາມ+ ອີຊາກ+ ແລະ​ຢາໂຄບ+​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ. 14  ບໍ່​ແມ່ນ​ແຕ່​ພວກ​ເຈົ້າ​ເທົ່າ​ນັ້ນ​ທີ່​ຂ້ອຍ​ຊ່ວຍ​ໃຫ້​ເຮັດ​ສັນຍາ​ນີ້​ກັບ​ພະເຈົ້າ​ໂດຍ​ການ​ສາບານ. 15  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ ແລະ​ກັບ​ຄົນ​ລຸ້ນ​ຕໍ່​ໆ​ໄປ​ທີ່​ບໍ່​ໄດ້​ຢູ່​ນຳ​ພວກ​ເຮົາ​ຕອນ​ນີ້. 16  ເພາະພວກ​ເຈົ້າ​ຮູ້​ດີວ່າ​ຕອນ​ທີ່​ພວກ​ເຮົາ​ຢູ່​ເອຢິບ​ພວກ​ເຮົາ​ມີ​ຊີວິດ​ແນວ​ໃດ ແລະ​ພວກ​ເຮົາ​ໄດ້​ເດີນ​ທາງ​ຜ່ານ​ຊາດ​ຕ່າງ​ໆ​ແນວ​ໃດ.+ 17  ພວກ​ເຈົ້າ​ໄດ້​ເຫັນ​ພະເຈົ້າ​ຕ່າງ​ໆ​*+ຂອງ​ພວກ​ເຂົາ​ທີ່​ເປັນ​ໄມ້ ເປັນ​ຫີນ ເປັນ​ເງິນ ແລະ​ເປັນ​ຄຳ​ທີ່​ເປັນ​ຕາ​ຂີ້ດຽດ. 18  ລະວັງ ຢ່າ​ໃຫ້​ຜູ້​ຊາຍ​ຫຼື​ຜູ້​ຍິງ​ຄົນ​ໃດ ຄອບຄົວ​ໃດ​ຫຼື​ຕະກູນ​ໃດ​ຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລ້ວ​ໄປ​ນະມັດສະການ​ພະເຈົ້າ​ຂອງ​ຊາດ​ເຫຼົ່າ​ນັ້ນ.+ ຢ່າ​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າ​ເປັນ​ຄື​ກັບຮາກ​ໄມ້ທີ່​ຂົມ​ແລະ​ມີ​ພິດ.+ 19  ແຕ່​ຖ້າ​ຜູ້​ໃດ​ໄດ້​ຍິນ​ຄຳ​ສາບານ​ນີ້​ແລະຄິດ​ອວດ​ອົ່ງ​ໃນ​ໃຈ​ວ່າ ‘ຂ້ອຍ​ຢາກ​ເຮັດ​ຫຍັງ​ຂ້ອຍ​ກໍ​ຊິ​ເຮັດ ມັນ​ຊິ​ບໍ່​ມີ​ບັນຫາ​ດອກ’ ແລະ​ເຮັດ​ໃຫ້​ໂຕເອງ​ກັບ​ຄົນ​ອື່ນ​ຈິບຫາຍ 20  ພະ​ເຢໂຫວາ​ຈະ​ບໍ່​ຍົກ​ໂທດ​ໃຫ້​ລາວ.+ ພະ​ເຢໂຫວາ​ຈະ​ໃຈ​ຮ້າຍ​ໃຫ້​ຜູ້​ນັ້ນ​ຫຼາຍ​ແລະ​ລາວ​ຈະ​ຖືກ​ສາບແຊ່ງ​ຕາມ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້.+ ພະ​ເຢໂຫວາ​ຈະ​ລຶບ​ຊື່​ລາວ​ໄປ​ຈາກ​ໂລກ​ນີ້. 21  ພະ​ເຢໂຫວາ​ຈະ​ແຍກ​ລາວ​ອອກ​ຈາກ​ຕະກູນ​ຕ່າງ​ໆ​ຂອງ​ພວກ​ອິດສະຣາເອນ ແລະ​ຄຳ​ສາບແຊ່ງ​ທັງ​ໝົດ​ຕາມ​ຄຳ​ສັນຍາ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ລາວ​ແທ້. 22  ໃນ​ອະນາຄົດ ລູກ​ຫຼານ​ຂອງ​ເຈົ້າ​ແລະ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ປະເທດ​ໄກ​ໆ​ຈະ​ໄດ້​ເຫັນ​ໄພ​ພິບັດ​ທີ່​ພະ​ເຢໂຫວາ​ເຮັດ​ໃຫ້​ເກີດ​ຂຶ້ນ​ໃນ​ແຜ່ນດິນ​ນີ້. 23  ເພິ່ນ​ຈະ​ໃຊ້​ມາດ ເກືອ​ແລະ​ໄຟ ເພື່ອ​ເຮັດ​ໃຫ້​ທົ່ວ​ແຜ່ນດິນ​ນີ້​ບໍ່​ມີ​ພືດ​ຜັກ​ແລະ​ຜົນລະປູກ ຄື​ກັບ​ຕອນ​ທີ່​ພະ​ເຢໂຫວາ​ໃຈ​ຮ້າຍ​ແລະ​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ+ ເມືອງ​ອັດມາ​ກັບ​ເມືອງ​ເຊໂບຢິມ.+ 24  ລູກ​ຫຼານ​ຂອງ​ພວກ​ເຈົ້າ​ແລະ​ຄົນ​ຕ່າງ​ຊາດ​ກໍ​ຈະ​ເວົ້າ​ວ່າ ‘ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເຮັດ​ກັບ​ແຜ່ນດິນ​ນີ້​ແນວ​ນີ້?+ ເປັນ​ຫຍັງ​ເພິ່ນ​ຄື​ໃຈ​ຮ້າຍ​ແນວ​ນີ້?’ 25  ແລ້ວ​ພວກ​ເຂົາ​ກໍ​ຈະ​ເວົ້າ​ວ່າ ‘ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ພະ​ເຢໂຫວາ+ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ ຕອນ​ທີ່​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.+ 26  ແຕ່​ເຂົາ​ເຈົ້າ​ໄດ້​ໄປ​ນະມັດສະການ​ພະເຈົ້າ​ອື່ນ ແລະ​ໄດ້​ຂາບ​ໄຫວ້​ພະເຈົ້າ​ທີ່​ເຂົາ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ ເຊິ່ງ​ເພິ່ນ​ຫ້າມ​ບໍ່​ໃຫ້​ເຂົາ​ເຈົ້າ​ນະມັດສະການ.+ 27  ແລ້ວ​ພະ​ເຢໂຫວາ​ກໍ​ໃຈ​ຮ້າຍ ແລະ​ເຮັດ​ໃຫ້​ຄຳ​ສາບແຊ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ເກີດ​ຂຶ້ນ​ກັບ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ.+ 28  ຍ້ອນ​ພະ​ເຢໂຫວາ​ໃຈຮ້າຍ​ແຮງ+ ເພິ່ນ​ຈຶ່ງ​ໄດ້​ຂັບ​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ແຜ່ນດິນ​ນັ້ນ​ໃຫ້​ໄປ​ຢູ່​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ຕອນ​ນີ້.’+ 29  ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຮູ້​ຄວາມ​ລັບ​ໝົດທຸກ​ຢ່າງ+ ແລະ​ສິ່ງ​ທີ່​ເພິ່ນ​ຢາກ​ໃຫ້​ພວກ​ເຮົາ​ກັບ​ລູກ​ຫຼານ​ຂອງ​ພວກ​ເຮົາ​ຮູ້ ເພິ່ນ​ກໍ​ເປີດ​ເຜີຍ​ຕະຫຼອດໄປ ເພື່ອ​ພວກ​ເຮົາ​ຈະ​ເຮັດ​ຕາມ​ທຸກ​ຢ່າງ​ໃນ​ກົດ​ໝາຍ​ນີ້​ໄດ້.”+

ຂໍຄວາມໄຂເງື່ອນ

ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ
ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ