ພະບັນຍັດ 3:1-29

  • ຊະນະ​ໂອກ​ກະສັດ​ຂອງ​ບາຊານ (1-7)

  • ແບ່ງ​ດິນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ (8-20)

  • ໂຢຊວຍ​ບອກ​ວ່າ​ຢ່າຊູ່​ຢ້ານ (21, 22)

  • ໂມເຊ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຈົ້າ​ສັນຍາ (23-29)

3  “ຈາກ​ນັ້ນ ພວກ​ເຮົາ​ກໍ​ອອກເດີນທາງ​ໄປ​ຕາມ​ເສັ້ນ​ທາງ​ບາຊານ ແຕ່​ໂອກ​ກະສັດ​ຂອງ​ບາຊານ​ກັບ​ຄົນ​ຂອງ​ລາວ​ໄດ້​ອອກ​ມາ​ຕໍ່ສູ້​ກັບ​ພວກ​ເຮົາ​ຢູ່​ເອັດເຣອີ.+  ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ຢ່າຊູ່​ຢ້ານ​ລາວ. ເຮົາ​ຈະ​ມອບ​ລາວ ຄົນ​ຂອງ​ລາວ ແລະ​ແຜ່ນດິນ​ຂອງ​ລາວ​ໃຫ້​ພວກ​ເຈົ້າ. ພວກ​ເຈົ້າ​ຈະ​ຈັດ​ການ​ລາວ​ຄື​ກັບ​ທີ່​ຈັດ​ການ​ສີໂຮນ​ກະສັດ​ຂອງ​ຄົນ​ອາໂມ​ທີ່​ຢູ່​ເມືອງ​ເຮັດຊະໂບນ.’  ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ກໍ​ຊ່ວຍ​ພວກ​ເຮົາ​ໃຫ້​ເອົາ​ຊະນະ​ໂອກ​ກະສັດ​ຂອງ​ບາຊານ​ກັບ​ຄົນ​ຂອງ​ລາວ. ພວກ​ເຮົາ​ໄດ້​ຂ້າ​ລາວ​ກັບ​ຄົນ​ຂອງ​ລາວ​ຈົນ​ບໍ່​ເຫຼືອ​ຈັກ​ຄົນ  ແລ້ວ​ກໍ​ໄດ້​ຍຶດ​ເອົາ​ເມືອງ​ທັງ​ໝົດ ບໍ່​ມີ​ເມືອງ​ໃດ​ທີ່​ພວກ​ເຮົາ​ຍຶດ​ບໍ່​ໄດ້. ລວມ​ແລ້ວ​ພວກ​ເຮົາ​ຍຶດ​ເມືອງໄດ້ 60 ເມືອງ​ທີ່​ຢູ່​ເຂດ​ອາໂກບ ເຊິ່ງ​ເປັນ​ແຜ່ນດິນ​ຂອງ​ໂອກ​ກະສັດ​ຂອງ​ບາຊານ.+  ເມືອງ​ເຫຼົ່າ​ນັ້ນ​ມີ​ກຳແພງ​ສູງ​ໆ​ອ້ອມ​ເມືອງ ມີ​ປະຕູແລະ​ກອນ.* ພວກ​ເຮົາ​ຍັງ​ຍຶດ​ເອົາເມືອງ​ນ້ອຍ​ໆ​ໄດ້​ອີກ​ຫຼາຍ​ເມືອງ.  ແຕ່​ພວກ​ເຮົາ​ໄດ້​ທຳລາຍ+ເມືອງ​ເຫຼົ່າ​ນັ້ນ​ຄື​ກັບ​ທຳລາຍ​ເມືອງ​ຕ່າງ​ໆ​ຂອງ​ກະສັດ​ສີໂຮນ​ທີ່​ຢູ່​ເມືອງ​ເຮັດຊະໂບນ. ພວກ​ເຮົາ​ໄດ້​ຂ້າ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ​ຈົນ​ໝົດ.+  ພວກ​ເຮົາ​ຍັງ​ໄດ້​ເອົາ​ຝູງ​ສັດ​ແລະ​ເຄື່ອງ​ຂອງ​ຈາກ​ເມືອງ​ຕ່າງ​ໆ​ມາ​ເປັນ​ຂອງ​ພວກ​ເຮົາ​ນຳ.  ຕອນ​ນັ້ນ ພວກ​ເຮົາ​ໄດ້​ຍຶດ​ເອົາ​ແຜ່ນດິນ​ຂອງ​ກະສັດ 2 ອົງ​ຂອງ​ຄົນ​ອາໂມ+​ທີ່​ຢູ່​ເຂດ​ແມ່​ນ້ຳ​ຈໍແດນ ຕັ້ງ​ແຕ່​ຮ່ອມພູ*ອາໂນນ​ໄປ​ຈົນ​ຮອດ​ພູ​ເຮີໂມນ.+  (ພວກ​ຊີໂດນ​ເອີ້ນ​ພູ​ເຮີໂມນ​ວ່າ​ສີຣີໂອນ ສ່ວນ​ພວກ​ອາໂມ​ເອີ້ນ​ວ່າ​ເສນີ.) 10  ພວກ​ເຮົາ​ຍຶດ​ທຸກ​ເມືອງ​ທີ່​ຢູ່​ພູ​ພຽງ ເຂດ​ກິລຽດ​ທັງ​ໝົດ ແລະ​ເຂດ​ບາຊານ​ທັງ​ໝົດ​ໄປ​ຈົນ​ຮອດ​ເມືອງ​ສາເລກາ​ກັບ​ເມືອງ​ເອັດເຣອີ+ ເຊິ່ງ​ເປັນ​ເມືອງ​ທີ່​ຢູ່​ໃນ​ເຂດ​ການ​ປົກຄອງ​ຂອງ​ໂອກ​ກະສັດ​ຂອງ​ບາຊານ. 11  ໂອກ​ກະສັດ​ຂອງ​ບາຊານ​ເປັນ​ຄົນ​ສຸດທ້າຍ​ຂອງ​ພວກ​ເຣຟາຢິມ. ຂາ​ຕັ້ງ​ໂລງ​ສົບຂອງ​ລາວ​ເຮັດ​ດ້ວຍ​ເຫຼັກ*ຍາວ 9 ສອກ* ແລະ​ກວ້າງ 4 ສອກ* ຕາມ​ສອກ​ມາດຕະຖານ​ທີ່​ເຂົາ​ເຈົ້າ​ໃຊ້​ກັນ. ຂາ​ຕັ້ງ​ໂລງ​ສົບ​ນີ້​ຍັງ​ຢູ່​ເມືອງ​ຣັບບາ​ຂອງ​ຄົນ​ອຳໂມນ. 12  ດິນ​ທັງ​ໝົດ​ທີ່​ພວກ​ເຮົາ​ຍຶດ​ໄດ້​ແລະ​ແບ່ງ​ກັນ​ມີ​ດັ່ງ​ນີ້: ດິນ​ທາງ​ທິດເໜືອຂອງ​ເມືອງ​ອາໂຣເອ+ທີ່​ຢູ່​ໃກ້​ໆ​ຮ່ອມພູ*ອາໂນນ ເຊິ່ງ​ລວມ​ເຖິງ​ເຄິ່ງ​ໜຶ່ງ​ຂອງ​ເຂດ​ທີ່​ມີ​ພູ​ຫຼາຍ​ໆ​ໜ່ວຍ​ໃນ​ກິລຽດ. ຂ້ອຍ​ເອົາ​ເມືອງ​ຕ່າງ​ໆ​ທີ່​ຢູ່​ບ່ອນ​ນັ້ນ​ໃຫ້​ຕະກູນ​ຣູເບັນ​ກັບ​ຕະກູນ​ຄາດ.+ 13  ສ່ວນ​ທີ່​ເຫຼືອ​ຂອງ​ເຂດ​ກິລຽດ​ແລະ​ເຂດ​ບາຊານ​ທັງ​ໝົດ​ຂອງ​ກະສັດ​ໂອກ ຂ້ອຍ​ໄດ້​ຍົກ​ໃຫ້​ເຄິ່ງ​ໜຶ່ງ​ຂອງ​ຕະກູນ​ມານາເຊ.+ ດິນ​ທີ່​ຢູ່​ອາໂກບ​ທີ່​ເປັນ​ຂອງ​ບາຊານ​ເຄີຍ​ເປັນ​ຂອງ​ພວກ​ເຣຟາຢິມ. 14  ຂ້ອຍ​ເອົາ​ເຂດ​ທັງ​ໝົດ​ຂອງ​ອາໂກບ+ໄປ​ຈົນ​ຮອດ​ເຂດ​ແດນ​ຂອງ​ພວກ​ເກຊູ​ກັບ​ພວກ​ມາອາກາ+ໃຫ້​ຢາອີ+ຄົນ​ໃນ​ຕະກູນ​ມານາເຊ. ຢາອີ​ໄດ້​ຕັ້ງ​ຊື່​ບ້ານ​ຕ່າງ​ໆ​ທີ່​ຢູ່​ໃນ​ບາຊານ​ຕາມ​ຊື່​ຂອງ​ລາວ​ວ່າ​ຮາໂວດຢາອີ+ ແລະ​ຊື່​ນີ້​ກໍ​ໃຊ້​ຈົນ​ຮອດ​ທຸກ​ມື້​ນີ້. 15  ຂ້ອຍ​ໄດ້​ຍົກ​ເຂດ​ກິລຽດ​ໃຫ້​ມາກີ.+ 16  ສຳລັບ​ຕະກູນ​ຣູເບັນ​ກັບ​ຕະກູນ​ຄາດ+ ຂ້ອຍ​ໄດ້ເອົາຕັ້ງ​ແຕ່​ກິລຽດ​ຈົນ​ຮອດ​ຮ່ອມພູ*ອາໂນນ​ໃຫ້ ໂດຍ​ມີ​ເຄິ່ງ​ກາງ​ຂອງຮ່ອມພູ​ເປັນ​ເຂດ​ແດນ ແລະ​ໄປ​ຈົນ​ຮອດ​ຮ່ອມພູ​ຢັບໂບກ​ທີ່​ຕິດ​ກັບ​ເຂດ​ແດນ​ຂອງ​ຄົນ​ອຳໂມນ 17  ລວມ​ທັງ​ເຂດ​ອາຣາບາ ເຂດ​ແມ່​ນ້ຳ​ຈໍແດນ ແລະແຄມ​ຝັ່ງ​ຂອງ​ແມ່​ນ້ຳ​ນັ້ນ ຕັ້ງ​ແຕ່​ກິນເນເຣດ​ໄປ​ຈົນ​ຮອດ​ທະເລ​ຂອງ​ເຂດ​ອາຣາບາ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ທະເລ​ເກືອ.* ທະເລ​ນີ້​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເນີນ​ພູ​ປິຊະກາ.+ 18  ແລ້ວ​ຂ້ອຍ​ກໍ​ສັ່ງ​ພວກ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້ເອົາ​ດິນ​ໃຫ້​ພວກ​ເຈົ້າ​ແລ້ວ. ຜູ້​ຊາຍ​ທີ່​ເປັນ​ທະຫານ​ຕ້ອງ​ຈັບ​ອາວຸດ​ຂ້າມ​ແມ່​ນ້ຳ​ໄປ​ຕໍ່ສູ້​ເພື່ອ​ຄົນ​ອິດສະຣາເອນ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ.+ 19  ມີ​ແຕ່​ລູກ​ກັບ​ເມຍ ແລະ​ຝູງ​ສັດ​ຂອງ​ພວກ​ເຈົ້າ​ທີ່​ຈະ​ຍັງ​ຢູ່​ໃນ​ເມືອງ​ທີ່​ຂ້ອຍເອົາໃຫ້​ພວກ​ເຈົ້າ (ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ມີ​ຝູງ​ສັດ​ຫຼາຍ.) 20  ຈົນ​ກວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ໃຫ້​ໄດ້​ພັກຜ່ອນ ຄື​ກັບ​ທີ່​ເພິ່ນ​ຊ່ວຍ​ພວກ​ເຈົ້າ. ເມື່ອ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຍຶດ​ເອົາ​ແຜ່ນດິນ​ທີ່​ຢູ່​ຟາກ​ນັ້ນ​ຂອງ​ແມ່​ນ້ຳ​ຈໍແດນ​ໄດ້​ແລ້ວ ພວກ​ເຈົ້າ​ຈຶ່ງ​ຈະ​ກັບ​ມາ​ຢູ່​ດິນ​ຂອງ​ໂຕເອງ​ທີ່​ຂ້ອຍ​ເອົາ​ໃຫ້​ໄດ້.’+ 21  ຕອນ​ນັ້ນ ຂ້ອຍ​ສັ່ງ​ໂຢຊວຍ+​ວ່າ ‘ເຈົ້າ​ກໍ​ເຫັນ​ກັບ​ຕາ​ຂອງ​ໂຕເອງ​ແລ້ວ​ວ່າ ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ໄດ້​ເຮັດ​ແນວ​ໃດ​ກັບ​ກະສັດ 2 ອົງ​ນັ້ນ ພະ​ເຢໂຫວາ​ກໍ​ຈະ​ເຮັດ​ແບບ​ນັ້ນ​ກັບກະສັດ​ອົງ​ອື່ນ​ໆ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່​ນ້ຳ​ຄື​ກັນ.+ 22  ຢ່າຊູ່​ຢ້ານ​ພວກ​ເຂົາ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ຕໍ່​ສູ້​ເພື່ອ​ເຈົ້າ.’+ 23  ແລ້ວ​ຂ້ອຍ​ກໍ​ຂໍ​ກັບ​ພະ​ເຢໂຫວາ​ວ່າ 24  ‘ພະ​ເຢໂຫວາ ພະອົງ​ເປັນ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ. ພະອົງ​ຫາ​ກໍ​ສະແດງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ເຫັນ​ວ່າ ພະອົງ​ຍິ່ງ​ໃຫຍ່​ແລະ​ມີ​ລິດເດດ​ຫຼາຍ​ສ່ຳ​ໃດ.+ ບໍ່​ມີ​ພະເຈົ້າ​ອົງ​ໃດ​ຍິ່ງ​ໃຫຍ່​ກວ່າ​ພະອົງ ບໍ່​ວ່າ​ຈະ​ຢູ່​ເທິງ​ສະຫວັນ​ຫຼື​ຢູ່​ເທິງ​ແຜ່ນດິນ​ໂລກ.+ 25  ຂໍ​ໃຫ້​ຂ້ອຍ​ຂ້າມ​ໄປ​ເບິ່ງ​ເຂດ​ພູ​ເລບານອນ​ກັບ​ພູ​ງາມ​ໆ​ໃນ​ແຜ່ນດິນ​ດີ​ໆ​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່​ນ້ຳ​ຈໍແດນ​ໄດ້​ບໍ?’+ 26  ແຕ່​ພະ​ເຢໂຫວາ​ຍັງ​ໃຈ​ຮ້າຍ​ໃຫ້​ຂ້ອຍ​ຢູ່​ຍ້ອນ​ພວກ​ເຈົ້າ+ ເພິ່ນ​ຈຶ່ງ​ບໍ່​ຢາກ​ຟັງ​ຂ້ອຍ ແລະ​ພະ​ເຢໂຫວາ​ບອກ​ຂ້ອຍ​ວ່າ ‘ພໍ​ແລ້ວ! ເຈົ້າ​ບໍ່​ຕ້ອງ​ເວົ້າ​ເລື່ອງ​ນີ້​ອີກ. 27  ໃຫ້​ເຈົ້າ​ຂຶ້ນ​ໄປ​ເທິງ​ພູ​ປິຊະກາ+ ແລ້ວ​ແນມ​ໄປ​ທາງ​ທິດເໜືອ ທິດໃຕ້ ທິດ​ຕາເວັນ​ອອກ ແລະ​ທິດຕາເວັນຕົກ. ເຈົ້າ​ຈະ​ໄດ້​ເຫັນ​ແຜ່ນດິນ​ນັ້ນ ແຕ່​ເຈົ້າ​ຈະ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ.+ 28  ໃຫ້​ແຕ່ງຕັ້ງ​ໂຢຊວຍ+​ຂຶ້ນ​ມາ​ແທນ​ເຈົ້າ. ເຈົ້າ​ຕ້ອງ​ໃຫ້​ກຳລັງໃຈ​ລາວ​ແລະ​ຊ່ວຍ​ລາວ​ໃຫ້​ເຂັ້ມແຂງ ເພາະ​ລາວ​ຈະ​ເປັນ​ຄົນ​ນຳ​ພາ​ປະຊາຊົນ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ.+ ລາວ​ຈະ​ຊ່ວຍ​ປະຊາຊົນ​ໃຫ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ເຈົ້າ​ຈະ​ໄດ້​ເຫັນ​ນັ້ນ.’ 29  ເລື່ອງ​ທັງ​ໝົດ​ນີ້​ເກີດ​ຂຶ້ນ​ຕອນ​ທີ່​ພວກ​ເຮົາ​ຢູ່​ຮ່ອມພູ​ໜຶ່ງ​ທີ່​ຢູ່​ຕໍ່​ໜ້າ​ເບັດເປໂອ.”+

ຂໍຄວາມໄຂເງື່ອນ

ກອນ​ໃຫຍ່​ທີ່​ໃຊ້​ຄັດ​ປະຕູ​ເມືອງ ອາດຈະ​ເປັນ​ໄມ້​ຫຼື​ເຫຼັກ​ກໍ​ໄດ້
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື​ອາດ​ແປ​ວ່າ “ຫີນ​ພູເຂົາ​ໄຟ​ສີ​ດຳ”
4 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.
1,78 ແມັດ
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.
ໝາຍເຖິງ​ທະເລ​ຕາຍ